|
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ອວຍພອນປີໃໝ່ບັນດານັກປະຕິວັດຜູ້ອາວຸໂສ, ການນໍາ ແລະອະດີດການນໍາພັກ, ລັດ. (ພາບ: ສໍານັກຂ່າວສານຫວຽດນາມ)
ເຂົ້າຮ່ວມລາຍການຍັງມີບັນດາການນຳພັກ, ລັດ, ອະດີດການນໍາພັກ, ລັດ, ສະພາແຫ່ງຊາດ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ການນໍາບັນດາຄະນະ, ກະຊວງ, ຂະແໜງການ, ອົງການສູນກາງ ແລະນະຄອນຮ່າໂນ້ຍ ອີກດ້ວຍ.
ໃນບັນຍາກາດອັນອົບອຸ່ນຂອງລະດູບານໃໝ່ທີ່ເຕັມໄປດ້ວຍຄວາມເຊື່ອໝັ້ນ, ຄວາມເບີກບານມ່ວນຊື່ນ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ພ້ອມກັບບັນດາຜູ້ແທນທີ່ມີໜ້າຢູ່ທີ່ນີ້ໄດ້ຍົກຈອກອວຍພອນພາລະກິດປະຕິວັດຂອງປະຊາຊົນເຮົາບັນລຸໄດ້ຜົນງານອັນໃຫຍ່ຫຼວງກວ່າອີກ; ອວຍພອນພັກກອມມູນິດຫວຽດນາມນັບມື້ນັບໝັ້ນຄົງເຂັ້ມແຂງ, ເຕີບໃຫຍ່; ປະເທດຊາດນັບມື້ນັບພັດທະນາ; ສີວິໄລ; ແຕ່ລະຄອບຄົວ, ແຕ່ລະຄົນມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ປະສົບຜົນສໍາເລັດໃນໜ້າທີ່ການງານ, ບັນລຸໄດ້ໝາກຜົນຫຼາຍຢ່າງ; ປະຊາຊົນເຮົານັບມື້ນັບອີ່ມໜໍາສໍາລານ, ທຸກໆຄອບຄົວມີຄວາມເບີກບານມ່ວນຊື່ນ, ປະຊາຊົນຜູ້ໃດກໍ່ມີຄວາມຜາສຸກ.
(ແຫຼ່ງຂໍ້ມູນ: ໄຊຊະນະ/ກປ.ອອນໄລ)