ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ສິ້ນ​ສຸດ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ເອີ​ຣົບ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ WCSP5 ຢ່າງ​ຈົບ​ງາມ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ສິ້ນ​ສຸດ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ເອີ​ຣົບ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ WCSP5 ຢ່າງ​ຈົບ​ງາມ

ຕອນທຽງວັນທີ 12 ກັນຍາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ມາຮອດສະໜາມບິນສາກົນ ໂນ້ຍບາຍ, ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດ ໂລກ ຄັ້ງທີ 5 (WCSP5) ຢູ່ ໂອຕາລິດ, ຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີຣົບ (EP), ລາຊະອານາຈັກ ແບນຊິກ ແລະ ຢ້ຽມຢາມ ສາທາລະນະລັດ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 4 – 11 ກັນຍາ ຢ່າງຈົບງາມ.

ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຢ້ຽ​ມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ລາວ ຢ່າງ​ເປັນ​ທາງ​ການ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຢ້ຽ​ມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ລາວ ຢ່າງ​ເປັນ​ທາງ​ການ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ຈະພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ, ທ່ານປະທານສະພາແຫ່ງຊາດ ລາວ, ມີການພົບປະກັບອະດີດການນຳພັກ, ລັດ ລາວ. ທ່ານປະທານປະເທດ ຫວຽດນາມ ກໍ່ຈະມີບົດກ່າວປາໄສສຳຄັນຕໍ່ສະພາແຫ່ງຊາດ ລາວ ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX ແລະ ພິທີມອບຮັບ ຫໍສະພາແຫ່ງຊາດລາວ ໂດຍແມ່ນຂອງຂວັນຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ ພັກ, ລັດ ແລະ ປະຊາຊົນ ລາວ.

ຫວຽດ​ນາມ - ລາວ​ ດຳ​ເນີນກອງ​ປະ​ຊຸມ​ຂ​ັ້ນ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລະ​ຫວ່າງ ສອງ​ປະ​ເທດ ຢູ່ແຂວງເງະອານ ສສ ຫວຽດນາມ

ຫວຽດ​ນາມ - ລາວ​ ດຳ​ເນີນກອງ​ປະ​ຊຸມ​ຂ​ັ້ນ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລະ​ຫວ່າງ ສອງ​ປະ​ເທດ ຢູ່ແຂວງເງະອານ ສສ ຫວຽດນາມ

ຍສໝ - ໃນຕອນເຊົ້າວັນທີ 27 ພະຈິກ 2019, ຢູ່ແຂວງເງະອານ ສສ ຫວຽດນາມ, ຄະນະກຳມະການຮ່ວມມືຫວຽດນາມ - ລາວ ແລະ ລາວ - ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ ຂັ້ນຮອງປະທານເພື່ອຕີລາຄາການປະຕິບັດຂໍ້ຕົກລົງຮ່ວມມື ປີ 2019 ແລະ ແລກປ່ຽນທິດທາງໃນການຮ່ວມມືປີ 2020.