ຍສໝ - ການນຳຂອງ 3 ພັກ ໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນໃນໄລຍະມໍ່ໆມານີ້, ແບ່ງປັນສະພາບການຂອງແຕ່ລະພັກ ແລະແຕ່ລະປະເທດໃນປີຜ່ານມາ, ຕີລາຄາໝາກຜົນ ແລະສະເໜີທິດທາງການຮ່ວມມືລະຫວ່າງ 3 ພັກ, 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ ໃນໄລຍະຈະມາເຖິງ.
ຍສໝ - ດ້ວຍການເຂົ້າຮ່ວມຂອງນັກສຶກສາ 200 ກວ່າຄົນນັບແຕ່ລະດັບຊັ້ນປະຖົມເຖິງມັດທະຍົມຕອນປາຍ, ການເສັງແມ່ນເພື່ອແນໃສ່ເສີມຂະຫຍາຍບັນດາທັກສະຂອງບັນດານ້ອງນັກຮຽນໃນການສະແດງຄວາມຮູ້ກ່ຽວກັບພາສາ ຫວຽດ.
ຍສໝ - ວັນທີ 19 ກຸມພາ, ແບບຢ່າງໂຮງຮຽນອະນຸບານສອງແຫ່ງຢູ່ຕາແສງ ຈິ້ງເຕື່ອງ ເມືອງ ບາດຊາດ (ລາວກາຍ) ໄດ້ເປີດສະຫຼອງຢ່າງເປັນທາງການພາຍຫຼັງຂະບວນການປັບປຸງ, ຍົກລະດັບ. ໂຄງການດັ່ງກ່າວໄດ້ຮັບການໜູນຊ່ວຍຈາກສະຖານທູດ ອິດສະຣາແອນ ປະຈຳ ຫວຽດນາມ ແລະ ວິສາຫະກິດຈຳນວນໜຶ່ງ, ເພື່ອຊ່ວຍແກ້ໄຂຜົນສະທ້ອນຈາກໄພທຳມະຊາດທີ່ເກີດຈາກພະຍຸເລກທີ 3 (Yagi).
ຍສໝ - ຕອນບ່າຍວັນທີ 14 ກຸມພາ, ຄະນະພະນັກງານແຂວງ ຫົວພັນ (ລາວ) ໂດຍທ່ານ ບຸນລວຍ ສຸກທິວົງ - ຫົວໜ້າພະແນກການຕ່າງປະເທດແຂວງ ຫົວພັນ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ສົ່ງມອບນັກສຶກສາລາວ ທີ່ເຂົ້າຮຽນຢູ່ມະຫາວິທະຍາໄລ ຮົ່ງດຶກ (ແທັງຮວ່າ) ສົກຮຽນ 2024-2025.
ຍສໝ - ອະດີດເອກອັກຄະລັດຖະທູດ ອາເມລິກາ 17 ທ່ານ ໄດ້ສົ່ງຈົດໝາຍເຖິງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ເພື່ອສະແດງຄວາມເປັນຫ່ວງກ່ຽວກັບການຢຸດໂຄງການຊ່ວຍເຫຼືອຕ່າງປະເທດຂອງ ອາເມລິກາ, ເຊິ່ງເຮັດໃຫ້ບັນດາການເຄື່ອນໄຫວເກັບກູ້ລະເບີດທີ່ໄດ້ຮັບທຶນຈາກ ອາເມລິກາ ໃນຫວຽດນາມ, ລາວ, ກຳປູເຈຍ ຖືກຢຸດສະຫງັກ.
ຍສໝ - ວັດ ເຟິດຕິກ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງບຸນວັນເພັງເດືອນຈຽງ ເພື່ອມຸ່ງໄປເຖິງບັນພະບຸລຸດ, ເຄົ້າກຳເນີດ ແລະ ຂໍອວຍພອນໃຫ້ສອງປະເທດ ຫວຽດນາມ - ລາວ ມີການພັດທະນາ, ຈະເລີນຮຸ່ງເຮືອງ, ທຸກຄອບຄົວໄດ້ຢູ່ຢ່າງສະຫງົບ, ມີຄວາມສຸກ.
ຍສໝ - ວັນທີ 14 ກຸມພາ, ກອງປະຊຸມສໍາມະນາກ່ຽວກັບເສດຖະກິດພິເສດໄດ້ຮັບການຈັດຕັ້ງຢູ່ນະຄອນຫຼວງວຽງຈັນ.
ຍສໝ - ສອງຝ່າຍສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນສືບຕໍ່ໄດ້ຮັບການເພີ່ມທະວີ. ເພື່ອບັນລຸເປົ້າໝາຍວົງເງິນການຄ້າ 5 ຕື້ໂດລາສະຫະລັດ ໃນຊຸມປີຕໍ່ໜ້າ, ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ບັນດາກະຊວງ, ຂະແໜງການກ່ຽວຂ້ອງສ້າງກົນໄກ, ນະໂຍບາຍບຸລິມະສິດ ແລະສົ່ງເສີມການຄ້າສອງຝ່າຍ, ຍູ້ແຮງການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ, ພິເສດແມ່ນພື້ນຖານໂຄງລ່າງການຄ້າຊາຍແດນ, ສ້າງເງື່ອນໄຂໃຫ້ການເຄື່ອນໄຫວຈະລາຈອນສິນຄ້າລະຫວ່າງເຂດຊາຍແດນ.
ຍສໝ - ຕອນບ່າຍວັນທີ 13 ກຸມພາ, ທີ່ນະຄອນຫຼວງວຽງຈັນ, ລາວ ໄດ້ດຳເນີນພິທີເຊັນສັນຍາການພັດທະນາໂຄງການ (PDA) ລະຫວ່າງລັດຖະບານ ລາວ ແລະ ບໍລິສັດ ຈິດຈະເລີນ ກໍ່ສ້າງ ຈໍາກັດ ໃຫ້ໂຄງການໂຮງງານໄຟຟ້າພະລັງງານລົມ ນອງ ທີ່ມີກຳລັງຕິດຕັ້ງ 1.200 MW.
ຍສໝ - ທ່ານ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ ລາວ ເປັນສະຖານທີ່ລົງທຶນທີ່ມີຄວາມສາມາດບົ່ມຊ້ອນໃຫ້ວິສາຫະກິດຫວຽດນາມ ແລະສາກົນ. ທ່ານ ສອນໄຊ ສີພັນດອນ ແບ່ງປັນວ່າ ລາວ ແມ່ນປະເທດບໍ່ມີທະເລ, ແຕ່ແມ່ນປະເທດຜ່ານແດນສຳຄັນເພື່ອເຊື່ອມຕໍ່ຫວຽດນາມ ກັບ ໄທ ແລະບັນດາປະເທດໃນພາກພື້ນ.
ຍສໝ - ນີ້ແມ່ນການຢັ້ງຢືນຂອງທ່ານເລຂາທິການໃຫຍ່ ໂຕເລິມ ທີ່ການຕ້ອນຮັບທ່ານລັດຖະມົນຕີ ການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ ໃນຕອນບ່າຍວັນທີ 13 ກຸມພາ, ຢູ່ຮ່າໂນ້ຍ. ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ພວມມີການຢ້ຽມຢາມ ຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 12 – 14 ກຸມພາ 2025.
ຍສໝ - ໂດຍໄດ້ຮັບຄໍາເຊີນຂອງທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 12-14 ກຸມພາ.
ຍສໝ - ໂດຍຮັບຄຳເຊີນຂອງທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 12 ກຸມພາ.
ຍສໝ - ວັນທີ 10 ກຸມພາ 2025, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກກັບ ທ່ານ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງພາຍໃນລາວ.
ຍສໝ - ວັນທີ 12 ກຸມພາ, ກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ໂດຍຕອບຮັບຄຳເຊີນຂອງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ, ທ່ານລັດຖະມົນຕີການຕ່າງປະເທດລາວ ທອງສະຫວັນ ພົມວິຫານ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 12 – 14 ກຸມພາ.
ຍສໝ - ຕາມແຜນການ, ໃນລະຫວ່າງວັນທີ 10 ກຸມພາ ຫາວັນທີ 21 ມີນາ, ນັກສຶກສາ 28 ຄົນ ທີ່ມາຈາກ 3 ແຂວງພາກເໜືອຂອງລາວ ຈະໄດ້ບຳລຸງຫົວເລື່ອງສະເພາະກ່ຽວກັບການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການສິດສອນ ແລະການນຳໃຊ້ອຸປະກອນສອນວິຊາຟີຊິກສາດ, ເຄມີສາດ ແລະຊີວະສາດ; ໄປຢ້ຽມຢາມສະຖານທີ່ປະຫວັດສາດ, ວັດທະນະທໍາໃນບໍລິເວນ; ໄປທັດສະນະສຶກສາຢູ່ບັນດາຮາກຖານການສຶກສາ ຂອງແຂວງດ້ຽນບຽນ.
ຍສໝ - ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການຜັນ ຂະຫຍາຍຂໍ້ຕົກລົງສະບັບຕ່າງໆທີ່ບັນລຸໄດ້ໃນການພົບປະລະຫວ່າງສອງກົມການເມືອງ ແລະໝາກຜົນກອງປະຊຸມຄັ້ງທີ 47 ຄະນະກຳມະການ ຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ຜ່ານມາ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດການເມືອງ - ການພົວພັນ ຕ່າງປະເທດ - ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການລົງທຶນ - ການຄ້າ, ການເຊື່ອມຕໍ່ຄົມມະນາຄົມ.
ຍສໝ - ຂ້າພະເຈົ້າເຄີຍເຮັດກາເຟເຮ່ຍໃສ່ເສື້ອຂອງຜູ້ຊາຍເຖົ້າຄົນລາວ. ຂ້າພະເຈົ້າໄດ້ເຫັນພຽງແຕ່ຮອຍຍິ້ມທີ່ອ່ອນໂຍນ: 'ບໍ່ເປັນຫຍັງ'. ສາມຄຳນີ້ 'ບໍ່ເປັນຫຍັງ' ເປັນກຸນແຈເປີດປະຕູສູ່ວັດທະນະທຳ ລາວ - ເຊິ່ງເປັນບ່ອນທີ່ບໍ່ຮີບບໍ່ຮ້ອນ (ຫຼືມີຄວາມໂອບອ້ອມອາລີ) ບໍ່ແມ່ນອຸປະນິໄສ, ແຕ່ເປັນຈັງຫວະຫາຍໃຈທີ່ເປັນທຳມະຊາດຂອງດິນຟ້າ.
ຍສໝ - ໃນຊຸມອາທິດມໍ່ໆມານີ້, ເຂດພູດອຍ ລາວບາວ (ເມືອງ ເຮື໋ອງຮວ໋າ, ແຂວງກວາງຈິ) ໄດ້ມີການເຄື່ອນໄຫວນັບມື້ນັບຄຶກຄື້ນດ້ວຍບັນດາຜະລິດຕະພັນທ່ອງທ່ຽວທີ່ໄດ້ຮັບການສ້າງຂຶ້ນໃໝ່ຄື: ຕະຫຼາດນັດຊາຍແດນທີ່ເຕັມໄປດ້ວຍວັດທະນະທຳ ຫວຽດນາມ - ລາວ. ພາຍຫຼັງການທົດລອງ 5 ຄັ້ງ, ຕະຫຼາດນັດຊາຍແດນໄດ້ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ. ແຕ່ເພື່ອໃຫ້ຕະຫຼາດກາຍເປັນທີ່ຢູ່ທີ່ເປັນມູນເຊື້ອ ມີອິດທິພົນທົ່ວໄປໃນແລວເສດຖະກິດຕາເວັນອອກ-ຕາເວັນຕົກ ແມ່ນຕ້ອງມີກົນໄກກົດໝາຍສະເພາະເພື່ອຮັກສາ.
ຍສໝ - ໃນຕອນເຊົ້າລະດູບານໃໝ່, ພະນັກງານ, ນັກຮົບຂອງຄ້າຍທະຫານຊາຍແດນມີລີ ໄດ້ເດີນທາງປະຕິບັດໜ້າທີ່ລາດຕະເວັນຊາຍແດນ, ຕາມແຜນການແລ້ວ ຄະນະບັນຊາການຄ້າຍທະຫານຊາຍແດນມີລີ ແລະກອງຮ້ອຍຊາຍແດນ 217 ເຫັນດີເປັນເອກະພາບກ່ອນນັ້ນ, ກຸ່ມປະຕິບັດງານສອງກົມກອງໄດ້ໂຮມເຂົ້າກັນ, ລາດຕະເວນຮ່ວມຕອນຊາຍແດນ.