ຫວຽດນາມ ກຽມພ້ອມຈັດ SEA Games 31 ໃຫ້ບັນລຸຜົນສຳເລັດ, ປະກອບສ່ວນໂຄສະນາພາບພົດ ຫວຽດນາມ

10:58 | 01/03/2022

ກອງປະຊຸມໄດ້ຈັດຂຶ້ນທາງໄກ ສົມທົບໂດຍກົງ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າສະຖານທູດບັນດາປະເທດໃນພາກພື້ນ, ຜູ້ຕາງໜ້າອົງການສື່ມວນຊົນ ຫວຽດນາມ ແລະ ປະເທດເຂົ້າຮ່ວມ SEA Games 31…

ຫວຽດນາມ ຈະໄດ້ຮັບເຕັກໂນໂລຊີຜະລິດ ວັກຊີນ mRNA ຕາມຂໍ້ລິເລີ່ມຂອງອົງການອະນາໄມໂລກ ຫວຽດນາມ ຈະໄດ້ຮັບເຕັກໂນໂລຊີຜະລິດ ວັກຊີນ mRNA ຕາມຂໍ້ລິເລີ່ມຂອງອົງການອະນາໄມໂລກ
ສ້າງກໍາລັງແຮງໃໝ່ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ສ້າງກໍາລັງແຮງໃໝ່ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ
undefined

ຜູ້ຕາງໜ້າເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວ. (ພາບ: BTC)

ຕອນເຊົ້າວັນທີ 28 ກຸມພາ, ຢູ່ຮ່າໂນ້ຍ, ອະນຸກຳມະການຖະແຫຼງຂ່າວ-ສື່ສານ ຂຶ້ນກັບຄະນະຈັດຕັ້ງງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (SEA Games 31) ໄດ້ຈັດກອງປະຊຸມຖະແຫຼງຂ່າວຕໍ່ສື່ມວນຊົນສາກົນກ່ຽວກັບ SEA Games 31 ຄັ້ງທີ 1. ກອງປະຊຸມໄດ້ຈັດຂຶ້ນທາງໄກ ສົມທົບໂດຍກົງ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າສະຖານທູດບັນດາປະເທດໃນພາກພື້ນ, ຜູ້ຕາງໜ້າອົງການສື່ມວນຊົນ ຫວຽດນາມ ແລະ ປະເທດເຂົ້າຮ່ວມ SEA Games 31… ຄາດວ່າ, SEA Games 31 ຈະດຳເນີນໃນລະຫວ່າງວັນທີ 12 – 23 ພຶດສະພາ 2022, ນີ້ແມ່ນຄັ້ງທີ 2 ທີ່ ຫວຽດນາມ ເປັນກຽດໄດ້ເປັນເຈົ້າພາບຈັດງານມະຫາກຳກິລາໃຫຍ່ທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຄຳຂວັນຂອງ SEA Games 31 ແມ່ນ “ເພື່ອ ອາຊີຕາເວັນອອກສ່ຽງໃຕ້ ເຂັ້ມແຂງກວ່າ”.

ກ່ຽວກັບວຽກງານກະກຽມຂອງ ຫວຽດນາມ ໃຫ້ແກ່ SEA Games 31, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຮ່ວາງດ້າວເກືອງ ເນັ້ນໜັກວ່າ, ທຸກວຽກງານທາງດ້ານວັດຖຸ, ບັນດາບັນຫາທີ່ກ່ຽວຂ້ອງເຖິງເນື້ອໃນວິຊາສະເພາະລ້ວນແຕ່ໄດ້ກຽມພ້ອມໝົດແລ້ວ. ຫວຽດນາມ ຈະຈັດ SEA Games 31 ທາງດ້ານພື້ນຖານວັດຖຸໃຫ້ເປັນຢ່າງດີ, ສ້າງເງື່ອນໄຂດີທີ່ສຸດໃຫ້ຄະນະນັກກິລາເຂົ້າຮ່ວມການແຂ່ງຂັນ, ປະກອບສ່ວນໂຄສະນາພາບພົດຂອງ ຫວຽດນາມ.

ຄາດວ່າ, ກອງປະຊຸມຫົວໜ້າຄະນະນັກກິລາເຂົ້າຮ່ວມ SEA Games 31 ຄັ້ງທີ 2 ຈະໄດ້ຈັດຂຶ້ນທາງໄກໃນວັນທີ 18 ມີນາ ຈະມາເຖິງ.

vovworld.vn

ເຫດການ
302 Found

Found

The document has moved here.