|
ຄະນະຜູ້ແທນຂັ້ນສູງພັກແຮງງານເກົາຫຼີ ຢ້ຽມຢາມ ສປປ ລາວ
ໃນໄລຍະຢູ່ຢ້ຽມຢາມ, ຄະນະຜູ້ແທນຂັ້ນສູງພັກແຮງງານເກົາຫຼີ ໄດ້ເຂົ້າຢ້ຽມຂາໍ່ນັບ ສະຫາຍ ບຸນຍັງ ວໍລະຈິດ ເລ ຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ; ໃນຕອນເຊົ້າທີ 28 ມີນານີ້ທີ່ຫ້ອງວ່າການສູນກາງພັກ ໂອກາດດັ່ງກ່າວສະຫາຍ ບຸນຍັງວໍລະຈິດ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ຄະນະຜູ້ແທນຂັ້ນສູງພັກແຮງງານເກົາຫຼີ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ສປປ ລາວ-ສປປ ເກົາຫຼີ; ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ, ສະຫາຍ ລີຊູຢອງ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມຂອງສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ໃນຄັ້ງນີ້ ພ້ອມທັງໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ຈາກ ສະຫາຍ ກິມເຈິງອຸນ, ປະທານພັກແຮງງານເກົາຫຼີ, ປະທານຄະນະກຳມາທິການກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ, ຜູ້ບັນຊາການສູງສຸດຂອງ ກອງທັບ ສປປ ເກົາຫຼີ ມາຍັງ ສະຫາຍ ບຸນຍັງ ວໍລະຈິດ ແລະ ການນຳຂອງພັກ-ລັດຂອງລາວ;ສະຫາຍ ລີຊູຢອງຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຮອບດ້ານ ທີ່ປະຊາຊົນລາວ ຍາດມາໄດ້ ຕະຫຼອດໄລຍະ 3 ປີທີ່ຜ່ານມາ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ປປ ລາວ ແລະ ແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ ປປ ລາວ ອັນມີ ສະຫາຍ ບຸນຍັງ ວໍລະຈິດ ເປັນຜູ້ນຳໜ້ານັ້ນ, ປະຊາຊົນລາວ ຈະສາມາດຍາດໄດ້ຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.
ໃນຕອນເຊົ້າວັນດຽວກັນສະຫາຍ ລີຊູຢອງ ພ້ອມຄະນະກໍໄດ້ພົບປະສອງຝ່າຍຊຶ່ງຝ່າຍລາວນຳໂດຍສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ຊຶ່ງທັງສອງຝ່າຍໄດ້ສະແດງຄວາມປິຕິຍິນດີ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ-ສປປ ເກົາຫຼີ ທີ່ ປະທານ ໄກສອນ ພົມວິຫານ ແລະ ປະທານ ກິມອິນຊຸງ ໄດ້ຮ່ວມກັນສ້າງຂຶ້ນມາແຕ່ດົນນານນັ້ນ ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງ ປະຊາຊົນສອງຊາດ ແລະ ທັງເປັນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢູ່ໃນພາກພື້ນ ແລະ ໃນໂລກ. ສອງຝ່າຍໄດ້ແຈ້ງສະພາບການທີ່ພົ້ນເດັ່ນ ຂອງ ສປປ ລາວ ໃນໄລຍະມໍ່ໆມານີ້ ໃຫ້ກັນຊາບ, ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ປປລາວ ແລະ ການຈັດຕັ້ງ ປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII; ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງຜັນຂະຫຍາຍບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກແຮງງານເກົາຫຼີ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ ນຳພາອັນໜັກແໜ້ນ, ເຂັ້ມແຂງ ຂອງ ພັກແຮງງານເກົາຫຼີ ອັນມີ ສະຫາຍ ກິມເຈິງອຸນ, ຜູ້ນຳສູງສຸດຂອງ ສປປ ເກົາຫຼີ ເປັນຜູ້ນໍາໜ້ານັ້ນ, ພັກ, ລັດຖະບານ ແລະ ປະຊາຊົນ ສປປ ເກົາຫລີ ຈະສືບຕໍ່ຍາດໄດ້ໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ສປປ ເກົາຫຼີ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນທັດສະນະຕໍ່ສະພາບການພາກພື້ນ ແລະ ສາກົນຈຳນວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈ. ຈາກນັ້ນສະຫາຍ ພັນຄຳ ວິພາວັນ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນການລົງນາມຮ່ວມມືສອງຝ່າຍລະຫວ່າງສະຫາຍ ລີຊູຢອງ ຮອງປະທານພັກ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກແຮງງານເກົາຫຼີ ແລະ ສະຫາຍນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ,ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ.ພ້ອມດ້ວຍຄະນະສອງຝ່າຍເຂົ້າຮ່ວມ.
(ແຫຼ່ງຂໍ້ມູນ: pasaxon.org.la)