ຫວຽດນາມ ຮຽກຮ້ອງ ຊາວຕ່າງປະເທດຢູ່ຫວຽດນາມ ກໍຄືພົນລະເມືອງຫວຽດນາມ ຕ້ອງປະຕິບັດການໃຊ້ຜ້າອັດປາກຢູ່ບັນດາເຂດສາທາລະນະທີ່ເຕົ້າໂຮມຫຼາຍຄົນຢ່າງເຂັ້ມງວດ

ຫວຽດນາມ ຮຽກຮ້ອງ ຊາວຕ່າງປະເທດຢູ່ຫວຽດນາມ ກໍຄືພົນລະເມືອງຫວຽດນາມ ຕ້ອງປະຕິບັດການໃຊ້ຜ້າອັດປາກຢູ່ບັນດາເຂດສາທາລະນະທີ່ເຕົ້າໂຮມຫຼາຍຄົນຢ່າງເຂັ້ມງວດ

ຍສໝ - ນັບແຕ່ວັນທີ 16 ມີນາ 2020, ຝ່າຍຫວຽດນາມ ໄດ້ຮຽກຮ້ອງວ່າ, ຊາວຕ່າງປະເທດຢູ່ຫວຽດນາມ ກໍຄືພົນລະເມືອງຫວຽດນາມ ຕ້ອງປະຕິບັດການໃຊ້ຜ້າອັດປາກຢູ່ບັນດາເຂດສາທາລະນະທີ່ເຕົ້າໂຮມຫຼາຍຄົນຢ່າງເຂັ້ມງວດ (ຄື: ຮ້ານສັບພະສິນຄ້າ, ສະໜາມບິນ, ສະຖານີລົດໄຟ, ຂິວລົດເມ…).

ຫວຽດນາມໄດ້ຈັດຕັ້ງການບິນ ເພື່ອ ພາພົນລະເມືອງຫວຽດນາມ 30 ຄົນຈາກແຂວງ Wuhan ກັບເມືອປະເທດ

ຫວຽດນາມໄດ້ຈັດຕັ້ງການບິນ ເພື່ອ ພາພົນລະເມືອງຫວຽດນາມ 30 ຄົນຈາກແຂວງ Wuhan ກັບເມືອປະເທດ

ຍສໝ - ກະຊວງການຕ່າງປະເທດຫວຽດນາມ ໄດ້ເປັນເຈົ້າການ, ສົມທົບກັບສະຖານທູດຫວຽດນາມ ປະຈຳປັກກິ່ງ, ປະເທດຈີນ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງ ດຳເນີນຖ້ຽວບິນ HVN68 ອອກເດີນທາງໃນເວລາ 9 ໂມງແລງຂອງວັນທີ 9 ກຸມພາຈາກ ສະໜາມບິນ ໂນຍບາຍ (ຮ່າໂນ້ຍ) ຂົນສົ່ງສິນຄ້າ ແລະ ອຸປະກອນການແພດໄປເມືອງ Wuhan (Hubei, ປະເທດຈີນ) ໃນເວລາ 1 ໂມງຂອງວັນທີ 10 ກຸມພາ (ຕາມເວລາທ້ອງຖິ່ນ). ພາຍຫຼັງທີ່ຂົນສົ່ງ, ເຮືອບິນໄດ້ຕ້ອນຮັບພົນລະເມືອງຫວຽດນາມ 30 ຄົນ (ລວມມີນັກສຶກສາ ແລະ ຍາດຕິພີ່ນ້ອງ, ນັກທ່ອງທ່ຽວຫວຽດນາມ…) ກັບປະເທດ, ໄດ້ລົງຈອດຢູ່ສະໜາມບິນ ເວີນໂດນ ໃນເວລາ 5:04 ຂອງວັນທີ 10 ກຸມພາ.

ພະຍາຍາມທີ່ດີທີ່ສຸດ ເຮັດໃຫ້ພົນລະເມືອງຫວຽດນາມຢູ່ໃນເຂດຖືກລະບາດພະຍາດໂລກໄວຣັດ ໂຄໂຣນາ ໄດ້ກັບຄືນບ້ານ

ພະຍາຍາມທີ່ດີທີ່ສຸດ ເຮັດໃຫ້ພົນລະເມືອງຫວຽດນາມຢູ່ໃນເຂດຖືກລະບາດພະຍາດໂລກໄວຣັດ ໂຄໂຣນາ ໄດ້ກັບຄືນບ້ານ

ຍສໝ - ມາຮອດປະຈຸບັນ, ບັນດາຄະນະຕົວແທນການທູດ ຫວຽດນາມ ປະຈຳຈີນ ໄດ້ຮັບຄຳຮຽກຮ້ອງ 29 ຂໍ້ຈາກພົນລະເມືອງ ຫວຽດນາມ ໃນບໍລິເວນລະບາດພະຍາດໄວຣັດ nCoV ປາດຖະໜາຢາກກັບເມືອບ້ານ, ພິເສດແມ່ນແຂວງ Hubei. ກະຊວງການຕ່າງປະເທດກຳລັງເຮັດວຽກຮ່ວມກັບບັນດາກະຊວງທີ່ກ່ຽວຂ້ອງ ເພື່ອນຳພົນລະເມືອງຫວຽດນາມກັບຄືນມາປະເທດ.

ມອບສັນຊາດລາວ ໃຫ້ພົນລະເມືອງຫວຽດນາມ ຈຳນວນ 4 ຄົນ ທີ່ມີເງື່ອນໄຂຄົບຖ້ວນ

ມອບສັນຊາດລາວ ໃຫ້ພົນລະເມືອງຫວຽດນາມ ຈຳນວນ 4 ຄົນ ທີ່ມີເງື່ອນໄຂຄົບຖ້ວນ

ຫວ່າງແລ້ວນີ້, ທີ່ພະ​ແນກ​ພາຍ​ໃນ ນະ­ຄອນ­ຫລວງ​ວຽງ​ຈັນ ​ໄດ້ຈັດ​ພິ­ທີ​ມອບ​ສັນ­ຊາດ​ລາວ​ ໃຫ້​ຄົນ​ຕ່າງ­ປະ­ເທດ ຫລື ຄົນ​ທີ່​ບໍ່​ມີ​ສັນ­ຊາດ​ ອາ­ໄສ​ຢູ່ ສປປ ລາວ ແລະ ມີ​ເງື່ອນ­ໄຂ​ຄົບ​ຖ້ວນ ​ຕາມ​ກົດ­ໝາຍ​ວ່າ​ດ້ວຍ​ສັນ­ຊາດ​ລາວ, ເຊິ່ງ​ມອບ​ໂດຍ​ ທ່ານ ບຸນ​ໜາ ຜາ​ທຸມ​ມະ​ວົງ ຫົວ­ໜ້າ​ພະ​ແນກ​ພາຍ​ໃນ ນະຄອນ​ຫລວງ​ວຽງ​ຈັນ, ມີ​ບັນດາຜູ້ຕາງໜ້າ​ ຈາກ​ຫົວ­ໜ້າ​ກົມ​ຄຸ້ມ​ຄອງ​ພົນ­ລະ­ເມືອງ ກະຊວງ​ພາຍ​ໃນ, ປກສ ນະຄອນ ຫລວງວຽງ​ຈັນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ເຫດການ