ຜູູ້ອຳນວຍການສູນຕ້ານຄວາມເປັນພິດຂອງໂຮງໝໍ ແບກມາຍ: Chloroquine ມີສານພິດສູງ ແລະ ເປັນອັນຕະລາຍຫຼາຍ

13:18 | 25/03/2020

ຍສໝ -ຜູ້ອຳນວຍການສູນຄວບຄຸມສານພິດຂອງໂຮງໝໍແບກມາຍ, ທ່ານ ດຣ, ທ່ານໝໍ ຫງວຽນຈູງງວຽນ ໄດ້ຢືນຢັນກໍລະນີທຳອິດກ່ຽວກັບການເປັນພິດຂອງ Chloroquine - ຢາທີ່ປິ່ນປົວໄຂ້ຍຸງ ແຕ່ພໍ່ແມ່ປະຊາຊົນຊື້ມາໃຊ້ເອງເພາະເຂົາເຈົ້າຄິດວ່າຢາປະເພດນີ້ສາມາດປ້ອງກັນບໍ່ໃຫ້ຕິດແປດພະຍາດ COVID-19 ໄດ້ຕາມຂ່າວລື.

ຜູູ້ອຳນວຍການສູນຕ້ານຄວາມເປັນພິດຂອງໂຮງໝໍ ແບກມາຍ: Chloroquine ມີສານພິດສູງ ແລະ ເປັນອັນຕະລາຍຫຼາຍ

ຜູ້ອຳນວຍການສູນຄວບຄຸມສານພິດຂອງໂຮງໝໍແບກມາຍ, ທ່ານ ດຣ, ທ່ານໝໍ ຫງວຽນຈູງງວຽນ

ເມື່ອບໍ່ດົນມານີ້, ສູນຄວບຄຸມຢາພິດໄດ້ປິ່ນປົວຄົນເຈັບຄົນໜຶ່ງທີ່ເປັນພິດຫຼັງຈາກໄດ້ກິນຢາ chloroquin 10 ເມັດຍ້ອນຄິດວ່າຢາປະເພດນີ້ສາມາດປ້ອງກັນບໍ່ໃຫ້ຕິດແປດພະຍາດ COVID-19 ໄດ້ຕາມຂ່າວລືໃນອິນເຕີເນັດ.

ຕາມ ທ່ານໝໍ ງວຽນ, Chloroquine ແມ່ນຢາຕາມໃບສັ່ງແພດ, ຖືກນຳໃຊ້ສຳລັບຄົນເຈັບເປັນໄຂ້ຍຸງ, ໂລກຂໍ້ອັກເສບ… ນີ້ແມ່ນຢາທີ່ມີສານພິດສູງ, ຂອບເຂດລະຫວ່າງປະລິມານການປິ່ນປົວແມ່ນໃກ້ຄຽງກັບປະລິມານທີ່ເປັນພິດ. ຖ້າໃຊ້ໂດຍບໍ່ຄວບຄຸມ, ໂດຍບໍ່ມີຄວາມຊຳນານ, ລວມທັງຖ້າທ່ານໝໍທີ່ບໍ່ມີວິຊາສະເພາະກໍ່ສາມາດ ນຳ ໄປສູ່ການເປັນພິດ.

ທ່ານໝໍ ງວຽນ ກ່າວຕື່ມອີກວ່າ, ອີງຕາມກົດລະບຽບຂອງກະຊວງສາທາລະນະສຸກ, ຢາທີ່ມີໃບສັ່ງແພດໝາຍຄວາມວ່າພຽງແຕ່ເມື່ອ ທ່ານໝໍກວດກາ ແລະ ອອກໃບສັ່ງແພດເທົ່ານັ້ນ, ຄົນເຈັບສາມາດໄປຊື້ຢາຮ້ານຂາຍຢາໄດ້ກໍ່ຕ້ອງມີໃບສັ່ງແພດຈາກທ່ານໝໍ. ດ້ວຍຢາຕາມໃບສັ່ງແພດ, ຄົນເຮົາບໍ່ສາມາດຊື້ດ້ວຍຕົນເອງ ຫຼື ຮ້ານຂາຍຢາບໍ່ສາມາດຂາຍໄດ້ໂດຍບໍ່ມີໃບສັ່ງແພດ.

ຜູູ້ອຳນວຍການສູນຕ້ານຄວາມເປັນພິດຂອງໂຮງໝໍ ແບກມາຍ: Chloroquine ມີສານພິດສູງ ແລະ ເປັນອັນຕະລາຍຫຼາຍ

ການໃຊ້ Chloroquine ທີ່ບໍ່ມີເຫດຜົນສາມາດນໍາໄປສູ່ຜົນກະທົບທາງລົບຕໍ່ສຸຂະພາບ

ການເປັນພິດຂອງ Chloroquine ແມ່ນອັນຕະລາຍຫຼາຍ, ການສະແດງອອກໃຫ້ເຫັນເປັນຕົ້ນຄື: ຕາບອດ, ຫູໜວກ, ມີອາການຊັກ,ສະຫຼົບ... ເສຍຊີວິດຢ່າງໄວວາ. ເມື່ອຄົນເຮົາໄດ້ຖືກສານພິດຢ່າງແທ້ຈິງ, ຖ້າສະຖານທີ່ສາທາລະນະສຸກໂດຍບໍ່ມີການຮັບປະກັນການຟື້ນຟູສຸກເສີນກໍ່ເຮັດໃຫ້ຜູ້ຖືກສານຜິດນັ້ນເສຍຊີວິດ. ຜູ້ອຳນວຍການສູນຄວບຄຸມສານພິດກ່າວ.

ຜູ້ຊ່ຽວຊານຕ້ານຄວາມເປັນພິດ, ທ່ານໝໍ ງວຽນ, ເຕືອນ ວ່າປະຊາຊົນບໍ່ຄວນຊື້ຢາດ້ວຍຕົນເອງ ຫລື ໃຊ້ຢາຕາມຂ່າວລືວ່າຢາປະເພດນີ້ສາມາດປ້ອງກັນບໍ່ໃຫ້ຕິດແປດພະຍາດ COVID-19 ໄດ້. ໃນສະພາບປັດຈຸບັນ, ສິ່ງທີ່ຖືກຕ້ອງແມ່ນປະຊາຊົນຕ້ອງໄດ້ປະຕິບັດຕາມຄຳແນະນຳ ຂອງເຈົ້າ ໜ້າທີ່ສາທາລະນະສຸກ ກໍ່ຄືລະບົບການຄຸ້ມຄອງຂອງປະເທດເພື່ອໄດ້ຮັບການຊີ້ນຳ ແລະ ການສະໜັບສະໜູນໃຫ້ທັນເວລາ.

ບັນດາຜູ້ຊ່ຽວຊານດ້ານສາທາລະນະສຸກພາຍໃນປະເທດກໍາລັງຕິດຕາມ ແລະ ເຂົ້າໃຈກ່ຽວກັບບັນດາຫຼັກສູດການຄົ້ນຄວ້າ ແລະ ຜົນໄດ້ຮັບຫຼ້າສຸດໃນໂລກກ່ຽວກັບບັນຫານີ້. ປະຊາຊົນໄດ້ຮັບປະກັນວ່າກະຊວງສາທາລະນະສຸກ ແລະ ຂະແໜງ ສາທາລະນະສຸກ ແມ່ນໄດ້ ຕິດຕາມສະຖານະການ ແລະ ຮັບປະກັນດ້ານການກວດພະຍາດ ແລະ ການປິ່ນປົວທີ່ດີທີ່ສຸດ ສຳລັບ COVID-19.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ