ຫວຽດນາມ ສາມາດເຮັດໜ້າທີ່ໄດ້ດີ ໃນປະຊາຄົມອາຊຽນ

14:55 | 07/08/2018

ຍສໝ - ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວ໋ຽນກ໋ວກຢຸ໋ງ ຢັ້ງຢືນວ່າ ຫວຽດນາມສາມາດຮັບຜິດຊອບໜ້າທີ່ໄດ້ດີຜ້ຽນງານຂອງ ASEAN.

ນັກຂ່າວ: ຮຽນທ່ານ ທ່ານກະລຸນາໃຫ້ຮູ້ກ່ຽວກັບ ກອງປະຊຸມອາຊຽນ ຄັ້ງທີ 51 ໄດ້ບໍ່?

ຮອງລັດຖະມົນຕີ ຫງວ໋ຽນກ໋ວກຢຸ໋ງ: ກອງປະຊຸມອາຊຽນຄັ້ງນີ້ດຳເນີນໄປໃນຄະນະທີ່ທົ່ວໂລກ ແລະ ພາກພື້ນມີການປ່ຽນແປງໃໝ່ ຜົນສຳເລັດກອງປະຊຸມສະແດງອອກດັ່ງນີ້:

ໜຶ່ງ, ອາຊຽນ ບັນລຸຜົນສຳເລັດສຳຄັນໃນການຜັນຂະຫຍາຍຫົວຂໍ້ ‘ສ້າງຄວາມເຂັ້ມ, ຜັນຂະຫຍາຍວຽກງານການຂັດຈ້ອນໄລຍະຫ່າງດ້ານການພັດທະນາ), ປ່ຽນແປງ ແລະ ມີແນວຄິດສ້າງສັນ ເພື່ອນຳໃຊ້ຄວາມກ້າວໜ້າທາງດ້ານເຕັກໂນໂລຊີໃໝ່ ຈາກການປະຕິວັດອຸດສາຫະກຳ 4.0( ໃນນັ້ນການພັດທະນາເສດຖະກິດດີຈີຕັ້ນ, ສ້າງເຄືອຂ່າຍບັນດານະຄອນອັດສະລິຍະ ອາຊຽນ, ຫັນປ່ຽນເອກສານມາເປັນຖານຂໍ້ມູນຄອມພິວເຕິ້.

ຫວຽດນາມ ສາມາດເຮັດໜ້າທີ່ໄດ້ດີ ໃນປະຊາຄົມອາຊຽນ

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວ໋ຽນກ້ວກຢຸ໋ງ.

ອາຊຽນສະແດງ ອຸດົມການອັນໜັກແໜ້ນໃນການຮັບມືກັບຜົນສະທ້ອນຂອງບັນຫາໃນພາກພື້ນ; ສະແດງຄວາມສາມັກຄີ ແລະ ຊ່ວຍເຫຼືອຍູ້ໜູນເຊິ່ງກັນແລະກັນ ຢ່າງທັນເວລາ ໃຫ້ແກ່ລາວ ຫຼັງເຫດການຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ແຕກ ຜ່ານການເຄື່ອນໄຫວຊ່ວຍເຫຼືອຂອງສູນກາງ ປະສານງານຊ່ວຍເຫຼືອດ້ານມະນຸດຍະຊົນ ASEAN-AHA. ອາ່ຊຽນ ມານະພະຍາຍາມຮັກສາຫຼັກໝັ້ນ-ຫຼັກການ ກ່ຽວກັບບັນສຳຄັນທີ່ມີຜົນສະທ້ອນຕໍ່ສັນຕິພາບ, ຄວາມໝັ້ນຄົງຂອງພາກພື້ນຄື ທະເລຕາເວັນອອກສ່ຽງໃຕ້. ເຖິງວ່າລະດັບຄວາມສົນໃຈແຕກຕ່າງກັນ, ບັນດາປະເທດຕ່າງເຫັນດີເປັນເອກກະພາບຕໍ່ກັບຫຼັກການພື້ນຖານ, ຮ່ວມປືກສາຫາລືກ່ຽວກັບທັດສະນະ ຕໍ່ກັບບາງບັນຫາດ້ານພູມສາດ ກໍ່ຄືການເຈລະຈາ ກ່ຽວກັບບັນດາກົດລະບຽບໃນການວາງຕົວ ຢູ່ ເຂດທະເລອາຊີຕາເວັນອອກສ່ຽງໃຕ້(COC).

ມາຮອດປະຈຸບັນ ອາຊຽນ ແລະ ຈີນ ໄດ້ບັນລຸກ່ຽວກັບການຮ່າງເອກສານການເຈລະຈາ ເລື່ອງ COC ແລະ ໄດ້ຮັບການຮັບຮອງຈາກບັນດາລັດຖະມົນຕີກະຊວງການຕ່າງປະເທດ ເປັນພື້ນຖານໃນການສືບຕໍ່ການເຈລະຈາ ກ່ຽວກັບ COC. ອາຊຽນ ສືບຕໍ່ຮັກສາບົດບາດເປັນສູນກາງໃນການປະສານສາຍພົວພັນກັບຄູ່ຮ່ວມມື. ໂອກາດນີ້ ອາຊຽນ ຄ່ອງແຄ້ວໃນການຮັບມືກັບຄວາມຮຽກຮ້ອງຂອງຄູ່ຮ່ວມມືຄື: ອິນເດຍ, ອ໋ອດສະເຕເລຍ ແລະ ເກົາຫຼີໃຕ້ ກ່ຽວກັບອົງການຈັດຕັ້ງຂັ້ນສູງທີ່ບໍ່ກະທົບເຖິງກົດລະບຽບພາຍໃນຂອງ ອາຊຽນ.

ສອງ, ອາຊຽນ ແລະ ບັນດາຄູ່ຮ່ວມມືບັນລຸໄດ້ກ່ຽວກັບການສັນຍາຊ່ວຍເຫຼືອຍູ້ໜູນ ແລະ ຊຸກຍູ້ລະບົບນາໆຊາດອີງໃສ່ ລະບຽບກົດໝາຍ, ຮັກສາທ່າອ່ຽງຂອງການເຊື່ອມຕໍ່ດ້ານເສດຖະກິດ, ການຄ້າ ແລະ ລົງທືນເສລີ ໃນສະພາບການການອຸ້ມຊູ ແລະ ຕ້ານການເຊື່ອມໂຍງໂລກ ກຳລັງເພີ່ມຂື້ນ. ຄູ່ຮ່ວມມືຂອງອາຊຽນຕ່າງແບ່ງປັນ ຄວາມສຳຄັນຂອງການຮັກສາຄວາມເປັນລະບຽບຮຽບຮ້ອຍບົນພື້ນຖານລະບຽບກົດໝາຍ, ເຄົາລົບກົດໝາຍສາກົນ, ສະໜັບສະໜູນບົດບາດຂອງກົນໄກປະຊາຊາດ, ໃນນັ້ນກໍ່ມີ WTO ຢັ້ງຢືນການປະສານສົມທົບຢ່າງຕັ້ງໜ້າ ສຳເລັດການເຈລະຈາໂດຍໄວສົນທິສັນຍາຄູ່ຮ່ວມມືດ້ານເສດຖະກິດຮອບດ້ານໃນພາກພື້ນ(RCEP) ແລະ ອະນຸມັດ ສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ ຂ້າມສະໝຸດປາຊີຟິກ(CPTPP); ສາຍພົວພັນການຄ້າ-ລົງທືນ ແມ່ນມີຜົນປະໂຫຍດທັງສອງຝ່າຍ ດັ່ງນັ້ນທຸກໆຝ່າຍຕ້ອງພະຍາຍາມສົມດຸນ ແລະ ຜົນປະໂຫຍດຢ່າງກົມກຽວກັນ.

ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ຍັງໄດ້ຍົກບັນຫາການເຈລະຈາການຄ້າກັບ ອາເມລິກາ ໃຫ້ຮູ້ວ່າ: ບັນດາປະເທດອາຊຽນ ບັນລຸເກີນດຸນການຄ້າ ສຳລັບເຄື່ອງສິນຄ້າຕ່າງໆ ແຕ່ພັດຂາດດຸນ ດ້ານການບໍລິການ. ການລົງທືນຂອງອາເມລິການບໍ່ພຽງແຕ່ສ້າງ ວຽກເຮັດງານທຳຢູ່ບັນດາປະເທດອາຊຽນ ແຕ່ການລົງທືນຂອງປະເທດອາຊຽນກໍ່ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນອາເມລິກາຄືກັນ.

ອາຊຽນ ແລະ ບັນດາຄູ່ຮ່ວມມືສະແດງຄວາມສົນໃຈໃນການຊຸກຍູ້ ພິຈາລະນາ, ເຈລະຈາ FTA ໃໝ່ຄື: ການາດາ ຫຼື ຟື້ນຟູການເຈລະຈາ FTA ກ່ອນໜ້ານີ້ທີ່ມີຄວາມຫຍຸ້ງຍາກ ກັບ ອີຢູ ( ຢູ່ ໃນປະເທດອາຊຽນ ມີ ສິງກາໂປ ແລະ ຫວຽດນາມ ໄດ້ສ້າງ FTA ສອງຝ່າຍກັບ ອີຢູ)

ສາມ, ອາຊຽນ ເຫັນດີເປັນເອກກະພາບ ຕ້ອງສາ້ງມາຕະການແບບຕື່ນຕົວເປັນເຈົ້າຕົນເອງເພື່ອເຂົ້າເຖິງ ແນວຄວາມຄິດປະດິດສ້າງ/ສະເໜີການຮ່ວມມືໃໝ່ ທີ່ໄດ້ວາງອອກຢູ່ພາກພື້ນ. ຕໍ່ກັບການປະກົດຂື້ນຂອງບັນດາ ແນວຄວາມຄິດຄວາມເຫັນ, ຫົວຄິດປະດິດສ້າງໃນການຮ່ວມອັນໃໝ່ຄື: ຂ້າມສະໝຸດອິນເດຍ ແລະ ປາຊີຟິກ, ຄູ່ຮ່ວມມືພື້ນຖານໂຄງລ່າງຄຸນນະພາບສູງ..., ອາຊຽນໄດ້ແລກປ່ຽນ ແລະ ເປັນເອກກະພາບວ່າຕ້ອງໄດ້ ກໍ່ຕັ້ງມາຕະການຕື່ນຕົວໃນການເຂົ້າເຖິງ ເພື່ອຜັນຂະຫຍາຍຈຸດທີ່ຄ້າຍຄືກັນຂອງແນວຄວາມຄິດດັ່ງກ່າວນີ້, ບົນພື້ນຖານສາມາດຕອບສະໜອງໄດ້ຫຼັການ ແລະ ເປົ້າໝາຍຂອງ ອາຊຽນວາງອອກ ຈາກນັ້ນຊອກຫາໂອກາດໃນການຮ່ວມມື.

ບັນດາຄູ່ຮ່ວມມືຊົມເຊີຍວິທີການເຂົ້າເຖິງທີ່ເວົ້າມາຂ້າງເທິງຂອງ ອາຊຽນ. ບາງປະເທດມີຄວາມປາຖະໜາໃຫ້ ອາຊຽນ ເປັນສູນກາງຍຸດທະສາດ ຂ້າມສະໝຸດອິນເດຍ ແລະ ປາຊີຟິກ; ໃນຄະນະດຽວກັນ ປະເທດຈີນ ສະເໜີການຮ່ວມມືຢ່າງແໜ້ນແຟ້ນ ແນວຄວາມຄິດກ່ຽວກັບເຂດແດນ ແລະ ເສັ້ນທາງ ດ້ວຍແຜນການລວມ ເຊື່ອມຕໍ່ ອາຊຽນ (MPAC) 2025.

ນັກຂ່າວ: ທ່ານຮອງລັດຖະມົນຕີ ກະລຸນາເວົ້າເຖິງບັນຍາກາດກອງປະຊຸມຄັ້ງນີ້ດ້ວຍ?

ຮອງລັດຖະມົນຕີ ຫງວ໋ຽນກ໋ວກຢຸ໋ງ: ບັນດານາຍົກລັດຖະມົນຕີມີແຜນການເຄື່ອນໄຫວຂອງໃຜລາວ, ການເຄື່ອນພົບປະສອງຝ່າຍ ແລະ ຫຼາຍຝ່າຍ, ບັນດາເນື້ອໃນຂອງການສຳມະນາທີ່ສຳຄັນ, ເປັນຈິງ ແລະ ມີປະສິດທິດຜົນ. ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ນອກຈາກຈະເຂົ້າຮ່ວມໃນ 30 ກິດຈະກຳຂອງກອງປະຊຸມແລ້ວ, ກໍ່ຍັງໄດ້ມີການພົບປະສອງຝ່າຍນອກຮອບ ກັບບັນດາປະເທດໃນອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື.

ເຖິງວ່າຈະປະຕິເສດບໍ່ໄດ້ຕໍ່ກັບຂໍ້ຄົງຄ້າງ ຄືທັດສະນະທີ່ແຕກຕ່າງກັນ ແຕ່ວ່າ ກອງປະຊຸມໄດ້ດຳເນີນໄປບົນບັນຍາກາດກ້າວໜ້າ ແລະ ສະດວກສະບາຍ. ນຳ້ໃຈແບ່ງປັນຂອງບັນດາປະເທດ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືຕໍ່ກັບ ໄພພິບັດ ຢູ່ປະເທດລາວ, ອິນໂດເນເຊຍ, ມຽນມາ ໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີ, ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ໃນປະເທດອາຊຽນ.

ນັກຂ່າວ: ທ່ານກະລຸນາໃຫ້ຮູ້ເຖິງການເຂົ້າຮ່ວມ ແລະ ການປະກອບສ່ວນຂອງຫວຽດນາມ ໃນກອງປະຊຸມຄັ້ງນີ້ ມີຄືແນວໃດ?

ຮອງລັດຖະມົນຕີ ຫງວ໋ຽນກ໋ວກຢຸ໋ງ:ຫວຽດນາມເຂົ້າຮ່ວມກອງປະຊຸມຄັ້ງດ້ວຍຄວາມຕື່ນຕົວສະໝັກໃຈ, ເຂົ້າຮ່ວມຍູ້ໜູນສ້າງບູລິມະສິດຢ່າງຕັ້ງໜ້າ ໂດຍການສະເໜີຂອງປະທານ ສິງກາໂປ. ໃນການປາໄສທີ່ກອງປະຊຸມ ອາຊຽນ ກໍ່ຄືບັນດາຄູ່ຮ່ວມມື, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຍົກໃຫ້ເຫັນທັດສະນະຂອງ ແລະ ວິທີການເຂົ້າເຖິງຂອງຫວຽດນາມ ສອດຄ່ອງກັບ ແນວທາງທີ່ກອງປະຊຸມສົນໃຈ, ໄດ້ຮັບການແບ່ງປັນ ແລະ ຍູ້ໜູນຈາກບັນດາປະເທດ. ໃນຄວາມເປັນຈິງ ບັນດາບູລິມະສິດ ກ່ຽວກັບ ສະຕິໃນການສ້າງຄວາມເຂັ້ມແຂງ ແລະ ແນວຄວາມຄິດ ໂດຍ ສິງກາໂປ ເປັນຜູ້ສະເໜີໃນປີນີ້ ເຫັນວ່າມີຄວາມສອດຄ່ອງກັບຄວາມສົນໃຈ ແລະ ເປັນບໍລິມະສິດ ຂອງຫວຽດນາມໃນອາຊຽນເວລານີ້.

(​ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.