
ການນຳສະຖານທູດ ຫວຽດນາມ ໄປຢ້ຽມຢາມ, ອວຍພອນບຸນເຕັດບັນດານາຍທະຫານທີ່ພວມປະຕິບັດໜ້າທີ່ພິເສດຢູ່ ລາວ
ຕອນບ່າຍວັນທີ2 ກຸມພາ, ຄະນະການນຳຂອງສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ຄະນະທູດທະຫານຂອງ ຫວຽດນາມ ຢູ່ ລາວ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນເຕັດ ການນຳ, ຜູ້ບັນຊາການ, ແລະ ພະນັກງານ ຂອງ ພົນລະພາກຫຼວງ11 ຂຶ້ນກັບ ກະຊວງປ້ອງກັນປະເທດ ຫວຽດນາມ ທີ່ພວມກໍ່ສ້າງໂຄງການຫໍສະພາແຫ່ງຊາດໃໝ່ຂອງ ລາວ