​​ແຮງ​ງານ​ຫວຽດນາມ​ໄປ​ເຮັດ​ວຽກຢູ່​ຕ່າງປະ​ເທດ ສື​ບຕໍ່​ເພີ່ມ​ຂຶ້ນຢ່າງ​ສູງ ໃນປີ 2019

11:45 | 03/01/2020

ຕະຫຼາດ ຍີ່ປຸ່ນ ແມ່ນຕະຫຼາດທີ່ຮັບແຮງງານຫວຽດນາມ ຫຼາຍກວ່າໝູ່, ດ້ວຍຈໍານວນຫຼາຍກວ່າ 80.000 ຄົນ.

​​ແຮງ​ງານ​ຫວຽດນາມ​ໄປ​ເຮັດ​ວຽກຢູ່​ຕ່າງປະ​ເທດ ສື​ບຕໍ່​ເພີ່ມ​ຂຶ້ນຢ່າງ​ສູງ ໃນປີ 2019

ແຮງງານຫວຽດນາມ ກ່ອນທີ່ເດີນທາງໄປເຮັດວຽກຢູ່ຕ່າງປະເທດ (ພາບ: TTXVN)

ຕາມກົມຄຸ້ມຄອງແຮງງານຕ່າງປະເທດ ສັງກັດ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມແລ້ວ, ຈໍານວນແຮງງານຫວຽດນາມທັງໝົດ ທີ່ໄປເຮັດວຽກຢູ່ຕ່າງປະເທດໃນປີ 2019 ແມ່ນເກືອບ 150.000 ຄົນ, ບັນລຸເກືອບ 123% ເມື່ອທຽບໃສ່ແຜນການຂອງປີ ແລະ 103,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ໃນນັ້ນ, ຕະຫຼາດ ຍີ່ປຸ່ນ ແມ່ນຕະຫຼາດທີ່ຮັບແຮງງານຫວຽດນາມ ຫຼາຍກວ່າໝູ່, ດ້ວຍຈໍານວນຫຼາຍກວ່າ 80.000 ຄົນ; ຖັດມາແມ່ນຕະຫຼາດ ໄຕ້ຫວັນ (ຈີນ) ດ້ວຍຈໍານວນ 54.000 ຄົນ; ສ.ເກົາຫຼີ ຮັບກວ່າ 7.000 ຄົນ... ເພາະສະນັ້ນ, ປີ 2019 ແມ່ນປີທີ 5 ຢ່່າງລຽນຕິດ ຈໍານວນແຮງງານຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດສືບຕໍ່ບັນລຸຕົວເລກຫຼາຍກວ່າ 120.000 ຄົນ/ປີ. ຍົກຍອດຈໍານວນແຮງງານຫວຽດນາມທັງໝົດທີ່ພວມເຮັດວຽກຢູ່ຕ່າງປະເທດຂຶ້ນເຖິງປະມານ 650.000 ຄົນ ແລະ ພວມເຮັດວຽກຢູ່ກວ່າ 40 ປະເທດ ແລະ ເຂດແຄວ້ນໃນໂລກ, ດ້ວຍ 30 ກວ່າຂົງເຂດ, ຂະແໜງ ການ ແລະ ອາຊີບທີ່ແຕກຕ່າງກັນ.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

ເຫດການ
302 Found

Found

The document has moved here.