ກະຊວງການຕ່າງປະເທດເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ຂົງເຂດເສດຖະກິດ-ການຕ່າງປະເທດ

ກະຊວງການຕ່າງປະເທດເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ຂົງເຂດເສດຖະກິດ-ການຕ່າງປະເທດ

ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ໃນລະຫວ່າງ​ວັນ​ທີ 17-18 ມັງກອນ ປີ 2019.

ຄະນະຜູ້ແທນພັກ ປປລາວ ສຳເລັດການເຂົ້າຮ່ວມພິທີເປີດສະພາວັດທະນະທໍາອາຊີ ບັນດາພັກການເມືອງໃນອາຊີ

ຄະນະຜູ້ແທນພັກ ປປລາວ ສຳເລັດການເຂົ້າຮ່ວມພິທີເປີດສະພາວັດທະນະທໍາອາຊີ ບັນດາພັກການເມືອງໃນອາຊີ

ສະຫາຍ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ພ້ອ​ມດ້ວຍ​ຄະນະ​ໄດ້​ເດີນທາງ​ໄປ​ເຂົ້າຮ່ວມພິທີເປີດສະພາວັດທະນະທໍາອາຊີ (Asian Cultural Council) ຂອງບັນດາພັກການເມືອງໃນອາຊີ (ໄອແຄັບ ICAPP) ແລະ ກອງປະຊຸມໂຕະມົນທີ່ກ່ຽວຂ້ອງທີ່ໄດ້ຈັດຂຶ້ນແຕ່ວັນທີ 14-17 ມັງກອນ ປີ 2019 ທີ່ຊຽມຣຽບ, ປະເທດກໍາປູເຈຍ.

ຄະນະຜູ້ແທນແຂວງເຊກອງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຫວຽດ ໃຫ້ແຂວງກອນຕູມ

ຄະນະຜູ້ແທນແຂວງເຊກອງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຫວຽດ ໃຫ້ແຂວງກອນຕູມ

ໃນຕອນເຊົ້າຂອງວັນທີ 23 ເດືອນມັງກອນ ປີ 2019, ສາຫາຍ ອີ ມື໋, ຮອງເລຂາຄະນະປະຈໍາພັກແຂວງກອນຕູມ ໄດ້ຕ້ອນຮັບຄະນະຜູ້ແທນແຂວງເຊກອງ ສປປ ລາວ ນໍາໂດຍທ່ານ ຄໍາພຽມ ບົວລະພາ, ຮອງເລຂາພັກແຂວງເຊກອງ, ປະທານສະມາຄົມມິດຕະພາບລາວ - ຫວຽດນາມ ແຂວງເຊກອງ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນແຂວງກອນຕູມ.

ຄະນະຜູ້ແທນເມືອງດັກຈືງ, ແຂວງເຊກອງ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຫວຽດໃຫ້ແກ່ເມືອງດັກໄລ ສສ ຫວຽດນາມ

ຄະນະຜູ້ແທນເມືອງດັກຈືງ, ແຂວງເຊກອງ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຫວຽດໃຫ້ແກ່ເມືອງດັກໄລ ສສ ຫວຽດນາມ

ຍສໝ-ໃນວັນທີ 24 ມັງກອນ, ຄະນະຜູ້ແທນເມືອງດັກຈືງ, ແຂວງເຊກອງ ສປປ ລາວ ນໍາໂດຍທ່ານ ສົມພອນ ໄຊຊູວັນ, ກໍາມະການຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງດັກຈືງທີ່ໄດ້ມາຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ ແລະ ປະຊາຊົນເມືອງດັກໄລ.