| |
ສື່ມວນຊົນສາກົນທີ່ມີຄວາມປະທັບໃຈໃນບັນຍາກາດຕ້ອນຮັບປະທານ ສປປ ເກົາຫຼີ Kim Jong-un
ສື່ມວນຊົນ ສປປ ເກົາຫລີ ໄດ້ລົ່ງຂ່າວກ່ຽວກັບດ້ານຄວາມປອດໄພ, ການກະກ່ຽມຂອງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມໃນການຕອນຮັບການນໍາ ສປປ ເກົາຫຼີ. ຂ່າວສານ AFP (ປະເທດຝຣັ່ງ) ກໍ່ມີຄວາມປະທັບໃຈໃນບັນຍາກາດຕ້ອນຮັບຜູ້ນໍາ Kim Jong-un ຢູ່ສະຖານີລົດໄຟດົ່ງດັງ (ລ້າງເຊີນ) ເຊິ່ງທີ່ມີປະຊາຊົນ ແລະ ນັກຮຽນຈໍານວນຫຼວງຫລາຍທີ່ຖືທຸງຊາດ ຫວຽດນາມ ແລະ ທຸງຊາດ ສປປ ເກົາຫຼີ ຢືນຢູ່ຕາມແຄມທາງເພື່ອຕ້ອນຮັບການນໍາ ສປປ ເກົາຫຼີ. ວຽກງານດ້ານຄວາມປອດໄພຢູ່ສະຖານີລົດໄຟໄດ້ຮັບປະກັນເປັນຢ່າງດີ.
| |
ຕາມຂ່າວຂອງນັກຂ່າວສໍານັກຂ່າວສານອິນໂດນີເຊຍໃຫ້ຮູ້ວ່າ, ສື່ມວນຊົນອິນໂດເນເຊຍຍັງສືບຕໍ່ອັບເດດຂໍ້ມູນກ່ຽວກັບກອງປະຊຸມສຸດຍອດຄັ້ງທີສອງລະຫວ່າງສະຫະລັດອາເມລິກາ - ສປປ ເກົາຫລີ ແລະ ວຽກງານການກະກຽມຂອງປະເທດຫວຽດນາມ.
| |
ຫນັງສືພິມ Kompas ລະບຸວ່າເນື່ອງຈາກຫວຽດນາມທີ່ມີການພົວພັນທາງການທູດກັບສະຫະລັດອາເມລິກາ ແລະ ສປປ ເກົາຫລີ; ສະຖານະການຄວາມປອດໄພທີ່ມີຄວາມສະຖຽນລະພາບແມ່ນປັດໃຈທີ່ຊ່ວຍໃຫ້ຮ່າໂນ້ຍໄດ້ເລືອກເປັນສະຖານທີ່ເພື່ອຈັດກອງປະຊຸມເຊິ່ງມີຄວາມຫມາຍພິເສດໃນຄັ້ງນີ້. ນອກຈາກນັ້ນ, ຫວຽດນາມກໍ່ມີປະສົບການຫຼາຍຢ່າງໃນການຈັດສໍາເລັດບັນດາກອງປະຊຸມຕ່າງໆ, ເຫດການສາກົນທີ່ຍິ່ງໃຫຍ່ກໍ່ແມ່ນປັດໃຈທີ່ຊ່ວຍໃຫ້ຫວຽດນາມກາຍເປັນເຈົ້າພາບໃນການຈັດຕັ້ງເຫດການຄັ້ງນີ້.
| |
ບັນດາຫນັງສືພິມ Tempo, ຂ່າວສານ Antara ແລະ ບັນດາຫນັງສືພິມທ້ອງຖິ່ນອື່ນໆກໍ່ມີຄວາມປະທັບໃຈໃນການກຽມພ້ອມ, ຮັບປະກັນດ້ານຄວາມປອດໄພຢ່າງແທ້ຈິງຕາມເສັ້ນທາງເພື່ອຕ້ອນຮັບຜູ້ນໍາ ສປປ ເກົາຫຼີ Kim Jong-un ມາ ຫວຽດນາມ.
|
|
ນອກຈາກບັນດາຂໍ້ມູນຕ່າງໆທີ່ກ່ຽວຂ້ອງໂດຍກົງກ່ຽວກັບກອງປະຊຸມສຸດຍອດຄັ້ງທີສອງລະຫວ່າງສະຫະລັດ ອາເມລິກາ - ສປປ ເກົາຫລີ, ສື່ມວນຊົນອິນໂດເນເຊຍຍັງໄດ້ລົງຂ່າວຫຼາຍຢ່າງກ່ຽວກັບນະຄອນຫຼວງຮ່າໂນ້ຍ ແລະ ປະເທດຫວຽດນາມ ພ້ອມດ້ວຍຄາດຫວັງສັນຕິພາບ, ການໄກ່ເກ່ຍ, ຄວາມເປັນມິດ ແລະ ການພັດທະນາເປັນເອກອ້າງທະນົງຕົວໃຈຂອງຫວຽດນາມ.
(ໄຊພອນ)