ເສີມຂະຫຍາຍນໍ້າໃຈມິດຕະພາບຜ່ານການເຄື່ອນໄຫວທີ່ແທດຈິງ ແລະການແຜ່ກະຈາຍ

16:10 | 14/08/2024

ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ດົ່ງເຫີຍ (ແຂວງກວາງບິ່ງ), ສະມາຄົມມິດຕະພາບ ຫວຽດນາມ - ໄທ ແຂວງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງຄົບຮອບ 48 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ໄທ (6 ສິງຫາ 1976 – 6 ສິງຫາ 2024).

ຟື້ນຟູ, ອະນຸລັກ ແລະເສີມຂະຫຍາຍວັດທະນະທຳທີ່ບໍ່ເປັນວັດຖຸຂອງບັນດາຊົນເຜົ່າສ່ວນໜ້ອຍທີ່ມີຄວາມສ່ຽງຕໍ່ການຄ່ອຍໆເສື່ອມເສຍໄປ ຟື້ນຟູ, ອະນຸລັກ ແລະເສີມຂະຫຍາຍວັດທະນະທຳທີ່ບໍ່ເປັນວັດຖຸຂອງບັນດາຊົນເຜົ່າສ່ວນໜ້ອຍທີ່ມີຄວາມສ່ຽງຕໍ່ການຄ່ອຍໆເສື່ອມເສຍໄປ
ເສີມຂະຫຍາຍນໍ້າໃຈອາສາສະໝັກ, ປະຈັນບານຂອງ ປັນຍາຊົນວິທະຍາສາດໜຸ່ມຢູ່ເຂດຫ່າງໄກຊອກຫຼີກ ເສີມຂະຫຍາຍນໍ້າໃຈອາສາສະໝັກ, ປະຈັນບານຂອງ ປັນຍາຊົນວິທະຍາສາດໜຸ່ມຢູ່ເຂດຫ່າງໄກຊອກຫຼີກ

​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ມີ​ຜູ້​ແທນ 360 ທ່ານ, ​ໃນ​ນັ້ນ​ມີ​ການ​ນຳ​ຂອງ​ບັນດາ​ພະແນກ, ຄະນະ, ຂະແໜງການ, ກົມກອງຢູ່ທ້ອງ​ຖິ່ນ; ສະມາຊິກ​ສະມາຄົມ​ມິດຕະພາບ​ຂອງ ຫວຽດນາມ ​ກັບ​ໄທ, ລາວ, ກຳປູ​ເຈຍ, ຣັດ​ເຊຍ, ຢູ່​ແຂວງກວາງ​ບິ່ງ, ​ເງ້ອານ, ຮ່າ​ຕິ້ງ; ສະມາຄົມ ໄທ - ຫວຽດນາມ ແຂວງ ນະຄອນພະນົມ ແລະ ສະມາຄົມຄົນໄທເຊື້ອສາຍຫວຽດນາມ ແຂວງສະກົນນະຄອນ.

Một tiết mục được biểu diễn tại chương trình. (Ảnh: Cổng TTĐT tỉnh Quảng Bình) ໜຶ່ງການການສະແດງທີ່ໄດ້ດໍາເນີນຢູ່ໃນລາຍການ. (ຮູບພາບ: ເວັບໄຊຂໍ້ມູນຂ່າວສານແຂວງກວາງບິ່ງ)

ລາຍການສະແດງທີ່ໄດ້ດໍາເນີນຢູ່ໃນພິທີ. (ພາບ: ​ປະຕູຖານ​ຂໍ້​ມູນເອເລັກໂຕນິກ​ແຂວງ​ກວາງ​ບິ່ງ)

ທ່ານ ດິງ​ຫວຽດເຮີ້ຍ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດນາມ - ໄທ ແຂວງກວາງບິ່ງ ໄດ້ປະກອບ​ຄຳ​ເຫັນ​ໃນ​ພິ​ທີ​ວ່າ: ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ - ໄທ ຫ່າງຈາກນນີ້ 48 ປີໄດ້​ເປີດ​ປະ​ຕູ​ສູ່​ໄລ​ຍະ​ໃໝ່​ໃນການ​ພົວພັນມິດຕະພາບ ແລະ ການຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ 2 ​ປະ​ເທດ, ໂດຍສະເພາະ​ແມ່ນ​ໃນ​ຂົງ​ເຂດ​ການ​ເມືອງ - ການ​ທູດ, ການ​ຄ້າ - ການ​ລົງທຶນ, ການທ່ອງທ່ຽວ ແລະ ວັດທະນະທຳ - ສັງຄົມ.

ໂດຍ​ເຫັນ​ໄດ້ເຖິງ​ຄວາມ​ສຳຄັນ​ຂອງ​ການ​ແລກປ່ຽນ​ປະຊາຊົນ​ທີ່ວາງ​​ເທົ່າທຽມກັນ​ກັບ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ການ​ທູດ​ແຫ່ງ​ລັດ, ສະມາຄົມ​ມິດຕະພາບ ຫວຽດນາມ -​ ໄທ ​ແຂວງ ກວາງ​ບິ່ງ ​ໄດ້​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ​ຂອງ​ສະມາຄົມ​ໃນ 2 ອາຍຸການ​ຜ່ານ​ມາ​ໄດ້ມີ​ຫຼາຍຄວາມໝາຍທີ່ເລິກເຊິ່ງ, ​ແທດຈິງ ​ແລະ ແຜ່​ກະຈາຍ​.

“ສັນຕິພາບ-ຄວາມສາມັກຄີ-ມິດຕະພາບການຮ່ວມມືຮອບດ້ານ” ແມ່ນການເຄື່ອນໄຫວຈຸດສຸມ ແລະ ເປັນປົກກະຕິຂອງສະມາຄົມ. ​​ແຕ່ລະ​ປີ, ​ໃນ​ໂອກາດ​ວັນ​ບຸນ​ສຳຄັນ​ຂອງ 2 ​ປະ​ເທດ ຫວຽດນາມ - ​ໄທ, ສະມາຄົມໄດ້​ຈັດ​ຕັ້ງ​ການ​ພົບ​ປະ, ​ແລກປ່ຽນ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ໄທ (ບຸນສົງການ); ພົບ​ປະ​ກັບ​ສະ​ມາ​ຄົມຄົນ​ຫວຽດ​ນາມ ຢູ່​ 2 ແຂວງ ນະ​ຄອນ​ພະ​ນົມ ແລະ ສະກົນນະຄອນ ​ຂອງລາຊະອານາຈັກ​ໄທ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 9 ແຂວງ​ພາກ​ກາງ​ເໜືອ ເຊິ່ງມີສະ​ມາ​ຊິກ 500 ຄົນ.

ສະມາຄົມ​ມິດຕະພາບ​ ຫວຽດນາມ - ໄທ ​ແຂວງກວາງບິ່ງ ກໍ່​ແມ່ນ​ຂົວ​ຕໍ່, ລະດົມ​ຊາວ​ຫວຽດນາມ ທີ່ອາ​ໄສ​ຢູ່​ຕ່າງປະ​ເທດ​ມຸ່ງ​ໄປ​ເຖິງ​ການ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ, ປະເທດ​ຊາດ, ໂດຍສະເພາະ​ແມ່ນພໍ່ແມ່ປະຊາຊົນ​ຫວຽດນາມ ​ແລະ ລູກ​ຫຼານທີ່​ດຳລົງ​ຊີວິດ, ຮໍ່າຮຽນ ແລະ ​ເຮັດ​ວຽກ​ຢູ່​ໄທ.

Ông Đinh Viết Hởi, Chủ tịch Hội hữu nghị Việt Nam - Thái Lan tỉnh Quảng Bình. (Ảnh: Cổng TTĐT tỉnh Quảng Bình)  ທ່ານ ດິງຫວັຽດເຮີ້ຍ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ ​ແຂວງກວາງ​ບິ່ງ. (ຮູບ​ພາບ: ​ເວັບ​ໄຊ​ຂໍ້​ມູນ​ຂ່າວ​ສານ​ແຂວງ​ກວາງ​ບິ່ງ)

ທ່ານ ດິງຫວຽດເຮີ້ຍ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ໄທ ​ແຂວງກວາງ​ບິ່ງ. (ຮູບ​ພາບ: ​ປະຕູຖານ​ຂໍ້​ມູນເອເລັກໂຕນິກ​ແຂວງ​ກວາງ​ບິ່ງ)

ທ່ານ ດິງຫວຽດເຮີ້ຍ ກ່າວວ່າ: ໃນໄລຍະຈະມາເຖິງນີ້ ສະມາຄົມຈະສືບຕໍ່ຮັກສາ ແລະ ພັດທະນາບັນດາການເຄື່ອນໄຫວໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ, ມີຄວາມໝາຍເພື່ອແນໃສ່ການເຊື່ອມໂຍງປະຊາຊົນຂອງ 2 ປະເທດ ຫວຽດນາມ - ໄທ. ທ່ານຫວັງ​ວ່າ ​ປະຊາ​ຄົມ​ຄົນ​ຫວຽດນາມ​ຢູ່​ໄທ, ​ຊາວ​ໄທເຊື້ອສາຍຫວຽດນາມ ຍາມ​ໃດ​ກໍ່​ມີ​ນ້ຳ​ໃຈ​ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ, ປະກອບສ່ວນ​ສ້າງສາ, ປົກ​ປັກ​ຮັກສາປະເທດ​ຊາດ ແລະ ​ເຂົ້າ​ຮ່ວມໃນພາລະກິດ​ແຫ່ງປ່ຽນ​ແປງໃໝ່ຂອງ​ປະ​ເທດ​ຊາດ.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.