ເປີດ​ຕົວ ໜັງ​ສື​ພິມ ຍຸກ​ສະ​ໄໝ ພາກ​ພາ​ສາ​ລາວ ແລະ ພາ​ສາ​ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ

10:14 | 15/06/2018

ຍ​ສ​ໝ- ການ​ເປີດ​ໂຕ​ເວບ​ໄຊນີ້​ເປົ້າ​ໝາຍ​ແມ່ນ​ເພື່ອ ຮັດ​ແໜ້ນ, ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ທີ່​ມີ​ຊາຍ​ແດຍ​ຕິດ​ຈອດ​ກັນ.

ເປີດ​ຕົວ ໜັງ​ສື​ພິມ ຍຸກ​ສະ​ໄໝ ພາກ​ພາ​ສາ​ລາວ ແລະ ພາ​ສາ​ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ

ບັນ​ນາ​ທິ​ການ​ໃຫຍ່ ວາ​ລະ​ສານ ມິດ​ຕະ​ພາບ( ຜູ່​ທີ​ສອງຊ້າຍ​ມື) ດັ້ງ​ກ໋ວກ​ຈຸງ ມອບດອກ​ໄມ້​ຍິນ​ດີ​ກັບ​ຜູ່​ນຳ​ຂອງ​ໜັງ​ສື​ພິມ​ຍຸກ​ສະ​ໄໝ ເອ​ເລັກ​ໂຕ​ນິກ. (ພາບ: ມິງ​ເຟືອງ)

ຕອນເຊົ້າວັນທີ 14 ມິຖຸນາ, ຢູ່ຮ່າໂນ້ຍໜັງສືພິມ Thoi Dai (ຍຸກສະໄໝ) ໄດ້ຈັດຕັ້ງພິທີເປີດໂຕ ໜັງສືພິມ ຍຸກສະໄໝ ເອເລັກໂຕນິກ ພາກພາສາລາວ​ ແລະ ພາກພາສາກຳ​ປູ​ເຈຍ​ ທີ່​ຢູ່ເວັບໄຊ​ແມ່ນ: huunghivietlao.thoidai.com.vn ແລະ huunghivietnamcampuchia.thoidai.com.vn. ການ​ເປີດ​ໂຕ​ເວບ​ໄຊນີ້​ເປົ້າ​ໝາຍ​ແມ່ນ​ເພື່ອ ຮັດ​ແໜ້ນ, ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ທີ່​ມີ​ຊາຍ​ແດຍ​ຕິດ​ຈອດ​ກັນ.

ເປີດ​ຕົວ ໜັງ​ສື​ພິມ ຍຸກ​ສະ​ໄໝ ພາກ​ພາ​ສາ​ລາວ ແລະ ພາ​ສາ​ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ

ຮອງ​ບັນ​ນາ​ທິ​ການ ໜັງ​ສື​ພິມ ຍຸກ​ສະ​ໄໝ ເລ​ືອງ​ຈີ໋​ກົງ ກ່າວ​ຄຳ​ເຫັນ​ທີ່​ງານ​ການ​ຖະ​ແຫຼງ​ຂ່າວ. (ພາບ: ມິງ​ເຟືອງ)

ທ່ານ ເລືອງ​ຈີ໋​ກົງ ຮອງ​ບັນ​ນາ​ທິ​ການ ໜັງ​ສື​ພິມ ເທີ່ຍ​ດ້າຍ (ຍຸກ​ສະ​ໄໝ)ໄດ້​ກ່າວ​ຄຳ​ເຫັນ​ໃນ​ງານ​ຄັ້ງ​ນີ້​ວ່າ: ຮອງນາຍົກລັດຖະມົນຕີ, ກ່າວວ່າ: "ໃນການຕໍ່ສູ້​ປົດ​ປ່ອຍ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ, ທ້ອນໂຮມປະເທດຊາດ ໃນ​ເມື່ອ​ກ່ອນ ກໍ່​ຄື​ການ​ປ່ຽນ​ແປງ​ໃໝ່, ​ການກໍ່​ສ້າງ ແລະ ປົກ​ປັກ​ຮັ​ກ​ສາ ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ, ຫວຽດນາມ ຖືສໍາຄັນ ແລະ ຖື​ເປັນ​ບູ​ລິ​ມະ​ສິດ ທຳ​ອິດ​ສູ​ງ​ສຸດ ໃນ​ການເສີມ​ສ້າງ, ເພີ່ມ​ທະ​ວີສາຍ​ພົວ​ພັນມິດຕະພາບເປັນ​ມູນ​ເຊື້ອ, ສາມັກຄີ ແລະ ຮ່ວມມື ລະຫວ່າງຫວຽດນາມ- ລາວ, ຫວຽດນາມ-ກໍາປູເຈຍ".

ເປີດ​ຕົວ ໜັງ​ສື​ພິມ ຍຸກ​ສະ​ໄໝ ພາກ​ພາ​ສາ​ລາວ ແລະ ພາ​ສາ​ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ

ຮອງ​ປະ​ທານ ສະ​ຫະ​ພັນ ມິດ​ຕະ​ພາບ ຫວຽດ​ນາມ ທ່ານ ບຸ່ຍ​ຄັກ​ເຊີນ. (ພາບ: ມິງ​ເຟືອງ)

ກົດ​ປຸ່ມ​ເປີດ​ໂຕ ໜັງ​ສື​ພິມ​ ເທີ່ຍ​ດ້າຍ ເອ​ເລັກ​ໂຕ​ນິກ ພາກ​ພາ​ສາ​ລາວ ແລະ ພາ​ສ​າ​ກຳ​ປູ​ເຈຍ, ຮອງປະທານ ສະຫະ​ພັນ ມິດຕະພາບ ຫວຽດນາມ ທ່ານ ບຸ່ຍ​ຄັກ​ເຊີນ ໃຫ້ຮູ້ວ່າ: "ຫນັງສືພິມ ເທີ່ຍ​ດ້າຍ ເປີດຕົວຫນັງສືເອເລັກໂຕຣນິກ ພາກພາສາ ລາວ ແລະ ພາ​ສາ​ກຳ​ປູ​ເຈຍ ແມ່ນເຫດການທີ່ມີຄວາມຫມາຍສຳ​ຄັນທີ່ສຸດ. ໜັງ​ສື​ພິມສອງສະ​ບັບ​ນີ້ຈະເປັນເຄື່ອງມືການສື່ສານທີ່ມີປະສິດຕິຜົນ ເຊື່ອມຕໍ່ ພວກເຮົາກັບເພື່ອນບ້ານລາວ ແລະ ກໍາປູເຈຍ. "

ເປີດ​ຕົວ ໜັງ​ສື​ພິມ ຍຸກ​ສະ​ໄໝ ພາກ​ພາ​ສາ​ລາວ ແລະ ພາ​ສາ​ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ


(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.