ຍສໝ - ແຕ່ວັນທີ 7-8/6 ຢູ່ທີ່ຮາໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາຫວຽດນາມ ຄັ້ງທີ IX, ວາລະດຳລົງຕຳແໜ່ງປີ 2026-2031, ໄດ້ຖືກຈັດຂຶ້ນໂດຍມີການເຂົ້າຮ່ວມຂອງຄະນະຜູ້ແທນ 600 ທ່ານ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກສະມາຄົມ ແລະ ຊາວນາຫຼາຍກວ່າ 10 ລ້ານຄົນໃນທົ່ວປະເທດ. ກອງປະຊຸມໃຫຍ່ໄດ້ສຸມໃສ່ຕີລາຄາຜົນສຳເລັດຂອງວຽກງານສະມາຄົມ ແລະ ຂະບວນການຊາວນາພາຍໃດວາລະດຳລົງຕຳແໜ່ງທີ່ຜ່ານມາ, ໃນຂະນະດຽວກັນກໍກຳນົດຄາດໝາຍ, ໜ້າທີ່ ແລະ ວິທີການແກ້ໄຂ ແນໃສ່ເສີມຂະຫຍາຍບົດບາດເຈົ້າການຂອງຊາວນາ ພາຍໃດການພັດທະນາກະສິກຳ, ຊົນນະບົດ ແລະ ການກໍ່ສ້າງຊົນນະບົດໃໝ່.
ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031 ຈະຈັດຂຶ້ນແຕ່ວັນທີ 11-13 ພຶດສະພາ ຢູ່ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນຫຼາຍກວ່າ 1.300 ທ່ານ. ໃນຈຳນວນນັ້ນ, ທ່ານ ພົນເອກ ວໍເສີ (Võ Sở), ອາຍຸ 97 ປີ ແລະ ນາງ ລໍທິຫງາ (Lò Thị Nga), ອາຍຸ 23 ປີ ແມ່ນສອງຜູ້ແທນທີ່ພິເສດ, ຕາງໜ້າໃຫ້ແກ່ສອງຮຸ່ນຄົນທີ່ຮ່ວມກັນສົ່ງຄວາມມຸ່ງຫວັງ ກ່ຽວກັບບົດບາດຂອງແນວໂຮມປະເທດຊາດ ຫວຽດນາມ ໃນການເຕົ້າໂຮມບັນດາຊັ້ນຄົນໃນສັງຄົມ, ເບິ່ງແຍງຊີວິດການເປັນຢູ່ ແລະ ປັບປຸງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ.
ໃນໄລຍະຢູ່ຢ້ຽມຢາມ ກຳປູເຈຍ, ຄາດວ່າ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕຽນຢຸງ ຈະເຂົ້າຢ້ຽມຂໍ່ຳນັບບັນດາການນຳພັກປະຊາຊົນ ກຳປູເຈຍ (CPP); ພົບປະເຈລະຈາກັບທ່ານເຈົ້າຄອງນະຄອນ Khuong Sreng.
ຜ່ານຫຼາຍຮູບການໂຄສະນາທີ່ອຸດົມສົມບູນ ຄື: ພາບໂຄສະນາ, ປ້າຍໂຄສະນາ-ຄໍາຂວັນ, ແຜງໂຄສະນາ, ລົດໂຄສະນາເຄື່ອນທີ່, ງານວາງສະແດງພາບໂຄສະນາຂະໜາດໃຫຍ່... ນີ້ແມ່ນວຽກງານໂຄສະນາການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021-2026 ເຊິ່ງທຸກຂະແໜງການ, ທຸກຂັ້ນ ແລະທ້ອງຖິ່ນຕ່າງໆ ຈັດຕັ້ງປະຕິບັດ.
ສະພາເລືອກຕັ້ງແຫ່ງຊາດ ໃນວັນທີ 27 ເມສາ ໄດ້ປະກາດບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 15 868 ທ່ານ. ຕາມຂໍ້ກຳນົດຂອງກົດໝາຍ, ເລີ່ມແຕ່ວັນປະກາດບັນຊີລາຍຊື່ຢ່າງເປັນທາງ, ບັນດາຜູ້ສະໝັກຮັບເລືອກຕັ້ງ ຈະດຳເນີນການຂົນຂວາຍເລືອກຕັ້ງ ແລະ ວຽກງານນີ້ຕ້ອງສິ້ນສຸດລົງກ່ອນເວລາເລີ່ມປ່ອນບັດເລືອກຕັ້ງ 24 ຊົ່ວໂມງ. ການຂົນຂວາຍເລືອກຕັ້ງ ແມ່ນວຽກງານສຳຄັນທີ່ສຸດ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ເລືອກເອົາບັນດາຜູ້ແທນທີ່ເໝາະສົມ. ໃນຂະນະນີ້, ຄະນະກຳມະການແນວໂຮມປະເທດຊາດ ບັນດາແຂວງ, ນະຄອນ ພວມສົມທົບກັບຄະນະກຳມະການປະຊາຊົນຂັ້ນດຽວກັນ ເພື່ອກະກຽມໃຫ້ແກ່ການຈັດຕັ້ງກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງເພື່ອໃຫ້ບັນດາຜູ້ສະໝັກເລືອກຕັ້ງປະຕິບັດສິດຂົນຂວາຍເລືອກຕັ້ງ.
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ວັນທາ ແສງເມືອງ ເປັນປະທານ, ສະຫາຍ ຄຳໄພ ພັນທອງດີ ເປັນຮອງປະທານຜູ້ທີ 1 ແລະ ສະຫາຍ ກັນຍາ ຄຳມຸງຄຸນ ເປັນຮອງປະທານຜູ້ທີ 2 ແລະ ເປັນປະທານກວດກາ ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານການຈັດຕັ້ງປະຕິບັດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສະຫະພັນກຳມະບານ ກະຊວງການຕ່າງປະເທດ ໃຫ້ປະກົດຜົນເປັນຈິງ.
ຍສໝ - ໃນຕອນບ່າຍຂອງວັນທີ 13 ພຶດສະພາ, ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຫ້ອງການກະຊວງການຕ່າງປະເທດລາວ ນໍາໂດຍທ່ານ ໂພໄຊ ໄຂຄຳພິທູນ ຫົວໜ້າຫ້ອງການກະຊວງການຕ່າງປະເທດລາວ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນລະຫວ່າງວັນທີ 12-14 ພຶດສະພາ.
ຄະນະຜູ້ແທນຂັ້ນສູງຂອງສູນກາງແນວລາວສ້າງຊາດ ນຳໂດຍທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການ ເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດພ້ອມຄະນະໄດ້ສຳເລັດການເຄື່ອນໄຫວຢ້ຽມຢາມ ສປ ຈີນ.
ວັນທີ 26 ມີນາ 2019 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານນາງ ເຈິນ ທິ ເຟືອງ ຮົ່ວ ປະທານສະຫະພັນແມ່ຍິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ພ້ອມຄະນະ ໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສະຫະພັນແມ່ຍິງ ນວ ວັນທີ 23-29 ມີນານີ້.
ວັນທີ 26 ມີນາ 2019 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານນາງ ເຈິນ ທິ ເຟືອງ ຮົ່ວ ປະທານສະຫະພັນແມ່ຍິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ພ້ອມຄະນະ ໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສະຫະພັນແມ່ຍິງ ນວ ວັນທີ 23-29 ມີນານີ້.
ລະຫວ່າງວັນທີ 20-21 ມັງກອນ 2019, ທ່ານ ສະ ເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນອີຢູຄັ້ງທີ 22 ທີ່ບຣຸກແຊນ, ປະເທດແບນຊິກ.
ສະຫາຍ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ພ້ອມດ້ວຍຄະນະໄດ້ເດີນທາງໄປເຂົ້າຮ່ວມພິທີເປີດສະພາວັດທະນະທໍາອາຊີ (Asian Cultural Council) ຂອງບັນດາພັກການເມືອງໃນອາຊີ (ໄອແຄັບ ICAPP) ແລະ ກອງປະຊຸມໂຕະມົນທີ່ກ່ຽວຂ້ອງທີ່ໄດ້ຈັດຂຶ້ນແຕ່ວັນທີ 14-17 ມັງກອນ ປີ 2019 ທີ່ຊຽມຣຽບ, ປະເທດກໍາປູເຈຍ.
ໃນຕອນເຊົ້າຂອງວັນທີ 23 ເດືອນມັງກອນ ປີ 2019, ສາຫາຍ ອີ ມື໋, ຮອງເລຂາຄະນະປະຈໍາພັກແຂວງກອນຕູມ ໄດ້ຕ້ອນຮັບຄະນະຜູ້ແທນແຂວງເຊກອງ ສປປ ລາວ ນໍາໂດຍທ່ານ ຄໍາພຽມ ບົວລະພາ, ຮອງເລຂາພັກແຂວງເຊກອງ, ປະທານສະມາຄົມມິດຕະພາບລາວ - ຫວຽດນາມ ແຂວງເຊກອງ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນແຂວງກອນຕູມ.
ຄະນະຜູ້ແທນລາວ ນຳໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະໄດ້ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ແຮງງານອາຊຽນສະໄໝພິເສດວ່າດ້ວຍວຽກໃນອານາຄົດ, ການນໍາໃຊ້ເຕັກໂນໂລຊີ ແລະ ການເຕີບໂຕແບບມີສ່ວນຮ່ວມແມ່ນຂໍ້ລິເລີ່ມຂອງລັດຖະມົນຕີແຮງງານອາຊຽນ.
ຍສໝ - ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານ Patrick Leahy ຕ່າງກໍເນັ້ນໜັກວ່າ ການພົບປະແລກປ່ຽນຄະນະຜູ້ແທນລະຫວ່າງລັດຖະບານ, ສະພາແຫ່ງຊາດ ແມ່ນຈໍາເປັນທີ່ສຸດ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ.
ວັນທີ 29 ມີນາຜ່ານມາ, ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ລີຊູຢອງ ກຳມະການກົມການເມືອງສູນກາງພັກຮອງປະທານພັກແຮງງານເກົາຫຼີ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກແຮງງານເກົາຫຼີພ້ອມດ້ວຍຄະນະທີ່ສຳນັກງານນາຍົກລັດຖະມົນຕີໃນໂອກາດມາເຄື່ອນໄຫວຢ້ຽມຢາມ ສປປ ລາວ.