ເຂດພູພຽງ ມົກເຈົາ, ແຂວງ ເຊີນລາ ທາງພາກເຫນືອ ຫວຽດນາມ ແມ່ນສະຖານທີ່ທີ່ມີຊາວເຜົ່າຜູ້ໄທ ດຳລົງຊີວິດເປັນຈຳນວນຫລວງຫລາຍ, ບໍ່ພຽງແຕ່ເປັນການຮູ້ຈັກເຖິງວ່າ ແມ່ນເຂດດິນແດນມີດອກໄມ້ຫລາຍຊະນິດມີສີສັນຫລາກຫລາຍທີ່ສວຍສົດງົດງາມ ແລະ ມີອາກາດປອດໂປ່ງເຢັນສະບາຍເທົ່ານັ້ນ ຫາກຍັງມີບັນດາເຍື່ອງອາຫານທີ່ແຊບນົວ ແລະ ເປັນຫນ້າສົນໃຈຂອງແຂກທ່ອງທ່ຽວນຳອີກ. ໃນບັນດາເຍື່ອງອາຫານຂອງຊາວເຜົ່າຜູ້ໄທ ຢູ່ ມົກເຈົາ ນັ້ນ, ເຍື່ອງອາຫານສົ້ມຫນັງຄວາຍ ກໍແມ່ນເຍື່ອງອາຫານຫນຶ່ງທີ່ແຊບນົວ ເຊິ່ງເປັນເຍື່ອງອາຫານພິເສດ ຢູ່ດິນແດນແຫ່ງນີ້.
ຍສໝ - ປະຈຸບັນ ລາວ ແລະ ລາຊະອານາຈັກ ໄທ ໄດ້ມີຂົວມິດຕະພາບ ຂ້າມແມ່ນ້ຳ ຂອງທັງໝົດ 5 ແຫ່ງແລ້ວ. ປະຈຸບັນແມ່ນກຳລັງກະກຽມໃຫ້ແກ່ການສ້າງຂົວແຫ່ງທີ 6 ຄາດວ່າຈະສ້າງຢູ່ທີ່ ແຂວງ ສະລະວັນ.
ຍສໝ - ຕາມສຳນັກຂ່າວຫວຽດນາມ ຢູ່ປະເທດໄທ ຕອນຄ່ຳຂອງວັນທີ 16 ກໍລະກົດ ທີ່ ນະຄອນຫຼວງບາງກອກ ລາຊາອານາຈັກໄທ, ສະຖານທູດຫວຽດນາມ ໄດ້ປະສານສົມທົບກັບ ສາຍການບິນ ໄທ ຫວຽດເຈັດແອ ແລະ ໂຮງແຮມ ດູສິດ ທານາ ໄດ້ເປີດສັບປະດາໂຄສະນາເຜີຍແຜ່ວັດທະນະທຳ ແລະ ອາຫານ ຫວຽດນາມ ແຕ່ວັນທີ 16 -22 ກໍລະກົດນີ້.
ຍສໝ - ໃນຄືນຂອງວັນທີ 2 ກໍລະກົດ ປະມານ 23 ໂມງ ທາງອຳນາດການປົກຄອງ ແຂວງ ຊຽງລາຍໂດຍທ່ານ ເຈົ້າແຂວງ-ແຂວງຊຽງລາຍ ໄດ້ຖະແຫຼງຂ່າວດີດັ່ງກ່າວໃຫ້ ພໍ່ແມ່ຜູ້ປົກຄອງ, ຍາດຕິພີ່ນ້ອງຂອງເດັກນ້ອຍທັງ 12 ຄົນ ແລະ ຄູຝຶກອີກ 1 ຄົນ ພ້ອມທັງຄົນໄທ ທັງປະເທດທີ່ກຳລັງຈົດຈໍ່ຕິດຕາມໃນການຊ່ວຍເຫຼືອ ກູ້ຊີວິດ ນຳຕົວທີມໝູ່ປ່າອອກມາຈາກຖ້ຳ.
ຍສໝ - ຕອນບ່າຍ 2ໂມງ ວັນທີ 15 ມິຖຸນາ, ນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸກ ພ້ອມພັນລະຍາ ແລະ ຄະນະຜູ້ແທນລະດັບສູງຂອງ ຫວຽດນາມ ໄດ້ມາຮອດສະໜາມບິນທະຫານ ດອນເມືອງ, ນະຄອນຫຼວງບາງກອກ, ເລີ່ມຕົ້ນການເຂົ້າຮ່ວມ ກອງປະຊຸມ ລະດັບສູງ ACMECS ຄັ້ງທີ 8 ແລະ CLMV ຄັ້ງທີ 9 ຕາມການເຊື້ອເຊີນຂອງ ນາຍົກລັດຖະມົນຕີ ປະຢຸດ ຈັນໂອຊາ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນເຊນ.
ຕອນເຊົ້າວັນທີ 4 ພຶດສະພາ, ກໍາປັ່ນໝາຍເລກ 286 ເລກຸ໋ຍດົນ (ວິທະຍາຄານທະຫານເຮືອ) ໄດ້ອອກຈາກທ່າກໍາປັ່ນ Chuk-Samet, ສິ້ນສຸດການຢ້ຽມຢາມ ໄທ ຢ່າງຈົບງາມ.