ຍສໝ - ມາຮອດທ້າຍເດືອນ ມີນາ 2025, ຍອດຈຳນວນເງິນຕາຕ່າງປະເທດສົ່ງອອກໄປນະຄອນໂຮ່ຈິມິນບັນລຸ ໄດ້ 2,412 ຕື້ USD, ເພີ່ມຂຶ້ນ 25,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 ແລະ ເພີ່ມຂຶ້ນ 19,6% ເມື່ອທຽບໃສ່ໄຕມາດຕິດກັບຂອງປີກາຍ.
ຍສໝ - ເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ຍອດຈຳນວນເງິນໂອນໄປນະຄອນໂຮ່ຈິມິນໃນປີ 2023 ຍັງຄົງຮັກສາລະດັບເຕີບໂຕທີ່ດີ, ບັນລຸເກືອບ 9,5 ຕື້ USD. ໃນນັ້ນ, ປະລິມານການໂອນເງິນຈາກອາຊີກວມອັດຕາສ່ວນສູງທີ່ສຸດ, ເຖິງ 50,5% ແລະ ເພີ່ມຂຶ້ນ 143,8% ເມື່ອທຽບໃສ່ທ້າຍປີ 2022.
ຍສໝ - ໝາກທຸລຽນຂອງຫວຽດນາມ ໄດ້ກາຍເປັນປະເພດສິນຄ້າຮັບເງິນຕາຕ່າງປະເທດຫຼາຍທີ່ສຸດຂອງຂະແໜງຜັກ ແລະ ໝາກໄມ້ຫວຽດນາມ ໃນໄລຍະ 9 ເດືອນຕົ້ນປີ 2023, ກວມເອົາ 38,7% ຍອດມູນຄ່າສົ່ງອອກຂອງຂະແໜງ.
ສະຖາບັນການເງິນທີ່ບໍ່ແມ່ນທະນາຄານທີ່ໄດ້ຮັບອະນຸຍາດເຄື່ອນໄຫວດຳເນີນທຸລະກິດຈາກທະນາຄານແຫ່ງ ສປປ ລາວ ປະກອບມີ 5 ຮູບແບບ ຊຶ່ງໃນນີ້ມີສະຖາບັນການເງິນຈຸ ລະພາກທີ່ຮັບເງິນຝາກ (ສກຈຮ) ແມ່ນສະຖາບັນການເງິນທີ່ ລະດົມເງິນຝາກທົ່ວໄປຈາກມວນຊົນ, ປ່ອຍເງິນກູ້ຈຸລະພາກ ແລະ ໃຫ້ບໍລິການທາງການເງິນຈຸລະພາກອື່ນໆຕາມການອະນຸຍາດຂອງທະນາຄານແຫ່ງ ສປປ ລາວ.