ຮອງນາຍົກເນັ້ນການປັບປຸງກົງຈັກການຈັດຕັ້ງ ໃນຕໍ່ໜ້າ ຕ້ອງຮັດກຸມຈະແຈ້ງ

07:03 | 03/09/2019

ຜ່ານມາການປັບປຸງກົງຈັກການຈັດຕັ້ງ ໃນລະບົບການ ເມືອງຂັ້ນຕ່າງໆຍັງບໍ່ທັນກະ ທັດຮັດ, ໜັກແໜ້ນ, ເຂັ້ມແຂງ, ໂປ່ງໃສ, ມີປະສິດທິຜົນ ແລະ ບໍ່ທັນສອດຄ່ອງກັບສະພາບຕົວຈິງ. ຕໍ່ສະພາບດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຄະ ນະເລຂາທິການສູນກາງພັກຮອງນາຍົກລັດຖະມົນຕີ ປະ ທານຄະນະກວດກາສູນກາງພັກ ປະທານອົງການກວດກາ ລັດຖະບານ ແລະ ຫົວໜ້າອົງ ການຕ້ານການສໍ້ລາດບັງຫຼວງ ໄດ້ເນັ້ນທິດທາງແຜນ ການປັບປຸງກົງຈັກການຈັດຕັ້ງໃນຕໍ່ ໜ້າໃຫ້ຄະນະປັບປຸງກົງຈັກ ການ ຈັດຕັ້ງແຕ່ລະຂັ້ນຕ້ອງເອົາ ໃຈໃສ່ປັບປຸງພາລະບົດບາດ, ໜ້າທີ່-ຂອບເຂດສິດ, ໂຄງປະກອບກົງຈັກ, ການສັບຊ້ອນບຸກຄະລາກອນ ແລະ ປັບປຸງກົນໄກ, ລະ ບອບລະບຽບການພົວພັນປະ ສານງານໃຫ້ຮັດກຸມຈະແຈ້ງຂຶ້ນຕື່ມ.

ຮອງນາຍົກເນັ້ນການປັບປຸງກົງຈັກການຈັດຕັ້ງ ໃນຕໍ່ໜ້າ ຕ້ອງຮັດກຸມຈະແຈ້ງ

ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຄະ ນະເລຂາທິການສູນກາງພັກຮອງນາຍົກລັດຖະມົນຕີ ປະ ທານຄະນະກວດກາສູນກາງພັກ ປະທານອົງການກວດກາ ລັດຖະບານ ແລະ ຫົວໜ້າອົງ ການຕ້ານການສໍ້ລາດບັງຫຼວງ.

ໂອກາດເປັນປະທານກອງ ປະຊຸມປຶກສາຫາລືການປັບປຸງກົງຈັກການຈັດຕັ້ງລັດທີ່ໄດ້ຈັດຂຶ້ນໃນວັນທີ 30 ສິງຫານີ້ ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມທ່ານ ບຸນທອງ ຈິດມະນີ ໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍຍົກໃຫ້ເຫັນຈຸດອ່ອນ, ຂໍ້ຄົງ ຄ້າງທີ່ຕ້ອງໄດ້ບຸກທະລຸປັບປຸງ ໃຫ້ສຳເລັດ ແລະ ເນັ້ນທິດທາງ ແຜນການປັບປຸງກົງຈັກການ ຈັດຕັ້ງໃນຕໍ່ໜ້າ ຊຶ່ງໃນຈຳນວນກົງຈັກ 38 ພາກສ່ວນໃນທົ່ວລະ ບົບການເມືອງ (ຂັ້ນສູນກາງ) ເຫັນວ່າກົງຈັກໃນຂົງເຂດລັດ ຖະບານມີຫຼາຍ ແລະ ໃຫຍ່ໂຕພໍສົມຄວນ ມີ 351 ກົມ ແລະ 1.877 ພະແນກ ໃນນີ້ມີກົມ, ພະແນກຈຳນວນບໍ່ໜ້ອຍ ເຮັດວຽກຊໍ້າຊ້ອນໜ້າທີ່ກັນ; ບາງກະຊວງ, ອົງການ ແລະ ທ້ອງຖິ່ນຍັງບໍ່ເຂັ້ມງວດເທົ່າທີ່ຄວນ ໃນການຈັດຕັ້ງປະຕິ ບັດຄຳສັ່ງ 03/ນຍ ວ່າດ້ວຍການປັບປຸງຄຸນນະພາບການເຄື່ອນໄຫວຂອງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່; ການກຳນົດຕຳແໜ່ງງານຜ່ານມາ ບາງກະຊວງ, ອົງການ ແລະ ອົງການປົກຄອງຂັ້ນທ້ອງຖິ່ນ ບໍ່ໄດ້ກຳນົດຕຳແໜ່ງງານ ແຕ່ພັດຢາກໄດ້ໂກຕ້າລັດຖະກອນຫຼາຍ ແລະ ກົງຈັກຢູ່ທ້ອງຖິ່ນຈຳນວນໜຶ່ງມີລັກສະນະລອກແບບກົງຈັກຂອງສູນກາງ.

ຕໍ່ສະພາບດັ່ງກ່າວ, ຄະນະປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ ຕ້ອງເອົາໃຈໃສ່ປັບປຸງພາລະບົດບາດ, ໜ້າທີ່-ຂອບເຂດສິດ, ໂຄງປະກອບກົງຈັກ, ການສັບຊ້ອນບຸກຄະລາກອນ ແລະ ປັບ ປຸງກົນໄກ, ລະບອບລະບຽບ, ການພົວພັນປະສານງານໃຫ້ຮັດກຸມຈະແຈ້ງຂຶ້ນຕື່ມ ໂດຍມີ ເປົ້າໝາຍ ແລະ ເນື້ອໃນການປັບປຸງຄື: ເປົ້າໝາຍການປັບ ປຸງແມ່ນເລັ່ງໃສ່ກົງຈັກການ ຈັດຕັ້ງຂອງລັດຖະບານ (ກະ ຊວງ, ອົງການ) ວ່າ ຫຼັງກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ກອງປະຊຸມຄັ້ງປະຖົມມະ ລືກຂອງສະພາແຫ່ງຊາດ ຊຸດທີ IX ຄວນຈະມີຈັກກະຊວງ, ອົງການ? ຫຼື ຈະຮັກສາໄວ້ຄື ເກົ່າ?, ກົງຈັກຂອງແຂວງ-ກົງ ຈັກຂອງເມືອງ ເບິ່ງຄືນພະແນກ ຂັ້ນແຂວງ ຄວນມີຈັກຂະແໜງ; ຫ້ອງການຂັ້ນເມືອງຄວນມີຈັກໜ່ວຍງານ, ເມືອງໃດຄວນມີກົງ ຈັກຕາມສາຍຕັ້ງ. ກໍລະນີບໍລິມາດວຽກບໍ່ທັນຫຼາຍກໍມອບໃຫ້ ພະແນກທີ່ກ່ຽວຂ້ອງຮັບຜິດ ຊອບເລີຍໄດ້ບໍ? ສ່ວນອົງການເສນາທິການຂອງສູນກາງພັກ, ສະພາແຫ່ງຊາດ, ສານ-ໄອຍະການປະຊາຊົນ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ກໍຄົ້ນຄ້ວາປັບປຸງກົງຈັກຂັ້ນກົມ, ຂັ້ນພະແນກ, ຂະແໜງ ຫຼື ໜ່ວຍງານຈຸດບໍ່ສອດຄ່ອງເຊັ່ນດຽວກັນ.

ເນື້ອໃນຂອງການປັບປຸງ ແມ່ນສະຫຼຸບຕີລາຄາ, ທົບທວນ, ປັບປຸງພາລະບົດບາດ, ໜ້າທີ່ - ຂອບເຂດສິດຂອງກະຊວງ- ອົງການ, ພະແນກຂັ້ນແຂວງ, ຫ້ອງການຂັ້ນເມືອງ; ຄົ້ນຄວ້າປັບປຸງກົງຈັກຂອງກະຊວງ-ອົງການ, ແຕ່ລະກະຊວງ-ອົງ ການຈະໃຫ້ມີຈັກກົມ-ຈັກພະແນກ?; ກົງຈັກຂອງທ້ອງຖິ່ນຕ້ອງສອດຄ່ອງກັບສະພາບຕົວຈິງຂອງທ້ອງຖິ່ນ, ຫ້າມເຮັດລັກສະນະກົນຈັກລອກແບບຢູ່ສູນກາງມີເທົ່າໃດກະຊວງ-ອົງ ການ, ເທົ່າໃດກົມກອງຢູ່ທ້ອງ ຖິ່ນກໍຕ້ອງມີເທົ່ານັ້ນພະແນກ, ຂະແໜງ, ຫ້ອງການ; ຄົ້ນຄວ້າເບິ່ງຄືນຕໍາແໜ່ງງານ ແລະ ມາດ ຕະຖານຂອງຕໍາແໜ່ງງານ; ເບິ່ງຄືນ ແລະ ປັບປຸງກົນໄກ, ລະບອບລະບຽບການຕ່າງໆ ເລີ່ມແຕ່ກົດໝາຍ, ດຳລັດ ແລະ ລະບຽບການສະເພາະຂອງກະ ຊວງ ລວມທັງຄົ້ນຄວ້າການຄຸ້ມຄອງລາຍຮັບ-ລາຍຈ່າຍ. ກອງປະຊຸມຄັ້ງນີ້ມີທ່ານລັດຖະມົນຕີ-ບັນດາທ່່ານຮອງ ລັດຖະມົນຕີ, ຫົວໜ້າ-ຮອງຫົວ ໜ້າອົງການລັດທຽບເທົ່າຂັ້ນສູນກາງ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ຄະນະຫ້ອງ ການ, ບັນດາກົມ, ສະຖາບັນ ແລະ ສູນທີ່ສັງກັດກະຊວງພາຍໃນເຂົ້າຮ່ວມ.

(ແຫຼ່ງ​ຂໍ້​ມູນ​: www.pasaxon.org.la)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ