UNDP ໜູນຊ່ວຍ ກະຊວງສາທາລະນະສຸກ ຫວຽດນາມ ໃນການຕໍ່ສູ້ສະກັດກັ້ນໂລກລະບາດໂຄວິດ-19
ຍສໝ - ເມື່ອບໍ່ດົນມານີ້, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ມອບຜ້າອັດປາກ-ດັງທີ່ມີຄຸນນະພາບສູງໃຫ້ແກ່ກະຊວງສາທາລະນະສຸກ ຫວຽດນາມ 20.000 ອັນ ເພື່ອແນໃສ່ຊ່ວຍປ້ອງກັນການຕິດເຊື້ອໃຫ້ບັນດາພາລະກອນການແພດ ເຊິ່ງແມ່ນຜູ້ທີ່ພວມນຳໜ້າໃນການຕໍ່ສູ້ສະກັດກັ້ນໂລກລະບາດໂຄວິດ-19.