ຫວຽດນາມ ເພີ່ມທະວີການຝຶກຊ້ອມຮັກສາສັນຕິພາບຫຼາຍຝ່າຍ ກັບຕ່າງປະເທດ

20:25 | 17/09/2019

ຍສໝ - ວັນທີ 16 ກັນຍາ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຮ່ວມລາຍການຝຶກຊ້ອມຮັກສາສັນຕິພາບຫຼາຍຝ່າຍໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດເປີດກວ້າງ (ADMM+) ທີ່ຈັດຂຶ້ນຢູ່ ອິນໂດເນເຊຍ.

ເຂົ້າຮ່ວມພິທີໄຂ ລາຍການຝຶກຊ້ອມທີ່ສູນປ້ອງກັນຄວາມສະຫງົບ ແລະ ສັນຕິພາບ ອິນໂດເນເຊຍ (IPSC), ຢູ່ທາງພາກຕາເວັນຕົກ Java, ມີນາຍທະຫານ ແລະ ນັກສັງເກດການຝ່າຍທະຫານກວ່າ 500 ຄົນ ທີ່ມາຈາກ 18 ປະເທດ, ໃນນັ້ນມີພະນັກງານ, ນາຍທະຫານຂຶ້ນກັບກົມຮັກສາສັນຕິພາບຫວຽດນາມ ແລະ ເຫຼົ່າຮົບຊ່່າງແສງ ພ້ອມກັບພະນັກງານທູດທະຫານຫວຽດນາມອີກດ້ວຍ.

ຫວຽດນາມ ເພີ່ມທະວີການຝຶກຊ້ອມຮັກສາສັນຕິພາບຫຼາຍຝ່າຍ ກັບຕ່າງປະເທດ

ຄະນະນາຍທະຫານຫວຽດນາມ ເຂົ້າຮ່ວມການຝຶກຊ້ອມຮັກສາສັນຕິພາບ ຢູ່ ອິນໂດເນເຊຍ (ພາບ: daibieunhandan.vn)

ກ່າວຄໍາເຫັນທີ່ພິທີໄຂ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນໂດເນເຊຍ Ryamizard Ryacudu ໃຫ້ຮູ້ວ່າ ການຝຶກຊ້ອມຫຼາຍຝ່າຍຄັ້ງນີ້ ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມເພື່ອສະກັດກັ້ນສົງຄາມ ແລະ ແກ້ໄຂໄພພິບັດທີ່ອາດຈະເກີດຂຶ້ນຈາກສົງຄາມໃນຍຸກປັດຈຸບັນ ເພື່ອແນໃສ່ຍົກສູງຄວາມສາມາດ, ຄວາມເປັນມືອາຊີບ ແລະ ຄວາມພ້ອມຂອງກໍາລັງພິທັກຮັກສາສັນຕິພາບ, ຍົກສູງການສົມທົບລະຫວ່າງບັນດາປະເທດໃນຂອບເຂດກອງປະຊຸມ ADMM+, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງໂລກ.

ບັນດານາຍທະຫານເຂົ້າຮ່ວມບັນດາເນື້ອໃນຝຶກຊ້ອມຢູ່ 2 ຂົງເຂດວິຊາການ ແລະ ຝຶກແອບທັກສະທີ່ກ່ຽວຂ້ອງເຖິງກັນ ແລະ ໄດ້ນໍາໃຊ້ເພື່ອສ້າງໂລກແຫ່ງສັນຕິພາບ. ລາຍການຝຶກຊ້ອມຮັກສາສັນຕິພາບຖືກດໍາເນີນແຕ່ວັນທີ 13 ຮອດວັນທີ 23 ກັນຍາ 2019 ຈຶ່ງອັດລົງ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.