ຊຸກຍູ້ກົນໄກການຮ່ວມມື ອາຊຽນ + 3 ໃນໄລຍະພາຍຫລັງສ້າງຕັ້ງປະຊາຄົມ

21:13 | 04/08/2018

ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 51, ກອງປະຊຸມລັດຖະມົນຕີ ອາຊຽນ ກັບ 3 ປະເທດຄູ່ຮ່ວມມື ນັ້ນແມ່ນ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ

ຊຸກຍູ້ກົນໄກການຮ່ວມມື ອາຊຽນ + 3 ໃນໄລຍະພາຍຫລັງສ້າງຕັ້ງປະຊາຄົມ

ຊຸກຍູ້ກົນໄກການຮ່ວມມື ອາຊຽນ + 3 ໃນໄລຍະພາຍຫລັງສ້າງຕັ້ງປະຊາຄົມ (ພາບ: infonet.vn)

ໃນຕອນເຊົ້າວັນທີ 04 ສິງຫາ ແລະ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈປະຕິບັດແຜນການວຽກງານ ອາຊຽນ + 3 ໄລຍະ 3 ແຕ່ປີ 2018 – 2022. ບັນດາລັດຖະມົນຕີກໍ່ໃຫ້ຄຳໝັ້ນສັນຍາວ່າ ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ຢູ່ພາກພື້ນ ແລະ ຊຸກຍູ້ກົນໄກຮ່ວມມື ອາຊຽນ + 3 ຢ່າງມີປະສິດທິຜົນ, ແທດຈິງ.

ເມື່ອແລກປ່ຽນກັບສື່ມວນຊົນກ່ຽວກັບບັນດາການຜັນແປຂອງກອງປະຊຸມຢູ່ນອກກອງປະຊຸມ ອາຊຽນ + 3, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ກໍ່ຖືວ່າ: ການຮ່ວມມືຂອງກົນໄກ ອາຊຽນ + 3 ມີຄວາມໝາຍສຳຄັນໃນການຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນອາຊີຕາເວັນອອກ.

ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ບັນດາປະເທດລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ, ຖືນີ້ແມ່ນຜົນປະໂຫຍດລວມຂອງປະເທດຕ່າງໆ. ບັນດາລັດຖະມົນຕີໄດ້ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງເຄົາລົບຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ DOC ຢ່າງຄົບຖ້ວນ ແລະ ມີຄວາມຮັບຜິດຊອບ, ລະງັບໃຈ, ບໍ່ມີບັນດາການກະທຳພຽງລຳພັງຝ່າຍດຽວເຮັດໃຫ້ສະພາບການສັບສົນ, ບໍ່ໃຊ້ກຳລັງການທະຫານ ແລະ ແກ້ໄຂບັນດາການຂັດແຍ້ງກັນດ້ວຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ຍູ້ໄວວິວັດການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ COC. ບັນດາລັດຖະມົນຕີກໍ່ຊົມເຊີຍບາດກ້າວໃໝ່ຕ່າງໆ ລະຫວ່າງ ອາຊຽນ ແລະ ຈີນ ໃນເລື່ອງບັນລຸໄດ້ຄວາມເຫັນດີກ່ຽວກັບຮ່າງເອກະສານ ໃນວິວັດທະນາການປຶກສາຫາລືກ່ຽວກັບ COC, ສ້າງພື້ນຖານໃຫ້ການເຈລະຈາ COC ໃນອະນາຄົດ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.