ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ສະເຫຼີມສະຫຼອງ ວັນຄູ ຫວຽດນາມ 20 ພະຈິກ

06:00 | 20/11/2019

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄູ ຫວຽດນາມ ຄືວັນທີ 20 ພະຈິກ, ທ່ານ ຟຸ່ງຊວັນຍະ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນເຖິງພະນັກງານ, ຄູອາຈານ, ພາລະກອນທີ່ໄດ້ ແລະ ພວມເຮັດວຽກໃນຂະແໜງການສຶກສາ.

ໃນຈົດໝາຍ, ທ່ານລັດຖະມົນຕີ ໄດ້ເນັ້ນໜັກວ່າ: ສົກຮຽນປີ 2018 – 2019, ຂະແໜງສຶກສາຂອງປະເທດຊາດສືບຕໍ່ບັນລຸໄດ້ບັນດາໝາກຜົນສຳຄັນມີລັກສະນະບານພັນບົນເສັ້ນທາງແຫ່ງການປ່ຽນແປງໃໝ່ພື້ນຖານການສຶກສາຢ່າງຮອບດ້ານ.

ເພື່ອຜັນຂະຫຍາຍສຳເລັດຫຼັກສູດການສຶກສາຂັ້ນສາມັນໃໝ່ນັ້ນ, ປັດໄຈທີ່ມີລັກສະນະຕັດສິນຊີ້ຂາດຕົ້ນຕໍແມ່ນຖັນແຖວຄູອາຈານ. ຫວນຄືນປີ 2019, ຖັນແຖວຄູອາຈານ, ພະນັກງານຄຸ້ມຄອງການສຶກສາໃນທົ່ວປະເທດບໍ່ພຽງແຕ່ມີຄວາມມານະພະຍາຍາມປະຕິບັດໃຫ້ສຳເລັດໜ້າທີ່ສອນດີ, ຄຸ້ມຄອງດີເທົ່ານັ້ນ ແຕ່ຍັງປັບຕົວໃຫ້ເຂົ້າກັບການປ່ຽນແປງໃໝ່ອີກດ້ວຍ.

ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ສະເຫຼີມສະຫຼອງ ວັນຄູ ຫວຽດນາມ 20 ພະຈິກ

ທ່ານນາຍົກລັດຖະມົນຕີເຂົ້າຮ່ວມພິທີໄຂສົກຮຽນ ແລະ ໂອ້ລົມກັບຄູໂຮງຮຽນປະຖົມສຶກສາເຕິນຮ໊ວາ, ແຂວງກ໋ວາງບີ່ງ

ທ່ານລັດຖະມົນຕີເຊື່ອໝັ້ນວ່າ ຄູອາຈານ, ພະນັກງານຄຸ້ມຄອງການສຶກສາແຕ່ລະຄົນຈະຕ້ອງຮັກສາຄວາມສຸດຈິດສຸດໃຈ, ຄວາມເມົາມົວຫຼົງໄຫຼກັບອາຊີບ, ເພື່ອພາລະກິດ “ສ້າງຄົນ” ອັນສູງສົ່ງໃຫ້ແກ່ປະເທດຊາດ.

ເນື່ອງໃນໂອກາດນີ້, ບັນດາທ້ອງຖິ່ນຕ່າງໆໃນທົ່ວປະເທດກໍ່ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະແດງຄວາມຮູ້ບຸນຄຸນຂອງຖັນແຖວຄູອາຈານ.

(ຄຳຮຸ່ງ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ