APEC ຕໍ່ໜ້າການປ່ຽນແປງທາງພູມເສດຖະກິດ ແລະ ໂອກາດຂອງຫວຽດນາມໃນປີ 2027

23:16 | 22/10/2026

ຍສໝ - ໃນສະພາບການທີ່ເສດຖະກິດໂລກນັບມື້ນັບໄດ້ຮັບຜົນກະທົບຈາກການແຂ່ງຂັນດ້ານເຕັກໂນໂລຊີ, ມາດຕະການປົກປ້ອງຕະຫຼາດ ແລະ ຄວາມຕ້ອງການຮັບປະກັນຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງ, ເວທີຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ກຳລັງຢືນຢູ່ຕໍ່ໜ້າຄວາມຈຳເປັນໃນການປັບປ່ຽນແນວທາງຈາກການຊຸກຍູ້ການຄ້າເສລີ ໄປສູ່ການເພີ່ມທະວີຄວາມສາມາດເພິ່ງພາຕົນເອງ. ການເປັນເຈົ້າພາບ APEC 2027 ໄດ້ສ້າງໂອກາດໃຫ້ຫວຽດນາມສົ່ງເສີມບົດບາດການເຊື່ອມໂຍງ, ຍົກສູງຖານະຂອງຕົນໃນບັນດາຕ່ອງໂສ້ການສະໜອງຂອງພາກພື້ນ ແລະ ໂລກ.

APEC 2027 ສ້າງແຮງຂັບເຄື່ອນໃຫ້ການພັດທະນາການທ່ອງທ່ຽວ MICE ຂອງຫວຽດນາມ ຫວຽດນາມຊຸກຍູ້ການຮ່ວມມືກັບ Bloomberg, ໂຄສະນາສະພາບແວດລ້ອມການລົງທຶນໃນປີ APEC 2027

ການປ່ຽນແປງທາງພູມເສດຖະກິດສ້າງສິ່ງທ້າທາຍໃໝ່ໃຫ້ແກ່ APEC

ໃນໄລຍະກວ່າສາມທົດສະວັດຜ່ານມາ, ບັນດາເສດຖະກິດສະມາຊິກ APEC, ເຊິ່ງມີປະຊາກອນເກືອບ 40% ແລະ ກວມເອົາປະມານ 60% ຂອງ GDP ໂລກ, ໄດ້ຮັກສາບົດບາດສຳຄັນໃນການຊຸກຍູ້ຂະບວນການໂລກາພິວັດມາໂດຍຕະຫຼອດ. ແນວໃດກໍຕາມ, ຂອບເຂດການຮ່ວມມືເສດຖະກິດຂອງພາກພື້ນກຳລັງໄດ້ຮັບຜົນກະທົບນັບມື້ນັບຫຼາຍຂຶ້ນຈາກອຸປະສັກທາງພູມລັດຖະສາດ ແລະ ບັນດາບູລິມະສິດດ້ານຄວາມໝັ້ນຄົງແຫ່ງຊາດ.

ຖ້າຫາກໃນເມື່ອກ່ອນ ພາສີສຸລະກາກອນເປັນໜຶ່ງໃນອຸປະສັກຕົ້ນຕໍຕໍ່ການຄ້າສາກົນ, ປັດຈຸບັນບັນດາເສດຖະກິດຍັງຕ້ອງປະເຊີນກັບມາດຕະການຄວບຄຸມການສົ່ງອອກເຕັກໂນໂລຊີສານເຄິ່ງຕົວນຳຫຼາຍປະການ, ການແຂ່ງຂັນເຂົ້າເຖິງແຮ່ທາດທີ່ຈຳເປັນ ແລະ ນະໂຍບາຍອຸດໜູນພາຍໃນປະເທດ ເພື່ອປົກປ້ອງບັນດາຂະແໜງເຕັກໂນໂລຊີຍຸດທະສາດ.

ບັນດາການປ່ຽນແປງນີ້ກຳລັງຊຸກຍູ້ທ່າອ່ຽງການປັບໂຄງສ້າງຕ່ອງໂສ້ການສະໜອງຄືນໃໝ່ ໃນທິດທາງຍ້າຍຖານການຜະລິດໄປຍັງບັນດາປະເທດພັນທະມິດ ຫຼື ຄູ່ຮ່ວມມືທີ່ມີສາຍພົວພັນອັນດີ (friend-shoring), ພ້ອມທັງຫຼຸດຜ່ອນຄວາມສ່ຽງທີ່ອາດເກີດຂຶ້ນ (de-risking).

ແທນທີ່ຈະເລືອກສະຖານທີ່ຜະລິດໂດຍອີງໃສ່ພຽງແຕ່ຄວາມໄດ້ປຽບດ້ານຕົ້ນທຶນແຮງງານ, ບັນດາວິສາຫະກິດ ແລະ ນັກລົງທຶນນັບມື້ນັບໃຫ້ຄວາມສຳຄັນຫຼາຍຂຶ້ນຕໍ່ປັດໄຈດ້ານຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງຕ່ອງໂສ້ການສະໜອງ. ກະແສເງິນລົງທຶນມູນຄ່າຫຼາຍພັນຕື້ໂດລາສະຫະລັດ ກຳລັງໄດ້ຮັບຜົນກະທົບຈາກທ່າອ່ຽງການນຳກິດຈະກຳຜະລິດກັບຄືນສູ່ພາຍໃນປະເທດ ຫຼື ຍ້າຍໄປຍັງບັນດາຕະຫຼາດທີ່ມີສາຍພົວພັນຄູ່ຮ່ວມມືຢ່າງໃກ້ຊິດ.

ການແຂ່ງຂັນໃນການຄວບຄຸມແຫຼ່ງສະໜອງແຮ່ຫາຍາກ ແລະ ລິທຽມ, ພ້ອມກັບການຍ້າຍຖານການຜະລິດສານເຄິ່ງຕົວນຳອອກຈາກບັນດາເຂດທີ່ມີຄວາມສ່ຽງທາງພູມລັດຖະສາດໃນອາຊີ ໄປຍັງທະວີບອາເມລິກາ ແລະ ເອີຣົບ ແມ່ນບັນດາປາກົດການທີ່ສະທ້ອນເຖິງຂະບວນການປັບຮູບແບບຕ່ອງໂສ້ການສະໜອງໂລກຄືນໃໝ່.

ຕາມຂໍ້ມູນຈາກກອງທຶນການເງິນສາກົນ (IMF) ແລະ ອົງການການຄ້າໂລກ (WTO) ທີ່ໄດ້ອ້າງອີງໃນບົດຂຽນ, ຈຳນວນມາດຕະການແຊກແຊງທາງນະໂຍບາຍ ແລະ ຈຳກັດການຄ້າໃນທົ່ວໂລກໄດ້ເພີ່ມຂຶ້ນສາມເທົ່ານັບແຕ່ປີ 2019.

ການແບ່ງແຍກທາງເສດຖະກິດເຮັດໃຫ້ຄວາມສ່ຽງຕໍ່ການຢຸດສະງັກຂອງຕ່ອງໂສ້ການສະໜອງໃນອາຊີ - ປາຊີຟິກເພີ່ມຂຶ້ນ, ເຮັດໃຫ້ APEC ຕ້ອງປັບທິດທາງການຮ່ວມມື.

ໃນສະພາບການທີ່ບັນດາເສດຖະກິດຂະໜາດໃຫຍ່ນັບມື້ນັບໃຫ້ຄວາມສຳຄັນຕໍ່ການປົກປ້ອງຜົນປະໂຫຍດ ແລະ ຄວາມໝັ້ນຄົງທາງເສດຖະກິດ, ການຊຸກຍູ້ການເປີດຕະຫຼາດບໍ່ແມ່ນວິທີແກ້ໄຂພຽງຢ່າງດຽວອີກຕໍ່ໄປ. APEC ຈຳເປັນຕ້ອງເສີມສ້າງການເຊື່ອມໂຍງ ແລະ ຍົກສູງຄວາມສາມາດຮັບມືຂອງບັນດາສະມາຊິກຕໍ່ຄວາມຜັນຜວນທາງພູມລັດຖະສາດໄປພ້ອມກັນ.

ນີ້ຍັງເປັນສິ່ງທ້າທາຍສຳລັບເວທີທີ່ເດີມທີໄດ້ສ້າງຕັ້ງຂຶ້ນເພື່ອຊຸກຍູ້ການຄ້າເສລີ ແລະ ຫຼຸດຜ່ອນອຸປະສັກທາງເສດຖະກິດ. ເມື່ອບັນດາເສດຖະກິດສະມາຊິກເອງເພີ່ມທະວີມາດຕະການປົກປ້ອງຕະຫຼາດ ແລະ ເຕັກໂນໂລຊີ, APEC ຕ້ອງຊອກຫາວິທີຮັກສາການຮ່ວມມື ໃນຂະນະທີ່ຍັງຕອບສະໜອງບັນດາຄວາມຕ້ອງການໃໝ່ດ້ານຄວາມໝັ້ນຄົງທາງເສດຖະກິດ.

ການປ່ຽນແປງດັ່ງກ່າວສະແດງອອກຢ່າງຊັດເຈນຜ່ານຂະບວນການທີ່ APEC ຄ່ອຍໆປ່ຽນຈາກບັນດາເປົ້າໝາຍການຄ້າເສລີທີ່ກຳນົດໄວ້ຢູ່ໂບກໍ ໄປສູ່ທິດທາງການພັດທະນາທີ່ຮອບດ້ານຍິ່ງຂຶ້ນໃນວິໄສທັດປູຕຣາຈາຢາ 2040.

APEC ຕໍ່ໜ້າການປ່ຽນແປງທາງພູມເສດຖະກິດ ແລະ ໂອກາດຂອງຫວຽດນາມໃນປີ 2027
ທ່ານ Enzo Sim, ນັກຄົ້ນຄວ້າດ້ານປະຫວັດສາດ ແລະ ການປ້ອງກັນຊາດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຈາກເປົ້າໝາຍໂບກໍ ສູ່ວິໄສທັດປູຕຣາຈາຢາ 2040

ໃນຂະບວນການພັດທະນາຂອງ APEC, ເປົ້າໝາຍໂບກໍ ປີ 1994 ແລະ ວິໄສທັດປູຕຣາຈາຢາ 2040 ແມ່ນສອງຂີດໝາຍສຳຄັນ ທີ່ສະທ້ອນເຖິງການປ່ຽນແປງແນວຄິດ ແລະ ບູລິມະສິດໃນການຮ່ວມມືເສດຖະກິດຂອງພາກພື້ນ.

ເປົ້າໝາຍໂບກໍ ໄດ້ກຳເນີດຂຶ້ນໃນໄລຍະທີ່ໂລກາພິວັດພັດທະນາຢ່າງແຂງແຮງ, ໂດຍສຸມໃສ່ຊຸກຍູ້ການຄ້າ ແລະ ການລົງທຶນທີ່ເສລີ ແລະ ສະດວກຄ່ອງຕົວ ຜ່ານການຫຼຸດຜ່ອນອຸປະສັກຕໍ່ຕະຫຼາດ.

ບັນດາຄວາມພະຍາຍາມໃນການເປີດເສລີ ໄດ້ປະກອບສ່ວນຫຼຸດອັດຕາພາສີສຸລະກາກອນສະເລ່ຍໃນພາກພື້ນ ຈາກປະມານ 17% ໃນປີ 1989 ລົງເຫຼືອ 5% ໃນຊຸມປີມໍ່ໆມານີ້.

ແນວໃດກໍຕາມ, ເມື່ອພາສີສຸລະກາກອນບໍ່ແມ່ນອຸປະສັກທີ່ໃຫຍ່ທີ່ສຸດອີກຕໍ່ໄປ, ບັນດາເສດຖະກິດຕ້ອງແກ້ໄຂບັນຫາທີ່ສັບຊ້ອນກວ່າເກົ່າ ກ່ຽວກັບການບໍລິຫານຂໍ້ມູນ, ມາດຕະຖານສິ່ງແວດລ້ອມ, ຄວາມໝັ້ນຄົງດ້ານເຕັກໂນໂລຊີ ແລະ ຄວາມສາມາດຮັກສາຕ່ອງໂສ້ການສະໜອງໃຫ້ມີສະຖຽນລະພາບ.

ຖ້າຫາກເປົ້າໝາຍໂບກໍ ສ່ວນໃຫຍ່ມຸ່ງໄປສູ່ການລົບລ້າງອຸປະສັກຕໍ່ການໝູນວຽນສິນຄ້າ, ວິໄສທັດປູຕຣາຈາຢາ 2040 ກໍວາງອອກຄວາມຕ້ອງການເພີ່ມທະວີການຮ່ວມມືໃນບັນດາຂົງເຂດໃໝ່, ລວມມີການໄຫຼວຽນຂອງຂໍ້ມູນ, ມາດຕະຖານສີຂຽວ ແລະ ຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງ.

ຈຸດປ່ຽນແປງສຳຄັນແມ່ນ ການເປີດເສລີການຄ້າຕ້ອງຄຽງຄູ່ກັບການຍົກສູງຄວາມສາມາດເພິ່ງພາຕົນເອງ, ຊ່ວຍໃຫ້ບັນດາເສດຖະກິດຮັກສາການດຳເນີນງານ ແລະ ປັບຕົວຕໍ່ບັນດາຜົນກະທົບຮຸນແຮງຈາກພາຍນອກ.

ໃນການວິເຄາະການປ່ຽນແປງນີ້, ທ່ານ Enzo Sim, ຜູ້ຊ່ຽວຊານດ້ານການຄົ້ນຄວ້າປະຫວັດສາດ ແລະ ການປ້ອງກັນຊາດອາຊີຕາເວັນອອກສ່ຽງໃຕ້, ເຫັນວ່າ ອຸປະສັກທາງການຄ້າໃນປັດຈຸບັນມີຄວາມຫຼາກຫຼາຍ ແລະ ສັບຊ້ອນກວ່າເມື່ອສາມທົດສະວັດກ່ອນຢ່າງຫຼວງຫຼາຍ.

ຕາມທ່ານ Enzo Sim ແລ້ວ, ຖ້າຫາກໄລຍະປະຕິບັດເປົ້າໝາຍໂບກໍ ສ່ວນໃຫຍ່ສຸມໃສ່ການຫຼຸດພາສີສຸລະກາກອນ, ປັດຈຸບັນວິສາຫະກິດຕ້ອງຕອບສະໜອງຂໍ້ກຳນົດໃໝ່ຫຼາຍປະການ ກ່ຽວກັບການປົກປ້ອງຂໍ້ມູນ, ຄວາມໝັ້ນຄົງທາງໄຊເບີ, ສິ່ງແວດລ້ອມ ແລະ ຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງ.

ສິ່ງທີ່ໜ້າສັງເກດແມ່ນ ບັນດາລະບຽບການນີ້ເກີດຂຶ້ນຈາກຄວາມຕ້ອງການອັນຊອບທຳຂອງບັນດາປະເທດໃນການປົກປ້ອງຄວາມໝັ້ນຄົງທາງເສດຖະກິດ. ແນວໃດກໍຕາມ, ເມື່ອມາດຕະຖານ ແລະ ວິທີການຄຸ້ມຄອງລະຫວ່າງບັນດາຕະຫຼາດມີຄວາມແຕກຕ່າງກັນຫຼາຍ, ວິສາຫະກິດກໍຕ້ອງປະເຊີນກັບຕົ້ນທຶນການປະຕິບັດຕາມລະບຽບທີ່ເພີ່ມຂຶ້ນ, ໂດຍສະເພາະວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs).

ຕາມທ່ານ Enzo Sim ແລ້ວ, ບັນຫາທີ່ວາງອອກຕໍ່ APEC ບໍ່ພຽງແຕ່ແມ່ນການສືບຕໍ່ຊຸກຍູ້ການເປີດຕະຫຼາດເທົ່ານັ້ນ, ແຕ່ຍັງຕ້ອງຊອກຫາກົນໄກທີ່ຊ່ວຍໃຫ້ບັນດາລະບົບເສດຖະກິດທີ່ແຕກຕ່າງກັນສາມາດປະສານສົມທົບ ແລະ ດຳເນີນງານໄດ້ຢ່າງມີປະສິດທິຜົນ.

ກົນໄກສະໝັກໃຈ ແລະ ບົດບາດຂອງ APEC ໃນການຮັກສາການສົນທະນາ

ການເພີ່ມຂຶ້ນຂອງການແຂ່ງຂັນທາງພູມເສດຖະກິດ ເຄີຍເຮັດໃຫ້ເກີດຄວາມກັງວົນກ່ຽວກັບຄວາມສາມາດໃນການຮັກສາບົດບາດຂອງ APEC, ໂດຍສະເພາະໃນສະພາບການທີ່ກົນໄກແກ້ໄຂຂໍ້ພິພາດຂອງ WTO ປະສົບຄວາມຫຍຸ້ງຍາກ.

ບໍ່ຄືກັບບັນດາກົນໄກຮ່ວມມືທີ່ມີຂໍ້ຜູກພັນທາງກົດໝາຍ, APEC ດຳເນີນງານບົນພື້ນຖານຫຼັກການສັນທາມະຕິ, ຄວາມສະໝັກໃຈ ແລະ ການບໍ່ມີຂໍ້ຜູກມັດ. ລັກສະນະດັ່ງກ່າວເຄີຍຖືກມອງວ່າເປັນຂໍ້ຈຳກັດຕໍ່ຄວາມສາມາດໃນການຊຸກຍູ້ບັນດາຂໍ້ຜູກພັນຮ່ວມ.

ແນວໃດກໍຕາມ, ໃນສະພາບການທີ່ບັນດາເສດຖະກິດມີຄວາມແຕກຕ່າງກັນຫຼາຍດ້ານຜົນປະໂຫຍດ ແລະ ທິດທາງນະໂຍບາຍ, ຄວາມຍືດຫຍຸ່ນຂອງ APEC ພັດກາຍເປັນເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການຮັກສາການສົນທະນາ ແລະ ການຮ່ວມມື.

ທ່ານ Enzo Sim ເຫັນວ່າ ກົນໄກສະໝັກໃຈແມ່ນໜຶ່ງໃນຈຸດແຂງທີ່ໜ້າສົນໃຈຂອງ APEC ໃນຂະນະທີ່ສະພາບແວດລ້ອມສາກົນນັບມື້ນັບມີຄວາມບໍ່ແນ່ນອນ.

ຕາມທ່ານແລ້ວ, ຕໍ່ໜ້າຄວາມເຄັ່ງຕຶງທາງພູມລັດຖະສາດ ແລະ ລັດທິປົກປ້ອງການຄ້າທີ່ເພີ່ມຂຶ້ນ, APEC ໄດ້ສ້າງເວທີໃຫ້ບັນດາເສດຖະກິດທີ່ມີຮູບແບບການພັດທະນາແຕກຕ່າງກັນສືບຕໍ່ແລກປ່ຽນ.

ເຖິງແມ່ນວ່າການບໍ່ມີຂໍ້ຜູກພັນທາງກົດໝາຍທີ່ບັງຄັບໃຊ້ ອາດເຮັດໃຫ້ຄວາມຄືບໜ້າຂອງການຮ່ວມມືຊ້າລົງ, ແຕ່ຄຸນຄ່າສຳຄັນຂອງ APEC ຢູ່ທີ່ຄວາມສາມາດສ້າງຄວາມໄວ້ວາງໃຈ, ສ້າງແນວທາງຮ່ວມ ແລະ ຮັກສາຂະບວນການຮ່ວມມື ແມ່ນແຕ່ໃນເວລາທີ່ບັນດາສະມາຊິກຍັງມີຄວາມເຫັນແຕກຕ່າງກັນ.

ແທນທີ່ຈະສຸມໃສ່ບັນດາສັນຍາທີ່ມີຂໍ້ຜູກມັດສູງ, APEC ສາມາດສະແດງບົດບາດເປັນເວທີທົດລອງ ແລະ ຊຸກຍູ້ບັນດາມາດຕະຖານ ແລະ ຂໍ້ລິເລີ່ມການຮ່ວມມືທີ່ມີລັກສະນະປະຕິບັດໄດ້ຈິງ.

ຕົວຢ່າງໜຶ່ງແມ່ນ ບັນຊີລາຍການສິນຄ້າສິ່ງແວດລ້ອມຂອງ APEC, ເຊິ່ງບັນດາສະມາຊິກສະໝັກໃຈຫຼຸດພາສີສຸລະກາກອນສຳລັບສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ 54 ລາຍການ.

ໃນຂົງເຂດເສດຖະກິດດິຈິຕອນ, ລະບົບກົດລະບຽບວ່າດ້ວຍຄວາມເປັນສ່ວນຕົວຂ້າມຊາຍແດນ (CBPR) ຂອງ APEC ກໍໄດ້ປະກອບສ່ວນສ້າງບັນດາມາດຕະຖານທີ່ຊ່ວຍໃຫ້ວິສາຫະກິດຂ້າມຊາດສາມາດໂອນຍ້າຍຂໍ້ມູນໄດ້ຢ່າງປອດໄພ.

ບັນດາຂໍ້ລິເລີ່ມນີ້ສະແດງໃຫ້ເຫັນວ່າ ເຖິງແມ່ນບໍ່ມີຂໍ້ຜູກພັນທາງກົດໝາຍທີ່ບັງຄັບໃຊ້, APEC ກໍຍັງສາມາດຊຸກຍູ້ການຮ່ວມມືຜ່ານສັນທາມະຕິ, ການແບ່ງປັນປະສົບການ ແລະ ການສ້າງມາດຕະຖານຮ່ວມທີ່ສອດຄ່ອງກັບຄວາມຕ້ອງການຂອງບັນດາເສດຖະກິດສະມາຊິກ.

APEC 2027 ແລະ ໂອກາດຍົກສູງບົດບາດການເຊື່ອມໂຍງຂອງຫວຽດນາມ

ໃນປີ 2026, ຈີນຮັບບົດບາດເປັນປະທານ APEC ໂດຍມີບັນດາບູລິມະສິດກ່ຽວກັບການຫັນປ່ຽນສີຂຽວ, ເສດຖະກິດດິຈິຕອນ ແລະ ການເສີມສ້າງຕ່ອງໂສ້ການສະໜອງ. ແນວໃດກໍຕາມ, ການແຂ່ງຂັນດ້ານເຕັກໂນໂລຊີ ແລະ ຄວາມແຕກຕ່າງໃນນະໂຍບາຍເສດຖະກິດ ອາດສ້າງສິ່ງທ້າທາຍຫຼາຍປະການຕໍ່ຂະບວນການເຈລະຈາ ແລະ ຊອກຫາສັນທາມະຕິ.

ໃນສະພາບການດັ່ງກ່າວ, ການທີ່ຫວຽດນາມຮັບບົດບາດເປັນເຈົ້າພາບ APEC 2027 ມີຄວາມໝາຍທາງຍຸດທະສາດ, ສ້າງໂອກາດໃຫ້ປະເທດສືບຕໍ່ຍົກສູງຖານະໃນການຮ່ວມມືເສດຖະກິດຂອງພາກພື້ນ ແລະ ໂລກ.

ໃນການປະເມີນບົດບາດຂອງຫວຽດນາມ, ທ່ານ Enzo Sim ເຫັນວ່າ ຫວຽດນາມມີເງື່ອນໄຂທີ່ເອື້ອອຳນວຍຫຼາຍປະການ ເພື່ອກາຍເປັນຂົວເຊື່ອມທີ່ມີບົດບາດສ້າງສັນລະຫວ່າງບັນດາເສດຖະກິດ.

ໃນຂະນະທີ່ວິສາຫະກິດສາກົນກຳລັງປະເມີນຄືນເຄືອຂ່າຍການຜະລິດ ແລະ ຕ່ອງໂສ້ການສະໜອງ, ຫວຽດນາມສາມາດຊຸກຍູ້ການຮ່ວມມືຂອງພາກພື້ນໃນທິດທາງເພີ່ມທະວີການເຊື່ອມໂຍງ, ພ້ອມທັງບໍ່ເຮັດໃຫ້ບັນດາເສດຖະກິດຕ້ອງປະເຊີນກັບແຮງກົດດັນໃຫ້ເລືອກຂ້າງໃນການແຂ່ງຂັນທາງພູມລັດຖະສາດ.

ຕາມຜູ້ຊ່ຽວຊານແລ້ວ, ບັນດາຂໍ້ລິເລີ່ມທີ່ເປັນຮູບປະທຳ ເຊິ່ງຫວຽດນາມສາມາດໃຫ້ບູລິມະສິດຊຸກຍູ້ ລວມມີການເພີ່ມທະວີການຮ່ວມມືດ້ານພາສີສຸລະກາກອນ, ຍົກສູງຄວາມໂປ່ງໃສໃນຕ່ອງໂສ້ການສະໜອງ ແລະ ຂະຫຍາຍການເຊື່ອມໂຍງລະຫວ່າງບັນດາກຸ່ມບໍລິສັດຂ້າມຊາດ ກັບວິສາຫະກິດສະໜອງສິນຄ້າຂະໜາດນ້ອຍໃນພາກພື້ນ.

ນີ້ແມ່ນບັນດາຂົງເຂດທີ່ມີຄວາມສາມາດນຳມາເຊິ່ງຜົນປະໂຫຍດຮ່ວມ, ພ້ອມທັງຊ່ວຍໃຫ້ບັນດາສະມາຊິກຍົກສູງປະສິດທິຜົນການຮ່ວມມື ໃນເງື່ອນໄຂທີ່ສະພາບແວດລ້ອມເສດຖະກິດສາກົນມີຄວາມຜັນຜວນຫຼາຍປະການ.

ທ່ານ Enzo Sim ເຫັນວ່າ ການຈັດ APEC 2027 ທີ່ປະສົບຜົນສຳເລັດ ຈະປະກອບສ່ວນພິສູດໃຫ້ເຫັນວ່າ ຄວາມຕ້ອງການຮັບປະກັນຄວາມໝັ້ນຄົງທາງເສດຖະກິດ ແລະ ການຊຸກຍູ້ການຮ່ວມມືຂອງພາກພື້ນ ສາມາດດຳເນີນໄປພ້ອມກັນໄດ້ ແທນທີ່ຈະຂັດແຍ່ງ ຫຼື ຕັດຂາດຈາກກັນ.

ສຳລັບຫວຽດນາມ, ການເປັນເຈົ້າພາບ APEC 2027 ບໍ່ພຽງແຕ່ເປັນໂອກາດໃນການຈັດເວທີຮ່ວມມືເສດຖະກິດຂະໜາດໃຫຍ່ເທົ່ານັ້ນ, ແຕ່ຍັງສ້າງເງື່ອນໄຂໃຫ້ຫວຽດນາມເຂົ້າຮ່ວມຢ່າງເປັນເຈົ້າການໃນການກຳນົດຮູບແບບການເຊື່ອມໂຍງໃໝ່.

ໃນຂະບວນການທີ່ APEC ປ່ຽນຈຸດສຸມຈາກການເປີດເສລີການຄ້າ ໄປສູ່ການປະສານການເຊື່ອມໂຍງເຂົ້າກັບຄວາມສາມາດເພິ່ງພາຕົນເອງ, ຫວຽດນາມມີໂອກາດສົ່ງເສີມບົດບາດເປັນຕົວກາງ, ປະກອບສ່ວນຈຳກັດຜົນກະທົບຈາກການແບ່ງແຍກຕ່ອງໂສ້ການສະໜອງ ແລະ ຫັນບັນດາຂໍ້ຜູກພັນການຮ່ວມມືໃຫ້ກາຍເປັນແຮງຂັບເຄື່ອນການພັດທະນາຕົວຈິງ.

ນີ້ຍັງເປັນພື້ນຖານໃຫ້ຫວຽດນາມສືບຕໍ່ເສີມສ້າງຖານະຂອງຕົນໃນເຄືອຂ່າຍການຜະລິດ, ການຄ້າ ແລະ ການລົງທຶນຂອງພາກພື້ນອາຊີ - ປາຊີຟິກ, ພ້ອມທັງປະກອບສ່ວນເຂົ້າໃນເປົ້າໝາຍສ້າງພື້ນທີ່ເສດຖະກິດທີ່ມີການເຊື່ອມໂຍງ, ມີສະຖຽນລະພາບ ແລະ ມີຄວາມສາມາດປັບຕົວສູງຍິ່ງຂຶ້ນຕໍ່ຄວາມຜັນຜວນຂອງໂລກ.

APEC 2027: ເພີ່ມທະວີຄວາມສາມາດດ້ານການຈັດຕັ້ງ, ປັບປຸງກົນໄກການປະສານສົມທົບ APEC 2027: ເພີ່ມທະວີຄວາມສາມາດດ້ານການຈັດຕັ້ງ, ປັບປຸງກົນໄກການປະສານສົມທົບ
ຍສໝ - ວັນທີ 1-2/10 ທີ່ ຮ່າໂນ້ຍ, ກອງເລຂາແຫ່ງຊາດ APEC 2027, ກະຊວງການຕ່າງປະເທດຫວຽດນາມ ປະສານສົມທົບກັບກະຊວງການຕ່າງປະເທດສະຫະລັດອາເມລິກາ ຈັດກອງສຳມະນາ “ການກະກຽມສຳລັບປີ APEC 2027: ຍົກສູງຄວາມສາມາດດ້ານການຈັດຕັ້ງ ແລະ ການປະສານສົມທົບ”, ສຸມໃສ່ແລກປ່ຽນບົດຮຽນການບໍລິຫານ, ປັບປຸງກົນໄກການປະສານສົມທົບ ແລະ ຍົກສູງຄວາມສາມາດໃນການກະກຽມສຳລັບປີ APEC ຫວຽດນາມ 2027.
APEC 2027: ຫວຽດນາມຜັນຂະຫຍາຍ 3 ລະດັບການປະສານສົມທົບໃນວຽກງານຈັດຕັ້ງ APEC 2027: ຫວຽດນາມຜັນຂະຫຍາຍ 3 ລະດັບການປະສານສົມທົບໃນວຽກງານຈັດຕັ້ງ
ຍສໝ - ຫວຽດນາມພວມເລັ່ງລັດວຽກງານກະກຽມສຳລັບປີ APEC 2027 ໃນຫຼາຍດ້ານ ນັບແຕ່ເນື້ອໃນ, ຫົວຂໍ້, ບູລິມະສິດ ຈົນເຖິງວຽກງານຈັດຕັ້ງ ແລະ ພະລາທິການ. ຕາມທ່ານ ຫງວຽນມິງຫວູ, ຮອງລັດຖະມົນຕີປະຈຳການ ກະຊວງການຕ່າງປະເທດ, ກົນໄກການປະສານສົມທົບຖືກຜັນຂະຫຍາຍຕາມ 3 ລະດັບ ແນໃສ່ຮັບປະກັນຄວາມເປັນເອກະພາບ ແລະ ປະສິດທິຜົນໃນຕະຫຼອດຂະບວນການຈັດຕັ້ງ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ