1- ວິທີວັດຖຸນິຍົມສັດຈະວິພາກເປັນການສືບທອດ ພັດທະນາ, ທັງເປັນບາດກ້າວກະໂດດຂັ້ນ ທຽບກັບບັນດາທັດສະນະສັດຈະວິພາກ ແລະ ທິດສະດີກ່ຽວກັບວິທີສັດຈະວິພາກທັງໝົດ ທີ່ມີມາແຕ່ສະໄໝບັນດານັກປັດຊະຍາບູຮານຈົນເຖິງ ເກອອກ ວີນແຮມ ຟຣີດຣິດ ເຮແກນ (Georg Wilhelm Friedrich Hegel) - ນັກປັດຊະຍາສັດຈະວິພາກຈິດຕະນິຍົມພາວະວິໄສ ຂອງປັດຊະຍາກຼາຊິກເຢຍລະມັນ. ວິທີວັດຖຸນິຍົມສັດຈະວິພາກ, ຫຼືເພິ່ນເຄີຍເອີ້ນວ່າວິທີສັດຈະວິພາກມາດຊິດ ຊຶ່ງຖືກຖືວ່າທິດສະດີທີ່ຄົ້ນຄວ້າ “ກ່ຽວກັບການພັດທະນາ” ຂອງໂລກທຳມະຊາດ ແລະສັງຄົມມະນຸດທັງໝົດ ກໍຄືຂອງຈິນຕະນາການຂອງມະນຸດ. ຄືແນວນັ້ນ, ອາດຈະເຫັນວ່າ, ຂອບເຂດຄົ້ນຄວ້າ ແລະ ຂົງເຂດນຳໃຊ້ ຂອງວິທີວັດຖຸນິຍົມສັດຈະວິພາກ ແມ່ນກວ້າງຂວາງທີ່ສຸດ; ບໍ່ມີຂົງເຂດໃດຢູ່ນອກຂອບເຂດກະທົບຂອງມັນ.
ການກຳແໜ້ນບັນດາມູນຫຼັກພື້ນຖານ ແລະ ບັນດາກົດເກນຂອງວິທີວັດຖຸນິຍົມສັດຈະວິພາກ ແມ່ນກຳໄດ້ສິ່ງທີ່ເປັນແກ່ນສານທີ່ສຸດ ໃນບັນດາຫຼັກການອັນພື້ນຖານ ຂອງການພິຈາລະນາ, ຄົ້ນຄວ້າ, ຕີລາຄາ ແລະ ຄາດຄະເນກ່ຽວກັບສິ່ງການທັງໝົດ ກໍຄືທຸກຂະບວນວິວັດທີ່ເກີດຂຶ້ນໃນໂລກທຳມະຊາດພາວະໄສ, ທັງໃນສັງຄົມມະນຸດກໍຄືໃນຈິນຕະນາການຂອງມະນຸດ. ເລື່ອງນີ້ສຳຄັນທີ່ສຸດ, ເປັນຕົ້ນແມ່ນໃນເມື່ອພວກເຮົາໝູນໃຊ້ທິດສະດີວັດຖຸນິຍົມສັດຈະວິພາກ ເຂົ້າໃນບັນດາຂົງເຂດເຄື່ອນໄຫວພຶດຕິກຳ, ລະອຽດແມ່ນໃນການຄົ້ນຄວ້າວາງກຳນົດແນວທາງ ພ້ອມກັບບັນດານະໂຍບາຍ ເພື່ອຂຸດຄົ້ນບັນດາແຫຼ່ງພະລັງ, ນັບທັງພາຍໃນແລະພາຍນອກ, ເປັນຕົ້ນແມ່ງແຫຼ່ງພະລັງຊັບພະຍາກອນມະນຸດ ເພື່ອກໍ່ສ້າງ ແລະພັດທະນາປະເທດຊາດ, ແນໃສ່ພົ້ນອອກຈາກຄວາມຖອຍຫຼັງໄກກວ່າທຽບກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ. ຖ້າຫາກກຳໄດ້ພຽງຄວາມຮູ້ຜິວເຜີນ, ຄຳພີຈຳນວນໜຶ່ງ ຫຼືເຂົ້າໃຈແບບປະສົມປະສານກ່ຽວກັບວິທີສັດຈະວິພາກ ແມ່ນບໍ່ສາມາດກຳນົດໄດ້ວ່າ ອັນໃດແມ່ນປັດໄຈຫຼັກແຫຼ່ງ, ອັນໃດແມ່ນຂອດພື້ນຖານ ແລະມີລັກສະນະຕັດສິນຕໍ່ກັບການເຄື່ອງເໜັງ, ພັດທະນາຂອງສິ່ງການໜຶ່ງໆ ຫຼືພຽງແຕ່ເພື່ອປະຕິບັດໜ້າທີ່ອັນລະອຽດໃນໄລຍະທີ່ແນ່ນອນໃດໜຶ່ງໃຫ້ມີປະສີດທິຜົນເທົ່ານັ້ນ.
ພັກແລະລັດແຫ່ງ ສສ ຫວຽດນາມ, ໃນເມື່ອເວົ້າເຖິງບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ຍາມໃດກໍຮັບຮູ້ໄດ້ວ່າ ພວກເຮົາປະຕິບັດບັນດາໜ້າທີ່ເຫຼົ່ານີ້ໃນເງື່ອນໄຂຂອງປະເທດທີ່ຖືກຈຳກັດຫຼາຍທີ່ສຸດທາງດ້ານວັດຖຸ - ເຕັກນິກ ແລະ ວິທະຍາສາດ - ເຕັກໂນໂລຊີ. ເພາະສະນັ້ນ ການເນັ້ນໜັກເຖິງໜ້າທີ່ກໍ່ສ້າງພື້ນຖານວັດຖຸ - ເຕັກນິກ ແມ່ນສົມເຫດສົມຜົນ ແລະ ຈຳເປັນຕ້ອງການທີ່ສຸດ ສຳລັບບັນດາປະເທດທີ່ຍັງບໍ່ທັນຜ່ານລັດທິທຶນນິຍົມ. ນັ້ນກໍແມ່ນເຫດຜົນທີ່ທ່ານ ກາກ ມາກ ໄດ້ເວົ້າວ່າ, ມີລັດທິທຶນນິຍົມກໍທຸກ ບໍ່ມີລັດທະທຶນນິຍົມກໍທຸກຍາກລຳບາກ. ຍ້ອນບໍ່ມີພື້ນຖານວັດຖຸ - ເຕັກນິກທີ່ລັດທິທຶນນິຍົມກະກຽມໄວ້ໃຫ້, ເປັນຕົ້ນແມ່ນເຕັກໂນໂລຊີທັນສະໄໝ ພ້ອມດ້ວຍບຸກຄະລາກອນທີ່ມີລະດັບທຽບເທົ່າ ເພື່ອນຳໃຊ້ເຂົ້າໃນການສ້າງສາພັດທະນາ ດັ່ງນັ້ນ ບັນດາປະເທດດ້ອຍພັດທະນາຈຶ່ງພົບຄວາມຫຍຸ້ງຍາກ ແລະ ຈະປະສົບກັບຄວາມຫຍຸ້ງຍາກບໍ່ຈັກວ່າເທົ່າໃດອີກ. ເພື່ອພົ້ນອອກຈາກຄວາມຫຼ້າຫຼັງ ແລະ ເພື່ອໄປທັນກັບບັນດາປະເທດຈະເລີນພັດທະນາ, ພວກເຮົາຕ້ອງຍູ້ແຮງການຫັນເປັນອຸດສາຫະກຳຕາມທິດທັນສະໄໝ; ພ້ອມກັນນັ້ນ, ຕ້ອງນຳໃຊ້ບັນດາປັດໄຈພາຍໃນໃຫ້ໄດ້ເປັນຢ່າງດີ, ກ່ອນອື່ນແມ່ນປັດໄຈມະນຸດ ເຂົ້າໃນການພັດທະນາ, ເປັນຕົ້ນແມ່ນເພື່ອພັດທະນາແບບຍືນຍົງ.
ແຕ່ຫາກ, ເງື່ອນໄຂປັດຈຸບັນມັນຕ່າງກັນກັບບັນດາສະຕະວັດກ່ອນ, ເພື່ອພັດທະນາປະເທດຊາດໄດ້ຢ່າງຍືນຍົງ ແມ່ນຕ້ອງມີສາຍຕາຍາວນານ, ສັງລວມ ແລະ ຮອບດ້ານ. ແຕ່ໜ້າເສຍດາຍວ່າ, ມາເຖິງປັດຈຸບັນ, ຢູ່ຫວຽດນາມ, ຄືທີ່ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ຍອມຮັບ: “ຫຼາຍຂົງເຂດແຫ່ງການພັດທະນາແບບຍືນຍົງຍັງບໍ່ໄດ້ຄົ້ນຄວ້າຢ່າງຄົບຖ້ວນ... ຍັງບໍ່ທັນກຳນົດແຈ້ງທິດທາງ ແລະບັນດາໜ້າທີ່ທີ່ມີລັກສະນະສັງລວມ, ຄົບຊຸດ...”(1). ດັ່ງນັ້ນ, ຍິ່ງກວ່າເວລາໃດໝົດ, ໃນເງື່ອນໄຂປັດຈຸບັນ, “ໃນການເຄື່ອນໄຫວເສດຖະກິດ, ການເມືອງ, ສັງຄົມທຸກຢ່າງ ລ້ວນແຕ່ຕ້ອງເຊີດຊູປັດໄຈວັດທະນະທ, ມະນຸດ”(2). ຄືແນວນັ້ນ, ເພື່ອພັດທະນາປະເທດໄດ້ຢ່າງຍືນຍົງ ແມ່ນຄຽງຂ້າງການພັດທະນາເສດຖະກິດ ສັງຄົມ ສິ່ງແວດລ້ອມແບບຍືນຍົງນັ້ນ ຍັງຕ້ອງເອົາໃຈໃສ່ເປັນພິເສດເຖິງການພັດທະນາແບບຍືນຍົງ ຂອງບັນດາປັດໄຈວັດທະນະທຳ ແລະມະນຸດ - ປັດໄຈພື້ນຖານຂອງການພັດທະນາຢ່າງໄວແລະຍືນຍົງ, ພ້ອນນັ້ນ ກະໂຕມະນຸດເປັນໃຈກາງຂອງຍຸດທະສາດການພັດທະນາ ພ້ອມທັງເປັນເຈົ້າພາບຂອງການພັດທະນາ. ເມື່ອຮັບຮູ້ໄດ້ວ່າ ຕົນເອງເປັນເຈົ້າພາບຂອງການພັດທະນາ, ມະນຸດຈະປຸກຕື່ນຄວາມສາມາດທຸກຢ່າງຂອງຕົນ ແລະ ສະແດງມັນອອກໃນພາກຕົງຈິງ, ນັບແຕ່ຄວາມສາມາດຈິນຕະນາການ ຈົນເຖິງຄວາມສາມາດເຄື່ອນໄຫວ ພ້ອມດ້ວຍສະຕິກ່ຽວກັບຄວາມຮັບຜິດຊອບພົນລະເມືອງຂອງຕົນ ເພື່ອປະກອບສ່ວນໃຫ້ແກ່ວິວັດການປ່ຽນແປງໃໝ່ ແລະ ໃຫ້ພາລະກິດສ້າງສາພັດທະນາປະເທດ.
2- ໃນວິວັດການປ່ຽນແປງໃໝ່, ພວກເຮົາໄດ້ພະຍາຍາມຢ່າງສຸຂີດ ເພື່ອຂຸດຄົ້ນບັນດາແຫຼ່ງພະລັງທີ່ມີຢູ່ເຊັ່ນ ບັນດາແຫຼ່ງຊັບພະຍາກອນທຳມະຊາດ, ບັນດາແຫຼ່ງພະລັງວິທະຍາສາດ, ເຕັກນິກ, ເຕັກໂນໂລຊີ ແລະ ຊັບພະຍາກອນທຳມະຊາດ ຮັບໃຊ້ໃຫ້ແກ່ການພັດທະນາ. ການຂຸດຄົ້ນ ແລະນຳໃຊ້ບັນດາແຫຼ່ງພະລັງດັ່ງກ່າວ ໄດ້ນຳມາເຊິ່ງຜົນສຳເລັດອັນໃຫຍ່ຫຼວງທີ່ໜ້າທະນົງໃຈ; ພາໃຫ້ປະເທດຊາດພົ້ນອອກຈາກວິກິດການເສດຖະກິດ - ສັງຄົມທີ່ໜັກໜ່ວງແກ່ຍາວ ໃນຊຸມປີທົດສະວັດທີ 7 ແລະ 8 ຂອງສະຕະວັດທີ XX; ສ້າງຄວາມໄວ້ວາງໃຈຄືນໃໝ່ໃນປະຊາຊົນ ແລະ ຄວາມໄວ້ວາງໃຈນັ້ນນັບມື້ນັບໄດ້ຮັບການປັບປຸງ, ສ້າງຄວາມເບີກບານມ່ວນຊື່ນໃຫ້ປະຊາຊົນທຸກຄົນ ແລະ ໄດ້ຮັບຄວາມນິຍົມນັບຖື, ຕີລາຄາສູງຂອງບັນດາປະເທດໃນໂລກ.
ແຕ່, ຕ້ອງຍອມຮັບກົງໄປກົງມາວ່າ, ເຖິງວ່າ ພັກແລະລັດຍາມໃດກໍຮຽກຮ້ອງໃຫ້ ເຊື່ອມຕິດຄວາມເຕີບໂຕເສດຖະກິດ ກັບປົກປັກຮັກສາສິ່ງແວດລ້ອມກໍຕ້າມ ແຕ່ໃນວິວັດການປະຕິບັດແນວທາງພັດທະນາປະເທດຂອງພວກເຮົາ ພັດບໍ່ເຮັດໄດ້ຄືແນວນັ້ນ. ພວກເຮົາ “ຮັບຮູ້ຍັງບໍ່ທັນຄົບຖ້ວນ ແລະ ແກ້ໄຂຍັງບໍ່ທັນດີ ກ່ຽວກັບຄວາມພົວພັນລະຫວ່າງການເຕີບໂຕເສດຖະກິດ ກັບການພັດທະນາວັດທະນະທຳ, ບຳລຸງກໍ່ສ້າງຄົນ, ປະຕິບັດຄວາມກ້າວໜ້າ ແລະຄວາມກ້າວໜ້າທາງສັງຄົມ, ປົກປັກຮັກສາຊັບພະຍາກອນ ແລະສິ່ງແວດລ້ອມ, ຮັບມືກັບການປ່ຽນແປງສະພາບພູມິອາກາດ”(3). ຄຽງຂ້າງກັບບັນດາຜົນສຳເລັດທີ່ບັນລຸໄດ້, ພວກເຮົາກໍມີຄວາມຜິດພາດຫຼາຍຢ່າງທີ່ບັນດາປະເທດໄປກ່ອນເຄີຍຕົກໃສ່ ເຖິງວ່າພວກເຮົາໄດ້ຮັບການກ່າວເຕື່ອນຂອງນັກວິທະຍາສາດແລ້ວກໍຕາມ. ບາງແຫ່ງ, ບາງຄັ້ງ, ຊ້ຳບໍ່ໜຳມີການຕັດສິນຕົກລົງ ທີ່ໄດ້ໃຫ້ຄວາມສຳຄັນເກີນຄວນເຖິງເປົ້າໝາຍການເຕີບໂຕເສດຖະກິດ, ດຶງດູດການລົງທຶນ ໂດຍບໍ່ເອົາໃຈໃສ່ຢ່າງແທ້ຈິງເຖິງການປົກປັກຮັກສາສິ່ງແວດລ້ອມທຳມະຊາດ, ເຖິງການພັດທະນາແບບຍືນຍົງ. ເຖິງວ່າລັດຖະບານໄດ້ຕົກລົງຍຸບເລີກຫຼາຍໂຄງການໄຟຟ້ານ້ຳຕົກທີ່ມີຂະໜາດຕ່າງກັນໃນທົ່ວປະເທດ, ນັບທັງບັນດາໂຄງການຢູ່ກາງເຂດປ່າສະຫງວນແຫ່ງຊາດກໍຕາມ, ແຕ່ຍັງມີຫຼາຍໂຄງການໄຟຟ້ານ້ຳຕົກ, ໂຄງການຂຸດຄົ້ນແຮ່ທາດ, ໂຄງການຫັນປ່ຽນຈຸດປະສົງນຳໃຊ້ “ປ່າໂຄກ”,... ຖືກສວຍໃຊ້ເພື່ອທຳລາຍປ່າ ແລະ ຂຸດຄົ້ນໄມ້ແບບຜິດກົດໝາຍ. ພິເສດ, ເຈົ້າຂອງລົງທຶນໂຄງການຢູ່ຫຼາຍແຫ່ງ ໄດ້ດຳເນີນຕີລາຄາການກະທົບສິ່ງແວດລ້ອມແບບຜິວເຜີນ, ຂາດຄວາມຮັບຜິດຊອບ, ລໍ້ລວງຫາງສຽງ; ຫຼັງຈາກນັ້ນກໍຖືກເປີດໜ້າກາກຕໍ່ໜ້າສາທາລະນະ ແລະ ຖືກສັງຄົມຕຳໜິຕິຕຽນຢ່າງຮຸນແຮງ.
ຍ້ອນໃຫ້ຄວາມສຳຄັນຫຼາຍກວ່າເຖິງຈຸດປະສົງເພີ່ມຄວາມເຕີບໂຕເສດຖະກິດ ດັ່ງນັ້ນການປົກປັກຮັກສາສິ່ງແວດລ້ອມຈຶ່ງບໍ່ໄດ້ຮັບຄວາມເອົາໃຈໃສ່ຢ່າງເໝາະສົມ ຊຶ່ງພາໃຫ້ຊັບພະຍາກອນທຳມະຊາດທີ່ບໍ່ທົດແທນ ຖືກສູນເສຍຫຼາຍໂພດ, ຖືກຂຸດຄົ້ນຈົນບົກແຫ້ງ ແລະ ຖືກຂາຍສົ່ງນອກດ້ວຍລາຄາຖືກທີ່ສຸດ ໂດຍຜ່ານເສັ້ນທາງການຄ້າເປັນທາງການ ທັງສົ່ງອອກຜິດກົດໝາຍຂ້າມຊາຍແດນ. ບໍ່ອາດຈະບໍ່ເວົ້າເຖິງ ສະພາບທີ່ຢູ່ອາໃສ ພ້ອມດ້ວຍແຫຼ່ງນ້ຳຢູ່ຫຼາຍແຫ່ງ ຖືກມົນລະພິດ, ນັບທັງເຂດຊົນນະບົດພ້ອມທັງເຂດຕົວເມືອງຫຼາຍແຫ່ງຖືກມົນລະພິດຢ່າງໜັກ, ພາໃຫ້ເກີດສະພາບການປະຊາຊົນຫຼາຍຄົນຂອງບ້ານໜຶ່ງຖືກຕິດພະຍາດມະເຮັງ, ຕິດພະຍາດຫຼອດລົມອັກເສບ, ພະຍາດປອດບວມຮຸນແຮງ ຍ້ອນໝອກຄວັນ ມົນລະພິດ ຫຼືທາດອາມີອັງ ຫິນຝຸ່ນຈາກການຂຸດຄົ້ນບໍ່ແຮ່ ຝຸ່ນປູນຊີມັງ,... ເພາະສານັ້ນ, ອາດຈະເຫັນໄດ້ຢ່າງງ່າຍດາຍວ່າ, ເຖິງວ່າເສດຖະກິດໄດ້ເຕີບໂຕຢ່າງສະໜ່ຳສະເໜີພໍຄວນໃນຫຼາຍປີລຽນຕິດກໍຕາມ ແຕ່ຫວຽດນາມກຳລັງຢູ່ໃນສະພາບ “ພັດທະນາຂາດຄວາມໝັ້ນຄົງຍືນຍົງທັງທາງດ້ານເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ສິ່ງແວດລ້ອມ”(4).
ມີຫຼາຍສາເຫດທີ່ພາໃຫ້ສະພາບການຂາດຄວາມໝັ້ນຄົງຍືນຍົງໃນຫຼາຍດ້ານຄືກ່າວມາເທິງນີ້. ກ່ອນອື່ນແມ່ນມຸມມອງດ້ານດຽວ, ພຽງແຕ່ມອງເບິ່ງຂົງເຂດໜຶ່ງ ຫຼືຂະແໜງການໜຶ່ງ ແຕ່ບໍ່ເບິ່ງກວມລວມໄປຍັງບັນດາຂະແໜງການ ຫຼືບັນດາຂົງເຂດອື່ນ, ດັ່ງນັ້ນ ໃນເມື່ອປະຕິບັດແຜນການຈຶ່ງບໍ່ສົ່ງຜົນກະທົບຕໍ່ທາງດຽວກັນ. ຫຼົງຮັບກ່ຽວກັບຄວາມຮັ່ງມີທີ່ບໍ່ສິ້ນສຸດທາງດ້ານຊັບພະຍາກອນທຳມະຊາດ; ບໍ່ເຫັນໄດ້ວ່າ ຊັບພະຍາກອມທຳມະຊາດທີ່ບໍ່ທົດແທນຂອງປະເທດເຮົາຖືກຈຳກັດຫຼາຍ; ກົດໝາຍຍັງບໍ່ທັນຄົບຖ້ວນບໍລິບູນ ແລະການປະຕິບັດກົດໝາຍກໍບໍ່ເຂັ້ມງວດ; ບໍ່ມີການກວດການັບແຕ່ຫົວທີ່ເມື່ອໃຫ້ໃບອະນຸຍາດລົງທຶນຂຸດຄົ້ນຊັບພະຍາກອນ,... ກໍ່ພາໃຫ້ການພັດທະນາບໍ່ໝັ້ນຄົງຍືນຍົງ.
ການມອບໃຫ້ທ້ອງຖິ່ນມີສິດອອກໃບອະນຸຍາດລົງທຶນກໍ່ສ້າງໂຄງການ ເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດຂອງທ້ອງຖິ່ນຕ່າງໆ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ ແຕ່ພັດຂາດການກວດກາ, ຕິດຕາມກວດກາ, ກວດສອບຂອງອົງການຮັບຜິດຊອບສະເພາະຂອງສູນກາງ. ບາງທ້ອງຖິ່ນອອກໃບອະນຸຍາດການລົງທຶນດ້ວຍແນວຄິດຊ່ວງເສັງກັນ, ບໍ່ຢາກໃຫ້ຖ້ອງຖິ່ນຕົນດ້ອຍກວ່າທ້ອງຖິ່ນເພື່ອນ ໃນການດຶງດູດເອົາເງິນລົງທຶນ, ຍ້ອນແນວນັ້ນຈຶ່ງຫລຸດຜ່ອນມາດຕະຖານການປົກປັກຮັກສາສິ່ງແວດລ້ອມ, ພາໃຫ້ສິ່ງແວດລ້ອມຖືກມົນພິດແຜ່ລາມ ແລະ ເຄັ່ງຮ້ອນທີ່ສຸດ. ຫ້ວຍນ້ຳລຳເຊຫຼາຍສາຍໄດ້ກາຍເປັນ ຫຼືພວມກາຍເປັນ “ລຳເຊມໍລະນະ” ຍ້ອນນ້ຳເສຍເປັນພິດທີ່ບໍ່ຜ່ານການແກ້ໄຂໃນໂຮງງານ ໄດ້ໄຫຼຫຼັ່ງທັ່ງເທອອກສູ່ລຳເຊທັງວັນທັງຄືນ. ບັນດາສວນມອນ, ຊາຍຫາດອ້ອຍທີ່ອຸດົມ ກໍຖືກນ້ຳເຊາະ, ດິນເຈື່ອນລົງລຳເຊ ຍ້ອນເຮືອຂຸດເຮືອດຸດຂີ້ຊາຍ, ທຳລາຍສາຍນ້ຳທັງວັນທັງຄືນ ແຕ່ບໍ່ຖືກບັນດາອົງການທີ່ຮັບຜິດຊອບ ແລະ ອຳນາດການປົກຄອງທ້ອງຖິ່ນແກ້ໄຂປັບໄໝ ຫຼືພຽງແຕ່ແກ້ໄຂແບບຜິວເຜີນ, ບໍ່ທັນການ. ຫ້ວຍນ້ຳລຳເຊມໍລະນະບໍ່ພຽງແຕ່ເຮັດໃຫ້ເຂດດິນປູກຝັງທຳການກະເສດຖືກເສຍຫາຍເທົ່ານັ້ນ ຫາກຍັງທຳລາຍທັງບັນດາພື້ນທີ່ລ້ຽງສັດນ້ຳ, ຂຸດຄົ້ົ້ົ້ົ້ົ້ົ້ົ້ນສິນໃນນ້ຳ ຢູ່ຕາມຝັ່ງແມ່ນ້ຳ, ຝັ່ງທະເລ ແລະແລ້ວຊີວິດຂອງຄົນກໍພວມແລະຈະຖືກຜົນສະທ້ອນຢ່າງຮ້າຍແຮງ, ໜັກໜ່ວງທີ່ສຸດ. ເຫດການປາຕາຍຢູ່ທະເລຂອງ 4 ແຂວງແຕ່ ຮ່າຕິ໊ງ ຈົນເຖິງ ເທື່ອທຽນ-ເຫວ້ ໃນເວລາທີ່ຜ່ານມາ ບໍ່ແມ່ນຍ້ອນສາເຫດທຳມະຊາດແຕ່ຢ່າງໃດ ຫາດແນ່ນອນວ່າຍ້ອນການກະທົບໂດຍກົງຈາກນ້ຳເສຍທີ່ເປັນພິດຂອງບັນດາເຂດອຸດສາຫະກຳຢູ່ແຄມຝັ່ງທະເລໃນເຂດນີ້.
ຄຽງຂ້າງນັ້ນ, ສິ່ງທີ່ເປັນອັນຕະລາຍບໍ່ໜ້ອຍຄື ຍ້ອນແຮງໜີບທີ່ຕ້ອງຈັດວາງສັບຊ້ອນໂຮງຈັກໂຮງງານເຂົ້າເຕັມໃນບັນດາເຂດອຸດສາຫະກຳທີ່ມີຢູ່ ເດັ່ງນັ້ນເຂົາເຈົ້າຈຶ່ງສັບຊ້ອນຂະແໜງການຜະລິດທີ່ເປັນພິດ ທີ່ອາດຈະກໍ່ຄວາມເສຍຫາຍໃຫ້ແກ່ບັນດາຂະແໜງການຜະລິດອື່ນ ເຂົ້າໃນເຂດອຸດສາຫະກຳດຽວກັນ ແລະ ວິທີເຮັດແບບນີ້ກໍພາໃຫ້ເກີດໄພອັນຕະລາຍທີ່ບໍ່ອາດຈະຄາດຄະເນລ່ວງໜ້າໄດ້. ເປັນອັນຈະແຈ້ງວ່າ ຍ້ອນວິໄສທັດ ແລະວັດທະນະທຳສິ່ງແວດລ້ອມຖືກຈຳກັດຮັດແຄບ ດັ່ງນັ້ນເຂົາເຈົ້າຈຶ່ງເຫັນແຕ່ພາກສ່ວນ, ສະເພາໜ້າເທົ່ານັ້ນ ໂດຍບໍ່ເຫັນມັນເປັນຜົນເສຍຫາຍຢ່າງໃຫຍ່ຫຼວງແລະຍາວນານ ໃຫ້ແກ່ທຳມະຊາດ ແລະ ສຸຂະພາບຂອງປະຊາຊົນ.
ອາດຈະຍົກໃຫ້ເຫັນສາເຫດອື່ນອີກຫຼາຍສາເຫດທີ່ໄດ້ພາໃຫ້ການພັດທະນາບໍ່ໝັ້ນທ່ຽງ ຊຶ່ງບັນດາກອງປະຊຸມໃຫຍ່ຂອງພັກທີ່ຜ່ານມາມໍ່ນີ້ ກໍຄືນັກຄົ້ນຄວ້າຫຼາຍຄົນ ໄດ້ຊີ້ອອກມາແລ້ວ. ຕົວຢ່າງເຊັ່ນ, “ຜົນປະໂຫຍດໝູ່ພວກ” ຂອງບັນດາກຸ່ມຜົນປະໂຫຍດຫຍໍ້ທໍ້, ຜິດກົດໝາຍ, ການສວຍໃຊ້ສິດອຳນາດເພື່ອສໍ້ລາດບັງຫຼວງ ແລະ ເກັບເອົາຜົນປະໂຫຍດອະທຳ ໃນການໃຫ້ໃບອະນຸຍາດລົງທຶນ(5). ແຕ່, ສາເຫດກວມລວມທີ່ສຸດທີ່ຕ້ອງເວົ້າເຖິງ ແມ່ນລະດັບວັດທະນະທຳ, ໃນນັ້ນມີວັດທະນະທຳປະພຶດຕໍ່ທຳມະຊາດ, ວັດທະນະທຳຄຸ້ມຄອງລັດ ຂອງຂັ້ນຕ່າງໆ ຍັງຕ່ຳຕ້ອຍ, ບໍ່ຕອບສະໜອງໄດ້ກັບຄວາມຕ້ອງການ.
ແຕ່ກ່ອນມາເຖິງປັດຈຸບັນ, ເມື່ອເວົ້າເຖິງການພັດທະນາ ຫຼື ການພັດທະນາແບບຍືນຍົງ ເຂົາເຈົ້າເຄີຍເວົ້າເຖິງສານເສົາຄ້ຳຄື ຍືນຍົງທາງດ້ານເສດຖະກິດ, ຍືນຍົງທາງສັງຄົມ ແລະ ຍືນຍົງທາງດ້ານສິ່ງແວດລ້ອມ ແຕ່ຍັງບໍ່ທັນເອົາໃຈໃສ່ຢ່າງຖືກລະດັບເຖິງບົດບາດຂອງເສົາຄ້ຳອື່ນທີ່ສຳຄັນທີ່ສຸດໃນການພັດທະນາຄື ພັດທະນາແບບຍືນຍົງທາງດ້ານວັດທະນະທຳ. ແມ່ນຄວາມຍືນຍົງທາງດ້ານວັດທະນະທຳ, ໃນນັ້ນມີວັດທະນະທຳປະພືດຕໍ່ທຳມະຊາດແລະສິ່ງແວດລ້ອມ ນີ້ເອງ ຈຶ່ງເປັນແກ່ນເພົາທີ່ຮັບປະກັນໃຫ້ແກ່ ການພັດທະນາແບບຍືນຍົງ ແລະ ຍາວນານຂອງປະເທດຊາດ. ເພາະສະນັ້ນ, ຕ້ອງມີຄວາມຮັບຮູ້ໃໝ່ກ່ຽວກັບການພັດທະນາແບບຍືນຍົງ, ໃນນັ້ນ ການພັດທະນາແບບຍືນຍົງທາງດ້ານວັດທະນະທຳ ຕ້ອງໄດ້ຖືວ່າເປັນໜຶ່ງໃນບັນດາເສົາຄ້ຳຕົ້ນຕໍທີ່ສ້າງຄວາມພັດທະນາແບບຍືນຍົງ. ການພັດທະນາເສດຖະກິດ - ສັງຄົມຈະບໍ່ໝັ້ນຄົງໄດ້ ຖ້າຫາກບໍ່ໝູນອ້ອມເສົາຄ້ຳແຫ່ງການພັດທະນາແບບຍືນຍົງທາງດ້ານວັດທະນະທຳ, ຊຶ່ງວັດທະນະທຳມີຢູ່ໃນມະນຸດ, ຢູ່ໃນສັງຄົມມະນຸດ.
ລະດັບວັດທະນະທຳຕ່ຳ, ເປັນຕົ້ນແມ່ນວັດທະນະທຳປະພຶຕໍ່ທຳມະຊາດ, ໄດ້ແລະຈະປະໄວ້ຊຶ່ງຜົນຕາມມາທີ່ບໍ່ຄາດຫວັງ ແລະ ບໍ່ອາດຄາດຄະເນລ່ວງໜ້າໄດ້.
ຈາກບັນດາເຫດການສິ່ງແວດລ້ອມຕົວຈິງທີ່ໜັກໜ່ວງ ທີ່ສະແດງອອກໃນຕະຫຼອດເວລາທີ່ຜ່ານມາ ໃນທົ່ວປະເທດ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ XII ຂອງພັກໄດ້ຢັ້ງຢືນ: “ການຄຸ້ມຄອງແລະນຳໃຊ້ຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມບໍ່ໄດ້ຕາມຄວາມຕ້ອງການ”(6); “ວັດທະນະທຳ, ສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ ຫຼາຍດ້ານຍັງຂາດຕົກບົກພ່ອງ, ແກ້ໄຂຜ່ານຜ່າຢ່າງຊັກຊ້າ”(7); “ການຄຸ້ມຄອງ ຂຸດຄົ້ນ ນຳໃຊ້ຊັບພະຍາກອນ ຍັງບໍ່ມີປະສິດທິຜົນ ແລະ ຍືນຍົງ; ຊັບພະຍາກອນບາງປະເພດຖືກຂຸກຄົ້ນເກີນຄວນ ພາໃຫ້ມັນເສື່ອມເສຍ, ໝົກກ້ຽງ. ມົນພິດສິ່ງແວດລ້ອມສືບຕໍ່ເພີ່ມຂຶ້ນ, ມີບ່ອນຖືກມົນພິດຢ່າງຮ້າຍແຮງ”(8). ເພາະສະນັ້ນ, ໜ້າທີ່ທີ່ວາງອອກມາໃນເວລານີ້ແມ່ນຕ້ອງ “ກີດກັ້ນ ແລະ ແກ້ໄຂເທື່ອລະກ້າວຄວາມເສື່ອມໂຊມຂອງສິ່ງແວດລ້ອມທຳມະຊາດໂດຍຍ້ອນມະນຸດ, ເປັນຕົ້ນແມ່ນຍ້ອນບັນດາໂຄງການພັດທະນາເສດຖະກິດກໍ່ໃຫ້ເກີດຂຶ້ນ. ຈຳກັດ, ກ້າວໄປເຖິງແກ້ໄຂຜ່ານຜ່າໂດຍພື້ນຖານ ສະພາວະການທຳລາຍຊັບພະຍາກອນ, ກໍ່ໃຫ້ເກີດມົນພິດສິ່ງແວດລ້ອມຂອງບັນດາພື້ນຖານການຜະລິດ, ບັນດາເຂດອຸດສາຫະກຳ, ເຂດຕົວເມືອງ” ຢ່າງທັນການ(9).
ຍ້ອນມີຄວາມເຂົ້າໃຈຮັບຮູ້ໜ້ອຍ ແລະ ລະດັບວັດທະນະທຳນິເວດວິທະຍາຕ່ຳຕ້ອຍ ດັ່ງນັ້ນ ຫຼາຍຄົນຈຶ່ງບໍ່ຮັບຮູ້ໄດ້ວ່າ ສັງຄົມແລະມະນຸດຊາດຈະສາມາດຄົງຕົວແລະຂະຫຍາຍຕົວໄດ້ ກໍ່ຕໍ່ເມື່ອມີບັນດາແຫຼ່ງພະລັງວັດຖຸທີ່ທຳມະຊາດສະໜອງໃຫ້; ເມື່ອແຫຼ່ງພະລັງວັດຖຸເຫຼົ່ານີ້ຖືກເສຍຫາຍຫຼືໝົດກ້ຽງແລ້ວ ກໍຈະບໍ່ມີການເຕີບໂຕຫຼືການພັດທະນາໃດໆຂອງສັງຄົມກໍຄືຂອງມະນຸດເລີຍ. ເມື່ອເວົ້າເຖິງວັດທະນະທຳນິເວດວິທະຍາ ແລະ ແບບແຜນປະພຶດຕໍ່ທຳມະຊາດ, ພວກເຮົາຕ້ອງຈື່ຈຳຄຳຕັກເຕືອນຂອງທ່ານ ຟ.ອັງແກນ ກ່ອນໜ້ານີ້ຮ້ອຍກວ່າປີ ທີ່ວ່າ: “ພວກເຮົາກໍບໍ່ຄວນທະນົງໃຈຫຼາຍເກີນຄວນກ່ຽວກັບບັນດາໄຊຊະນະຂອງພວກເຮົາຕໍ່ກັບໂລກທຳມະຊາດ. ຍ້ອນວ່າ ແຕ່ລະຄັ້ງທີ່ພວກເຮົາບັນລຸໄຊຊະນະໜຶ່ງ, ແມ່ນໂລກທຳມະຊາດກໍແກ້ແຄ້ນພວກເຮົາຄັ້ງໜຶ່ງ”(10). ແມ່ນການແກ້ແຄ້ນນີ້ເອງຂອງທຳມະຊາດ ໄດ້ເຮັດໃຫ້ຫຼາຍປະເທດທີ່ເຄີຍມີຄວາມຈະເລີນຮຸ່ງເຮືອງໃນສະໄໝໜຶ່ງ ກາຍເປັນເຂດແດນທີ່ສະຫຼັກຫັກພັງ ຫຼືເຮັດໃຫ້ພື້ນຖານສີວິໄລໜຶ່ງສູນຫາຍໄປ. ບັນດາບົດຮຽນເຫຼົ່ານັ້ນຄວນທີ່ສຸດທີ່ຈະລື້ມຄືນ ແລະ ຄິດຫງຳ!
3- ສິ່ງທີ່ຄວນເວົ້າອີກປະການໜຶ່ງຄື ບໍ່ພຽງແຕ່ວັດທະນະທຳປະພຶດຂອງຄົນຕໍ່ກັບທຳມະຊາດທີ່ບໍ່ດີເທົ່ານັ້ນ ຫາກວັດທະນະທຳປະພຶດຂອງຄົນໃນຄອບຄົວ, ໃນສັງຄົມ ກໍມີຫຼາຍບັນຫາທີ່ຄວນກ່າວເຕືອນທີ່ສຸດ. ມີປະກົດການຫຼາຍຢ່າງທີ່ສະແດງເຖິງຄວາມເສື່ອມໂຊມທາງດ້ານຄຸນສົມບັດ, ແບບແຜນດຳລົງຊີວິດ, ລະອຽດຄື ໃນການພົວພັນລະຫວ່າງຄົນກັບຄົນນຳກັນ, ຄຽງຂ້າງບັນດາແບບຢ່າງທີ່ດີເດັ່ນ, ມີເມດຕາຈິດ ແລະ ອະນຸໂລມຜ່ອນຜັນ ທີ່ສອດຄ່ອງກັບຄ່ານິຍົມອັນເປັນມູນເຊື້ອທີ່ລ້ຳຄ່າຂອງຊາດນັ້ນ ກໍຍັງມີຫຼາຍອັນຫຼາຍແນວທີ່ສຸດທີ່ຕ້ອງກ່າວເຕືອນຢ່າງຮີບດ່ວນແທ້ໆ. ຄວາມໂຫດຮ້າຍ, ການກະທຳປ່າເຖື່ອນທີ່ເກີດຂຶ້ນຢ່າງກະທັນຫັນ, ຝືນຕໍ່ມະນຸດອະລິຍະທຳ, ເສຍລັກສະນະມະນຸດ ໃນບາງຄົນ, ພິເສດແມ່ນໃນໝູ່ເຍົາວະຊົນ, ໄດ້ພາໃຫ້ເກີດກໍລະນີຂ້າຄົນທີ່ໜ້າເສົ້າໃຈທີ່ສຸດ, ກໍລະນີທຳລາຍຊີວິດຍາດຕິ ນັບທັງພໍ່ແມ່ຂອງຕົນ ຊຶ່ງພວມມີທ່າງອຽງເພີ່ມຂຶ້ນ. ຖ້າຫາກບໍ່ມີມາດຕະການກີດກັ້ນຢ່າງທັນການ ແລະ ມີປະສິດທິຜົນສູງ, ຮອດເວລາໃດໜຶ່ງ ສະພາບອາຊະຍາກຳນີ້ຈະກາຍເປັນໄພພິບັດ ນາບຂູ່ຄວວາມສະຫງົບສຸກຂອງແຕ່ລະຄົນແລະຂອງທົ່ວສັງຄົມ ທີ່ຄາດຄະເນບໍ່ໄດ້. ດັ່ງນັ້ນ, ຈະບໍ່ມີການພັດທະນາແບບຍືນຍົງໃດໆໃນປະເທດເລີຍ ຖ້າຫາກບໍ່ມີການພັດທະນາແບບຍືນຍົງທາງດ້ານວັດທະນະທຳ. ແຕ່, ດັ່ງທີ່ກ່າວມາເທິງນີ້, ວັດທະນະທຳຢູ່ສະເພາະໃນມະນຸດ, ດັ່ງນັ້ນ ຢາກໃຫ້ປະເທດຊາດພັດທະນາແບບຍືນຍົງ ກ່ອນອື່ນຕ້ອງມີການພັດທະນາຢ່າງຍືນຍົງທາງດ້ານມະນຸດ, ຕ້ອງເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງມະນຸດໃຫ້ໄດ້ໃນລະດັບສູງສຸດ.
ເມື່ອບັນດາຄ່ານິຍົມອັນດີງາມຂອງບັນດາເຜົ່າໃນວົງຄະນາຍາດຊາດຫວຽດນາມ ໃນບັນດາຂົງເຂດຄຸນສົມບັດ, ປະຫວັດສາດ, ວັດທະນະທຳອັນເປັນມູນເຊື້ອ ຖືກສູນຫາຍໄປເທື່ອເລັກເທື່ອນ້ອຍ ຫຼືຖືກແຫ້ນກັດໃຫ້ຫາຍໄປເທື່ອລະກ້າວ ໂດຍຍ້ອນວັດທະນະທຳ, ຄຸນສົມບັດຕ່າງຊາດ; ຍ້ອນບັນດາຮູບພາບແຫ່ງຄວາມຮຸນແຮງ, ການຄາດຕະກຳບໍ່ມີເຫດຜົນ ທີ່ໄດ້ປາກົດເຕັມອະຍະໃນບັນດາສື່ທັນສະໄໝປະຈຳວັນ, ໃນປຶ້ມໜັງສືພິມ, ໃນພາບກາຕູນສຳລັບເດັດນ້ອຍ ແລະ ເປັນຕົ້ນແມ່ນຍ້ອນບັນດາຕົວຢ່າງທີ່ບໍ່ດີກ່ຽວກັບການສໍ້ລາດບັງຫຼວງ, ກິນສິນບົນ, ຈົນເຖິງ “ສະພາບການວິ້ງເຕັ້ນໃຫ້ມີຍົດສັກ, ວິ້ງເຕັ້ນໃຫ້ມີສິດອຳນາດ, ວິ້ງເຕັ້ນໃຫ້ໄດ້ຫລຸດອາຍຸ, ວິ້ງເຕັ້ນໃຫ້ໄດ້ຮັບປະກາດສະນິຍະບັດ”(11),... ຊຶ່ງຈະເປັນໄພພິບັດອັນໜັກໜ່ວງໃຫ້ແກ່ສັງຄົມ, ໃຫ້ຊາດ, ໃຫ້ແກ່ບັນດາເຊັ່ນຄົມປັດຈຸບັນ ແລະ ໃນພາຍໜ້າ.
ເມື່ອວັດທະນະທຳແຫ່ງມະນຸດອະລິຍະທຳ ແລະ ຄວາມຜ່ອນຜັນ ເອື້ອເຟື້ອເຜື່ອແຜ່ ພ້ອມດ້ວຍດ້ານອື່ນອີກຫຼາຍດ້ານ ບໍ່ໄດ້ຮັບຄວາມເອົາໃຈໃສ່ຈາກໂຮງຮຽນ, ຄອບຄົວ ແລະ ຊຸມຊົນສັງຄົມ ເພື່ອບຳລຸງຄູນສ້າງໃຫ້ຜູ້ຄົນ ນັບແຕ່ຍັງເຍົາໄວຈົນເຖິງໄວສູງອາຍຸ ແມ່ນເວລານັ້ນເຮົາໄດ້ສ້າງດິນທີ່ອຸດົມສົມບູນໂດຍບໍ່ຕັ້ງໃຈ ໃຫ້ບັນດາການກະທຳທີ່ຝືນມະນຸດສະທຳ ແຕກດອກອອກໜໍ່, ແຜ່ລາມ ແລະ ກີດກັ້ນການກຳເນີດເກີດໃໝ່ຂອງບຸກຄະລິກກະພາບທີ່ດີແຫ່ງມະນຸດ, ເປັນຕົ້ນແມ່ນໃນໝູ່ຊາວໜຸ່ມ ຊຶ່ງທົ່ວທົງສັງຄົມປາຖະໜາ. ເພາະສະນັ້ນ, ຄຽງຄູ່ກັບວຽກທີ່ຕ້ອງ “ມີວິທີກີດກັ້ນ ແລະ ຍູ້ຖອຍຄວາມເສື່ອມໂຊມທາງດ້ານຄຸນສົມບັດສັງຄົມ, ແກ້ໄຂຜ່ານຜ່າດ້ານຫຍໍ້ທໍ້ຈຳກັດຂອງຜູ້ຄົນຫວຽດນາມ”(12) ແມ່ນຕ້ອງເອົາໃຈໃສ່ເປັນພິເສດເຖິງ “ການກໍ່ສ້າງຜູ້ຄົນຫວຽດນາມທີ່ຂະຫຍາຍຕົວຢ່າງຮອບດ້ານ ຕ້ອງກາຍເປັນເປົ້າໝາຍແຫ່ງຍຸດທະສາດຂອງການພັດທະນາ”(13), ໃນນັ້ນ “ກໍ່ສ້າງຜູ້ຄົນຫວຽດນາມທີ່ງາມທາງດ້ານບຸກຄະລິກກະພາບ, ຄຸນສົມບັດ, ຈິດວິນຍານ; ສູງທາງດ້ານສະຕິປັນຍາ, ຄວາມສາມາດ, ທັກສະປະດິດສ້າງ; ແຂງແຮງທາງດ້ານກາຍະພາບ, ຍົກສູງຄວາມຮັບຜິດຊອບສັງຄົມ, ພັນທະພົນລະເມືອງ, ສະຕິເຄົາລົບນັບຖືກົດໝາຍ; ເສີມຂະຫຍາຍບົນບາດເປັນເຈົ້າພາບທີ່ປະດິດສ້າງໃນພາລະກິດການສ້າງສາ, ປົກປັກຮັກສາປະເທດຊາດ”(14) ຊຶ່ງຕ້ອງຖືວ່າ ນີ້ເປັນວຽກງານປະຈຳ, ເນືອງນິດລຽນຕິດ ຂອງທົ່ວສັງຄົມ.
ບັນດາຄຸນທາດເທິງນີ້ ຂອງມະນຸດໃນເປົ້າໝາຍຍຸດທະສາດທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ XII ຂອງພັກວາງອອກມານັ້ນ ພຽງແຕ່ສາມາດເກີດຂຶ້ນ ແລະ ຂະຫຍາຍຕົວຢູ່ໃນສິ່ງແວດລ້ອມວັດທະນະທຳ - ສັງຄົມທີ່ສົດໃສເທົ່ານັ້ນ. ຍ້ອມວ່າ, ສ້າງສິ່ງແວດລ້ອມວັດທະນະທຳ - ສັງຄົມທີ່ສົດໃສຂຶ້ນມາໄດ້ ຈຶ່ງມີບັນດາເງື່ອນໄຂທີ່ຈຳເປັນ ແລະ ພື້ນຖານອັນສຳຄັນ ເພື່ອກໍ່ສ້າງມະນຸດທາງດ້ານຄຸນສົມບັດ, ບຸກຄະລິກກະພາບ, ແບບແຜນດຳລົງຊີວິດ ແລະ ຈຶ່ງສາມາດຍົກລະດັບສະຕິປັນຍາແລະສຸຂະພາບ ກໍຄືຄວາມສາມາດເຮັດວຽກຂອງມະນຸດແຕ່ລະຄົນ ຂຶ້ນໄດ້; ຍ້ອນວ່າ ມີແຕ່ຮອດເວລານັ້ນ ມະນຸດຈຶ່ງອຸ່ນອຽນໃຈເຄື່ອນໄຫວ, ຈຶ່ງບໍ່ລັ່ງເລໃຈ ແລະ ບໍ່ຖືກແຊກຄຸມຍ້ອນການກະທົບທີ່ບໍ່ປະສົງຈາກສິ່ງແວດລ້ອມອ້ອມຂ້າງ.
ຄຽງຂ້າງນັ້ນ, ຕ້ອງປ່ຽນແປງໃໝ່ການສຶກສາແລະກໍ່ສ້າງຢ່າງພື້ນຖານ ແລະ ຮອກບດ້ານ; ແບບແຜນ, ວິທີສຶກສາແລະກໍ່ສ້າງ ໄດ້ຮັບການປ່ຽນແປງໃໝ່ ຈຶ່ງສ້າງບັນດາຄຸນທາດທີ່ສຳຄັນເທິງນີ້ຂຶ້ນມາໄດ້. ສະໄໝແຫ່ງການໃຊ້ແຕ່ວິທີທີ່ມີລັກສະນະບັງຄັບ, ໃຊ້ແຕ່ “ຄຳເວົ້ານ້ຳເຕົ້າເປົ່າທີ່ມີປີກ”, ເວົ້າບໍ່ໄປຄຽງຄູ່ກັບເຮັດ ຫຼືໃຫ້ຄຳຕັດເຕືອນຄຸນສົມບັດສິນທຳ ແຕ່ບໍ່ກ້າຊີ້ແຈງແລະໄຈ້ແຍກສາເຫດຂອງຄວາມຫຍໍ້ທໍ້ ສິ່ງຈຳກັດຕົວຈິງນັ້ນ ໄດ້ຜ່ານພົ້ມໄປແລ້ວ. ເພາະສະນັ້ນ, ຈຳເປັນຕ້ອງເຊີດຊູບັນດາແບບຢ່າງທີ່ດີເດັ່ນ, ເລື່ອງດີ ຄົນເດັ່ນ; ບັນດາແບບຢ່າງທີ່ໃສແຈ້ງກ່ຽວກັບຄຸນສົມບັດ ແລະ ບຸກຄະລິກກະພາບ; ບັນດາແບບຢ່າງແຫ່ງຄວາມປະດິດສ້າງ ແລະ ຄວາມຮັບຜິດຊອບສູງຕໍ່ປະເທດຊາດ. ພ້ອມກັນນັ້ນ, ສັງຄົມກໍຄວານກ່າວປະນາມຢ່າງແຂງແຮງ ແລະ ເດັດດ່ຽວຕ້ານການປະພຶດຫຍໍ້ທໍ້ຜິດພາດ; ເຊີນຊູການປະຕິບັດກົດໝາຍຢ່າງເຂັ້ມງວດ; ຕຳໜິຕິຊົມການກະທຳຝືນສັງຄົມ, ຝືນມະນຸດສະທຳ, ຝືນວັດທະນະທຳ ຢ່າງເປີດເຜີຍແລະແຂງແຮງ.
ພວກເຮົາກຳລັງມີຊີວິດຢູ່ໃນບັນດາເງື່ອນໄຂຂອງສັງຄົມຂ່າວສານ; ຂ່າວສານທັງເປັນສິນຄ້າ ທັງໄດ້ນຳໃຊ້ໂດຍບໍ່ເສຍຄ່າ; ຂ່າວສານທຸກປະເພດພວມຖ້ວມລົ້ນຖ້ວນເຫຼືອໃນບັນດາເຄືອຂ່າຍສັງຄົມ, ດັ່ງນັ້ນ ເມື່ອຂ່າວສານກ່ຽວກັບນິໄສບໍ່ດີ ຄວາມຊົ່ວຮ້າຍ ການສໍ້ລາດບັງຫຼວງ ການກິນສິນບົນ... ທີ່ປິດບັງແຕ່ຖືກເຜີຍອອກມາ ຫາກບໍ່ໄດ້ແກ້ໄຂຢ່າງຮອບຄອບ ມັນຈະມີຜົນກະທົບທາງລົບຢ່າງໃຫຍ່ຫຼວງ, ຄວາມເຊື່ອຖືຂອງປະຊາຊົນຫລຸດລົງ ແລະ ເວລານັ້ນ ວຽກງານອົບຮົມສຶກສາການເມືອງ, ແນວຄິດຈະພົບຄວາມຫຍຸ້ງຍາກທີ່ສຸດ. ຍ້ອນແນວນັ້ນ, ການດຳເນີນວຽກງານອົບຮົມສຶກສາດ້ວຍວິທີຊວນເຊື່ອຢ່າງມີຫຼັກຖານວິທະຍາສາດທີ່ໜັກແໜ້ນ, ຫຼີກລ່ຽງການບັງຄັບ, ສ້າງສິ່ງແວດລ້ອມປະຊາທິປະໄຕ ແລະ “ປະຕິບັດປະຊາທິປະໄຕ, ເຄົາລົບນັບຖື ແລະ ເສີມຂະຫຍາຍເສລີພາບທາງດ້ານແນວຄິດ”(15) ເພື່ອປຸກລຸກຄວາມຕັ້ງໜ້າຂອງມະນຸດທີ່ເປັນເຈົ້າພາບ ຈະມີປະສິດທິຜົນທີ່ສຸດ. ພຽງແຕ່ຫຼັງຈາກນັ້ນ ການຊວນເຊື່ອດ້ວຍຕົນເອງ, ສະຕິຮູ້ສຶກດ້ວຍຕົນເອງຂອງມະນຸດແຕ່ລະຄົນ ຈຶ່ງມີບົດບາດຕັດສິນສຳລັບການກະທຳທີ່ຖືກຕ້ອງ, ສຳລັບຄວາມສາມາດປະດິດສ້າງ ພ້ອມກັນນັ້ນ ກໍສະແດງອອກເຖິງຄວາມກະຫາຍຢາກ ແລະ ຄວາມສາມາດບົ່ມຊ້ອນຂອງເຂົາ ເພື່ອຮັບໃຊ້ໃຫ້ແກ່ກິດຈະການພັດທະນາປະເທດຊາດ./.
ສຈ, ປອ, ຫງວຽນຈ້ອງຈ໋ວນ
ສະຖາບັນວິທະຍາສາດສັງຄົມຫວຽດນາມ