ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳເຫັນ ຕໍ່ຮ່າງກົດໝາຍການປັບປຸງບາງມາດຕາ ຂອງກົດໝາຍ 3 ສະບັບ

ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳເຫັນ ຕໍ່ຮ່າງກົດໝາຍການປັບປຸງບາງມາດຕາ ຂອງກົດໝາຍ 3 ສະບັບ

ໃນມື້ທີ 5 ຂອງການດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຕອນເຊົ້າວັນທີ 30 ມິຖຸນາ 2020 ພາຍໃຕ້ການເປັນປະທານຂອງທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາ ແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ແຕ່ລະເຂດເລືອກຕັ້ງ ຕ່າງກໍໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍ ການປັບປຸງບາງມາດຕາຂອງ ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍ ສະພາປະຊາຊົນ ຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ທັງນີ້ ກໍເພື່ອເຮັດໃຫ້ຮ່າງກົດໝາຍດັ່ງກ່າວ ໃຫ້ມີເນື້ອໃນອຸດົມສົມບູນ ແລະ ສາມາດນຳໄຊ້ຈັດຕັ້ງ ປະຕິບັດພາລະບົດບາດ, ສິິດ ແລະ ໜ້າທີ່ຕົວຈິງ.

ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສຸມໃສ່ ການຜະລິດພາຍໃນໃຫ້ເຂັ້ມແຂງ

ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສຸມໃສ່ ການຜະລິດພາຍໃນໃຫ້ເຂັ້ມແຂງ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ສະເໜີໃຫ້ລັດຖະບານສຸມໃສ່ການຜະລິດພາຍໃນໃຫ້ເຂັ້ມແຂງ, ໃນຂະນະດຽວກັນກໍປູກຈິດສຳນຶກໃຫ້ຄົນລາວຫັນມາຊົມໃຊ້ສິນຄ້າທີ່ຜະລິດພາຍໃນໃຫ້ຫຼາຍຂຶ້ນ ພ້ອມທັງສະເໜີໃຫ້ລັດຖະບານຄວນມີມາດຕະການໃນການປ້ອງກັນ ແລະ ຄຸ້ມຄອງໄພພິບັດຢ່າງຮັດກຸມ.

ລາວ: ສະມາຊິກສະພາແຫ່ງຊາດ ສະເໜີຫຼາຍບັນຫາໃຫ້ລັດຖະບານແກ້ໄຂ

ລາວ: ສະມາຊິກສະພາແຫ່ງຊາດ ສະເໜີຫຼາຍບັນຫາໃຫ້ລັດຖະບານແກ້ໄຂ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສະເໜີໃຫ້ລັດຖະບານ ແກ້ໄຂຂັ້ນຂອດ ຫຼື ບໍລິການເອກະສານການສົ່ງອອກສິນຄ້າກະສິກຳໃຫ້ວ່ອງໄວຂຶ້ນ, ຂະນະທີ່ ສສຊ ເຂດ 13 ສະເໜີລັດຖະບານຂະຫຍາຍການບໍລິການເສຍຄ່າທຳນຽມທາງ ແລະ ທີ່ດິນສູ່ທະນາຄານອື່ນໆ ຄວບຄູ່ກັບການຈັດເກັບແບບເດີມ.

ການຮ່ວມມືຮອບດ້ານລະຫວ່າງສອງຄະນະສະມາຊິກສະພາແຫ່ງຊາດແຂວງຊຽງຂວາງ ແລະ ເງະອານ

ການຮ່ວມມືຮອບດ້ານລະຫວ່າງສອງຄະນະສະມາຊິກສະພາແຫ່ງຊາດແຂວງຊຽງຂວາງ ແລະ ເງະອານ

ຍສໝ - ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 9, ປະເທດລາວ ແລະຄະນະ ສສຊ ແຂວງເງະອານ ໄດ້ລົງນາມໃນບົດບັນທຶນຊ່ວຍຈໍາຊຸກຍູ້ການພົວພັນຮ່ວມມືຮອບດ້ານທັງລວງກວ້າງ ແລະລວງເລິກໃນໄລຍະຈະມາເຖິງ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດກຳປູເຈຍ ດືງດູດນັກສັງເກດການຫຼາຍຝ່າຍ

ການເລືອກຕັ້ງສະມາຊິກສະພາແຫ່ງຊາດກຳປູເຈຍ ດືງດູດນັກສັງເກດການຫຼາຍຝ່າຍ

ຍ​ສ​ໝ - ຕາມການລາຍງານຂອງສຳນັກຂ່າວຫວຽດນາມ ປະຈຳ ພະນົມເປນ, ນັກສັງເກດການປະມານ 45.000 ຄົນ ທີ່ຢູ່ພາຍໃນ ຈາກ 81 ພັກ, ອົງການຈັດຕັ້ງ ແລະ ຄະນະສະມາຄົມພາຍໃນປະເທດ ແລະ ນັກສັງເກດການຕ່າງປະເທດອີກ 17 ປະເທດຄື: ມຽນມາ, ສິງກາໂປ ແລະ ຈີນ ກໍ່ໄດ້ລົງທະບຽນເຂົ້າຮ່ວມໃນການສັງເກດການ-ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຢູ່ ກຳປູເຈຍ ໃນວັນທີ 29 ກໍລະກົດນີ້.