ຍສໝ - ວັນທີ 9/10, ປ້ອມທະຫານຊາຍແດນ ຈ່ຽງເຕືອງ (ແຂວງເຊີນລາ, ຫວຽດນາມ) ແລະ ກອງຮ້ອຍທະຫານຊາຍແດນ 213 (ແຂວງຫົວພັນ, ລາວ) ໄດ້ຈັດການລາດຕະເວນຮ່ວມສອງຝ່າຍ, ກວດກາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະ ແລກປ່ຽນສະພາບການຄວາມໝັ້ນຄົງໃນເຂດຊາຍແດນທີ່ຕິດຈອດກັນ, ປະກອບສ່ວນຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ຄວາມໝັ້ນຄົງ.
ຍສໝ - ວັນທີ 7/10, ທີ່ຮ່າໂນ້ຍ, ກອງສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 18 ໄດ້ໄຂຂຶ້ນ, ໂດຍສຸມໃສ່ປຶກສາຫາລືບັນດາບັນຫາຄວາມໝັ້ນຄົງທາງທະເລ, ການຄຸ້ມຄອງການແຂ່ງຂັນ, ການເຊື່ອມຕໍ່ໂຄງລ່າງ ແລະ ການຊຸກຍູ້ການຮ່ວມມື ເພື່ອຮັກສາສັນຕິພາບ, ສະຖຽນລະພາບ ແລະ ຮັບປະກັນຄວາມໝັ້ນຄົງຂອງມະນຸດ.
ຍສໝ - ໃນການແກ້ໄຂບັນຫາທະເລຕາເວັນອອກ, ຫວຽດນາມຍຶດໝັ້ນໃນການປົກປ້ອງບັນດາສິດ ແລະ ຜົນປະໂຫຍດອັນຊອບທຳ, ພ້ອມທັງຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ວິທີເຂົ້າຫານີ້ຖືກຜັນຂະຫຍາຍຜ່ານການເຊີດຊູກົດໝາຍສາກົນ, ຍຶດໝັ້ນແກ້ໄຂຄວາມເຫັນຕ່າງດ້ວຍການເຈລະຈາ ແລະ ຂະຫຍາຍການຮ່ວມມື ແນໃສ່ຮັບມືກັບບັນດາສິ່ງທ້າທາຍຮ່ວມຢູ່ທະເລ.
ຍສໝ - ວັນທີ 2/10 ທີ່ ຮ່າໂນ້ຍ, ກະຊວງການຕ່າງປະເທດຈະເປັນປະທານຈັດເວທີປາໄສທະເລຫວຽດນາມ 2026 ພາຍໃຕ້ຫົວຂໍ້ “ການຮ່ວມມື ແລະ ການເຊື່ອມໂຍງສາກົນໃນການສ້າງຫວຽດນາມໃຫ້ກາຍເປັນປະເທດທາງທະເລທີ່ເຂັ້ມແຂງ”, ຄາດວ່າຈະມີຜູ້ແທນພາຍໃນ ແລະ ສາກົນຫຼາຍກວ່າ 200 ຄົນເຂົ້າຮ່ວມ, ສຸມໃສ່ແລກປ່ຽນກ່ຽວກັບການລະດົມແຫຼ່ງກຳລັງ, ເຕັກໂນໂລຊີ, ຄວາມຮູ້ ແລະ ບົດຮຽນສາກົນ ເພື່ອຮັບໃຊ້ການພັດທະນາທະເລ.
ຍສໝ - ນັບແຕ່ສົກຮຽນ 2026-2027 ເປັນຕົ້ນໄປ, ແຂວງເຊີນລາຈະທົດລອງສອນພາສາລາວໃຫ້ນັກຮຽນຊັ້ນ ປ.1, ມ.1 ແລະ ມ.4 ຢູ່ບາງໂຮງຮຽນໃນເຂດຊາຍແດນ, ແນໃສ່ຂະຫຍາຍໂອກາດການຮຽນພາສາຕ່າງປະເທດ, ເພີ່ມທະວີການແລກປ່ຽນປະຊາຊົນ ແລະ ການຮ່ວມມືດ້ານການສຶກສາຫວຽດນາມ - ລາວ.
ຍສໝ - ເນື່ອງໃນໂອກາດກອງປະຊຸມການທູດ ຄັ້ງທີ 33 ແລະ ກອງປະຊຸມວຽກງານການຕ່າງປະເທດທົ່ວປະເທດ ຄັ້ງທີ 22, ປະຕູຂໍ້ມູນຂ່າວສານອິເລັກໂຕຣນິກ ຂອງກະຊວງການຕ່າງປະເທດ ໄດ້ເຜີຍແຜ່ບົດສຳພາດຂອງ ທ່ານ ຫງວຽນມິງຫວູ, ກຳມະການຄະນະກາງພັກ, ລັດຖະມົນຕີປະຈຳກະຊວງການຕ່າງປະເທດ ກ່ຽວກັບຜົນງານດ້ານວຽກງານຊາຍແດນ ແລະ ດິນແດນ, ພ້ອມທັງບັນດາບູລິມະສິດ ເພື່ອປົກປ້ອງອະທິປະໄຕຢ່າງໜັກແໜ້ນ, ຊຸກຍູ້ຜົນປະໂຫຍດແຫ່ງຊາດ, ເສີມສ້າງສັນຕິພາບ ແລະ ຂະຫຍາຍພື້ນທີ່ການຮ່ວມມື ແລະ ການພັດທະນາ.
ຍສໝ - ວັນທີ 22 ກໍລະກົດ, ສຳນັກພິມການສຶກສາຫວຽດນາມ ໄດ້ປະສານສົມທົບກັບຫໍສະໝຸດກອງທັບ ແລະ ກອງທັບນ້ອຍ 15 ມອບປຶ້ມແບບຮຽນ ແລະ ປຶ້ມສຳລັບເດັກອະນຸບານຫຼາຍກວ່າ 5.400 ຫົວ ໃຫ້ແກ່ບັນດາສະຖານສຶກສາຢູ່ຕາແສງໂມໄຣ (ແຂວງຢາລາຍ), ເພື່ອຊ່ວຍນັກຮຽນເຂດຊາຍແດນກະກຽມຄວາມພ້ອມສຳລັບສົກຮຽນ 2026-2027.
ຍສໝ - ວັນທີ 7 ກໍລະກົດ, ຢູ່ທີ່ນະຄອນດານັງ, ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ໄດ້ຈັດພິທີເປີດແຜນງານແລກປ່ຽນນາຍທະຫານໜຸ່ມ ກອງທັບເຮືອປະຕິບັດກົດໝາຍທາງທະເລຫວຽດນາມ ແລະ ກຳລັງປ້ອງກັນຊາຍຝັ່ງຟີລິບປິນ ຄັ້ງທີໜຶ່ງ.
ຍສໝ - ວັນທີ 8 ກໍລະກົດ, ພາຍໃນຂອບເຂດໂຄງການແລກປ່ຽນມິດຕະພາບດ້ານປ້ອງກັນຊາດຫວຽດນາມ - ລາວ, ຄະນະແພດໝໍຈາກໂຮງໝໍທະຫານເລກ 4 ໄດ້ຈັດກິດຈະກຳກວດພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບ ແລະ ແຈກຢາຟຣີໃຫ້ປະຊາຊົນຫຼາຍກວ່າ 700 ເທື່ອຄົນ ຢູ່ຕາແສງກິມບ໋າງ (ແຂວງເງະອານ), ປະກອບສ່ວນດູແລສຸຂະພາບປະຊາຊົນເຂດຊາຍແດນ.
ຍສໝ - ສີ່ຄອບຄົວທີ່ມີຍາດພີ່ນ້ອງໄດ້ຮັບຜົນກະທົບຈາກສານພິດເຄມີ ໄດ້ຮັບເຮືອນຫຼັງໃໝ່ ດ້ວຍການຊ່ວຍເຫຼືອດ້ານການກໍ່ສ້າງຈາກບັນດານາຍທະຫານ ແລະ ພົນທະຫານເຂດ 4 ກອງທັບເຮືອ.
ຍສໝ - ບັນດານາຍທະຫານ ແລະ ພົນທະຫານກອງທັບເຮືອ ໄດ້ປະສານສົມທົບດຳເນີນການເກັບຕົວຢ່າງຈາກອັດຖິຂອງວິລະຊົນຜູ້ເສຍສະລະຢູ່ແຂວງກວາງນິງ ເພື່ອຮັບໃຊ້ການກວດພິສູດ ADN ແລະ ການລະບຸຕົວຕົນ.
ຍສໝ - ໃຄ້າຍທະຫານຊາຍແດນດ່ານສາກົນ ຮົ່ງເວີນ, ສັງກັດຄະນະບັນຊາທະຫານຊາຍແດນ ນະຄອນເຫ້ວ (ຫວຽດນາມ) ໄດ້ຮ່ວມກັບກອງຮ້ອຍປ້ອງກັນຊາຍແດນ 514, ກອງບັນຊາການທະຫານແຂວງສາລະວັນ (ລາວ) ຈັດການລາດຕະເວນຮ່ວມສອງຝ່າຍ ຢູ່ຕາມແນວຊາຍແດນທີ່ທັງສອງກົມກອງຮັບຜິດຊອບຄຸ້ມຄອງ.
ຍສໝ - ວັນທີ 18 ມິຖຸນາ, ພາຍໃດຂອບເຂດກອງປະຊຸມຄັ້ງທີ 36 ຂອງບັນດາປະເທດພາຄີສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ (UNCLOS) ທີ່ສຳນັກງານໃຫຍ່ສະຫະປະຊາຊາດນະຄອນນິວຢອກ (ອາເມລິກາ), ຮອງສາດສະດາຈານ ປະລິນຍາເອກ ຫງວຽນທິລານແອງ, ຮອງຜູ້ນຳສະຖາບັນການຕ່າງປະເທດ ຫວຽດນາມ, ຜູ້ສະໝັກຮັບເລືອກຕັ້ງຂອງຫວຽດນາມ, ໄດ້ຮັບການເລືອກຕັ້ງເຂົ້າດຳລົງຕຳແໜ່ງເປັນຜູ້ພິພາກສາສານກົດໝາຍທະເລສາກົນ (ITLOS) ອາຍຸການ 2026–2035 ດ້ວຍຄະແນນສຽງສູງທີ່ສຸດພາຍໃດເຂດພາກພື້ນ ອາຊີ - ປາຊີຟິກ.
ຍສໝ - ດ້ວຍຄວາມມຸ່ງໝັ້ນຊ່ວຍໃຫ້ປະຊາຊົນບ້ານມ່ວງນ້ຳ, ຕາແສງມ່ວງນ້ຳ, ເມືອງຊຽງຄໍ້, ແຂວງຫົວພັນ (ລາວ) ມີໂອກາດພັດທະນາເສດຖະກິດ ແລະ ປັບປຸງຊີວິດການເປັນຢູ່ໃຫ້ໝັ້ນຄົງ, ຄ້າຍທະຫານຊາຍແດນຈ່ຽງເຕືອງ ສັງກັດຄະນະບັນຊາການທະຫານຊາຍແດນແຂວງເສີນລາ (ຫວຽດນາມ) ໄດ້ດຳເນີນຫຼາຍກິດຈະກຳຊ່ວຍເຫຼືອຢ່າງເປັນຮູບປະທຳ, ຄຽງຄູ່ກັບການທະນຸບຳລຸງສາຍພົວພັນອັນໃກ້ຊິດລະຫວ່າງປະຊາຊົນສອງຟາກຊາຍແດນ.
ຍສໝ - ໃນການເດີນທາງທາງທະເລເພື່ອສຳຫຼວດເຂດທະເລ, ເກາະດອນ ທາງພາກຕາເວັນຕົກສ່ຽງໃຕ້ ນັບແຕ່ວັນທີ 12 ຫາວັນທີ 16 ເດືອນ ພຶດສະພາ, ຄະນະປະຕິບັດງານກອງກຳລັງຕຳຫຼວດທະເລ ຫວຽດນາມ ໄດ້ລົງກວດກາ, ໂຄສະນາ ແລະ ປະຕິບັດບັນດາກິດຈະກຳໜູນຊ່ວຍ, ປຸກລະດົມກຳລັງໃຈຊາວປະມົງພວມຂຸດຄົ້ນສັດນ້ຳທະເລຢູ່ທະເລໂດຍກົງ.
ຍສໝ - ຜ່ານວຽກງານການລາດຕະລາດ, ກອງທັບທະຫານຊາຍແດນແຂວງ ວິ້ງລອງ ໄດ້ກວດພົບຢ່າງຕໍ່ເນື່ອງບັນດາພາຫະນະທີ່ລະເມີດກົດລະບຽບການຂຸດຄົ້ນສັດນ້ຳ, ປັບໄໝເປັນມູນຄ່າຫຼາຍກວ່າ 1 ຕື້ດົ່ງ ນັບແຕ່ຕົ້ນປີມາຮອດປັດຈຸບັນ.
ຍສໝ - ກ້ອງຖ່າຍຮູບໃຕ້ນ້ຳ, ອຸປະກອນກຳນົດຕຳແໜ່ງ ແລະ ລະບົບຕິດຕາມກວດກາທາງໄກຕະຫຼອດ 24/7 ພວມກາຍເປັນສິ່ງທີ່ຄຸ້ນເຄີຍຢູ່ຕາມເຂດລ້ຽງສັດນ້ຳທະເລ ຢູ່ແຂວງ ແຄ໋ງຮວ່າ (Khánh Hòa). ໃນສະພາບການຕໍ່ຕ້ານການຢັ່ງຫາສິນທະເລແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີການຄວບຄຸມ (IUU) ກໍຄືແຫຼ່ງຜົນປະໂຫຍດສັດນ້ຳຫຼຸດນ້ອຍຖອຍລົງ, ທ້ອງຖິ່ນແຫ່ງນີ້ພວມຫັນປ່ຽນຢ່າງແຂງແຮງໄປສູ່ການລ້ຽງສັດນ້ຳທະເລດ້ວຍເຕັກໂນໂລຊີສູງ.
ຍສໝ - ໃນຕອນບ່າຍວັນທີ 14 ພຶດສະພາ, ຢູ່ທີ່ການຖແລງຂ່າວປະຈຳງວດຂອງກະຊວງການຕ່າງປະទេດ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໄດ້ສະເໜີໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເຄົາລົບອະທິປະໄຕຂອງ ຫວຽດນາມ ຕໍ່ກັບໝູ່ເກາະ ເຈື່ອງຊາ, ບໍ່ໃຫ້ມີການກະທຳໃດໆ ທີ່ເຮັດໃຫ້ສະພາບການມີຄວາມສັບສົນຂຶ້ນຕື່ມ.
ຍສໝ - ທ່ານ ໂຮ່ກວັກຢຸງ, ຮອງນາຍົກລັດຖະມົນຕີ ດຳລົງຕຳແໜ່ງເປັນ ປະທານຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຕ້ານການຫາປາແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ເປັນໄປຕາມລະບຽບການ (IUU), ເພື່ອແນໃສ່ເພີ່ມທະວີການຊີ້ນຳລະຫວ່າງຂະແໜງການ, ຊຸກຍູ້ການຜັນຂະຫຍາຍບັນດາມາດຕະການ ເພື່ອຕອບສະໜອງຕາມທຳນຽມສາກົນ ແລະ ພັດທະນາຂະແໜງການປະມົງແບບຍືນຍົງ.
ຍສໝ - ເພື່ອຕອບສະໜອງຕໍ່ຄວາມຕ້ອງການທີ່ຈະເພີ່ມທະວີການຕໍ່ສູ້ຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU), ແຂວງດົ່ງທາບກຳລັງຈັດຕັ້ງປະຕິບັດມາດຕະການທີ່ຄົບຖ້ວນສົມບູນເພື່ອຄຸ້ມຄອງການດຳເນີນງານຂອງເຮືອຫາປາຢ່າງເຂັ້ມງວດ, ຄວບຄຸມສັນຍານຕິດຕາມເຮືອ, ແລະ ເສີມຂະຫຍາຍຄວາມຮັບຜິດຊອບຂອງຊາວປະມົງໃນລະດັບຮາກຖານ.
ຍສໝ - ແຂວງດົ່ງທັບ ໄດ້ຜັນຂະຫຍາຍຫຼາຍມາດຕະການຢ່າງຂຸ້ມຂ້ຽວ ແລະ ພ້ອມພຽງກັນ ເພື່ອຕ້ານການເຮັດການປະມົງແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີການຄວບຄຸມ (IUU).
ຍສໝ - ຫວຽດນາມ ກໍາລັງກ້າວເຂົ້າສູ່ໄລຍະຕັດສິນຊີ້ຂາດ ດ້ວຍເປົ້າໝາຍແກ້ໄຂ "ບັດເຫຼືອງ" ຂອງຄະນະກຳມາທິການ ເອີຣົບ (EC) ໃຫ້ໄດ້ໂດຍໄວພາຍໃນປີ 2026 ພາຍຫຼັງຫຼາຍກວ່າ 8 ປີ ທີ່ໄດ້ມີຄວາມມານະພະຍາຍາມຈັດຕັ້ງປະຕິບັດບັນດາມາດຕະການຕ້ານການຂຸດຄົ້ນສັດນ້ຳແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີການຄວບຄຸມ (IUU).
ຍສໝ - ພາຍຫຼັງການຈັດຕັ້ງປະຕິບັດທົດລອງເປັນເວລາ 3 ປີກວ່າ, ການນຳໃຊ້ປື້ມບັນທຶກການຂຸດຄົ້ນສັດນ້ຳແບບເອເລັກໂຕຣນິກ ຢູ່ເທິງກຳປັ່ນຫາປາທາງໄກ ຢູ່ ນະຄອນ ໂຮ່ຈີມິນ ແມ່ນພວມຄ່ອຍໆສ້າງປະສິດທິຜົນໃຫ້ເຫັນຢ່າງຈະແຈ້ງ, ປະກອບສ່ວນເຂົ້າໃນການຫັນເປັນທັນສະໄໝວຽກງານຄຸ້ມຄອງຂະແໜງການປະມົງ, ຍົກສູງຄວາມໂປ່ງໃສຂອງຂໍ້ມູນ ແລະ ກວດກາການເຄື່ອນໄຫວຂຸດຄົ້ນຕາມລະບຽບການທີ່ວາງອອກ.
ຍສໝ - ຢູ່ທີ່ "ດ່ານໜ້າ" ເກາະ ລີເຊີນ, ແຂວງ ກວາງຫງາຍ, ການຕໍ່ສູ້ຕ້ານການເຮັດການປະມົງແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີການຄວບຄຸມ (IUU) ກໍາລັງຖືກຈັດຕັ້ງປະຕິບັດດ້ວຍວິທີການທີ່ອົດທົນ ແລະ ໃກ້ຊິດກັບປະຊາຊົນ ຂອງສະຖານີຕຳຫຼວດທະເລ ເລກ 2. ນັບຕັ້ງແຕ່ການລາດຕະເວນ, ການລົງໄປຫາ "ແຕ່ລະລໍາເຮືອ, ແຕ່ລະທ່າເຮືອ", ກໍາລັງເຈົ້າໜ້າທີ່ກໍາລັງຄ່ອຍໆປ່ຽນແປງຈິດສໍານຶກຂອງຊາວປະມົງ, ປະກອບສ່ວນເຂົ້າໃນການປົດ "ໃບເຫຼືອງ" ໃຫ້ແກ່ຂະແໜງສິນໃນນໍ້າຂອງ ຫວຽດນາມ.
ຍສໝ - ການປະກາດໃຊ້ ມະຕິເລກທີ 03/2026/NQ-HĐND ຂອງສະພາປະຊາຊົນແຂວງ ກ່າເມົາ ກ່ຽວກັບການຊ່ວຍເຫຼືອຍົກລະດັບ, ປ່ຽນແທນອຸປະກອນ ແລະ ຄ່າບໍລິການລາຍເດືອນ ສຳລັບລະບົບຕິດຕາມການເດີນເຮືອຂອງເຮືອຫາປາ ພວມນຳມາຊຶ່ງປະສິດທິຜົນຕົວຈິງ. ນີ້ຖືວ່າແມ່ນໜຶ່ງໃນບັນດາມາດຕະການທີ່ສຳຄັນ ເພື່ອຊ່ວຍເຫຼືອຊາວປະມົງ, ເພີ່ມທະວີການຄຸ້ມຄອງອາຊີບການປະມົງ ແລະ ເປົ້າໝາຍໄປສູ່ການແກ້ໄຂ "ບັດເຫຼືອງ" IUU (ຕ້ານການຫາປາແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີການຄວບຄຸມ).
ຍສໝ - ໃນບໍລິບົດທີ່ທົ່ວປະເທດພະຍາຍາມແກ້ໄຂ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ ທີ່ມີຕໍ່ຂະແໜງສິນໃນນ້ຳ, ການສະກັດກັ້ນ ແລະ ກ້າວໄປສູ່ການຢຸດຕິການຂຸດຄົ້ນອາຫານທະເລແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ເປັນໄປຕາມລະບຽບການ (IUU) ໄດ້ກາຍເປັນໜ້າທີ່ຮີບດ່ວນ. ຢູ່ເຂດປາກນ້ຳ ຢານ (Gianh), ຄ້າຍທະຫານຊາຍແດນດ່ານທ່າເຮືອ ຢານ (Gianh) (ທະຫານຊາຍແດນແຂວງ ກວາງຈິ - QuangTri) ໄດ້ຜັນຂະຫຍາຍຫຼາຍວິທີການແກ້ໄຂຢ່າງເປັນເອກະພາບ, ໃນນັ້ນ, ຖືເອົາການໂຄສະນາເຜີຍແຜ່ເປັນຈຸດສຸມ, ສົມທົບກັບການກວດກາ, ຕິດຕາມ ແລະ ຈັດການກັບການລະເມີດຢ່າງເຂັ້ມງວດ. ບັນດາການຫັນປ່ຽນທີ່ຕັ້ງໜ້າຕັ້ງແຕ່ຈິດສຳນຶກຈົນເຖິງການກະທຳຂອງຊາວປະມົງ ພວມປະກອບສ່ວນຮັກສາຄວາມໝັ້ນຄົງເຂດທະເລ, ພ້ອມທັງສ້າງພື້ນຖານເພື່ອແກ້ໄຂ “ບັດເຫຼືອງ” IUU.
ຍສໝ - ເຈົ້າຂອງເຮືອ, ຊາວປະມົງຫຼາຍຮ້ອຍຄົນ ຢູ່ແຂວງ ຝູອຽນ (ແຂວງ ດັກລັກ) ໄດ້ຮັບການເຜີຍແຜ່ໂຄສະນາ, ເຊັນບົດບັນທຶກຄຳໝັ້ນສັນຍາ ທີ່ຈະບໍ່ລະເມີດການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ເປັນໄປຕາມລະບຽບການ (IUU), ໃນທ່າມກາງສະພາບການທີ່ທ້ອງຖິ່ນພວມ ແໜ້ນການຄຸ້ມຄອງເຮືອຫາປາ, ເພີ່ມທະວີການຕິດຕາມກວດກາການເດີນທາງ ເພື່ອສະກັດກັ້ນການລະເມີດ ແລະ ປະກອບສ່ວນເຂົ້າໃນການແກ້ໄຂ "ບັດເຫຼືອງ" ຂອງຄະນະກຳມາທິການເອີຣົບ (EC).
ຍສໝ - ຕອນເຊົ້າວັນທີ 9 ເມສາ, ທີ່ສຳນັກງານກອງບັນຊາການກຳລັງປ້ອງກັນຝັ່ງທະເລເຂດ 4, ເຂດພິເສດຟູ໋ກວກ, ແຂວງອານຢາງ, ຄະນະຊີ້ນຳກອງບັນຊາການກຳລັງປ້ອງກັນຝັ່ງທະເລຫວຽດນາມກ່ຽວກັບການຫາປາ IUU ໄດ້ຈັດກອງປະຊຸມເພື່ອທົບທວນບົດຮຽນທີ່ຖອດຖອນໄດ້ຈາກການໂຄສະນາຢ່າງເຂັ້ມງວດເພື່ອຕ້ານ ແລະ ສະກັດກັ້ນການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU) ໂດຍເຮືອຫາປາ, ພ້ອມທັງການປະສານງານເພື່ອສະໜັບສະໜູນການຢ້ຽມຢາມຄັ້ງທີ 5 ຂອງຄະນະຜູ້ແທນກວດກາ EC ມາຫວຽດນາມ.
ຍສໝ - ຕອນບ່າຍວັນທີ 27 ມັງກອນ, ລັດຖະບານໄດ້ຈັດກອງປະຊຸມຄັ້ງທີ 30 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU). ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ - ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບ IUU - ໄດ້ເປັນປະທານກອງປະຊຸມ. ທີ່ສາຂາແຂວງຮ່າຕິ້ງ, ທ່ານ ເຈິ່ນຫືວແຄ້ງ - ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ - ໄດ້ເປັນປະທານ, ໂດຍມີການເຂົ້າຮ່ວມຂອງຜູ້ນຳຈາກບັນດາພະແນກ, ຄະນະ, ຂະແໜງການ ແລະ ໜ່ວຍງານທີ່ກ່ຽວຂ້ອງ.
ຍສໝ - ອານຢາງ, ເລີມດົ່ງ, ແລະ ດ່ານັ້ງ ພວມຈັດຕັ້ງປະຕິບັດວິທີແກ້ໄຂທີ່ຄົບຖ້ວນຕາມຄໍາແນະນໍາຂອງຄະນະກໍາມະການເອີຣົບ (EC), ຕັ້ງແຕ່ການເພີ່ມທະວີການຄຸ້ມຄອງເຮືອຫາປາ ແລະ ການຕິດຕາມຈົນເຖິງການຈັດການກັບການລະເມີດ, ເພື່ອຍົກເລີກ "ບັດເຫຼືອງ" IUU ຢ່າງວ່ອງໄວ ແລະ ພັດທະນາການປະມົງແບບຍືນຍົງ.
ຍສໝ - ອານຢາງ, ເລີມດົ່ງ, ແລະ ດ່ານັ້ງ ພວມຈັດຕັ້ງປະຕິບັດວິທີແກ້ໄຂທີ່ຄົບຖ້ວນຕາມຄໍາແນະນໍາຂອງຄະນະກໍາມະການເອີຣົບ (EC), ຕັ້ງແຕ່ການເພີ່ມທະວີການຄຸ້ມຄອງເຮືອຫາປາ ແລະ ການຕິດຕາມຈົນເຖິງການຈັດການກັບການລະເມີດ, ເພື່ອຍົກເລີກ "ບັດເຫຼືອງ" IUU ຢ່າງວ່ອງໄວ ແລະ ພັດທະນາການປະມົງແບບຍືນຍົງ.