![]() |
ເດັກນ້ອຍເຍົາວະຊົນທີມເຕະບານ ໝູປ່າ ອາຄາດາມີ້ ທັງ 13 ຄົນ ປອດໄພດີ.
ເມື່ອໄດ້ຮັບຂ່າວຈາກ ນັກມຸດນ້ຳ ຊາວອັງກິດສອງຄົນທີ່ເປັນໜ່ວຍກູ້ໄພຊຸດທຳອິດທີ່ດຳເນີນການມຸດນ້ຳເຂົ້າໄປກ່ອນ ແລະ ພົບກັບທີມເຕະບານເຍົາວະຊົນ ໝູປ່າ ອາຄາດາມີ້ . ຫຼັງຈາກນັ້ນທ່ານ ນະລົງສັກ ໂອສົດທະນາກອນ ເຈົ້າແຂວງ - ແຂວງຊຽງລາຍ ແລະ ທີມງານຊ່ວຍເຫຼືອ ກູ້ໄພ ແລະ ນຳນັກເຕະບານເຍົາວະຊົນ ອອກມາຈາກ ຖ້ຳຫຼວງ ກໍ່ໄດ້ທຳການຖະແຫຼງຂ່າວດີ ທີ່ຄົນໄທທັງປະເທດກຳລັງເຝົ້າຕິດຕາມຢ່າງໃຈຈົດໃຈຈໍ່ ແລະ ສົ່ງກຳລັງໃຈມາທີ່ຖ້ຳຫຼວງແຫ່ງນີ້ເວົ້າລວມ, ພໍ່ແມ່ຜູ້ປົກຄອງ ຍາດຕິພີ່ນ້ອງຂອງນ້ອງໆນັກເຕະບານເຍົາວະຊົນ ທີ່ກຳລັງເຝົ້າປາກຖ້ຳ ດ້ວຍຄວາມເປັນຫ່ວງ ແລະ ມີຄວາມຫັວງ ເວົ້າສະເພາະ.
![]() |
ທີມກູ້ໄພເພື່ອຄົ້ນຫາເດັກນ້ອຍທັງ 13 ຄົນ.
ໃນການຊ່ວຍເຫຼືອ ກູ້ໄພໃນຄັ້ງນີ້ ແມ່ນລວມເອົາ ຜູ້ຊ່ຽວຊານໃນການກູ້ໄພ ທັງພາຍໃນ ແລະ ທົ່ວໂລກ. ໃນນັ້ນພິເສດແມ່ນກອງທະຫານ ໝ່ວຍພິເສດ(ຊິວ) ກໍ່ໄດ້ເຂົ້າຮ່ວມຢ່າງເຕັມກຳລັງ . ໃນການຊ່ວຍເຫຼືອໃນໄລຍະເວລາປະມານ 10 ວັນ ແມ່ນມີຄວາມຫຍຸ້ງຍາກລຳບາກຫຼາຍທີ່ສຸດ ເພາະຖືກກະທົບຈາກສະພາບອາກາດທີ່ ມີຝົນຕົກລົງມາຢ່າງຕໍ່ເນື່ອງ, ເຮັດໃຫ້ທາງເຂົ້າຖ້ຳ ມີນ້ຳຖ້ວມ ເຮັດໃຫ້ຄະນະ, ທີມຊ່ວຍເຫຼືອທັງພາຍໃນ ແລະ ຕ່າງປະເທດ ປະສົບກັບອຸປະສັກຫຼາຍທີ່ສຸດ.
![]() |
ການເຮັດວຽກຢ່າງຕໍ່ເນື່ອງລຽນຕິດຕະຫຼອດ 24 ຊົ່ວໂມງຂອງທະຫານໃນການຊ່ວຍເຫຼືອຄັ້ງນີ້.
ພາຍຫຼັງຄວາມພະຍາຍາມຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງອຳນາດການປົກຄອງ, ໜ່ວຍງານກູ້ໄພ ທັງພາຍໃນແລະຕ່າງປະເທດ, ນອກນັ້ນກໍ່ຍັງມີພໍ່ແມ່ປະຊາຊົນ ຢູ່ອ້ອມຂ້າງກໍ່ອຳນວຍຄວາມສະດວກຢ່າງເຕັມກຳລັງເພື່ອເປັນສ່ວນໜື່ງໃນການຊ່ວຍເຫຼືອເດັກນ້ອຍເຍົາວະຊົນທັງ 13 ຄົນ.
![]() |
ການເຮັດວຽກຢ່າງຕໍ່ເນື່ອງລຽນຕິດຕະຫຼອດ 24 ຊົ່ວໂມງຂອງທະຫານໃນການຊ່ວຍເຫຼືອຄັ້ງນີ້.
ຊ່ວງປະມານ 21ໂມງ 45 ນາທີ ຂອງວານນີ້, ນັກມຸດນ້ຳຊາວອັງກິດ 2 ຄົນ ແມ່ນທິມທຳອິດທີ່ໄດ້ມຸດນ້ຳເຂົ້າໄປ ແລະ ພົບກັບເດັກນ້ອຍ ທັງ 13 ຄົນ. ໃນການພົບເຫັນເບື້ອງຕົ້ນເຫັນວ່າເດັກນ້ອຍທັງ 13 ຄົນແມ່ນຍັງປອດໄພໝົດທຸກຄົນ, ເດັກນ້ອຍສາມາດເວົ້າຈາໂຕ້ຕອບກອບໜ່ວຍກູ້ໄພຊາວອັງກິດໄດ້ດີ.
ປະຈຸບັນຫົວໜ້າຊຸດ ກູ້ໄພ, ຊ່ວຍເຫຼືອ ແລະ ນຳເດັກນ້ອຍອອກມາຈາກຖ້ຳຫວຼງ ແມ່ນກຳລັງວາງແຜນທີ່ຈະນຳຕົວເດັກນ້ອຍທັງໝົດອອກມາຈາກຖ້ຳໃຫ້ປອດໄພ. ເບື້ອງຕົ້ນແມ່ນຈະລຳລຽງອາຫານ, ຢາ, ເຄື່ອງນຸ່ງຮົມ ເພື່ອຈະປະຖົມພະຍາບານເບື້ອງຕົ້ນໃຫ້ນ້ອງໆ.
(ຫັດທະບູນ)