ຮ່ວມມືກັນຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດ ຢູ່ ອາຊີຕາເວັນອອກສ່ຽງໃຕ້

09:35 | 19/09/2019

ຍສໝ - ກອງປະຊຸມຜູ້ບັນຊາການຕໍາຫຼວດຂອງບັນດາປະເທດ ອາຊຽນ ຄັ້ງທີ 39 (ASEANAPOL 39) ດ້ວຍຫົວຂໍ້ວ່າ “ຄູ່ຮ່ວມມືສະຫງ່າອົງອາດ, ເປັນເອກະພາບແບບຍືນຍົງ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 18 ກັນຍາ 2019.

ຮ່ວມມືກັນຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດ ຢູ່ ອາຊີຕາເວັນອອກສ່ຽງໃຕ້

ທ່ານລັດຖະມົນຕີກະຊວງຕໍາຫຼວດ ຫວຽດນາມ ໂຕເລິມ ກ່າວຄໍາເຫັນທີ່ກອງປະຊຸມ.(ພາບ:TTXVN)

ໃນລະຫວ່າງວັນທີ 17 – 19 ກັນຍາ 2019, ASEANAPOL 39 ມີ 2 ວາລະປະຊຸມຄົບຄະນະ ແລະ ບັນດາການໂຮມປະຊຸມກຸ່ມ. ຄາດວ່າ, ສິ້ນສຸດກອງປະຊຸມ, ຜູ້ບັນຊາການຕໍາຫຼວດ 10 ປະເທດ ອາຊຽນ ຈະລົງນາມໃນແຈ້ງການຮ່ວມຂອງກອງປະຊຸມ ASEANAPOL 39, ຢັ້ງຢືນບັນດາເນື້ອໃນຮ່ວມມື ເຊິ່ງ ASEANAPOLຈະສຸມໃສ່ປະຕິບັດໃນປີ 2020.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງຕໍາຫຼວດ ຫວຽດນາມ ໂຕເລິມ ໄດ້ຊີ້ແຈ້ງວ່າ: ໄປຄຽງຄູ່ກັບຄວາມສະດວກ ແລ້ວ, ພາກພື້ນ ອາຊຽນ ກໍ່ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນນັ້ນ ມີບັນຫາຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ. ການຜັນແປຂອງອາດຊະຍາກໍາຂ້າມຊາດໃນພາກພື້ນເວົ້າລວມ ແລະ ຢູ່ແຕ່ລະປະເທດສະມາຊິກ ເວົ້າສະເພາະ ຍັງມີຄວາມສັບສົນທີ່ສຸດ ແລະ ມີຫຼາຍປັດໄຈຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ໃນສະພາບການນັ້ນ, ບົດບາດຂອງບັນດາອົງການປະຕິບັດກົດໝາຍຂອງບັນດາປະເທດ ອາຊຽນ, ໃນນັ້ນ ມີກໍາລັງຕໍາຫຼວດຂອງບັນດາປະເທດແມ່ນສໍາຄັນທີ່ສຸດ.

ກອງປະຊຸມຄັ້ງນີ້ເພື່ອແນໃສ່ເປົ້າໝາຍສືບຕໍ່ຮ່ວມມືກັນຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາປະເພດຕ່າງໆ ຢູ່ພາກພື້ນຄື: ຊື້ຂາຍຢາເສບຕິດຜິດກົດໝາຍ; ການກໍ່ການຮ້າຍ; ຄ້າຂາຍອາວຸດເຖື່ອນ; ການຄ້າມະນຸດ; ອາດຊະຍາກໍານໍາໃຊ້ເຕັກໂນໂລຢີສູງ... ເຂົ້າຮ່ວມກອງປະຊຸມມີຜູ້ແທນເກືອບ 300 ທ່ານ ມາຈາກບັນດາປະເທດ ອາຊຽນ ແລະ ຜູ້ແທນ 10 ປະເທດຄູ່ຮ່ວມມືຂອງອາຊຽນ ແລະ ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.