|
ຄະນະຜູ້ແທນແຂວງເຊກອງມາຢ້ຽມຢາມ ແລະ ອອວຍພອນປີໃໝ່ແຂວງກອນຕູມ
ຕ້ອນຮັບຄະນະຜູ້ແທນແຂວງເຊກອງໃນຄັ້ງນິີ້ໂດຍມີສະຫາຍ ຫງວຽນ ຫືວ ທາບ, ຮອງປະທານຄະນະກໍາມະການປະຊາຊົນແຂວງກອນຕູມ; ການນໍາຫ້ອງການແຂວງກອນຕູມ, ພະແນກພົວພັນຕ່າງປະເທດແຂວງກອນຕູມ. ສະຫາຍ ຄໍາພຽມ ບົວລາພາ ແລະ ບັນດາຜູ້ນໍາແຂວງເຊກອງທີ່ໄດ້ມອບກະຕ່າດອກໄມ້, ຂອງຂວັນ ແລະ ກ່າວຄໍາອວຍພອນໄປຍັງຄະນະພັກ, ອໍານາດການປົກຄອງ, ປະຊາຊົນບັນດາເຜົ່າແຂວງກອນຕູມຕ້ອນຮັບປີໃຫມ່ດ້ວຍການມ່ວນຊື່ນ, ມີຄວາມສຸກ, ໄດ້ຮັບຜົນສໍາເລັດໃນຫລາຍໆດ້ານ.
ສະຫາຍ ຄໍາພຽມ ບົວລາພາ ສະແດງຄວາມຂອບໃຈຕໍ່ກັບຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນແຂວງກອນຕູມໃນໄລຍະເວລາຜ່ານມາທີ່ໄດ້ໃຫ້ການຊ່ວຍເຫຼືອຕໍ່ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນແຂວງເຊກອງໃນໄລຍະປະເຊີນໜ້າກັບໄພພິບັດທໍາມະຊາດກໍ່ຄືບັນດາເງື່ອນໄຂທີ່ຈໍາເປັນສໍາລັບການພັດທະນາເສດຖະກິດ - ສັງຄົມ; ຊ່ວຍເຫຼືອນັກສຶກສາຂອງແຂວງເຊກອງມາຮໍ່າຮຽນສຶກສາຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລຢູ່ແຂວງກອນຕູມ.
ໃນເວລາຕ້ອນຮັບ, ສະຫາຍ ອີ ມືວ ໄດ້ແຈ້ງກ່ຽວກັບບັນດາຜົນງານທີ່ແຂວງກອນຕູມຍາດມາໄດ້ໃນປີ 2018 ກໍ່ຄືແຜນການພັດທະນາຂອງແຂວງກອນຕູມໃນ ປີ 2019 ໃຫ້ຄະນະຜູ້ແທນແຂວງເຊກອງໄດ້ຊາບ. ສະຫາຍ ອີ ມືວ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ບັນດາສະຫາຍການນໍາຄະນະພັກ, ອໍານາດການປົກຄອງແຂວງເຊກອງທີ່ໄດ້ມາອວຍພອນປີໃໝ່ປະຈໍາຊາດຫວຽດນາມມາຍັງຄະນະພັກ, ອໍານາດການປົກຄອງ, ປະຊາຊົນບັນດາເຜົ່າແຂວງກອນຕູມ.
ສະຫາຍ ອີ ມືວ ຢືນຢັນວ່າສາຍພົວພັນລະຫວ່າງຫວຽດນາມ ແລະ ລາວເວົ້າລວມ, ແຂວງກອນຕູມ ແລະ ແຂວງເຊກອງເວົ້າສະເພາະແມ່ນເຊື່ອມຕໍ່ຢ່າງໃກ້ຊິດ. ໂດຍສະເພາະໃນຊຸມປີຜ່ານມາ, ບັນດາຫນ່ວຍງານ, ຂະແໜງການຂອງສອງປະເທດ ແລະ ສອງແຂວງໄດ້ລົງນາມສັນຍາການຮ່ວມມືຫຼາຍສະບັບເພື່ອສົ່ງເສີມເສດຖະກິດ - ສັງຄົມຂອງສອງປະເທດ ແລະ ສອງແຂວງນັບມື້ນັບມີການຂະຫຍາຍຕົວ.
ສະຫາຍ ອີ ມືວ ມີຄວາມຫວັງວ່າໃນໄລຍະສະເພາະໜ້າ, ແຂວງເຊກອງຈະສືບຕໍ່ການຊ່ວຍເຫຼືອໃຫ້ແກ່ແຂວງກອນຕູມໃນການຊອກຫາ ແລະ ເກັບອັດຖິທະຫານອາສາສາໝັກຫວຽດນາມ; ສອງແຂວງຈະມີຮ່ວມມືເປັນຢ່າງດີໃນການປະສານງານເພື່ອຮັກສາດ້ານຄວາມຫມັ້ນຄົງ, ປອດໄພຕາມເຂດຊາຍແດນ, ສະຫາຍ ອີ ມືວ ກໍ່ໄດ້ອວຍພອນໃຫ້ການພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີເປັນພິເສດ ແລະ ການຮ່ວມມືລະຫວ່າງແຂວງກອນຕູມ ແລະ ແຂວງເຊກອງ, ສສ ຫວຽດນາມ - ສປປ ລາວ ໝັ້ນຍືນຕະຫຼອດການ.
(ໄຊພອນ)