ຍສໝ - ໂດຍຜ່ານການສົມທົບກັບສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ, ວັນທີ 31 ມີນາ, ສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ ໄດ້ສົ່ງມອບຜ້າບັງປາກ 5,000 ຜືນ ໃຫ້ແກ່ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ຮໍ່າຮຽນ ແລະ ເຮັດວຽກຢູ່ ສ. ເກົາຫຼີ.
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ສະວິດ ໄດ້ຕັກເຕືອນໃຫ້ພົນລະເມືອງ ຫວຽດນາມທີ່ ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ ສະວິດ ປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ ເຊິ່ງອຳນາດການປົກຄອງ ແລະ ອົງການສາທາລະນະສຸກປະເທດປະຈຳຖິ່ນໄດ້ປະກາດໃຊ້.
ຕໍ່ໜ້າການຜັນແປອັນສັບສົນຂອງພະຍາດອັກເສບປອດ COVID-19, ສະຖານທູດຫວຽດນາມ ປະຈຳເຢຍລະມັນ ໄດ້ປະກາດບັນດາຂໍ້ມູນຂ່າວທີ່ຈຳເປັນ ໃນເວັບໄຊຂອງສະຖານທູດ, ຜ່ານຊ່ອງທາງຕ່າງໆຄື: ສະມາຄົມຊາວຫວຽດນາມ ແລະ ສື່ມວນຊົນປະຊາຄົມຕ່າງໆກ່ຽວກັບສະພາບການໂລກລະບາດ. ມາຮອດຈຸດເວລານີ້ ຢູ່ເຢຍລະມັນ ຍັງບໍ່ທັນມີຊາວຫວຽດນາມ ຕິດເຊື້ອໄວຣັດ COVID-19 ຈັກຄົນເທື່ອ.
ຍສໝ - ລັດຖະບານ ສ.ເກົາຫຼີ ໃຫ້ຮູ້ວ່າ, ຈະປິ່ນປົວໃຫ້ພົນລະເມືອງຫວຽດນາມ ຢູ່ປະເທດນີ້ໂດຍບໍ່ເສຍຄ່າ ຖ້າມີກໍລະນີຕິດເຊື້ອພະຍາດ SARS-CoV-2.
ຍສໝ - ເປັນເວລາຫລາຍປີທີ່ຜ່ານມາ, ສະໂມສອນໄທບ້ານດຽວກັນແຂວງຊຽງຂວາງ ໄດ້ກາຍເປັນສະຖານທີ່ພົບປະ, ແລກປ່ຽນວັດທະນະທຳ, ແລກປ່ຽນປະສົບການທາງທຸລະກິດ ຂອງຊາວຫວຽດນາມຢູ່ຕ່າງປະເທດບ້ານເກີດໃນແຂວງແຂວງຊຽງຂວາງ ທີ່ອາໄສຢູ່ນະຄອນຫຼວງວຽງຈັນ.
ຍສໝ - ຕອນຄ່ຳວັນທີ 19 ມັງກອນ, ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ສະມາຄົມຊາວຫວຽດນາມຕ່າງປະເທດຢູ່ລາວ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳລາວ ໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດປີ 2020 ຢ່າງຄຶກຄື້ນມ່ວນຊື່ນ.
ສະຖານທູດຫວຽດນາມ ປະຈຳນະຄອນຫຼວງວຽງຈັນ ແລະ 3 ສະຖານກົງສູນໃຫຍ່ຕັ້ງຢູ່ພາກເໜືອ, ພາກກາງ ແລະ ພາກໃຕ້ລາວ ລ້ວນແຕ່ມີຄວາມເອົາໃຈໃສ່ ແລະ ເບິ່ງແຍງດູແລໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ.
ຍສໝ - ວັນທີ 3-1, ທ່ານ ຟຸ່ງກົງຢຸງ, ປະທານຄະນະກຳມະການຊາວຫວຽດນາມຢູ່ຕ່າງປະເທດນະຄອນໂຮ່ຈີມິນໃຫ້ຮູ້ວ່າ, ການສະເຫຼີມສະຫຼອງຕ້ອນຮັບປີໃໝ່ສາກົນ 2020 ຈະໄດ້ຈັດຂຶ້ນ ໃນຕອນຄໍ່າຂອງວັນທີ 13 ມັງກອນ.
ຍສໝ - ເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງວຽງຈັນ, ໂຮງຮຽນ 2 ພາສາລາວ-ຫວຽດນາມຫງວຽນຢູ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ຈັດຕັ້ງພິທີຕອບບຸນແທນຄຸນຄູອາຈານລຸ້ນຕ່າງໆຂອງໂຮງຮຽນ.
ຍສໝ - ຕອນເຊົ້າວັນທີ 15 ກັນຍາ, ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມປະຈຳ ລາວໄດ້ປຸກລະດົມການບໍລິຈາກເງິນ ເພື່ອສະໜັບສະໜູນ ປະຊາຊົນລາວບັນດາແຂວງພາກກາງ ແລະ ພາກໃຕ້ທີ່ໄດ້ຮັບຜົນກະທົບໜັກ ຈາກໄພນ້ຳຖ້ວມ ໃນຕົ້ນເດືອນກັນຍາ.
ວັນທີ 2 ກັນຍາ 2019 ນີ້, ການນຳແຂວງຫົວພັນຮ່ວມກັບຄະນະຄຸ້ມຄອງຊາວຫວຽດນາມຢູ່ແຂວງຫົວພັນຈັດຕັ້ງສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 74 ປີ (2/9/1945-2/9/2019) ຂຶ້ນຢູ່ຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ, ສະຫາຍ ເລວັນຮຶງ ປະທານຄະນະຄຸ້ມຄອງຊາວຫວຽດນາມຢູ່ແຂວງຫົວພັນ, ມີບັນດາທ່ານໃນການນຳແຂວງ, ຄະນະຮັບຜິດຊອບຊາວຫວຽດນາມຢູ່ແຂວງຫົວພັນ, ພາກສ່ວນທີ່ກ່ຽວຂ້ອງອ້ອມຂ້າງແຂວງ ຕະຫຼອດຮອດຊາວຫວຽດນາມທີ່ກຳລັງອາໄສເຮັດທຸລະກິດຢູ່ແຂວງຫົວພັນເຂົ້າຮ່ວມນຳຢ່າງພ້ອມພຽງ.
ຍສໝ - ວັນທີ 22 ສິງຫາ, ຊຸມຊົນຊາວຫວຽດນາມທີ່ ອາໄສຢູ່ ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ, ປະເທດລາວ ໄດ້ດຳເນີນການຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນຢູ່ບັນດາເຂດທີ່ຖືກນ້ຳ ຖ້ວມຢູ່ເມືອງນານ, ແຂວງຫຼວງພະບາງ.
ຍສໝ - ວັນທີ 21 ສິງຫາ, ຢູ່ເມືອງກວານເ່ຊີນ, ຄະນະຜູ້ແທນ ຄົນຫວຽດກ່ຽວ ທີ່ ດຳລົງຊີວິດ ຢູ່ ແຂວງຫົວພັນ, ສປປ ລາວ ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນ ຢູ່ ບັນດາເມືອງທີ່ຖືກນ້ ຳຖ້ວມຄື: ເມືອງກວານເຊີນ 50 ລ້ານດົງ ແລະ ເມື່ອງລາດ 35 ລ້ານດົ່ງ.
ຍສໝ - ທີ່ກອງປະຊຸມພົບປະມິດຕະພາບ ໃນຂອບເຂດງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ອິນເດຍ ຄັ້ງທີ 10, ບັນດາຜູ້ແທນໄດ້ທົບທວນຄືນ ໝາກຜົນຂອງການເຄື່ອນໄຫວກ່ອນໜ້ານີ້ ແລະ ກຳນົດທິດທາງໃນການຈັດຕັ້ງປະຕິບັດຕໍ່ໜ້າຢ່າງມີປະສິດທິຜົນກວ່າອີກ, ມີການແຜ່ຂະຫຍາຍ, ປະກອບສ່ວນເຂົ້າໃນການຮັດ ແໜ້ນ ສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ.
ສ້າງສະພາບແວດລ້ອມໃຫ້ແກ່ນັກສຶກສາລາວ ໄດ້ເຊື່ອມຕົວເຂົ້າກັບການດໍາລົງຊີວິດປະຈໍາວັນກັບບັນດາຄອບຄົວຊາວຫວຽດນາມ, ຜ່ານນັ້ນມີອາລົມຈິດທີ່ສະໜິດຕິດພັນ, ໜູນຊ່ວຍຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈໃຫ້ບັນດາພວກເພື່ອນທີ່ມາຮໍ່າຮຽນຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ນັ້ນແມ່ນເປົ້າໝາຍຂອງລາຍການ “ນັກສຶກສາລາວ ກັບຄອບຄົວຊາວຫວຽດນາມ” ໂດຍຄະນະຊາວໜຸ່ມນະຄອນໂຮ່ຈີມິນ ສົມທົບກັບບັນດາອົງການສະມາຄົມ, ອົງການຈັດຕັ້ງມະຫາຊົນນະຄອນ ຈັດຕັ້ງປະຕິບັດ ແລະປະເມີນຜົນໃນຕອນຄໍ່າວັນທີ 14 ສິງຫາ.
ຍສໝ - ໃນວັນທີ 27 ກໍລະກົດ, ທີ່ວັດເຟິດຕິກ, ນະຄອນຫຼວງວຽງຈັນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໄດ້ຈັດຕັ້ງພິທີສູດສັກອະນິດຈາໃຫ້ແກ່ດວງວິນຍານບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ.
ຍສໝ - ທ້າຍອາທິດທີ່ຜ່ານມາ, ຢູ່ທີ່ ສະຖານກົງສຸນ ຫວຽດນາມ ປະຈຳແຂວງສະຫວັນນະເຂດ, ພາກກາງຂອງລາວ, ຫ່າງຈາກນະຄອນຫຼວງວຽງຈັນປະມານ 460 ກິໂລແມັດ ໄປທາງພາກໃຕ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ, ຫງວ໋ຽນ ບ໋າ ຮຸ່ງ ໄດ້ມີການພົບປະກັບພໍ່ແມ່ພີ່ນ້ອງຊາວຫວຽດນາມ ແລະ ນັກທຸລະກິດຫວຽດນາມ ລົງທຶນ ຢູ່ ແຂວງສະຫວັນນະເຂດ. ເຂົ້າຮ່ວມກອງປະຊຸມພົບປະຄັ້ງນີ້ມີ ຕາງຫນ້າພໍ່ແມ່ປະຊາຊົນຊາວຫວຽດນາມ ແລະ ບັນດານັກທຸລະກິດຫວຽດນາມ. ທ່າານກົງສຸນໃຫຍ່ ຫວຽດນາມ ຫວູ໋ ແອັງ ຢຸງ ເຂົ້າຮ່ວມກອງປະຊຸມເຊັ່ນກັນ.
ຍສໝ - ນາຍົກລັດຖະມົນຕີ ຫງວຽ໋ນ ຊົນ ຟຸກ ພ້ອມ ພັນລະຍາ ໄດ້ໄປຢ້ຽມຢາມ ສະຖານທູດຫວຽດນາມ ປະຈຳປະເທດ ໄທ ແລະ ໂອ້ລົມກັບຊຸມຊົນຊາວຫວຽດນາມ ທີ່ອາໄສຢຸ່ໃນປະເທດໄທ.
ຍສໝ - ເມື່ອມໍ່ໆມານີ້, ຄະນະການນໍານະຄອນ ໂຮ່ ຈີ໋ ມິງ ນໍາໂດຍ ທ່ານນາງ ຫວໍ ທິ້ ຢູງ, ຮອງເລຂາພັກນະຄອນ ໄດ້ລົງຢ້ຽມຢາມບັນດາຄອບຄົວເຂົ້າຮ່ວມລາຍການ “ນັກສຶກສາລາວ ກັບຄອບຄົວຊາວຫວຽດນາມ”.
ຍສໝ - ໃນວັນທີ 8 ມິຖຸນາ 2019, ເວທີປາໄສເສດຖະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດທົ່ວໂລກ ຄັ້ງທີ 1 ປີ 2019 (OVECOF 2019) ທີ່ດໍາເນີນຢູ່ Incheon ສ. ເກົາຫຼີ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດຢ່າງຈົບງາມ.