Gojek ເປີດຕົວການບໍລິການ GoCar ຢູ່ນະຄອນໂຮ່ຈີມິນ

15:52 | 24/08/2021

ຍສໝ - ໃນວັນທີ 19 ສິງຫາ, ໂປແກລມການບໍລິການຫຼາຍແບບ Gojek ໄດ້ເປີດຕົວການບໍລິການລົດຮັບ-ສົ່ງເຕັກໂນໂລຍີ GoCar ຢູ່ນະຄອນໂຮ່ຈີມິນ.

ນະຄອນໂຮ່ຈີມິນ: ນຳວິສາຫະກິດ 5-10% ກັບມາດໍາເນີນການເຄື່ອນໄຫວໃນສະພາບທີ່ປອດໄພ ນະຄອນໂຮ່ຈີມິນ: ນຳວິສາຫະກິດ 5-10% ກັບມາດໍາເນີນການເຄື່ອນໄຫວໃນສະພາບທີ່ປອດໄພ
ນະຄອນໂຮ່ຈີມິນ ໄດ້ສັກຢາວັກຊີນ Vero cell ຫຼາຍກວ່າ 200,000 ໂດສ, ທັງ​ໝົດ​ລ້ວນ​ແຕ່ປອດໄພ ນະຄອນໂຮ່ຈີມິນ ໄດ້ສັກຢາວັກຊີນ Vero cell ຫຼາຍກວ່າ 200,000 ໂດສ, ທັງ​ໝົດ​ລ້ວນ​ແຕ່ປອດໄພ

ໃນສະພາບການຜັນແປທີ່ສັບສົນຂອງການແຜ່ລະບາດພະຍາດໂຄວິດ -19, GoCar ຈະຮັບໃຊ້ ສຳຫຼັບກຳລັງການແພດແຖວໜ້າ ກ່ອນທີ່ຈະເປີດກວ້າງ ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນ ໃນ​ໄລ​ຍະ​ຈ​ະ​ມາ​ເຖິງນີ້. GoCar ມີການເລີ່ມຕົ້ນດ້ວຍ 50 ຍານພາຫະນະ.

Gojek ເປີດຕົວການບໍລິການ GoCar ຢູ່ນະຄອນໂຮ່ຈີມິນ
Gojek ເປີດຕົວການບໍລິການ GoCar ຢູ່ນະຄອນໂຮ່ຈີມິນ.

ບໍລິການໃໝ່ຂອງ Gojek ຈະໃຫ້ຮັບໃຊ້ສຳຫຼັບກຳລັງການແພດ, ທ່ານໝໍ ແລະ ພະນັກງານການແພດໃນການໄປມາ ຈາກສາມສູນ​ຟື້ນ​ຟູ​ຄົນ​ເຈັບ​ທີ່​ຕິດ​ເຊື້​ອ COVID-19; ພະແນກສາທາລະນະສຸກ ແລະ ສູນຄວບຄຸມພະຍາດ ນະຄອນໂຮ່ຈີມິນ (HCDC). ລາຍຊື່ໜ່ວຍງານ ແລະ ໂຮງໝໍ ກໍ່ສາມາດ​ເປີດກວ້າງໄດ້ ຕາມຄໍາແນະນໍາ ແລະ ການກໍານົດຂອງພະແນກສາທາລະນະສຸກ.

ບັນດາຜູ້ໃຊ້ບໍລິການທໍາອິດຂອງ GoCar ຈະສາມາດເຂົ້າເຖິງສາຍຜະລິດຕະພັນ​ຂັ້ນ​ສູງ​ພິ​ເສດ​ຂອງ GoCar Protect. GoCar Protect ໄດ້ຖືກຕິດຕັ້ງດ້ວຍເຄື່ອງກັ່ນຕອງອາກາດ SHARP ທີ່ອອກແບບມາເປັນພິເສດ ແລະ ເທັກໂນໂລຍີ Plasmacluster ion ເພື່ອທໍາລາຍໄວຣັດໃນອາກາດ. ຍານພາຫະນະທັງໝົດ​ໄດ​້ມີເຄື່ອງທາດ​ແຫຼວຂ້າເຊື້ອ ແລະ ມີແຜ່ນປ້ອງກັນລະຫວ່າງຄົນຂັບ ແລະ ຜູ້ໂດຍສານ, ຊ່ວຍປ້ອງກັນການແຜ່ລະບາດຂອງໄວຣັດ.

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.