ຍສໝ - ມີບາງວຽກງານທີ່ເບິ່ງຄືວ່າຄຸ້ນເຄີຍ ແລະ ໄດ້ຈັດຕັ້ງປະຕິບັດມາເປັນເວລາດົນນານ, ແຕ່ຖ້າຫາກບໍ່ກັບຄືນມາທົບທວນຄືນ, ບໍ່ວາງລະດັບຄວາມສຳຄັນໃຫ້ຖືກຕ້ອງຕາມທີ່ມັນຄວນຈະເປັນ, ກໍ່ຈະກາຍເປັນພຽງຮູບການ ແລະ ຄ່ອຍໆສູນເສຍພະລັງແຫ່ງຊີວິດໄປ.
ຍສໝ - ພາຍໃຕ້ຄຳຂວັນ “ເອກະພາບ - ປະຊາທິປະໄຕ - ວິໄນ - ຄວາມກ້າວໜ້າ - ການພັດທະນາ”, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກໄດ້ຈັດຂຶ້ນຢ່າງສະຫງ່າງາມ, ໂດຍມີຜູ້ແທນເຂົ້າຮ່ວມ 1,586 ສະຫາຍ ທີ່ເປັນຕົວແທນຂອງສະມາຊິກພັກຫຼາຍກວ່າ 5.6 ລ້ານຄົນ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ເຊິ່ງເປັນເຫດການການເມືອງທີ່ມີຄວາມສຳຄັນພິເສດ, ດຶງດູດຄວາມສົນໃຈພິເສດຂອງປະຊາຊົນ ຫວຽດນາມ ແລະ ປະຊາຄົມສາກົນ. ຫາງສຽງມີຄວາມເຊື່ອໝັ້ນ ແລະ ຄາດຫວັງຫຼາຍທີ່ສຸດຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່.
ຍສໝ - ໃນວັນທີ 7 ມັງກອນ, ທີ່ຮ່າໂນ້ຍ, ໂດຍໄດ້ຮັບອະນຸຍາດຈາກຄະນະກຳມະການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ເລຮວ່າຍຈຸງ, ເລຂາທິການສູນກາງ, ລັດຖະມົນຕີກະຊວງການຕ່າງປະເທດ; ທ່ານ ຫງວຽນແທງບິ່ງ, ຮອງຫົວໜ້າກົມຈັດຕັ້ງສູນກາງ; ແລະ ທ່ານ ຟານຊວນຖູຍ, ຮອງຫົວໜ້າກົມໂຄສະນາ ແລະ ລະດົມກຳລັງມະຫາຊົນສູນກາງ ໄດ້ເປັນປະທານຮ່ວມໃນການລາຍງານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ຕໍ່ຄະນະທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນປະຈຳຫວຽດນາມ.
ຍສໝ - ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນສືບຕໍ່ເສີມຂະຫຍາຍຈິດໃຈເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີໄຫວພິບ ແລະ ມີຈິດໃຈຮັບຜິດຊອບສູງຕໍ່ປະຊາຊົນ, ຕໍ່ປະເທດຊາດ, ຕ້ອງຮັບຟັງຄຳເຫັນຂອງປະຊາຊົນ, ຕິດແທດຕົວຈິງ, ເພີ່ມທະວີຕົວຈິງ, ມຸ່ງໄປເຖິງພື້ນຖານ, ສຳຜັດກັບຕົວຈິງຢ່າງຮອບດ້ານ.
ຫວຽດນາມ-ລາວ ແບ່ງປັບປະສົບການສ້າງບັນດາເອກະສານຂອງພັກ
ໃນບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ນັ້ນ, ໄດ້ມີການປະກອບສ່ວນອັນປະເສີດ ແລະ ມີຄວາມຮັບຜິດຊອບ ຂອງບັນດາອະດີດພະນັກງານການນຳພັກ, ລັດຖະບານ.
ບັນດາຜູ້ມີຄວາມໄວ້ເນື້ອເຊື່ອໃຈ ບໍ່ພຽງແຕ່ແມ່ນຜູ້ດີເດັ່ນດ້ານຄຸນສົມບັດ, ຄຸນນະທາດເທົ່ານັ້ນ, ຫາກຍັງໄດ້ຕີລາຄາ, ສະເໜີການປະຕິບັດນະໂຍບາຍທີ່ແທດຈິງ, ມີປະສິດທິຜົນໃຫ້ແກ່ ປຊຊ ບັນດາເຜົ່າອີກດ້ວຍ.
ຕອນບ່າຍວັນທີ 29ມິຖຸນາ, ຢູ່ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນຜູ້ມີຍົດສັກຕຳແໜ່ງໃນ ບັນດາສະມາຄົມ ແລະ ອົງການສາສະໜາກາວດາຍ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ຜູ້ອາຍຸສູງດຳເນີນທຸລະກິດເກັ່ງຢູ່ເມືອງ ຢາລົກ, ແຂວງ ຫາຍເຢືອງ.
ເນື່ອງໃນໂອກາດວັນວັດທະນະທຳບັນດາເຜົ່າ ຫວຽດນາມ, ຕອນເຊົ້າວັນທີ 19 ເມສາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບຄະນະຜູ້ແທນເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ນັກສິລະປະການຊົນເຜົ່າສ່ວນໜ້ອຍຜູ້ດີເດັ່ນ.
ຈຸດປະສົງຂອງການເສັງຄັ້ງນີ້ແມ່ນເພື່ອແນໃສ່ສືບຕໍ່ຢັ້ງຢືນທີ່ຕັ້ງ, ບົດບາດສຳຄັນໃນການດຳລົງຊີວິດ ຂອງວຽກງານປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ປະຕິເສດບັນດາທັດສະນະພິດພາດ, ເປັນປໍລະປັກ.
ຍສໝ - ຕອນເຊົ້າວັນທີ 10 ກຸມພາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳການກໍ່ສ້າງແຜນຮ່າງ “ສະຫຼຸບ 10 ປີ ແຫ່ງການປະຕິບັດມະຕິສູນກາງພັກ ຄັ້ງທີ 8 ຊຸດທີ XI ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່” ໄດ້ຈັດວາລະປະຊຸມທຳອິດ ພາຍໃຕ້ການເປັນປະທານຂອງ ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຫົວໜ້າຄະນະຊີ້ນຳ.
ຍສໝ - ເນື່ອງຈາກໂອກາດປີໃໝ່ສາກົນ ວັນທີ 1 ມັງກອນ 2022 ກົງກັບວັນເສົາ, ອີງຕາມຂໍ້ກໍານົດຂອງກົດໝາຍແຮງງານ 2019, ຜູ້ອອກແຮງງານຈະໄດ້ພັກຊົດເຊີຍໃນວັນຈັນຕໍ່ໄປ. ດັ່ງນັ້ນ, ຜູ້ອອກແຮງງານຈະໄດ້ພັກປີໃໝ່ສາກົນ 3 ວັນ.
ເນື່ອງໃນໂອກາດຢ້ຽມຢາມສະຫະພັນ ສະວິດ ຢ່າງເປັນທາງການ, ຕອນບ່າຍວັນທີ 27 ພະຈິກ (ຕາມເວລາ ທ້ອງຖິ່ນ), ຢູ່ນະຄອນ Bern, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບຜູ້ຕາງໜ້າຄະນະ, ສະມາຄົມ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ລັດຕ່າງໆຂອງສະວິດ.
ວັນທີ 4 ຕຸລາ 2021 ຢູ່ ຮ່າໂນ້ຍ, ໃນບົດກ່າວປາໄສໄຂກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງທັດສະນະ, ແຜນນະໂຍບາຍ ສືບຕໍ່ກໍ່ສ້າງ, ປັບປຸງພັກ. ໜ້າທີ່ກໍ່ສ້າງ, ປັບປຸງພັກ ແມ່ນເພື່ອແນໃສ່ສະກັດກັ້ນ, ຍູ້ປະກົດການເສື່ອມທາດຂາດຄຸນກ່ຽວກັບແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ປະກົດການ “ຜັນແປດ້ວຍຕົນເອງ”, “ຜັນປ່ຽນດ້ວຍຕົນເອງ” ໃຫ້ຖອຍໄປ, ຍົກສູງກຳລັງຄວາມສາມາດການນຳພາ, ກຳລັງຕໍ່ສູ້, ສ້າງຂີດໝາຍໃໝ່ໃນເສັ້ນທາງແຫ່ງການພັດທະນາຂອງພັກ, ຂອງປະເທດຊາດ ແລະ ຂອງຊາດ ຫວຽດນາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ຄົບຮອບ 72 ປີ (01/10/1949 – 01/10/2021), ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ສົ່ງສານອວຍພອນມາຍັງ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດຈີນ ສີຈີ້ນຜິງ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ, ທ່ານປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ ຫຼີຈາງຊູ.
ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຂ່ຳນັບສຸສານປະມານໂຮ່ຈີມິນ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ (27-7), 60 ປີແຫ່ງວັນໄພພິບັດທາດພິດສີສົ້ມຫວຽດນາມ, ຕອນບ່າຍວັນທີ 21 ກໍລະກົດ, ທີ່ທໍານຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຮັດວຽກກັບສະມາຄົມໜູນຊ່ວຍຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ ແລະສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ.
ຍສໝ - ວັນທີ 23 ພຶດສະພາ, ບັນດາຜູ້ນຳພັກ ແລະລັດ ພ້ອມດ້ວຍຜູ້ມີສິດເລືອກຕັ້ງຫລາຍກວ່າ 69 ລ້ານຄົນໃນທົ່ວປະເທດໄດ້ໃຊ້ສິດພົນລະເມືອງຂອງຕົນຢູ່ໃນເຂດເລືອກຕັ້ງ 84.767 ແຫ່ງ. ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ໄດ້ດຳເນີນໃນທົ່ວປະເທດ.