ເຜີຍແຜ່ມໍລະດົກຂອງປະທານໂຮ່ຈິມິນ ກ່ຽວກັບສັນຕິພາບ ແລະ ມິດຕະພາບຢູ່ສ.ເຊັກໂກ

14:56 | 31/08/2026

ຍສໝ - ຫວ່າງມໍ່ໆມານີ້, ຢູ່ Prague (ສ.ເຊັກໂກ), ເຂດຫໍລະນຶກປະທານໂຮ່ຈິມິນ ທີ່ທຳນຽບປະທານປະເທດ ໄດ້ປະສານສົມທົບກັບສະຖານທູດຫວຽດນາມປະຈຳສ.ເຊັກໂກ ຈັດງານວາງສະແດງສະເພາະຫົວຂໍ້ “ປະທານໂຮ່ຈິມິນ - ເສັ້ນທາງແຫ່ງການເຊື່ອມຕໍ່ ແລະ ເຜີຍແຜ່ຈິດໃຈແຫ່ງຄວາມສາມັກຄີສາກົນ”.

ສາຍພົວພັນລະຫວ່າງສອງພັກປະກອບສ່ວນເສີມສ້າງພື້ນຖານການຮ່ວມມືຫວຽດນາມ - ສ.ເຊັກໂກ ສາຍພົວພັນລະຫວ່າງສອງພັກສ້າງແຮງຊຸກຍູ້ເພີ່ມຕື່ມໃຫ້ແກ່ການຮ່ວມມືຫວຽດນາມ - ສ.ເຊັກໂກ
ເຜີຍແຜ່ມໍລະດົກຂອງປະທານໂຮ່ຈິມິນ ກ່ຽວກັບສັນຕິພາບ ແລະ ມິດຕະພາບຢູ່ສ.ເຊັກໂກ
ທ່ານ ເຢືອງຮວ່າຍນາມ, ເອກອັກຄະລັດຖະທູດຫວຽດນາມປະຈຳສ.ເຊັກໂກ ພ້ອມດ້ວຍຄະນະພະນັກງານເຂດຫໍລະນຶກປະທານໂຮ່ຈິມິນ ທີ່ທຳນຽບປະທານປະເທດ.

ເຫດການດັ່ງກ່າວ ແມ່ນຢູ່ໃນຂອບເຂດກິດຈະກຳຕໍ່ເນື່ອງດ້ານວັດທະນະທຳ - ການຕ່າງປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ 2/9, ມຸ່ງສູ່ການລະນຶກເຖິງການຢ້ຽມຢາມສ.ເຊັກໂກໂກສະໂລວາເກຍ ໃນປີ 1957 ຂອງປະທານໂຮ່ຈິມິນ ແລະ ບັນດາຂີດໝາຍໃນສາຍພົວພັນ ຫວຽດນາມ - ສ.ເຊັກໂກ.

ງານວາງສະແດງໄດ້ແນະນຳຮູບພາບ ແລະ ເອກະສານປະມານ 150 ລາຍການ ກ່ຽວກັບຊີວິດ, ພາລະກິດ, ແນວຄິດ, ຄຸນສົມບັດ ແລະ ແບບແຜນຂອງໂຮ່ຈິມິນ; ກິດຈະກຳດ້ານການຕ່າງປະເທດຂອງເພິ່ນ, ເຂດຫໍລະນຶກປະທານໂຮ່ຈິມິນ ທີ່ທຳນຽບປະທານປະເທດ ແລະ ການພົວພັນຕ່າງປະເທດຂອງຫວຽດນາມ.

ເນື້ອໃນງານວາງສະແດງແບ່ງອອກເປັນ 4 ພາກ. ພາກທີ 1, “ຫງວຽນອ໋າຍກວັກ - ເສັ້ນທາງຊອກຫາແສງສະຫວ່າງແຫ່ງເສລີພາບໃຫ້ແກ່ຊາດ (1911-1941)”, ແນະນຳໄລຍະເວລາກວ່າ 30 ປີ ທີ່ ຫງວຽນເຕິ໊ດແທ່ງ - ຫງວຽນອ໋າຍກວັກ ເດີນທາງໄປຫຼາຍແຫ່ງເພື່ອຊອກຫາເສັ້ນທາງກູ້ຊາດ, ເຄື່ອນໄຫວຢູ່ຫຼາຍປະເທດ ແລະ ພົບປະກັບກຳມະກອນ, ປະຊາຊົນບັນດາຊາດ.

ພາກທີ 2, “ເພິ່ນກັບຄືນມາ ນຳເອົາລະດູບານໃໝ່ມາສູ່ປະເທດ (1941-1954)”, ສະແດງຄືນຂະບວນການທີ່ເພິ່ນກັບຄືນສູ່ປະເທດຊາດ, ນຳພາການປະຕິວັດໂດຍກົງ, ເຊື່ອມໂຍງກັບບັນດາຂີດໝາຍ ນັບແຕ່ ປາກບໍ່, ເຕິນຈ່າວ, ການປະຕິວັດເດືອນສິງຫາ, ການກຳເນີດຂອງສາທາລະນະລັດປະຊາທິປະໄຕຫວຽດນາມ ຈົນເຖິງໄຊຊະນະດ້ຽນບຽນຝູ ໃນປີ 1954.

ພາກທີ 3, “ກິດຈະກຳການທູດຂອງປະທານໂຮ່ຈິມິນ (1954-1969)”, ສຸມໃສ່ແນະນຳກິດຈະກຳດ້ານການຕ່າງປະເທດຂອງເພິ່ນ, ສະແດງເຖິງແບບແຜນການທູດທີ່ໃກ້ຊິດ, ຈິງໃຈ, ຄ່ອງຕົວ ແລະ ຍຶດໝັ້ນຢ່າງສະໝ່ຳສະເໝີຕໍ່ຫຼັກການເອກະລາດ, ສັນຕິພາບ, ມິດຕະພາບ ແລະ ຄວາມສາມັກຄີສາກົນ.

ສິ່ງທີ່ໜ້າສົນໃຈ, ງານວາງສະແດງໄດ້ແນະນຳບັນດາເອກະສານກ່ຽວກັບການຢ້ຽມຢາມມິດຕະພາບສ.ເຊັກໂກສະໂລວາເກຍ ໃນເດືອນ 7/1957, ໃນນັ້ນມີຮູບພາບປະທານໂຮ່ຈິມິນ ພົບປະກັບປະຊາຊົນ Prague, ຢ້ຽມຢາມກຳມະກອນ ແລະ ສະຖານທີ່ຈຳນວນໜຶ່ງຢູ່ສ.ເຊັກໂກສະໂລວາເກຍ. ນີ້ແມ່ນບັນດາເອກະສານອັນມີຊີວິດຊີວາ ກ່ຽວກັບມິດຕະພາບ ແລະ ຄວາມຜູກພັນລະຫວ່າງສອງຊາດ.

ພາກທີ 4, “ເຂດຫໍລະນຶກປະທານໂຮ່ຈິມິນ ທີ່ທຳນຽບປະທານປະເທດ - ສະຖານທີ່ເຜີຍແຜ່ມໍລະດົກໂຮ່ຈິມິນສູ່ເພື່ອນມິດສາກົນ (1969-ປັດຈຸບັນ)”, ແນະນຳຂະບວນການອະນຸລັກ ແລະ ສົ່ງເສີມຄຸນຄ່າຂອງເຂດຫໍລະນຶກ - ສະຖານທີ່ທີ່ປະທານໂຮ່ຈິມິນ ເຄີຍດຳລົງຊີວິດ ແລະ ເຮັດວຽກແຕ່ປີ 1954 ຫາ 1969, ພ້ອມທັງກາຍເປັນສະຖານທີ່ແນະນຳມໍລະດົກຂອງເພິ່ນສູ່ສາທາລະນະຊົນພາຍໃນປະເທດ ແລະ ສາກົນ.

ຫວຽດນາມ ແລະ ສ.ເຊັກໂກ ໄດ້ສ້າງຕັ້ງສາຍພົວພັນການທູດໃນປີ 1950 ບົນພື້ນຖານແຫ່ງມິດຕະພາບ, ຄວາມໄວ້ວາງໃຈ ແລະ ການເຄົາລົບເຊິ່ງກັນແລະກັນ. ວັນທີ 20/1/2025, ສອງປະເທດໄດ້ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດ, ເປີດໄລຍະໃໝ່ແຫ່ງການຮ່ວມມືຢ່າງກວ້າງເລິກໃນຫຼາຍຂົງເຂດ.

ການນຳງານວາງສະແດງມາຈັດຢູ່ Prague ປະກອບສ່ວນແນະນຳມໍລະດົກໂຮ່ຈິມິນສູ່ສາທາລະນະຊົນ ສ.ເຊັກໂກ, ປະຊາຄົມຊາວຫວຽດນາມ ແລະ ເພື່ອນມິດສາກົນ; ພ້ອມທັງເຜີຍແຜ່ບັນດາຄຸນຄ່າແຫ່ງສັນຕິພາບ, ມິດຕະພາບ, ຄວາມສາມັກຄີ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ, ປະກອບສ່ວນຊຸກຍູ້ການແລກປ່ຽນປະຊາຊົນ ແລະ ສາຍພົວພັນ ຫວຽດນາມ -ສ.ເຊັກໂກ.

ຊາວຫວຽດນາມຢູ່ຕ່າງປະເທດ ຮ່ວມແຮງຊ່ວຍເຫຼືອຜູ້ປະສົບຄວາມຫຍຸ້ງຍາກຢູ່ ສ.ເຊັກ ຊາວຫວຽດນາມຢູ່ຕ່າງປະເທດ ຮ່ວມແຮງຊ່ວຍເຫຼືອຜູ້ປະສົບຄວາມຫຍຸ້ງຍາກຢູ່ ສ.ເຊັກ
ຍສໝ - ບໍ່ດົນມານີ້, ທີ່ວັດ ຢາກດ້າວ (ນະຄອນ Cheb, ສາທາລະນະລັດ ເຊັກ), ສະມາຄົມຊາວ ຫວຽດນາມ - ສູນການຄ້າ Asia Dragon - ນະຄອນ Cheb ແລະ ເຂດໃກ້ຄຽງ ຮ່ວມກັບສະມາຄົມຊາວພຸດວັດ ຢາກດ້າວ ຈັດພິທີມອບສິ່ງຂອງຊຸດທຳອິດ ພາຍໃຕ້ໂຄງການການກຸສົນ ເພື່ອຊ່ວຍເຫຼືອຜູ້ປະສົບຄວາມຫຍຸ້ງຍາກ ຢູ່ແຂວງ Karlovy Vary.
ສ້າງບາດກ້າວບຸກທະລຸໃນວຽກງານຊາວຫວຽດນາມຢູ່ຕ່າງປະເທດ ສ້າງບາດກ້າວບຸກທະລຸໃນວຽກງານຊາວຫວຽດນາມຢູ່ຕ່າງປະເທດ
ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານ ເຢືອງຮວ່າຍນາມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສາທາລະນະລັດເຊັກ ກັບວາລະສານ ເທີ່ຍດ້າຍ ກ່ຽວກັບຖານະຂອງຊາວຫວຽດນາມຢູ່ ສາທາລະນະລັດເຊັກ ຢູ່ນອກຂອບກອງປະຊຸມການທູດຄັ້ງທີ 33 ທີ່ຫາກໍຈັດຂຶ້ນແຕ່ວັນທີ 1-7/8 ຢູ່ ຮ່າໂນ້ຍ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ