ນ້ຳຕົກຕາດສາຍຮຸ້ງ ທີ່ມີເອກະລັກສະເພາະ

17:00 | 14/08/2019

ຍສໝ - ນອກຈາກທິວທັດທຳມະຊາດທີ່ຍັງຄົງປະຖົມປະຖານ, ສວຍງາມ ພ້ອມທັງປະສົບການທີ່ບໍ່ອາດລືມໄດ້ໃນການເດີນທາງ, ເມື່ອມາຮອດ ນ້ຳຕົກຕາດ ອາກາ (ບ້ານ A2, ຕາແສງເຮືອງເຊີນ, ເມືອງນາມດົງ), ແນ່ນອນວ່າແຂກທ່ອງທ່ຽວຈະບໍ່ເສຍໃຈ ເມື່ອໄດ້ເຫັນພາບທຳມະຊາດອັນສວຍງາມ ແລະ ເປັນເອກະລັກນີ້.

ນ້ຳຕົກຕາດສາຍຮຸ້ງ ທີ່ມີເອກະລັກສະເພາະ

ນີ້ແມ່ນເຫດຜົນທີ່ນ້ຳ ຕົກຕາດ ອາກາ ໄດ້ຊື້ວ່າ ນ້ຳຕົກຕາດສາຍຮຸ້ງ.(ພາບ:ຮ່ານດັງ/baothuathienhue.vn)

ຈາກເທດສະບານເມືອງ ແຄແຈ ປະມານ 7 ກິໂລແມັດ ໄປຍັງບ້ານ A2, ເມືອງເຮືອງເຊີນ, ຈາກນັ້ນແຂກຈະຂີ່ເຮືອ ປະຊາຊົນທ້ອງຖິ່ນ ລ່ອງໄປຕາມສາຍນຳ້ ຕ໋າແຈັກ ລົງໄປຫານ້ຳ ຕົກຕາດອາກາ.

ໃນການລ່ອງແພຕາມແມ່ນ້ຳ ປະມານ 20 ນາທີ, ຫລັງຈາກໄດ້ເຫັນໄຮ່, ສວນທີ່ປະຊາຊນປູກ, ເພີ່ມພູນຜະລິດຜົນ, ຫາປູປາກຸ້ງຫອຍ ... ຢູ່ສອງຝັ່ງຂອງໜອງນຳ້ຕົກຕາດ, ເຮືອແພຈະນຳພານັກທ່ອງທ່ຽວໄປຊົມທິວທັດທີ່ສວຍງາມ, ເຢັນສະບາຍ ເຊິ່ງຖືກປົກຄຸມໄປດ້ວຍປ່າໄມ້ອັນຂຽວອຸ່ມທຸ່ມ, ພູຜາຫີນຊັນ, ໂຂດຫີນມີຮູບຊົງທີ່ແຕກຕ່າງກັນ ແລະ ເປັນເອກະລັກແປກຕາແປກໃຈຫຼາຍ.

ເມື່ອສືບຕໍ່ລ່ອງໄປຕາມແມ່ນຳ້, ຜ່ານໂຂດຫິນນ້ອຍໃຫຍ່, ເຮືອແພຈະມາຢຸດຢູ່ທ່າຈອດຄົງທີ່ ເພື່ອໃຫ້ແຂກນັກທ່ອງທ່ຽວ ເລີ່ມຕົ້ນຍ່າງ ປະມານ10 ນາທີ ອີກເພື່ອໄປສູ່ນ້ຳ ຕົກຕາດ ອາກາ - ນ້ຳ ຕົກຕາດທີ່ປະຊາຊົນ ຢູ່ທີ່ນີ້ໃຫ້ຊື່ວ່າ: ນຳ້ຕົົກຕາດສາຍຮຸ້ງ - ສະຖານທີ່ທ່ອງທ່ຽວທີ່ສວຍງາມ, ມີເອກະລັກສະເພາະ ແລະ ຍັງບໍ່ທັນໄດ້ເປັນທີ່ຮູ້ຈັກຂອງຫຼາຍຄົນ.

ນ້ຳຕົກຕາດ ອາກາ ຕັ້ງຢູ່ລະຫວ່າງໜ້າຜາສູງ, ມີທັງມວນພຶກສາຊາດທີ່ຍັງຄົງປະຖົມປະຖານ, ປົກຫຸ້ມບັງແສງຕາເວັນ. ແນມຈາກເບື້ອງສູງ, ຈະເຫັນກະແສນ້ຳສີຂຽວ, ສີໄສໄຫຼເຢັນເຮັດໃຫ້ມີຄວາມຮູ້ສຶກຜ່ອນຄາຍ, ສະຫງົບ, ແນ່ນອນນີ້ກໍ່ແມ່ນຊ່ວງເວລາທີ່ສຽງນຳ້ຕົກຕາດດັງກ້ອງຂື້ນບໍ່ຢຸດຢ່ອນ ເມື່ອໄດ້ເຫັນແສງແດດຕ້ອງອາຍນຳ້ ເບິ່ງຄືຈະຈັບຕ້ອງໄດ້ສາຍຮູ້ງທີ່ເກີດຈະປະກົດການຂອງທຳມະຊາດ ແຕ່ງສັນປັນແຕ່ງຂື້ນນັ້ນໄດ້.

ຮ່ວມກັບ ThuaThienHue Online ໄດ້ຄົ້ນພົບພາບຄວາມປະທັບໃຈທີ່ເປັນເອກະລັກສະເພາະຢູ່ ນ້ຳຕົກຕາດ ອາກາ:

ນ້ຳຕົກຕາດສາຍຮຸ້ງ ທີ່ມີເອກະລັກສະເພາະ

ເພື່ອຈຳໄປຫາ ນ້ຳຕົກຕາດ ອາກາ ຕ້ອງໄດ້ຂີ່ເຮືອແພ ລ່ອງໄປຕາມລຳນ້ຳ ຕ໋າແຈັກ

ນ້ຳຕົກຕາດສາຍຮຸ້ງ ທີ່ມີເອກະລັກສະເພາະ

ນີ້ກໍ່ແມ່ນການເດີນທາງທີ່ໜ້າຈົດຈຳ ເມື່ອແຂກນັກທ່ອງທ່ຽວອາດຈະສຳຜັດ ຫຼື ເຂົ້າຮ່ວມກິຈະກຳ ທີ່ໜ້າສົນໃຈຫຼາຍຢ່າງ

ນ້ຳຕົກຕາດສາຍຮຸ້ງ ທີ່ມີເອກະລັກສະເພາະ

ຍ່າງປະມານ 10 ນາທີ ໄປຫານ້ຳຕົກຕາດອາກາ ແມ່ນການເດີນທາງຜ່ານທິວທັດ ທຳມະຊາດອັນປະຖົມປະຖານ ແລະ ສວຍງາມ

ນ້ຳຕົກຕາດສາຍຮຸ້ງ ທີ່ມີເອກະລັກສະເພາະ

ທຳມະຊາດ ທີ່ໜ້າຕື່ນຕາຕື່ນໃຈ ແລະ ດຶງດູດ

ນ້ຳຕົກຕາດສາຍຮຸ້ງ ທີ່ມີເອກະລັກສະເພາະ

ລົງຫຼິ້ນນຳ້ທີ່ໄສເຢັນ ແລະ ສຳຜັດກັບສາຍຮຸ້ງ

ນ້ຳຕົກຕາດສາຍຮຸ້ງ ທີ່ມີເອກະລັກສະເພາະ

ຖຽງຂອງປະຊາຊົນທ້ອງຖິ່ນເພື່ອຮັບໃຊ້ໃນການຜັກຜ່ອນ, ແຕ່ງກິນເມື່ອມາຮອດ

ນ້ຳຕົກຕາດສາຍຮຸ້ງ ທີ່ມີເອກະລັກສະເພາະ

ໃນຄະນະທີ່ແຊ່ນ້ຳ, ນັກທ່ອງທ່ຽວ ມຸດນຳ້ຫາປາໄປນຳເລີຍກໍ່ໄດ້

ນ້ຳຕົກຕາດສາຍຮຸ້ງ ທີ່ມີເອກະລັກສະເພາະ

ປີ້ງໄກ່ບ້ານແມ່ນອາຫານພິເສດທີ່ຂາດບໍ່ໄດ້ໃນການເດີນທາງ

ນ້ຳຕົກຕາດສາຍຮຸ້ງ ທີ່ມີເອກະລັກສະເພາະ

ດ້ວຍ“ຊຸດ combo ” ລາຄາ 5ແສນດົ່ງ / ຄົນ, ນັກທ່ອງທ່ຽວ ຈະໄດ້ຮັບການບໍລິການນັບແຕ່ພາຫະນະຂົນສົ່ງ, ພາທ່ອງ, ພາເຂົ້າ ເຊິ່ງປະກອບມີອາຫານເອກກະລັກຂອງພູຜາປ່າດົງ ແລະ ເຄື່ອງດື່ມຂອງປະຊາຊົນທ້ອງຖິ່ນເປັນຜູ້ແຕ່ງ.

(ຫັດ​ທະ​ບູນ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ