ຫວຽດນາມ ເຫັນດີເປັນເອກກະພາບ ປະຕິບັດນະໂຍບາຍ ການຮ່ວມມືລົງທືນຕ່າງປະເທດ

15:58 | 04/10/2018

ຍສໝ - ໃນໄລຍະ 30 ປີຜ່ານມາ, ຫວຽດນາມດຶງດູດ ຫຼາຍພັນໂຄງການ FDI ທີ່ມີຈຳນວນທືນຈົດທະບຽນ ຫຼາຍກວ່າ 334 ຕື້ USD.

ຕອນເຊົ້າວັນທີ 04 ຕຸລາ, ກອງປະຊຸມ 30 ປີ ແຫ່ງການດຶງດູດການລົງທຶນຈາກຕ່າງປະເທດ (FDI) ຈັດຂື້ນໂດຍກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ. ດ້ວຍຫົວຂໍ້ວ່າ: “30 ປີແຫ່ງການດຶງດູດການລົງທຶນຈາກຕ່າງປະເທດ ຢູ່ ຫວຽດນາມ - ວິໄສທັດ ແລະ ໂອກາດໃໝ່ໃນສະຫະສະວັດໃໝ່”. ເຂົ້າຮ່ວມກອງປະຊຸມມີທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນ ຟຸກ ພ້ອມດ້ວຍຄະນະຜູ້ແທນກ່ວາ 3.500 ຄົນ ເຊິ່ງແມ່ນ ການນຳ ຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ; ບັນດາອົງການທຸຕານຸທູດ; ສະມາຄົມວິສາຫະກິດ, ບັນດາອົງການໃຫ້ຄຳປຶກສາ ແກ່ວິສາຫະກິດ, ອົງການຈັດຕັ້ງສາກົນ…

ຫວຽດນາມ ເຫັນດີເປັນເອກກະພາບ ປະຕິບັດນະໂຍບາຍ ການຮ່ວມມືລົງທືນຕ່າງປະເທດ

ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນ ຟຸກ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໊ ຢຸງ ຢືນຢັນວ່າ: ຜ່ານ 30 ປີແຫ່ງການດຶງດູດທຶນ FDI, ການລົງທືນໂດຍກົງຂອງຕ່າງປະເທດ ໄດ້ກາຍເປັນຂົງເຂດທີ່ສຳຄັນຂອງຫວຽດນາມ. ໃນ 30ປີທີ່ຜ່ານມາ, ຫວຽດນາມ ດຶງດູດ ຫຼາຍສິບພັນໂຄງການ FDI ໂດຍມີຈຳນວນທືນຈົດທະບຽນລວມ ທັງໝົດເຖິງ 344 ຕຶ້ USD , ໃນນັ້ນ ໄດ້ຮັບການສຳລະສະສາງແລ້ວເຖິງ 184 ຕື້ USD ໃນທົ່ວຂົງເຂດວິຊາຊີບ ແລະ ຂະແໜງການ ຂອງ ເສດຖະກິດ.

ທ່ານລັດຖະມົນຕີ ຫງວ໋ຽນຈີ໋ ຢຸ໋ງ ໄດ້ເນັ້ນໜັກວ່າ: ທືນ FDI ໄດ້ປະກອບສ່ວນສຳຄັນຊຸກຍູ້ການພັດທະນາເສດຖະກິດ ແລະ ປ່ຽນແປງ ໂຄງສ້າງເສດຖະກິດ ພ້ອມທັງສ້າງຕັ້ງບັນດາຂະແໜງອຸດສາຫະກຳຕົ້ນຕໍຄື: ໂທລະຄົມມະນາຄົມ, ນ້ຳມັນອາຍແກັດ, ເອເລັກໂຕນິກ, ເຄມີ, ເຫຼັກກ້າ, ເຕັກໂນໂລຊີຂໍ້ມູນຂ່າວສານ, ເກີບໜັງ, ຕ່ຳແຜ່ນຕັດຫຍິບ, ປຸງແຕ່ງສະບຽງອາຫານ ຈາກຜະລິດຕະພັນກະເສດ … FDI ຍັງແມ່ນປັດໄຈພັດທະນາ, ກໍ່ສ້າງບັນດາ ຕົວເມືອງໃໝ່, ສ້າງຄວາມສະດວກ ແລະ ອຳນວຍໃຫ້ແກ່ ຫວຽດນາມ ເປີດກ້ວາງຕະຫລາດສາກົນ, ປະກອບສ່ວນເຮັດໃຫ້ການຄ້າມີຄວາມດຸ່ນດ່ຽງ. ການດຶງດູດ FDI ຍັງປະກອບສ່ວນໃຫ້ແກ່ວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ຊ່ວຍຍົກສູງ ຂອບຂະໜາດ, ບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ໃນເວທີສາກົນ.

ໝາກຜົນຂອງການດຶງດູດການລົງທຶນຈາກຕ່າງປະເທດໃນ ໄລຍະ 30 ປີຜ່ານມາ ໄດ້ສະແດງໃຫ້ເຫັນ ນະໂຍບາຍອັນຖືກຕ້ອງ ຂອງພັກ ແລະ ລັດ. ທ່ານ Tomaso Andreatta ປະທານຮ່ວມສຳພັນທະມິດ ເວທີປາໄສວິສາຫະກິດ ຫວຽດນາມ (VBF) ໄດ້ໃຫ້ຮູ້ວ່າ:

"ໝາກຜົນທີ່ບັນລຸໄດ້ນີ້ ແມ່ນຍ້ອນຊາວ ຫວຽດນາມ ຍາມໃດກໍ່ມັກຮຽນຮູ້, ມີຄວາມດຸໝັ່ນ ແລະ ຍ້ອນນະໂຍບາຍດຶງດູດ FDI ຂອງລັດຖະບານໃນຕະຫລອດຊຸມປີຜ່ານມາ ກໍ່ຄືການທີ່ ລັດຖະບານຕັ້ງໜ້າເປີດກ້ວາງການພົວພັນແລກປ່ຽນກັບຕ່າງປະເທດ".

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ