ແຜ່ກະຈາຍສິ່ງຍອດຍິ່ງມວຍ ຫວຽດນາມ

14:39 | 18/12/2023

ຍສໝ - ນະຄອນ ໂຮ່ຈີມິນ ແມ່ນ "ຖິ່ນກຳເນີດ" ຂອງ Vovinam ຫວຽດນາມ ແລະ ສະຖານທີ່ແຫ່ງນີ້ ຍັງເປັນຈຸດໝາຍປາຍທາງຂອງຜູ້ທີ່ນິຍົມ Vovinam, ນັກກີລາ, ຄູຝຶກມາຈາກຫຼາຍປະເທດທົ່ວໂລກ ມາແຂ່ງຂັນ Vovinam World Championship ຄັ້ງທີ 7 ປີ 2023 (ໃນລະຫວ່າງວັນທີ 24 – 30 ພະຈິກ). ນີ້ ​ໄດ້​ຮັບ​ຖື​ວ່າ​ແມ່ນ “ວັນ​ບຸນ" Vovinam ໂລກ, ​ເຊິ່ງສິ່ງຍອດຍິ່ງມວຍ ຫວຽດນາມ ແລະ ຈິດ​ໃຈມວຍ ຫວຽດນາມ ​ໄດ້​ແຜ່​ກະຈາຍ, ໂຄສະນາເຖິງ​ເພື່ອນ​ມິດສາ​ກົນ​ທັງ​ໃກ້ ​ແລະ ​ໄກ.

ນັກມວຍ ເລ​ຮຶວ​ຕວານ​ ​ຊະ​ນະ​ເລີດ WBA Asia ລະ​ດັບ minimum ນັກມວຍ ເລ​ຮຶວ​ຕວານ​ ​ຊະ​ນະ​ເລີດ WBA Asia ລະ​ດັບ minimum
ນັກມວຍ ຮວ່າງທິໝີ້ເຕິມ ຍາດໄດ້ຫຼຽນຄໍາ ຄາຣາເຕ ອາຊີ ນັກມວຍ ຮວ່າງທິໝີ້ເຕິມ ຍາດໄດ້ຫຼຽນຄໍາ ຄາຣາເຕ ອາຊີ

ທູດວັດທະນະທຳ

ນີ້​ແມ່ນ​ຄັ້ງ​ທີ 2 ທີ່​ງານ​ແຂ່ງຂັນ Vovinam World Championship ​ໄດ້​ຈັດ​ຂຶ້ນ​ຢູ່ ຫວຽດນາມ ພາຍຫຼັງ​ຄັ້ງ​ທຳ​ອິດ​ໃນ​ປີ 2011. ການ​ແຂ່ງຂັນ​ປີ​ນີ້​ມີ​ຄວາມ​ພິ​ເສດ​ຫຼາຍ​ຍ້ອນ​ໄດ້ຢັ້ງຢືນ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ເທດ​ ແລະ ​ສະມາຊິກ​ຫຼາຍ​ທີ່​ສຸດ​ໃນ​ປະຫວັດສາດ ​ໂດຍ​ມີ​ເຈົ້າ​ໜ້າ​ທີ່, ກຳມະການ, ຄູ​ເຝິກ, ນັກ​ກິລາ 650 ຄົນ​ທີ່​ມາ​ຈາກ 35 ປະ​ເທດ ​ທີ່ມີຂະບວນການ Vovinam ​​ພັດທະນາ​ຢູ່ 4 ທະວີບ​ຄື: ອາຊີ, ​ເອີ​ລົບ, ອາຟຣິກາ ແລະ ອົດສະຕາລີ. ​ເພື່ອ​ຊ່ວຍ​ໃຫ້​ງານ​ແຂ່ງຂັນ​ນັບ​ມື້​ນັບ​ມີ​ຄວາມ​ພິ​ເສດ ​ແລະ ​ໄດ້​ຄະ​ແນນ​ໃນ​ສາຍຕາ​ຂອງ​ເພື່ອນ​ມິດສາ​ກົນ, ປະ​ເທດ​ເຈົ້າພາບ​ໄດ້​ຈັດ​ອາຫານ, ທີ່​ພັກ, ​ແລະ ການ​ໂດຍສານພາຍ​ໃນ​ໃຫ້​ຄະນະ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ໂດຍ​ບໍ່​ເສຍ​ຄ່າ. ຍິ່ງ​ໄປ​ກວ່າ​ນັ້ນ, ປະ​ເທດ​ເຈົ້າພາບຍັງໄດ້ ​ແລະ ສືບ​ຕໍ່​ມານະ​ພະຍາຍາມ​ຈັດ​ຕັ້ງ​ງານ​​ຄັ້ງ​ນີ້​ໃຫ້​ສຳ​ເລັດ​ຜົນ ເພື່ອສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ເພື່ອນ​ມິດສາ​ກົນ, ຜ່ານ​ນັ້ນ ກໍ່​ແນະນຳ​ວັດທະນະທຳ, ຮູບພາບ, ປະເທດຊາດ ແລະ ປະຊາຊົນ ຫວຽດນາມ ຜ່ານ​ມວຍ Vovinam - ມວຍຫວຽດ.

ແຜ່ກະຈາຍສິ່ງຍອດຍິ່ງມວຍ ຫວຽດນາມ

Vovinam 85 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ ​ແລະ ອະນາຄົດ​ຈະ​ໄປ​ກວ່າ​ອີກ.

ໃນ​ຊຸມ​ມື້​ທີ່​ນັກຮຽນມວຍ Vovinam ​ໃນ​ທົ່ວ​ໂລກ​ມີ​ໂອກາດ​ກັບ​ຄືນບ່ອນກຳເນີດ - ປະ​ເທດ​ຫວຽດນາມ, ນີ້ກໍ່ແມ່ນກາລະ​ໂອກາດ“​ຄຳ” ​ເພື່ອ​ໃຫ້ Vovinam ຢືນຢັນ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ແຮງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຄອບຄົວ​ໃຫຍ່​ກິລາ​ສາກົນ. Vovinam ​ໄດ້​ເປັນທູດ, ​ເປັນ​ພາຫະນະການ​ທູດວັດທະນະທຳ​ຂອງ​ ຫວຽດນາມ ຢ່າງມີປະສິດທິຜົນ ເພື່ອ​ແນ​ໃສ່​ໂຄສະນາ​ວັດທະນະທຳ, ຮູບພາບປະ​ຊາ​ຊົນ, ປະ​ເທດ​ຮູບຕົວອັກສອນ S ​ທີ່ເຕັມໄປດ້ວຍ​ຄວາມ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາດໄປ​ເຖິງ​ເພື່ອນ​ມິດສາ​ກົນ ຜ່ານ​ບັນດາ​ງານ​ບຸນ, ບັນດາ​ເຫດການ​ການ​ເມືອງ - ວັດທະນະທຳ - ສັງຄົມ ທີ່​ໄດ້​ຈັດ​ຂຶ້ນ​ຢູ່ ຫວຽດນາມ ​ແລະ ສາກົນ, ແມ່ນ​ຄວາມ​ພາກພູມໃຈອັນໃຫຍ່ຫຼວງ​ຂອງ​ຊາວ​ ຫວຽດນາມ ເວົ້າສະເພາະ ແລະ ຂອງ​ບັນດາ​ຜູ້ນິຍົມກິລາມວຍໃນທົ່ວ​ໂລກ ເວົ້າລວມ. ຜ່ານ​ນັ້ນກໍ່​ຢືນຢັນ​ລະດັບ ​ແລະ ຄວາມ​ສາມາດ​ຂອງ​ການຈັດ​ຕັ້ງ ​ແລະ ດຳ​ເນີນ​ງານ​ມະຫະ​ກຳ​ກິລາ​ຂະໜາດ​ໃຫຍ່ ​ແລະ Vovinam ຫວຽດນາມ.

ກ່າວ​ຄຳ​ປາໄສ​ທີ່​ພິທີ​ຕ້ອນຮັບ​ຄະນະ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ງານ​, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈິ​ມິນ ຟ່ານວັນໝ໊າຍ, ຢືນຢັນ​ວ່າ: “​ເຫດການ​ນີ້​ໄດ້ຕ້ອນຮັບ​ເພື່ອນ​ມິດສາ​ກົນ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ນີ້​ບໍ່​ພຽງ​ແຕ່​ເພື່ອ​ແຂ່ງຂັນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ຮໍ່າຮຽນ ​ແລະ ​ແບ່ງປັນ​ນຳກັນ, ເພື່ອ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ກ່ຽວ​ກັບ​ດິນແດນ ​ແລະ ປະຊາຊົນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ມວຍ​ຫວຽດ, ເພື່ອເຮັດໃຫ້ຈິດໃຈຮັກມັກມວຍ - ຈິດໃຈ ມວຍຫວຽດ, ເພື່ອ​ໃຫ້​ພວກ​ເຮົາ​ຮັກ​ແພງ, ອະນຸລັກ​ຮັກສາ ​ແລະ ພັດທະນາ​ຍິ່ງ​ກວ່າ​ອີກໃນທົ່ວ​ໂລກ. ນັບ​ແຕ່​ເຫດການ​ເປັນ​ເຈົ້າພາບ​ ຄັ້ງຫຼ້າສຸດ​ໃນ​ປີ 2011, ​ນະຄອນ​ ໂຮ່ຈິ​ມິນ ເວົ້າລວມ ແລະ ກິລາ​ນະຄອນ​ ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ພວກ​ຂ້າພະ​ເຈົ້າ​ເຫັນໄດ້ເຖິງ​ການ​ພັດທະນາ​ຢ່າງເຂັ້ມແຂງ​ຂອງ Vovinam ຢູ່​ກວ່າ 70 ປະ​ເທດ ​ແລະ ເຂດແຄວ້ນ. Vovinam ​ໄດ້ ​ແລະ ພວມ​ເປັນ​ທູດ​ວັດທະນະທຳ​ທີ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນບົນຈິດ​ໃຈຮັກມັກມວຍ, ຈິດໃຈມວຍຫວຽດຢ.

ບາດກ້າວປະຫວັດສາດ

ປີ 2023 ​ໄດ້​ຮັບ​ຖື​ວ່າ​ແມ່ນ​ປີ​ທີ່​ພິ​ເສດ​ສຳ​ລັບ Vovinam ຫວຽດນາມ. ກ່ອນ​ຈັດ​ຕັ້ງການແຂ່ງຂັນ​ໂລກ, Vovinam ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 111 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ຜູ້​ກໍ່​ຕັ້ງ ຫງວຽນ​ລົກ, ຄົບຮອບ 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງມວຍຫວຽດ ແລະ ຊົມເຊີຍກອງປະຊຸມໃຫຍ່ຜູ້ແທນສະຫະພັນ WVVF World Vovinam ຄັ້ງ​ທີ 3 (2023-2027) ເຊິ່ງໄດ້ປະສົບຜົນສຳເລັດ​ຢ່າງ​ຈົບງາມ. ເຫດການພິເສດອີກ ແມ່ນ Vovinam - ມວຍຫວຽດ ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳບໍ່ເປນວັດຖຸແຫ່ງ​ຊາດ. ຕາມ​ຂໍ້ຕົກລົງ​​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຫງວຽນ​ວັນ​ຮຸ່ງ ​ທີ່ລົງນາມເມື່ອ​ວັນ​ທີ 10 ພະຈິກ 2023, Vovinam - ມວຍຫວຽດ ໄດ້​ຖືກ​ຈັດ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ມໍລະດົກ​ວັດທະນະທຳ​ບໍ່ເປນວັດຖຸແຫ່ງຊາດ (ປະເພດສິລະ​ປະ​ພື້ນ​ເມືອງ,ພູມປັນຍາພື້ນ​ເມືອງ). ນີ້​ແມ່ນ​ໝາກຜົນ​ແຫ່ງ​ຄວາມ​ມານະ​ພະຍາຍາມ​ຂອງ​ນັກຮຽນມວຍ Vovinam ຫຼາຍ​ລຸ້ນຄົນ​ໃນ​ຕະຫຼອດ 85 ປີ​ແຫ່ງ​ການ​ສ້າງສາ ​ແລະ ພັດທະນາ​, ທັງ​ແມ່ນ​ບາດກ້າວ​ປະຫວັດສາດ​ເພື່ອ​ເຮັດ​ໃຫ້ Vovinam ​ເປັນ​ມໍລະດົກ​ວັດທະນະທຳບໍ່ເປນວັດຖຸ​ຂອງ​ໂລກ.

ທ່ານ ປອ ມາຍຫິວຕິ໋ນ , ປະທານສະຫະພັນ Vovinam ໂລກ, ປະທານສະຫະພັນ Vovinam ຫວຽດນາມ ໃຫ້ຮູ້ວ່າ: “Vovinam ພວມປະຕິບັດຢູ່ 70 ປະເທດ ແລະ ເຂດແຄວ້ນໃນ 5 ທະວີບ, ດ້ວຍນັກຮຽນນັບລ້ານຄົນ. ໃນ​ນັ້ນ, ຫຼາຍ​ປະ​ເທດ​ມີ​ການ​ເຄື່ອນ​ໄຫວ​ຢ່າງ​​ແຮງ ​ແລະ ສາມາດ​ແກ່ງ​ແຍ້​ງກັບ ຫວຽດນາມ ໄດ້ຢ່າງສິ້ນເຊີງຄື: ອານເຊຣີ, ກຳປູ​ເຈຍ... ການແຂ່ງຂັນ Vovinam ໂລກ, ແຊ້ມປ້ຽນ ເອີຣົບ, ແຊ້ມປ້ຽນ ອາຊີ, ແຊ້ມປ້ຽນ ອາຊີຕາເວັນອອກສ່ຽງໃຕ້ ກໍໄດ້ຈັດຂຶ້ນປະຈໍາປີ. ການ​ຮັບ​ຮູ້ Vovinam ​ເປັນ​ມໍລະດົກ​ວັດທະນະທຳບໍ່ເປນວັດຖຸແຫ່ງ​ຊາດ​ແມ່ນ​ໝາກຜົນ​ຂອງ​ຫຼາຍ​ລຸ້ນຄົນ​ໃນ​ໄລຍະ 85 ປີ​ແຫ່ງ​ການ​ສ້າງສາ ​ແລະ ພັດທະນາ​ຂອງ​ນັກກິລາ. ນີ້​ແມ່ນ​ບາດກ້າວເດີນທີ່​ຕ້ອງມີເພື່ອມຸ່ງໄປສູ່ການນຳ Vovinam ​ໃຫ້​ກາຍ​ເປັນ​ມໍລະດົກ​ວັດທະນະທຳບໍ່ເປັນວັດຖຸ​ຂອງ​ໂລກ.

ພາຍຫຼັງ 85 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, Vovinam ​ໄດ້​ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າໃນພື້ນຖານການຕີມວຍຂອງ​ ຫວຽດນາມ ​ແລະ ​ໃນ​ໂລກ. ດ້ວຍລະບົບເຕັກນິກທີ່ມີລັກສະນະຊາດ, ມີວິທະຍາສາດ, ແທດຈິງ, ມີຫົວຄິດປະດິດສ້າງ ພ້ອມກັບປັດຊະຍາຂອງຊີວິດມະນຸດທີ່ຮັກມັກມວຍ, Vovinam ໄດ້ປະກອບສ່ວນແນະນຳວັດທະນະທຳ, ປະເທດຊາດ ແລະ ປະຊາຊົນ ຫວຽດນາມ ສູ່ປະຊາຄົມສາກົນ. Vovinam ໄດ້ປະກອບສ່ວນ​ສ້າງ​ມະນຸດທີ່ຮອບດ້ານ, ປູກຝັງໃຫ້ແກ່ຊີວິດ​ທີ່​ດີ​ງາມກວ່າ, ຝຶກ​ຝົນ​ກາຍ​ຂະ​ໜານ​ກັບ​ການ​ປູກຝັງ​ຈິດ​ໃຈ​ໃຫ້​ກາຍ​ເປັນ​ຄົນ​ມີ​ນ້ຳ​ໃຈ, ມີ​ພະລັງ, ມີຄວາມ​ອົດທົນ, ມີ​ຄຸນ​ນະພາ​ບ, ດຳລົງ​ຊີວິດເພື່ອ​ທຸກ​ຄົນ,ພາລະນາຂໍ​ຄວາມ​ຜາ​ສຸກໃຫ້​ຄອບຄົວ ​ແລະ ສັງຄົມ.

ຫວ່າງມໍ່ໆມານີ້, Vovinam ແມ່ນມີຢູ່ໃນຫຼາຍກວ່າ 70 ປະເທດ ແລະ ເຂດແຄ້ວນ. ບາງອົງການຈັດຕັ້ງ Vovinam ຂອງທະວີບ ແລະ ພາກພື້ນ ໄດ້ຮັບການສ້າງຕັ້ງຂຶ້ນໃນອາຊີ, ເອີຣົບ, ອາຟຣິກາ, ອາຊີຕາເວັນອອກສຽງໃຕ້, ອາຊີໃຕ້ ແລະ ກຸ່ມ ອາລັບ. ການ​ແຂ່ງຂັນຊິງແຊ້ມໂລກ ແລະ ການແຂ່ງຂັນຊິງແຊ້ມ, ຂັນທະວີບ, ພາກ​ພື້ນ ​ແລະ ​ແຫ່ງຊາດ ​ໄດ້​ຈັດ​ຂຶ້ນ​ເປັນ​ປະຈຳ​ໄລຍະ ​ໂດຍ​ມີ​ການປະກອບເຫື່ອແຮງຄວາມ​ພະຍາຍາມ​ຫຼາຍ​ຢ່າງຈາກ​ຜູ້ຮຽນມວຍຫວຽດທີ່ເປັນຊາວ​ຕ່າງປະ​ເທດ. ຢູ່ ຫວຽດນາມ, ສະຫະພັນ Vovinam ພວມ​ຢູ່​ໃນ​ຍຸດ​ທະ​ສາດການ​ຮັກສາ, ປ້ອງກັນ ແລະ ພັດທະນາ Vovinam ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ສະຫະພັນ​ຈະ​ພັດທະນາ Vovinam ຢູ່​ທັງ 63 ​ແຂວງ, ນະຄອນ ​ແລະ ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ Vovinam ຢູ່​ບັນດາ​ໂຮງຮຽນ​ພ້ອມ​ທັງ​ຍົກ​ສູງ​ຈຳນວນ ​ແລະ ຄຸນ​ນະພາ​ບຂອງນັກຮຽນມວຍ.

ມິງດຶກ

ເຫດການ
302 Found

Found

The document has moved here.