- ຮຽນທ່ານ ໝາກຜົນທີ່ສຳນັກພິມຈຳໜ່າຍສຶກສາ ຫວຽດນາມ ບັນລຸໄດ້ໃນການຮັກສາ ແລະ ແຜ່ກະຈາຍພາສາຫວຽດ ອອກສູ່ໂລກ ມີຄືແນວໃດ?
ສຳນັກພິມຈຳໜ່າຍສຶກສາ ຫວຽດນາມ ບໍ່ພຽງແຕ່ຮັບປະກັນການສະໜອງປຶ້ມແບບຮຽນ ແລະ ຜະລິດຕະພັນການສຶກສາຢ່າງຄົບຖ້ວນ, ທັນເວລາ ເພື່ອຮັບໃຊ້ນັກຮຽນ, ຄູອາຈານ ແລະ ຜູ້ອ່ານຈຳນວນຫຼວງຫຼາຍໃນທົ່ວປະເທດເທົ່ານັ້ນ ແຕ່ຍັງໄດ້ຮຽບຮຽງ ແລະ ພິມຈຳໜ່າຍຫຼາຍເອກະສານກ່ຽວກັບພາສາຫວຽດ, ວັນນະຄະດີ, ວັດທະນະທຳ, ປະຫວັດສາດ...ອອກສູ່ສາກົນ, ພິເສດແມ່ນປຶ້ມສອນພາສາຫວຽດ ໃຫ້ຊາວຫວຽດນາມຢູ່ຕ່າງປະເທດ ຄື: ພາສາຫວຽດມ່ວນ, ຊົນນະບົດຫວຽດນາມ.
![]() |
ທ່ານ ຟ້າມວິງໄທ, ຫົວໜ້າບັນນາທິການສຳນັກພິມຈຳໜ່າຍສຶກສາ ຫວຽດນາມ |
ນັບແຕ່ປີ 2018, ສຳນັກພິມຈຳໜ່າຍສຶກສາ ຫວຽດນາມ ໄດ້ມີການເຮັດວຽກຫຼາຍຄັ້ງກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງເພື່ອສຳຫຼວດຄວາມຕ້ອງການສິດສອນພາສາຫວຽດ ຂອງຊາວຫວຽດນາມ ຢູ່ຕ່າງປະເທດ. ພວກຂ້າພະເຈົ້າກໍ່ມອບໃຫ້ບັນດາຫົວໜ່ວຍສະມາຊິກປະຕິບັດບັນດາໂຄງການຄົ້ນຄວ້າວິທະຍາສາດ, ເຂົ້າຮ່ວມບັນດາການສຳມະນາວິຊາສະເພາະ, ເລືອກເຟັ້ນເປົ້າໝາຍກໍ່ຄືວິທີການເຂົ້າເຖິງທີ່ເໝາະສົມກັບສະພາບການຕົວຈິງໃນປະຈຸບັນ. ຈາກໝາກຜົນຄົ້ນຄ້ວາ ແລະ ການສຳຫຼວດ, ສຳນັກພິມຈຳໜ່າຍໄດ້ຮຽບຮຽງ ແລະ ຈັດພິມປຶ້ມສະບາຍດີ ພາສາຫວຽດ ເພື່ອສອນພາສາຫວຽດ ໃຫ້ແກ່ລູກຫຼານຊາວຫວຽດນາມ ຢູ່ຕ່າງປະເທດ ພ້ອມກັບນັກປະພັນ ຫງວຽນທິແອງ. ປະຈຸບັນ, ພວກຂ້າພະເຈົ້າພວມສືບຕໍ່ຮຽບຮຽງບັນດາຫົວຂໍ້ທີ່ມີຄຸນນະພາບສູງ ດ້ວຍຄວາມມຸ່ງມາດປາດຖະໜາຢາກຮັກສາພາສາຫວຽດ, ແນະນຳ ແລະ ເຜີຍແຜ່ວັດທະນະທຳ ຫວຽດນາມ ໃຫ້ຜູ້ອ່ານຢູ່ທັງ 5 ທະວີບ.
ສຳນັກພິມຈຳໜ່າຍສຶກສາ ຫວຽດນາມ ໄດ້ມີບັນດາການເຄື່ອນໄຫວສະເພາະໃດ ເພື່ອຜັນຂະຫຍາຍໂຄງການ “ວັນເຊີດຊູພາສາຫວຽດ ໃນປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ” ຮຽນທ່ານ?
ບົນພື້ນຖານຂອງຂໍ້ຕົກລົງດັ່ງກ່າວ, ມີຫຼາຍການເຄື່ອນໄຫວໄດ້ຮັບການຜັນຂະຫຍາຍຄື: ໄດ້ຈັດຕັ້ງການເຄື່ອນໄຫວຕອບສະໜອງວັນເຊີດຊູພາສາຫວຽດ ໃນປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ ປີ 2023; ຝຶກອົບຮົມ ແລະ ແບ່ງປັນວິທີສອນພາສາຫວຽດ ສຳລັບເດັກນ້ອຍໃນປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ; ຮັກສາບັນດາກຸ່ມໜູນຊ່ວຍເຕັກນິກໃຫ້ແກ່ຄູອາຈານທີ່ເຂົ້າຮ່ວມການຝຶກອົບຮົມ ສະບາຍດີ ພາສາຫວຽດ; ກໍ່ສ້າງຕູ້ປຶ້ມພາສາຫວຽດ ເພື່ອມອບໃຫ້ບັນດາອົງການຜູ້ຕາງໜ້າຫວຽດນາມ ຢູ່ຕ່າງປະເທດ ເເລະ ບາງປະເທດທີ່ມີປະຊາຄົມຊາວ ຫວຽດນາມ ເປັນຈຳນວນຫຼວງຫຼາຍ; ໜູນຊ່ວຍ ແລະ ສະໜອງອຸປະກອນການສອນພາສາຫວຽດ ແລະ ບຳລຸງພາສາຫວຽດ ໃຫ້ບັນດາປະຊາຄົມໃນທົ່ວໂລກ...
ບັນດາຜະລິດຕະພັນພິມຈຳໜ່າຍຂອງສຳນັກພິມຈຳໜ່າຍສຶກສາ ຫວຽດນາມ ໄດ້ໄປເຖິງປະຊາຄົມຢູ່ຫຼາຍປະເທດທົ່ວໂລກເຊັ່ນ: ເຢຍລະມັນ, ໂອຕາລິດ, ຮັງກາຣີ, ສະໂລວາກີ, ແບນຊິກ, ລຸກຊຳບົວ, ຝຣັ່ງ, ລັດເຊຍ, ກາຕາ, ສ.ເກົາຫຼີ, ຍີ່ປຸ່ນ, ມາເລເຊຍ, ຈີນ... ອັນໄດ້ປະກອບສ່ວນໜູນຊ່ວຍການຮຽນ - ການສອນພາສາຫວຽດ ໃນປະຊາຄົມຊາວຫວຽດນາມ.
ສຳນັກພິມຈຳໜ່າຍສຶກສາ ຫວຽດນາມ ຍັງໄດ້ສົມທົບກັບ ຄະນະໂທລະພາບການຕ່າງປະເທດ VTV4 ເພື່ອຜັນຂະຫຍາຍການຜະລິດລາຍການໂທລະພາບ ສະບາຍດີພາສາຫວຽດ (ສອນພາສາຫວຽດ ໃຫ້ຊາວຫວຽດນາມຢູ່ຕ່າງປະເທດ ບົນພື້ນຖານຊຸດປຶ້ມ ສະບາຍດີພາສາຫວຽດ), ອອກອາກາດສະໝ່ຳສະເໝີໃນທຸກໆອາທິດ ນັບແຕ່ເດືອນເມສາ 2023 ຢູ່ຊ່ອງ VTV4 ແລະ ບັນດາພື້ນຖານດີຈີຕອນ.
ໃນໄລຍະຈະມາເຖິງ,ສຳນັກພິມຈຳໜ່າຍສຶກສາ ຫວຽດນາມ ຈະສືບຕໍ່ແຜ່ກະຈາຍຄວາມຮັກແພງພາສາຫວຽດຄືແນວໃດ, ຮຽນທ່ານ?
![]() |
ຕູ້ປຶ້ມພາສາຫວຽດ ຢູ່ ຟູກູໂອກາ (ຍີ່ປຸ່ນ). |
ປີ 2024, ສຳນັກພິມຈຳໜ່າຍສຶກສາ ຫວຽດນາມ ແລະ ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້. ສືບຕໍ່ທະວີຄູນຮູບແບບຕູ້ປຶ້ມພາສາຫວຽດ ເປັນຕົ້ນແມ່ນນຳເອົາປຶ້ມຫວຽດ ເຂົ້າໃນລະບົບຫໍສະໝຸດສາທາລະນະຢູ່ບັນດາປະເທດ ແລະ ເຂດແຄ້ວນ, ຮັບໃຊ້ຄວາມຕ້ອງການຂອງປະຊາຄົມ. ຈັດຕັ້ງການຄົ້ນຄ້ວາດິຈິຕອນບັນດາເອກະສານເພີ່ມເຕີມ ຫວຽດນາມ, ພ້ອມທັງແນະນຳປຶ້ມທີ່ມີຄຸນນະພາບສູງໃຫ້ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ.
ພວກຂ້າພະເຈົ້າ ແລະ ຄະນະໂທລະພາບການຕ່າງປະເທດ (ສະຖານີໂທລະພາບຫວຽດນາມ) VTV4 ສືບຕໍ່ຜັນຂະຫຍາຍລາຍການໂທລະພາບ ສະບາຍດີ ພາສາຫວຽດ ຕາມແຜນການທີ່ໄດ້ສາງອອກ, ພ້ອມກັນນັ້ນ ກໍ່ໄດ້ຄົ້ນຄວ້າ ແລະ ພັດທະນາບັນດາຜະລິດຕະພັນການສອນ ແລະ ຮຽນ, ເອກະສານອ້າງອີງ... ປະກອບສ່ວນຮັກສາພາສາຫວຽດ, ຊອກຮູ້ກ່ຽວກັບປະເທດຊາດ - ມະນຸດຫວຽດນາມ, ຮັບໃຊ້ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ.
ປະຈຸບັນ, ສຳນັກພິມຈຳໜ່າຍສຶກສາ ຫວຽດນາມ ຍັງສືບຕໍ່ຜັນຂະຫຍາຍບັນດາລະດັບຂັ້ນຕໍ່ໄປຂອງຊຸດປຶ້ມສະບາຍດີພາສາຫວຽດ, ເພື່ອຮັບປະກັນເອກະສານການຮຽນການສອນໃຫ້ພຽງພໍຕາມ 6 ລະດັບຄວາມສາມາດ ທີ່ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ປະກາດໃຊ້. ພ້ອມກັນນັ້ນ, ກໍ່ສືບຕໍ່ຄົ້ນຄວ້າພັດທະນາລະບົບນິເວດບັນດາຜະລິດຕະພັນທີ່ສາມາດໜູນຊ່ວຍການຮຽນ - ການສອນຂອງຊາວ ຫວຽດນາມ ຢູ່ຕ່າງປະເທດ ກໍ່ຄືແບບວິທີການສອນພາສາຫວຽດ ໃຫ້ນັກຮຽນ ຫວຽດນາມ ຢູ່ຂົງເຂດພິເສດຈຳນວນໜຶ່ງ.
- ຂອບໃຈດ້ວຍຄວາມຈິງໃຈ!

ດີງເລື້ອງ
ຂ່າວທີ່ກ່ຽວຂ້ອງ

ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ ໂຮ່ຈີມິນ ມອບປື້ມໃຫ້ໂຮງຮຽນຢູ່ ຫວຽດນາມ 11 ແຫ່ງ

ແນະນຳ ແລະ ຈໍາໜ່າຍປຶ້ມຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໂຕເລີມ

ເປີດຕົວສູນການສຶກສາ ຫວຽດນາມວິທະຍາ ແຫ່ງທຳອິດ ຢູ່ໂອຊາກ້າ (ຍີ່ປຸ່ນ)
ທ່ານອາດຈະມັກ

ຈຳໜ່າຍປຶ້ມບັນທຶກຄວາມຊົງຈຳ“ຄອບຄົວ, ເພື່ອນມິດ ແລະ ປະເທດ” ຂອງອະດີດຮອງປະທານປະເທດ ຫງວຽນທິບິ່ງ

ຈິດໃຈຮ່ວມມື, ຮັກສາສັນຕິພາບ ແມ່ນຊັບສິນອັນລ້ຳຄ່າຂອງຊາວຫວຽດນາມ ແລະ ອາເມລິກາ

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ເອທິໂອປີ

ຫວຽດນາມ-ລາວ ສາມັກຄີສະໜິດຕິດພັນ, ໜູນຊາວຍເຊິ່ງກັນ ແລະກັນ ເພື່ອພ້ອມກັນພັດທະນາ

ພົບປະແລກປ່ຽນມິດຕະພາບ ຫວຽດນາມ - ກູບາ ເພື່ອສະເຫຼີມສະຫຼອງ 64 ປີແຫ່ງວັນໄຊຊະນະ Giron
