ປະດັບຫຼຽນໄຊມິດຕະພາບຂອງລັດຖະບານແຫ່ງ ສປປ ລາວ ໃຫ້ແ່ກ່ ສະມາຄົມມິດຕະພາບ ຫວຽດນາມ
ຍສໝ - ໂດຍຕອບສະໜອງຕາມຄຳເຊີນ ຂອງ ສະມາຄົມ ມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ, ຄະນະຜູ້ແທນ ສະມາຄົມ ມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ນຳໂດຍ ສະຫາຍ ເຈິນ ວັນຕຸ້ຍ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ ຫົວໜ້າຄະນະຮັບຜິດຊອບວຽກງານຜູ້ແທນສະພາ ຮອງຫົວໜ້າຄະນະ ຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 30 ພຶດສະພາ - 3 ມິຖຸນາ 2019.