ອາ​ຊີບ​ເຮັດ​ຫູ​ຕຽວ​ຢູ່​ນະ​ຄອນ ເກິນ​ເທີ

12:13 | 13/08/2022

ນັບແຕ່ດົນນານມາແລ້ວ, ໝູ່ບ້ານອາຊີບເຮັດຫູຕຽວ ຢູ່ເມືອງກາຍຣັງ, ນະຄອນເກິນເທີ ໄດ້ກາຍເປັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຢູ່ທີ່ນີ້. ກ່ອນນີ້, ຢູ່ສະຖານທີ່ແຫ່ງນີ້ມີຫຼາຍຄອບຄົວມີອາຊີບເຮັດຫູຕຽວ ແລະ ສ້າງເປັນໝູ່ບ້ານອາຊີບນີ້ ແຕ່ໃນປະຈຸບັນ, ມີຈຳນວນໜ້ອຍທີ່ໄດ້ຮັກສາອາຊີບທີ່ເປັນມູນເຊື້ອນີ້ໄວ້ ແຕ່ຍັງແມ່ນບັນດາໂຮງຈັກຜະລິດຫູຕຽວໃຫ່ຍຢູ່ເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ຫວຽດນາມ.

ນະ​ຄອນ​ໂຮ່​ຈີ​ມິນ ແລະ ສິງ​ກະ​ໂປ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ນະ​ຄອນ​ໂຮ່​ຈີ​ມິນ ແລະ ສິງ​ກະ​ໂປ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ
ຮ້ານ​ກາ​ເຟ 4 ຮ້ານ​ສົມທົບ​ກັບ​ການ​ຄ້າ​ໃນ​ນະ​ຄອນ​ໂຮ່​ຈີ​ມິນ ຮ້ານ​ກາ​ເຟ 4 ຮ້ານ​ສົມທົບ​ກັບ​ການ​ຄ້າ​ໃນ​ນະ​ຄອນ​ໂຮ່​ຈີ​ມິນ
ທ່ານຮິງຫີ້ວຮ່ວາຍ ແມ່ນຜູ້ເມົາມົວກັບອາຊີບເຮັດຫູຕຽວ (ພາບ: VOV)
ທ່ານຮິງຫີ້ວຮ່ວາຍ ແມ່ນຜູ້ເມົາມົວກັບອາຊີບເຮັດຫູຕຽວ (ພາບ: VOV)

ຫູຕຽວແມ່ນເຍື່ອງອາຫານພິເສດສະເພາະຂອງເຂດຕາເວັນຕົກພາກໃຕ້ຫວຽດນາມ. ເສັ້ນຫູຕຽວໄດ້ເຮັດດ້ວຍເຂົ້າສານ ຈັງນຸ່ງ, ມີຄວາມໜຽວນຸ້ມ ແລະ ກອບກ່ວາເຂົ້າສານປະເພດອື່ນໆ. ແຕ່ປະຈຸບັນ, ເຂົ້າສານ ຈັງນຸ່ງ ຢູ່ເກິນເທີ ກໍ່ຫາຍາກແລ້ວ ແລະ ບໍ່ສາມາດຕອບສະໜອງຕາມຄວາມຕ້ອງການຜະລິດຫູຕຽວໄດ້ຢ່າງຄົບຖ້ວນ. ບັນດາຜູ້ເຮັດວຽກໃນໂຮງຈັກເຮັດຫູຕຽວຢູ່ເກິນເທີ ຕ້ອງໄປ ເພື່ອຊື້ເຂົ້າສານປະເພດທີ່ເໝາະສົມເພື່ອເຮັດຫູຕຽວຢູ່ນະຄອນ ຊາແດກ, ແຂວງດົ່ງທາບ.

ກາຍຣັງ ແມ່ນສະຖານທີ່ມີຫຼາຍຄອບຄົວເຮັດຫູຕຽວ, ມີຊື່ສຽງທີ່ສຸດແມ່ນຮາກຖານເຮັດຫູຕຽວ ຈິນກຶວ, ເຊົາຮ່ວາຍ….. ແຕ່ລະຄອບຄົວເຮັດອາຊີບນີ້ກໍ່ມີເຄັດລັບສະເພາະຂອງຕົນ ໃນແຕ່ລະຂັ້ນຕອນເຮັດຫູຕຽວ ແຕ່ສຳຄັນທີ່ສຸດ ແມ່ນຕອ້ງເລືອກເມັດເຂົ້າສານທີ່ຂາວສົດໃສ, ສ້ວຍຍາວ. ຕໍ່ຈາກນັ້ນ ແມ່ນຂອດມ່າເຂົ້າ, ລ້າງເຂົ້າ, ບົດເຂົ້າ, ອູແປ້ງ, ຕີແປ້ງ, ໃສ່ນ້ຳ, ລາດແປ້ງ, ຕາກແດດ ແລະ ຕັດເປັນເສັ້ນ. ທ່ານ ຮິງຫີ້ວຮ່ວາຍ, ເຈົ້າຂອງຮາກຖານເຮັດຫູຕຽວເຊົາຮ່ວາຍ ໃຫ້ຮູ້ວ່າ:

ນັບແຕ່ພວກຂ້າພະເຈົ້າເອົາຜັກ, ໝາກໄມ້ມາຜະລິດໃສ່ນຳ, ເສັ້ນຫູຕຽວມີຫຼາຍສີສັນ ແລະ ທາດບຳລຸງຕື່ມອີກ, ແລະ ຫູຕຽວຜະລິດອອກມາກໍ່ຂາຍໄດ້ດີກ່ວາ, ລາຄາສູງທົບ 4 ເທົ່າ ເມື່ອທຽບກັບຫູຕຽວທຳມະດາ. ໝູ່ບ້ານອາຊີບທີ່ເປັນມູນເຊື້ອໄດ້ຄົງຕົວຄືແບບນີ້ແມ່ນຍາກຫຼາຍ, ອາຊີບເຮັດຫູຕຽວດ້ວຍມືທີ່ເປັນມູນເຊື້ອນີ້ກໍ່ຄ່ອຍໆຖືກສູນຫາຍ. ເມື່ອມີແຂກມາຢ້ຽມຢາມ ແລະ ຊອກຮູ້ກ່ຽວກັບອາຊີບນີ້, ຂ້າພະເຈົ້າກໍ່ບໍ່ໄດ້ເກັບຄ່າ ແລະ ຍິນດີຕ້ອນຮັບ.

ໄປຄຽງຄູ່ກັບບັນດາເຍື່ອງອາຫານພິເສດ ທີ່ໄດ້ປຸງແຕ່ງຈາກຫູຕຽວແລ້ວ, ເພື່ອນກໍ່ສາມາດມີໂອກາດຮັບປະທານ ພິດຊາຫູຕຽວ ຊຶ່ງສາມາດກິນກັບ ໄຂ່ຈືນ, ຖົ່ວດິນ, ຜັກສະລັດ, ຊອັດໝາກເຜັດ….ຂອງນະຄອນເກີນເທີ. ປ້າຫງວຽນທິຢ້ຽມທຸຍ, ຊາວເມືອງກາຍຣັງ, ນະຄອນເກີນເທີ ໃຫ້ຮູ້ວ່າ:

ເມື່ອແຂກທ່ອງທ່ຽວມາຢ້າມໝູ່ບ້ານ, ໄດ້ກິນທົດລອງກໍ່ລ້ວນແຕ່ບອກວ່າແຊບຫຼາຍ. ແຂກທ່ອງທ່ຽວ ຝະລັງ ເມື່ອກິນແລ້ວກໍ່ໄດ້ເຫັນວ່າແຊບກກໍ່ເລີຍຕັ້ງຊື່ວ່າ ພິດຊາຫູຕຽວ. ແຂກທ່ອງທ່ຽວໄດ້ກິນລອງເບິ່ງກໍ່ເຫັນວ່າແຊບ ແລະ ມີຄວາມພາກພູມໃຈທີ່ສຸດ.

ປະຈຸບັນ, ເຖິງວ່າ ມີເຄື່ອງຈັກໜູນຊ່ວຍແລ້ວກໍ່ຕາມ ແຕ່ຫຼາຍຂັ້ນຕອນກໍ່ຕ້ອງໃຊ້ສີມືຂອງຄົນ. ຍາກກ່ວາໝູ່ແມ່ນການລາດເຂົ້າເປັນແຜ່ນ ແລະ ເອົາຂຶ້ນ ຍ້ອນຕ້ອງຮຽກຮ້ອງຄວາມຄ່ອງແຄ້ວຂອງຜູ້ເຮັດ. ເມື່ອມາຢ້ຽມຢາມຮາກຖານເຮັດຫູຕຽວ, ແຂກທ່ອງທ່ຽວຈະສາມາດເຂົ້າຮ່ວມຕົວຈິງ ແລະ ຊອກຮູ້ກ່ຽວກັບປະຫວັດສາດຂອງຫມູ່ບ້ານອາຊີບເຮັດຫູຕຽວ ພ້ອມດ້ວຍບັນດາເລື່ອງລາວທີ່ໜ້າປະທັບໃຈ ກ່ຽວກັບບັນດາຜະລິດຕະພັນທີ່ເຕັມໄປດ້ວຍສີສັນນີ້. ສິ່ງພິເສດ ນັ້ນແມ່ນ ແຂກທ່ອງທ່ຽວສ່ວນຫຼາຍມີຄວາມພາກພູມໃຈທີ່ໄດ້ເຂົ້າຮ່ວມບາງຂັ້ນຕອນເຮັດເສັ້ນຫູຕຽວ. ປ້າເຢືອງທິກີມບາ ຜູ້ເຮັດຫູຕຽວຢູ່ຮາກຖານຫູຕຽວ ເຊົາຮ່ວາຍ ໃຫ້ຮູ້ວ່າ:

ເຮັດວຽກຢູ່ນີ້ມ່ວນຫຼາຍ, ແຂກມາຢ້ຽມຢາມຄຶກຄື້ນທີ່ສຸດ. ຜູ້ອອກແຮງງານມີລາຍຮັບເປັນປົກກະຕິ ແລະ ແຂກທ່ອງທ່ຽວກໍ່ມີສະຖານທີ່ສາມາດມາທ່ຽວຊົມ. ພວກຂ້າພະເຈົ້າໄດ້ຊ່ວຍແຂກທ່ອງທ່ຽວເຮັດຫູຕຽວກໍ່ເຫັນວ່າມີຄວາມປິຕິຊົມຊື່ນ.

ເຖິງວ່າໄດ້ຜ່ານໄລຍະເວລາແຕ່ດົນນານແລ້ວກໍ່ຕາມ ແຕ່ບັນດາຮາກຖານເຮັດຫູຕຽວຢູ່ນະຄອນ ເກີນເທີ ຍັງຮັກສາບັນດາຄຸນຄ່າວັດທະນະທຳຂອງຕົນໄວ້ໄດ້. ຍາມໃດ ບັນດານັກສິລະປະກອນໃນໝູ່ບ້ານອາຊີບຢູ່ທີ່ນີ້ກໍ່ຮັກສາ ແລະ ພັດທະນາເຍື່ອງອາຫານ ຫູຕຽວນີ້ ຢ່າງອຸດົມສົມບູນ. ບັນດາຖານຮານຜະລິດຫູຕຽວ ກໍ່ແມ່ນໜຶ່ງໃນບັນດາຈຸດນັດພົບທີ່ດຶງດູດໃຈ ເມື່ອແຂກທ່ອງທ່ຽວມາຢ້ຽມຢາມນະຄອນ ເກີນເທີ.

ວີ​ໂອ​ວີ

ເຫດການ