ສະພາເອີລົບໄດ້ຮັບຮອງເອົາຂໍ້ຕົກລົງໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງອີຢູ ແລະ ຫວຽດນາມ

16:30 | 01/04/2020

ຍສໝ - ຝ່າຍ ອີຢູ, ຈະເປີດທາງໃຫ້ສັນຍາເລີ່ມມີຜົນສັກສິດ. ເມື່ອສະພາແຫ່ງຊາດຫວຽດນາມ ໃຫ້ສັດຕະຍາບັນ, EVFTA ຈະມີຜົນສັກສິດຢ່າງເປັນທາງການ

ສະພາເອ ລ ບໄດ ຮ ບຮອງເອ າຂ ຕ ກລ ງໃຫ ສ ດຕະຍາບ ນສ ນຍາການຄ າເສລ ລະຫວ າງອ ຢ ແລະ ຫວຽດນາມ ມີເຂົ້າຈີ່ກວ່າ 1.000 ກ້ອນຂອງຫວຽດນາມ ມອບໃຫ້ບັນດາທ່ານໝໍພວມເຮັດວຽກງານປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ຢູ່ອິນໂດເນເຊຍ
ສະພາເອ ລ ບໄດ ຮ ບຮອງເອ າຂ ຕ ກລ ງໃຫ ສ ດຕະຍາບ ນສ ນຍາການຄ າເສລ ລະຫວ າງອ ຢ ແລະ ຫວຽດນາມ ລັດຖະບານຫວຽດນາມ ຖືການປ້ອງກັນ, ຕ້ານ ແລະຄວບຄຸມເຊື້ອພະຍາດ Covid-19 ເປັນບູລິມະສິດສູງສຸດໃນປະຈຸບັນ
ສະພາເອ ລ ບໄດ ຮ ບຮອງເອ າຂ ຕ ກລ ງໃຫ ສ ດຕະຍາບ ນສ ນຍາການຄ າເສລ ລະຫວ າງອ ຢ ແລະ ຫວຽດນາມ
ສະພາເອີລົບ ໄດ້ຮັບຮອງເອົາຂໍ້ຕົກລົງໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງອີຢູ ແລະ ຫວຽດນາມ. (ພາບປະກອບ:laodong.vn)

ສັນຍາສະບັບນີ້ແມ່ນເອກະສານສະບັບທີສອງ ເຊິ່ງ ອີຢູ ເຊັນສັນຍາກັບປະເທດອາຊີຕາເວັນອອກສ່ຽງໃຕ້, ຖັດຈາກ ສິງກະໂປ. ນີ້ແມ່ນສັນຍາການຄ້າເສລີທີ່ເຕັມໄປດ້ວຍຄວາມຫວັງທີ່ສຸດໄດ້ຮັບການເຊັນສັນຍາກັບປະເທດໜຶ່ງທີ່ພວມພັດທະນາ. ທ່ານນາງ ຟຸ່ງທີ່ລານເຟືອງ, ຜູ້ຕາງໜ້າຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ (VCCI) ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, VCCI ຈະຍູ້ແຮງບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ກ່ຽວກັບສັນຍາການຄ້າເສລີ ລະຫວ່າງຫວຽດນາມ - ສະຫະພາບເອີຣົບ (EVFTA) ໃຫ້ແກ່ວິສາຫະກິດ.

ພ້ອມກັນນັ້ນ, ຕັ້ງໜ້າປະຕິບັດບັນດາການເຄື່ອນໄຫວຂົນຂວາຍນະໂຍບາຍ ເພື່ອເຜີຍແຜ່ການປະກອບຄໍາເຫັນ, ຂໍ້ສະເໜີຂອງວິສາຫະກິດມາຍັງບັນດາອົງການລັດທີ່ມີສ່ວນກ່ຽວຂ້ອງໃນວິວັດການປັບປຸງບັນດານະໂຍບາຍ, ກົດໝາຍປະຕິບັດ ສັນຍາ EVFTA. ຕາມທ່ານນາງ ຟຸ່ງທິລານເຟືອງ ແລ້ວ, ບັນດາວິສາຫະກິດຕ້ອງເປັນເຈົ້າການໃນການເຂົ້າຮ່ວມວິວັດການຫັນບັນດາຄໍາໝັ້ນສັນຍາໃນສັນຍາ EVFTA ໃຫ້ເປັນຂໍ້ກໍານົດກົດໝາຍ ພ້ອມກັບບັນດາອົງການເຈົ້າໜ້າທີ່, ເພື່ອບັນລຸໄດ້ບັນດາຂໍ້ກໍານົດທີ່ເປັນປະໂຫຍດທີ່ສຸດສໍາລັບວິສາຫະກິດ.

ສະຫະພາບເອີລົບ ແມ່ນຕະຫລາດຍາມໃດກໍ່ເຄັ່ງຄັດໃນການນຳເຂົ້າສິນຄ້າ ດ້ວຍມາດຖານສູງສຸດໃນໂລກ ສະນັ້ນ ເພື່ອໃຫ້ໄດ້ຊົມໃຊ້ບັນດາບຸລິມະສິດພາສີເຂົ້າຕະຫລາດນີ້ ວິສາຫະກິດ ແລະ ຜະລິດຕະພັນຕ້ອງຕອບສະຫນອງບັນດາມາດຖານເຄັ່ງຄັດກ່ຽວກັບຄຸນນະພາບ, ຂັ້ນຕອນການຜະລິດ ແລະ ນັບທັງວັດຖຸດິບສົ້ນເຂົ້າຂອງການຜະລິດ.

ພາຍຫລັງສັນຍາ EVFTA ມີຜົນສັກສິດ, EU ຈະຍົກເລີກພາສີນຳເຂົ້າໃຫ້ແກ່ 86% ປະເພດພາສີ ແລະ ກວ່າ 99% ປະເພດພາສີຂອງຫວຽດນາມ ໄດ້ຍົກເລີກພາຍຫລັງ 7 ປີ, 1% ທີ່ຍັງເຫລືອຈະໄດ້ຫັນເປັນເສລີຜ່ານ ໂຄ້ຕາພາສີ. ກົງກັນຂ້າມ ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາຍົກເລີກ 48,5% ປະເພດພາສີໃຫ້ແກ່ສິນຄ້າ EU ພາຍຫລັງ 7 ປີຍົກເລີກເກືອບ 92% ປະເພດພາສີ ແລະ ກວ່າ 98% ປະເພດພາສີ ພາຍຫລັງ 10 ປີ. ໃນສະພາບຄວາມເຄັ່ງຕຶງດ້ານການຄ້າ ລະຫວ່າງບັນດາປະເທດແມ່ນສັບສົນທີ່ສຸດ ສັນຍາ EVFTA ຈະຊ່ວຍໃຫ້ບັນດາວິສາຫະກິດ ຫວຽດນາມ ຍູ້ແຮງການຫັນຕະຫລາດ ແລະ ຄູ່ຮ່ວມມືເປັນຫລາຍຮູບຫລາຍແບບ, ສ້າງຈຸດຢືນຢູ່ຕະຫລາດ ໃຫຍ່ EU ຢ່າງໝັ້ນຄົງກວ່າ.

ຕາມທ່ານ ບູ່ຍແທງເຊີນ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມແລ້ວ, ເພື່ອໃຫ້ EVFTA ໄດ້ຮັບການຜັນຂະຫຍາຍໂດຍໄວ, ບັນດາອົງການກ່ຽວຂ້ອງຄວນສຳເລັດບັນດາລະບຽບການທີ່ຈຳເປັນເພື່ອຍື່ນສະເຫນີຕໍ່ສະພາແຫ່ງຊາດພິຈາລະນາໃຫ້ສັດຕະຍາບັນສັນຍາສອງສະບັບດັ່ງກ່າວ. ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆ ແລະ ວິສາຫະກິດ ຄວນຮີບເຮັ່ງສ້າງແຜນການຜັນຂະຫຍາຍສັນຍາ, ໂຄສະນາ, ເຜີຍແຜ່ບັນດາຄຳໝັ້ນສັນຍາ, ກຳແຫນ້ນບັນດາຂໍ້ກຳນົດໃຫມ່ເພື່ອສາມາດຍາດແຍ່ງບັນດາກາລະໂອກາດໃຫ້ດີ ພ້ອມທັງປັບຕົວໃຫ້ແທດເໝາະກັບບັນດາສິ່ງທ້າທາຍອາດຈະເກີດຂຶ້ນເມື່ອປະຕິບັດບັນດາສັນຍາ.

ເພື່ອເຊື່ອມໂຍງ EVFTA ສຳເລັດຜົນ, ວິສາຫະກິດ ຫວຽດນາມ ຕ້ອງມີພື້ນຖານກຳລັງຄວາມສາມາດແກ້ງແຍ້ງແບບຍືນຍົງ. ສະນັ້ນ ວິສາຫະກິດ ຄວນມານະພະຍາຍາມຍົກສູງພື້ນຖານກຳລັງຄວາມສາມາດແກ້ງແຍ້ງຂອງຕົນກ່ຽວກັບຮູບແບບການດຳເນີນທຸລະກິດ, ກ່ຽວກັບຍຸດທະສາດ, ການຄຸ້ມຄອງ, ຊັບພະຍາກອນມະນຸດ, ຄຸນນະພາບສິນຄ້າ ແລະ ການບໍລິການຕາມມາດຖານຂອງເອີລົບ.

ສະພາເອ ລ ບໄດ ຮ ບຮອງເອ າຂ ຕ ກລ ງໃຫ ສ ດຕະຍາບ ນສ ນຍາການຄ າເສລ ລະຫວ າງອ ຢ ແລະ ຫວຽດນາມ ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA): ຊຸກຍູ້ການເຕີບໂຕຂອງ ຫວຽດນາມ

ຍສໝ - ເມື່ອ EVFTA ມີຜົນສັກສິດຈະລົບລ້າງກ່ວາ 99% ປະເພດພາສີຕາມວິວັດທະນາການ,ສ້າງຄວາມສະດວກໃຫ້ບັນດາປະເພດສິນຄ້າມີທ່າແຮງສົ່ງອອກໄປຍັງຕະຫຼາດ EU ໃນ ປັດຈຸບັນຂອງ ຫວຽດນາມ.

ສະພາເອ ລ ບໄດ ຮ ບຮອງເອ າຂ ຕ ກລ ງໃຫ ສ ດຕະຍາບ ນສ ນຍາການຄ າເສລ ລະຫວ າງອ ຢ ແລະ ຫວຽດນາມ EVFTA ເປີດກາລະໂອກາດ ກວ້າງຂວາງໃຫ້ຂະແໜງກະສິກຳ

ຍສໝ - ເລື່ອງລັດຖະສະພາເອີລົບ ໃຫ້ສັດຕະຍາບັນ EVFTA ໃນວັນທີິ 12 ກຸມພາຜ່ານມາໄດ້ເປັນການຢັ້ງຢືນບົດບາດ ແລະຖານະທີ່ຕ້ັງດ້ານການເມືອງທີ່ສຳຄັນຂອງ ຫວຽດນາມ ໃນພາກພື້ນ.

ສະພາເອ ລ ບໄດ ຮ ບຮອງເອ າຂ ຕ ກລ ງໃຫ ສ ດຕະຍາບ ນສ ນຍາການຄ າເສລ ລະຫວ າງອ ຢ ແລະ ຫວຽດນາມ ສິ່ງທ້າທາຍຂອງ ຫວຽດນາມ ພາຍຫຼັງການເຂົ້າຮ່ວມ EVFTA

ຍສໝ - ຕອນເຊົ້າວັນທີ 21 ສິງຫາ, ກະຊວງອຸດສາຫະກຳການຄ້າຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຈັດກອງປະຊຸມສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA), ບັນດາຄຳໝັ້ນສັນຍາສຳຄັນໃນຂົງເຂດກະສິກຳ ແລະ ບັນດາສິ່ງທີ່ຄວນເອົາໃຈໃສ່.

ໄຊພອນ

ເຫດການ
302 Found

Found

The document has moved here.