ບາດກ້າວໃໝ່ ຂອງການປະສານງານລະຫວ່າງ ສະພາການຕ່າງປະເທດ ແລະ ການທູດປະຊາຊົນ

22:33 | 09/07/2018

ຍ​ສ​ໝ - ການເຊັນສັນຍາ “ໂຄງການປະສານສົມທົບວຽກງານ ລະຫວ່າງ ຄະນະປະຈຳການ-ການຕ່າງປະເທດ ສະພາແຫ່ງຊາດ ແລະ ຄະນະປະຈຳ ຄະນະປະທານ ສະຫະພັນ ອົງການມິດຕະພາບ ຫວຽດນາມ ໄລຍະ 2018-2021” ຈະຊ່ວຍເສີມຂະຫຍາຍຄວາມເຂັ້ມແຂງສັງລວມຂອງ ສະພາການຕ່າງປະເທດ ແລະ ການທູດປະຊາຊົນ ຂື້ນອີກ, ປະກອບສ່ວນຈັດຕັ້ງປະຕິບັດໄຊຊະນະ ແນວທາງການຕ່າງປະເທດ ຂອງພັກ ແລະ ລັດ ໃນຂະບວນການຕື່ນຕົວ, ເຊື່ອມໂຍງສາກົນຢ່າງຕັ້ງໜ້າ.

ຕອນ​ບ່າຍ​ຂອ​ງວັນ​ທີ 9 ກໍ​ລະ​ກົດ ທີ່ ຫ້ອງ​ປະ​ຊຸມ ສະ​ພາ​ແຫ່ງ​ຊາດ, ສະ​ຫ​ະ​ພັນ ອົງ​ການມິດ​ຕະ​ພາບ​ຫວຽດ​ນາມ(VUFO) ແລະ ຄະ​ນະ​ກຳ​ມະ​ການ-ການ​ຕ່າງ​ປະ​ເທດ ສະ​ພາ​ແຫ່ງ​ຊາດ ໄດ້​ເຊັນ​ສັນ​ຍາ “ໂຄງ​ການ​ປະ​ສານ​ສົມ​ທົບ​ວຽກ​ງານ ລະ​ຫວ່າງ ຄະ​ນະ​ປະ​ຈຳການ-ການ​ຕ່າງ​ປະ​ເທດ ສະ​ພາ​ແຫ່ງ​ຊາດ ແລະ ຄະ​ນະ​ປະ​ຈຳ ຄະ​ນະ​ປະ​ທານ ສະ​ຫະ​ພັນ ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ໄລ​ຍະ 2018-2021”

ບາດກ້າວໃໝ່ ຂອງການປະສານງານລະຫວ່າງ ສະພາການຕ່າງປະເທດ ແລະ ການທູດປະຊາຊົນ

ບັນ​ຍ​າ​ກາດກອງ​ປະ​ຊຸມ ເຊັນ​ສັນ​ຍາ. (ພາບ: ທຸ່ຍ​ລິງ)

ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ໄດ້​ກາຍ​ເປັນ​ສ່ວນ​ໜື່ງ​ທີ່ບໍ່​ສາ​ມາດ​ແຍກ​ອອກ​ຈາກ​ກັນ​ໃນ​ການ​ເຄື່ອນ​ໄຫວ ການ​ທູດ​ຂອງ​ພັກ ແລະ ລັດ; ຊ່ວຍ​ເຫຼືອ​ໃຫ້​ການພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ ລັດ​ ຢ່າງ​ຕັ້ງ​ໜ້າ ແລະ ປັບ​ປຸງ​ໃຫ້​ການ​ທູດ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄຊ​ຊະ​ນະຂອງ​ແນວ​ທາງ ການ​ທູດ ຂອງ​ພັກ ແລະ ລັດ ຫວຽດ​ນາມ… ດ້ວຍ​ບົດ​ບາດ​ໜ້າ​ທີ່ ຄື​ຈັດ​ຕັ້ງ ການ​ເມືອງ-ສັງ​ຄົມ ຮັບ​ຜິດ​ຊອບ​ກ່ຽວ​ກັບ ການ​ທູດ​ປະ​ຊາ​ຊົນ ໃນ​ຂົງ​ເຂດ​ສັນ​ຕິ​ພາບ, ຄ​ວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ປະ​ຊ​າ​ຊົນ ແລະ ເປັນ​ຂົວ​ຕໍ່​ປະ​ສາ​ນ​ງານ ໃນ​ບາງ​ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ, VUFO ໄດ້​ປະ​ສານ​ສົມ​ທົບ ແລະ ຊ່ວຍ​ເຫຼືອ​ຢ່າງ​ທັນ​ການ ຄະ​ນະ​ກຳ​ມະ​ການ ການ​ຕ່າງ​ປະ​ເທດ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ.

ປາ​ໄສ​ທີ່ກອງ​ປະ​ຊຸມ​ເຊັນ​ສັນ​ຍາ ທ່ານ ຫງວ໋ຽນ​ວັນ​ເຢົ່າ ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ກຳ​ມະ​ການ-ການ​ຕ່າງ​ປະ​ເທດ ສະ​ພາ​ແຫ່ງ​ຊາດ​ໄດ້​ເນັ້ນ​ໜັກ​ວ່າ: ການ​ເຊັນ​​ບົດ​ບັນ​ທືກສັນ​ຍາດັ່ງ​ກ່າວນີ້ ຈະ​ພັດ​ທະ​ນາ​ຂຸມ​ກຳ​ລັງ​ສັງ​ລວມຂອງ ສະ​ພາ​ການ​ຕ່າງ​ປະ​ເທດ​ຂື້ນ​ອີກ ແລະ ການ​ທູດ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄຊ​ຊະ​ນະ ແນວ​ທາງການ​ຕ່າງ​ປະ​ເທດ​ຂອງ​ພັກ ແລະ ລັດ ໃນ​ຂະ​ບວນ​ການຄວາມ​ເປັນ​ເຈົ້າ​ການ, ເຊື່ອມ​ໂຍງ​ສາ​ກົນ​ຢ່າງ​ຕັ້ງ​ໜ້າ. ການ​ປະ​ສານ​ສົມ​ທົບ​ວຽກ​ງານ ລະ​ຫວ່າງ ຄະ​ນະ​ປະ​ຈຳ ກຳ​ມະ​ການ​-ການ​ຕ່າງ​ປະ​ເທດ ສະ​ພາ​ແຫ່ງ​ຊາດ ແລະ ຄະ​ນະ​ປະ​ຈຳ ຄະ​ນະ​ປະ​ທານ ສະ​ຫະ​ພັນ​ອົງ​ການ​ມິດ​ຕະ​ພາບ ປະ​ຕິ​ບັດ​ຕາມ​ບັນ​ດາ​ກົດ​ລະ​ບຽບ​ກົດ​ໝາຍ, ສອດ​ຄ່ອງ​ກັບ​ບົດ​ບາດ​ໜ້າ​ທີ່ ແລະ ສິດ​ຜົນ​ປະ​ໂຫຍດ​ຂອງ​ສອງ​ຝ່າຍ, ອີງ​ໃສ່​ຫຼັກ​ການ​ຕື່​ນ​ຕົວ, ຮ່ວມ​ມື​ຢ່າງ​ຕັ້ງ​ໜ້າ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ ເພື່ອ​ເຮັດ​ສຳ​ເລັດ​ພາ​ລະ​ກິດ​ດ້ານ​ການ​ທູດ​ຢ່າງ​ສົມ​ບູນ.

ບາດກ້າວໃໝ່ ຂອງການປະສານງານລະຫວ່າງ ສະພາການຕ່າງປະເທດ ແລະ ການທູດປະຊາຊົນ

ທ່ານ ຫງວ໋ຽນ​ວັນ​ເຢົ່າ ແລະ ທ່ານ ໂດນ​ຕ໋ວນ​ຟອງ ຕ່າງ​ໜ້າ​ສອງ​ອົງ​ການ ເຊັນ​ສັນ​ຍາ​ລົງ​ນາມ.(ພາບ: ທຸ່ຍ​ລິງ)

ທ່ານ ຫງວ໋ຽນ​ວັນ​ເຢົ່າໄດ້​ແບ່ງ​ປັນ​ວ່າ: “ຂ້າ​ພະ​ເຈົ້າ​ຫວັງ​ເປັນ​ຢ່າງ​ຍິ່ງ​ວ່າ: ພາຍ​ຫຼັງ​ການ​ເຊັນ​ສັນ​ຍາ​ໂຄງ​ການ​ປະ​ສານ​ວຽກ​ງານ ລະ​ຫວ່າງ​ສອງ​ອົງ​ກາ​ນ, ຄະ​ນະ​ກຳ​ມະ​ການ ການ​ຕ່າງ​ປະ​ເທດ ແລະ VUFO ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນຂອງ​ການຮ່ວມ​ມືຢ່າງ​ຫ້າວ​ຫັນ ແລະ ປະ​ສົມ​ປະ​ສານ​ກັນ​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ກ່​ວາ​ເກົ່າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຕົນ”.

VUFO ແມ່ນ​ອົງ​ການ​ຈັດ​ຕັ້ງ ການ​ເມືອງ-ສັງ​ຄົມ ຮັບ​ຜິດ​ຊອບ​ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ, ການ​ເຊັນ​ສັນ​ຍາ​ດັ່ງ​ກ່າວ ສະ​ແດງ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຄະ​ນະ​ກຳ​ມະ​ການ-ການ​ຕ່າງ​ປະ​ເທດ ສະ​ພາ​ແຫ່ງ​ຊາດ ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ, ມີ​ໜ້າ​ທີ່​ສະ​ໜັບ​ສະ​ໜູນ ການ​ທູດ​ຂອງ​ພັກ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ລັດ. ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ ໄດ້​ມີ​ບາດ​ກ້າວ​ພັດ​ທະ​ນາ​ອັນ​ເຂັ້ມ​ແຂງ, ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຮັກ​ສາ ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ເປີດກວ້າງ​ສາຍ​ພົວ​ພັນ​ມິດ​ຕິ​ພາບ, ການ​ຮ່ວມ​ມື, ສ້າງ​ເງື່ອນ​ໄຂ​ສະ​ດວກ​ສາ​ກົນ ໃຫ້​ແກ່​ຂະ​ບວນ​ການ​ປ່ຽນ​ແປງ​ໃໝ່ ແລະ ຍົກ​ສູງ​ ຈຸດ​ຢືນ​ຂອງ​ຫວຽ​ດ​ນາມ ບົນ​ເວ​ທີ​ສາ​ກົນ.

ການ​ເຊັນ​ສັນ​ຍາ “ໂຄງ​ການ​ປະ​ສານ​ສົມ​ທົບ​ວຽກ​ງານ ລະ​ຫວ່າງ ຄະ​ນະ​ປະ​ຈຳການ-ການ​ຕ່າງ​ປະ​ເທດ ສະ​ພາ​ແຫ່ງ​ຊາດ ແລະ ຄະ​ນະ​ປະ​ຈຳ ຄະ​ນະ​ປະ​ທານ ສະ​ຫະ​ພັນ ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ໄລ​ຍະ 2018-2021”

ຈະ​ຊ່ວຍ​ພັດ​ທະ​ນາ​ກຳ​ລັງ​ແຮງ​ສັງ​ລວມກວ່າ​ເກົ່າ ຂອງວຽກ​ງານ​ການ​ທູດ​ປະ​ຊາ​ຊົນ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ບັນ​ດາອົງ​ການ-ການ​ຕ່າງ​ປະ​ເທດ ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃຫ້​ແກ່​ວຽກ​ງານ​ກາ​ນ​ຕ່າງ​ປະ​ເທດ​ລວມ ແລະ ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ໃນ​ສະ​ພາບ​ການ​ໃໝ່, ປະ​ກອບ​ສ່ວນ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄຊ​ຊະ​ນະ ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ ທົ່ວ​ປະ​ເທດ​ຄັ້ງ​ທີ XII.

ບາດກ້າວໃໝ່ ຂອງການປະສານງານລະຫວ່າງ ສະພາການຕ່າງປະເທດ ແລະ ການທູດປະຊາຊົນ

ທ່ານ ໂດນ​ຕ໋ວນ​ຟອງ ປາ​ໄສ​ທີ່ກອງ​ປະ​ຊຸມ.(ພາບ: ທຸ່ຍ​ລິງ)

ທ່ານ ໂດນ​ຕ໋ວນ​ຟອງ ຮອງ​ປະ​ທານ ຄະ​ນະ​ຮັບ​ຜິດ​ຊອບ ເລ​ຂາ​ທິ​ການ​ໃຫຍ່ VUFO ໄດ້​ໃຫ້​ຮູ້​ວ່າ: "ການ​ເຊັນ​ສັນ​ຍາ​ຄັ້ງ​ນີ້​ຈະ​ເປັນ​ຂີດ​ໝາຍ ບາດ​ກ້າວ​ເລີ່ມ​ຕົ້ນ​ໃໝ່​ແກ່​ການ​ປະ​ສານ​ສົມ​ທົບ​ອັນ​ແໜ້ນ​ແຟ້ນ ລະ​ຫວ່າງ ສະ​ຫະ​ພັນ ອົງ​ການ​ມິ​ດ​ຕະ​ພາບ ຫວຽດ​ນາມ ແລະ ຄະ​ນ​ກຳ​ມະ​ການ-ການ​ຕ່າງ​ປະ​ເທດ​ສະ​ພາ​ແຫ່ງ​ຊາດ ໃນ​ໄລ​ຍະ​ຕໍ່​ໄປ​. ພິ​ເສດ ແມ່ນ​ການ​ສຸມ​ໃສ່​ເນື້ອ​ໃນ​ຄື: ການ​ແລ​ກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ຜົນ​ສຳ​ເລັດ​ຂອງ​ການ​ຄົ້ນ​ຄວ້າ​ຕ່າງໆ, ປະ​ສານ​ສົມ​ທົບ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ຢ່າງ​ສອດ​ຂ່ອງ, ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ກຸ່ມ​ສະ​ພາ​ມິດ​ຕະ​ພາບ​ຂອງ​ສະ​ພາ​ແຫ່ງ​ຊາດ".

ຈາກນັ້ນ​ທັງ​ສອງ​ຝ່າຍ ພິ​ຈາ​ລະ​ນາ​ແລກ​ປ່ຽນ​ ບັນ​ດາ​ເອກ​ສານ, ຜົນ​ສຳ​ເລັດ​ຂອ​ງ​ການ​ຄົ້ນ​ຄວ້າ ກ່ຽວ​ກັບ​ສະ​ພາ​ບ​ການ​ຂອງ​ໂລກ, ພາກ​ພື້ນ, ວຽກ​ງານ​​ຂອງ​ສະ​ພາການ​ຕ່າງ​ປະ​ເທດ ແລະ ການ​ທູດ​ປະ​ຊາ​ຊົນ, ສະ​ເພາະ​ແມ່ນ​ບັນ​ຫາ​ກ່ຽວ​ກັບ​ສັນ​ຕິ​ພາບ ແລະ ຄວາມ​ສະ​ຫງົບ​ໂລກ, ນະ​ໂຍ​ບາຍ​ເຊື່ອມ​ໂຍງ​ສາ​ກົນ, ບັນ​ຫາ​ກ່ຽວ​ກັບ​ການ​ຕ່າງ​ປະ​ເທດ​ຕົວ​ຈິງ​ອື່ນໆ , ການ​ປະ​ສານ​ສົມ​ທົບ​ຮັດ​ແໜ້ນຢ່າງ​ຕໍ່​ເນື່ອງ​ລະ​ຫວ່າງ ສະ​ພາ​ການ​ຕ່າງ​ປ​ະ​ເທ​ດ ແລະ ການ​ທູດ​ປະ​ຊາ​ຊົນ ຄື: ປະ​ຊາ​ທິ​ປະ​ໄຕ, ສິ​ດ​ທິ​ມະ​ນຸດ, ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ອັນ​ຄົບ​ຖ້ວນ​ຂອງ​ຊາດ.

ຄຽ​ງ​ຄູ່​ກັນ​ນັ້ນ ທັງ​ສອງ​ອົງ​ການ​ຍັງ​ເພີ່ມ​ທະ​ວີປະ​ສາ​ສົມ​ທົບ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ ບັນ​ດາ​ໂຄງ​ການ, ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ ຂອງ​ສະ​ພາ​ແຫ່ງ​ຊາດ ກໍ່​ຄື​ການ​ທູດ​ປະ​ຊາ​ຊົນ; ພິ​ເສດ​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ກຸ່ມ​ສະ​ພາ​ມິດ​ຕະ​ພາບ​ຂອງ​ສະ​ພາ​ແຫ່ງ​ຊາດ ກັບ ບັນ​ດາ​ອົງ​ການ​ ມິດ​ຕະ​ພາບ​ຂອງ​ຫວຽດ​ນາມ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.