ຕາມຂໍ້ມູນຂ່າວສານຈາກສູນພະຍາກອນອຸຕຸນິຍົມ ແລະ ອຸທົກກະສາດ ແຫ່ງຊາດ: ອາກາດໜາວຈັດຈະສືບຕໍ່ແກ່ຍາວເວລາປະມານສາມ ຫຼື ສີ່ວັນຕົ້ນເດືອນ ມັງກອນ ປີ 2019, ກາງທ້າຍເດືອນ ມັງກອນ ປີ 2019 ອາດຈະເກີດອາດາດໜາວຈັດແຕ່ອາກາດໜາວຈັດບໍ່ໄດ້ແກ່ຍາວເວລາ.
ນອກຈາກນັ້ນ, ສະພາບອາດາດມີການປ່ຽນແປງກໍ່ຈະເດີດຂຶ້ນທົ່ວປະເທດ. ໂດຍສະເພາະອາກາດໜາວຈັດຈະເດີດຂຶ້ນຢູ່ບັນດາແຂວງພາກເໜືອ. ສະພາບຝົນຕົກພ້ອມມີລົມພັດແຮງອາດຈະເກີດຂຶ້ນຢູ່ເຂດພູດ້ອຍ ແລະ ພາກໃຕ້. ຝົນຕົກແຮງອາດຈະເກີດຂຶ້ນຢູ່ເຂດພາກກາງ.
|
ນ້ຳຄ້າງເກາະຕາມຕົ້ນໄມ້ ແລະ ຫຍ້າ ຕາມທາງຍ່າງ.
ໂດຍລວມ, ອຸນຫະພູມສະເລ່ຍໃນເດືອນມັງກອນຢູ່ທົ່ວປະເທດຈະສູງກວ່າແຕ່ 0,5 - 1 ອົງສາຖ້າທຽບໃສ່ກັບອຸນຫະພູມຂອງໄລຍະເວລາດຽວກັນຂອງຫລາຍປີຜ່ານມາ. ຢູ່ພາກເໜືອມີຝົນຕົກຫລາຍກວ່າຖ້າທຽບໃສ່ກັບໄລຍະເວລາດຽວກັນຂອງຫລາຍປີຜ່ານມາ, ກາງເດືອນມັງກອນມີຝົນຕົກແຮງ, ປະລິມານນໍ້າຝົນທັງໝົດແຕ່ 25 - 50 ມມ, ປະລິມານນໍ້າຝົນທັງໝົດຢູ່ເຂດພາກກາງໃນເດືອນມັງກອນສູງກວ່າຫລາຍປີຜ່ານມາ ແຕ່ 20 - 50%, ປະລິມານນໍ້າຝົນທັງໝົດຢູ່ເຂດພູດ້ອຍ ແລະ ເຂດພາກໃຕ້ໃນເດືອນມັງກອນສູງກວ່າຫລາຍປີຜ່ານມາ, ໃນນັ້ນປະລິມານນໍ້າຝົນທັງໝົດຢູ່ເຂດພູດ້ອຍແຕ່ 30 - 50 ມມ, ປະລິມານນໍ້າຝົນທັງໝົດຢູ່ເຂດພາກໃຕ້ແຕ່ 40 - 70 ມມ, ປະລິມານນໍ້າຝົນທັງໝົດຢູ່ເຂດພາກຕາເວັນຕົກແຕ່ 50 - 100 ມມ. ໂດຍສະເພາະ, ອຸນຫະພູນສະເລ່ຍແຕ່ວັນທີ 1 ເດືອນ ມັງກອນ ຫາ ວັນທີ 10 ເດືອນ ມັງກອນ ຢູ່ເຂດພາກເໜືອຕໍ່າກວ່າຫລາຍປີຜ່ານມາ, ອຸນຫະພູມຢູ່ເຂດອື່ນໆເທົ່າກັບອຸນຫະພູມຂອງໄລຍະເວລາດຽວກັນຂອງຫລາຍປີຜ່ານມາ. ປະລິມານນໍ້າຝົນທັງໝົດຢູ່ທົ່ວປະເທດສູງກວ່າຫລາຍປີຜ່ານມາ.
|
ອາກາດໜາວຈັດ ຢູ່ ເມົ້າເຊີນ.
ແຕ່ວັນທີ 11 ເດືອນ ມັງກອນ ຫາ ວັນທີ 20 ເດືອນ ມັງກອນ, ອຸນຫະພູນສະເລ່ຍຢູ່ທົ່ວປະເທດສູງກວ່າຫລາຍປີຜ່ານມາ. ປະລິມານນໍ້າຝົນຢູ່ເຂດພາກເໜືອ, ເຂດພູດອຍ ແລະ ເຂດພາກໃຕ້ ເທົ່າກັບໄລຍະເວລາດຽວກັນຂອງຫລາຍປີຜ່ານມາ, ສະເພາະເຂດພາກກາງມີປະລິມານນໍ້າຝົນສູງກວ່າຖ້າທຽບໃສ່ກັບຫລາຍປີຜ່ານມາ.
ແຕ່ວັນທີ 21 ເດືອນ ມັງກອນ ຫາ ວັນທີ 31 ເດືອນ ມັງກອນ, ອຸນຫະພູນສະເລ່ຍທົ່ວປະເທດສູງກວ່າຖ້າທຽບໃສ່ກັບຫລາຍປີຜ່ານມາ. ປະລິມານນໍ້າຝົນທົ່ວປະເທດຕໍ່າກວ່າຖ້າທຽບໃສ່ກັບໄລຍະເວລາດຽວກັນຂອງຫລາຍປີຜ່ານມາ.
(ວັນ ສື້)