ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ ນັກຮົບສະຫຼະຊີວິດເພື່ອຊາດ ຄົບຮອບ 78 ປີ (27/71947 – 27/7/2025), ຕອນເຊົ້າວັນທີ 27 ກໍລະກົດ 2025, ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ນໍາໂດຍທ່ານນາງ ຕ້າເຟືອງຢຸງ (Ta Phuong Dung), ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ໄດ້ເຂົ້າວາງພວງມາລາ, ຖະຫວາຍທູບ-ທຽນທີ່ອະນຸສາວະລີຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຢູ່ເມືອງ ປາກຊ່ອງ ແຂວງ ຈໍາປາສັກ.
ຍສໝ - ໜັງສືພິມ ປະເທດລາວ ໄດ້ລົງບົດຄວາມ ໂດຍຢັ້ງຢືນການຮ່ວມມື ລາວ-ຫວຽດນາມ ນັບມື້ນັບພັດທະນາ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ (18/07/1977 – 18/07/2025), ໜັງສືພິມ ປະເທດລາວ ໄດ້ລົງບົດຄວາມ 2 ບົດ ໂດຍຢັ້ງຢືນຄວາມໝາຍປະຫວັດສາດຂອງສົນທິສັນຍາ ແລະ ເນັ້ນໜັກເຖິງບົດບາດຂອງການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ໃນພາລະກິດປັກປັກຮັກສາ ແລະ ພັດທະນາປະເທດຊາດຂອງສອງຊາດ.
ຍສໝ - ງານມະໂຫລານ “ຮ້ອງເພງມິດຕະພາບຫວຽດນາມ - ລາວ” ຄັ້ງທີ 6 ໃນປີ 2025 ໄດ້ຂ່ຳນັບຮັບຕ້ອນສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ 50 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຕ້ອນຮັບກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ມຸ່ງໄປເຖິງກອງປະຊຸມໃຫຍ່ຂອງພັກຄັ້ງທີ 14, ຕ້ອນຮັບກອງປະຊຸມຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ດົ່ງນາຍ ຄັ້ງທີ 4 ພາຍຫຼັງການສົມທົບ.
ຍສໝ - ອົງການ UNESCO ໄດ້ຮັບຮອງເອົາການປັບປຸງເຂດແດນມໍລະດົກທຳມະຊາດໂລກ, ເຊື່ອມຕໍ່ປ່າສະຫງວນແຫ່ງຊາດ ຟອງຍາ- ແກບາງ (ຫວຽດນາມ) ແລະ ປ່າສະຫງວນແຫ່ງຊາດ ຫີນນຳໂນ (ລາວ) ຢ່າງເປັນທາງການ, ກາຍເປັນມໍລະດົກໂລກຂ້າມຊາຍແດນແຫ່ງທຳອິດລະຫວ່າງສອງປະເທດ.
ຍສໝ - ພາຍຫຼັງປີ 1975, ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ, ຈາກການເປັນພັນທະມິດຕໍ່ສູ້ຕ້ານສັດຕູຮ່ວມກັນ ແລະ ຍາດໄດ້ໄຊຊະນະ, ໄດ້ເຂົ້າສູ່ໜ້າປະຫວັດສາດໃໝ່ ເຊິ່ງເປັນມິດຕະພາບ ແລະ ການຮ່ວມມືຮອບດ້ານ.
ຍສໝ - ນທີ 2 ກໍລະກົດ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງອຸດົມໄຊ (ລາວ). ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາສູງບົດບາດຂອງປະຊາຄົມຊາວຫວຽດນາມ ໃນການກໍ່ສ້າງຊີວິດທີ່ໝັ້ນຄົງ, ຮັກສາເອກະລັກວັດທະນະທຳ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບຫວຽດນາມ - ລາວ.
ຍສໝ - ວັນທີ 28 ມິຖຸນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມພ້ອມກັບການນໍາບັນດາອົງການຂຶ້ນກັບສະຖານທູດ, ຄະນະພັກ ແບະ ບັນດາຫົວໜ່ວຍທີ່ມີໜ້າທີ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບຄະນະນັກສຶກສາຫວຽດນາມ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລແຫ່ງຊາດ ລາວ.
ຍສໝ - ວັນທີ 25 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອງເຊີນ ໄດ້ມີການພົບປະເຈລະຈາກັບທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ຄຳເພົາ ເອີນທະວັນ. ສອງຝ່າຍໄດ້ປຶກສາຫາລືກ່ຽວກັບກົນໄກປະສານງານເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດຫວຽດນາມ - ລາວ, ປະກອບສ່ວນເຮັດໃຫ້ເພີ່ມທະວີຄວາມສາມັກຄີແບບພິເສດລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ.
ຍສໝ - ວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ,ຄະນະກໍ່ສ້າງເລກທີ 64 - ຫົວໜ່ວຍຂຶ້ນກັບກະຊວງຄົມມະນາຄົມຂົນສົ່ງ (ປະຈຸບັນແມ່ນກະຊວງກໍ່ສ້າງ) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ, ໂດຍການເຂົ້າຮ່ວມຂອງທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດລາວ, ບັນດາການນໍາກະຊວງ, ສະຖານທູດ ແລະ ພະນັກງານ-ລັດຖະກອນ 300 ກວ່າຄົນ.
ຍສໝ - ວັນທີ 17 ມິຖຸນານີ້, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ດຳເນີນການພົບປະ ແລະ ເຮັດວຽກກັບຜູ້ຕາງໜ້າບັນດາອົງການຂ່າວລາວ ແລະ ອົງການຂ່າວຫວຽດນາມ ປະຈຳ ລາວ. ກອງປະຊຸມເພື່ອແນໃສ່ຕີລາຄາ ແລະ ປຶກສາຫາລືກ່ຽວກັບບັນດາມາດຕະການເພື່ອເພີ່ມທະວີການສົມທົບກັນຢ່າງມີປະສິດທິຜົນໃນວຽກງານການໂຄສະນາ, ຖະແຫຼງຂ່າວຕ່າງປະເທດ - ຂົວເຊື່ອມຕໍ່ທີ່ສຳຄັນ ປະກອບສ່ວນເຂົ້າໃນການພັດທະນາການພົວພັນ ຫວຽດນາມ - ລາວ.
ຍສໝ - ສະມາຄົມມິດຕະພາບລາວ-ຫວຽດນາມ ໄດ້ສົ່ງຈົດໝາຍສະແດງຄວາມເສຍໃຈມາຍັງ ຫວຽດນາມ ໃນການເສຍຊີວິດຂອງທ່ານພົນຈັດຕະວາ ຮ່ວາງດັກເຮີອງ - ຜູ້ມີບັນດາການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ການປະຕິວັດລາວ ແລະ ການພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ.
ຍສໝ - ທີ່ກອງປະຊຸມພົບປະປະຈຳປີ 2025 ລະຫວ່າງ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ກວາງນາມ ແລະ ຄະນະກຳມະການແນວໂຮມ ລາວ ສ້າງຊາດ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 12 ມິຖຸນາ, ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີ: ບຳລຸງສ້າງຊັບພະຍາກອນມະນຸດ; ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ; ການປະສານງານໂຄສະນາເພື່ອສ້າງຄວາມຮັບຮູ້ຂອງປະຊາຊົນ ...
ຍສໝ - ໃນຕະຫຼອດຫຼາຍປີຜ່ານມາ, ພຸດທະສາສະນິກກະຊົນຂອງວັດ ເຟີດຕິກ ຍາມໃດ ກໍ່ຮັກສາເຮືອນຄົວແຫ່ງການກຸສົນໄວ້ຕະຫຼອດເວລາ, ນຳເອົາເຂົ້າປຽກໄປແຈກຢາຍໃຫ້ຄົນ ເຈັບຢູ່ຕາມໂຮງໝໍແຫ່ງຕ່າງໆຢູ່ລາວດ້ວຍມືຕົນເອງ.
ຍສໝ - ວັນທີ 11 ມິຖຸນານີ້, ຄະນະເຄື່ອນໄຫວອາສາສະໝັກລະດູຮ້ອນນະຄອນໂຮ່ຈິມິນ ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) 025 ໄດ້ມີການເຄື່ອນໄຫວທຳອິດຢູ່ແຂວງອັດຕະປື, ປະເທດລາວ.
ຍສໝ - ວັນທີ 5 ມິຖຸນານີ້, ຄ້າຍທະຫານປ້ອງກັນຊາຍແດນດ່ານສາກົນ ນໍ້າກັ້ນ (ທະຫານປ້ອງກັນຊາຍແດນ ເຫງ້ອານ) ໄດ້ສົມທົບກັບກອງຮ້ອຍປ້ອງກັນຊາຍແດນ 221 (ກອງບັນຊາການທະຫານແຂວງຊຽງຂວາງ, ລາວ) ໄດ້ດຳເນີນການລາດຕະເວນສອງຝ່າຍຢູ່ດ່ານຊາຍແດນແຕ່ຫຼັກ 403 ຫາຫຼັກ 404.
ຍສໝ - ງານຕະຫຼາດນັດຈັດຂຶ້ນແຕ່ວັນທີ 05 – 08 ມິຖຸນາ, ໂດຍມີການເຂົ້າຮ່ວມຂອງ 130 ຮ້ານວາງສະແດງຈາກບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດ.
ຍສໝ - ຕອນເຊົ້າວັນທີ 3 ມິຖຸນາ 2025, ຢູ່ຕາແສງ ຊວນຮ່ວາ (ເມືອງ ບ໋າວອ່ຽນ, ແຂວງ ລາວກາຍ), ອົງການເຄື່ອນຍ້າຍຖິ່ນຖານສາກົນ (IOM) ສົມທົບກັບອົງການກາແດງ ແລະ ຫ້ອງການໄປສະນີແຂວງ ລາວກາຍ ໄດ້ມອບເງິນຊ່ວຍເຫຼືອເພື່ອໜູນຊ່ວຍກໍ່ສ້າງ ແລະ ສ້ອມແປງເຮືອນຢູ່ໄລຍະທຳອິດໃຫ້ 32 ຄອບຄົວທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງຈາກພາຍຸ Yagi ເມື່ອເດືອນກັນຍາ ທີ່ຜ່ານມາ.
ຍສໝ - ຕາມຂ່າວສານຫວຽດນາມ, ໜັງສືພິມເອເລັກໂຕຼນິກ ປະຊາຊົນ, ອົງການປາກເວົ້າຂອງສູນກາງພັກປະຊາຊົນປະຕິວັດລາວ ມີບົດຄວາມເນັ້ນໜັກວ່າ ຫວຽດນາມ ຢືນຢູ່ຈຸດເວລາ“ຄໍາ” ໃນປະຫວັດສາດເພື່ອຫັນປ່ຽນຢ່າງເຂັ້ມແຂງ, ກ້າວເຂົ້າສູ່ຍຸກແຫ່ງການເຕີບໂຕຂອງປະເທດຊາດ ດ້ວຍກຳລັງແຮງຫຼັກຄື ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ເຕັກໂນໂລຊີທັນສະໄໝ.
ຍສໝ - ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫງວຽນກິມເຊີນ ໃຫ້ຮູ້ວ່າ ກະຊວງພວມກະກຽມບັນດາເງື່ອນໄຂເພື່ອສາມາດນຳພາສາລາວເປັນໜຶ່ງໃນ 8 ພາສາຕ່າງປະເທດທີ່ສອນຢູ່ບັນດາໂຮງຮຽນມັດທະຍົມ ຫວຽດນາມ. ໃນເບື້ອງຕົ້ນຈະຜັນຂະຫຍາຍທົດລອງສໍາລັບນັກສຶກສາຢູ່ເຂດຊາຍແດນ, ຫຼັງຈາກນັ້ນ ເປີດກວ້າງເມື່ອກະກຽມຄູອາຈານທີ່ພຽງພໍ.