ຍສໝ - ສອງຝ່າຍໄດ້ສະແດງຄວາມພໍໃຈກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ທີ່ບັນລຸໄດ້ບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນໄລຍະມໍ່ໆມານີ້, ພິເສດແມ່ນຜ່ານບັນດາການເດີນທາງຢ້ຽມຢາມຂັ້ນສູງຂອງ ທ່ານ El-Sisi ປະທານາທິບໍດີ ເອຢີບມາຍັງຫວຽດນາມໃນເດືອນກັນຍາ 2017 ແລະ ທ່ານ ເຈິ່ນດ້າຍກວາງ ອະດີດປະທານປະເທດ ຫວຽດນາມໄປຍັງເອຢິບ ໃນເດືອນ ສິງຫາ 2018.
ຍສໝ - ທ່ານ ຮອງສາດສະດາຈານ, ປອ ຟ້າມຮົ່ງເຈືອງ, ຜູ້ອຳນວຍການມະຫາວິທະຍາໄລເສດຖະກິດແຫ່ງຊາດ ຂອງຫວຽດນາມ, ເນັ້ນໜັກວ່າ ກອງປະຊຸມສຳມະນາຄັ້ງນີ້ ເພື່ອແນໃສ່ປັບປຸງການພົວພັນຮ່ວມມືທາງດ້ານເສດຖະກິດລະຫວ່າງສອງປະເທດ.
ຍສໝ - ທ່ານ Chay Na-vut ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອນຳການພົວພັນຮ່ວມມືລະຫວ່າງສອງປະເທດນັບມື້ນັບມີຄວາມສະໜິດຕິດພັນ ແລະ ປະສິດທິຜົນ ຖືກຕາມທິດນຳ ທີ່ວ່າ “ບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງ ແລະ ຍາວນານ”.
ຍສໝ - ຕໍ່ໜ້າບັນດາການກະທຳພຽງລຳພັງຝ່າຍດຽວຂອງຈີນ, ສະມາຄົມມິດຕະພາບແບນຊິກ - ຫວຽດນາມໄດ້ເນັ້ນໜັກວ່າ ຊາວປະມົງຫວຽດນາມຕ້ອງໄດ້ຮັບຄວາມປອດໄພໃນການຫາປາຢູ່ ເຂດທະເລຂອງປະເທດນີ້. ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກຄວນໄດ້ຮັບການແກ້ໄຂໃນຂອບເຂດຂອງກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).
ວັນທີ 22 ກຸມພາ, ຢູ່ແຂວງ Stung Treng, ທາງທິດຕາເວັນອອກສ່ຽງເໜືອ ກຳປູເຈຍ ໄດ້ດຳເນີນກອງປະຊຸມສາກົນຄັ້ງທີ II, ລະຫວ່າງຄະນະກຳມະການແນວໂຮມ ກຳປູເຈຍ - ລາວ.
ທ່ານ ດັ້ງມີງຄອຍ ໄດ້ອວຍພອນທ່ານນາງ ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດ ລາວ ແລະ ບັນດາພະນັກງານສະຖານທູດ ລາວ ປະຈຳ ຈີນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ.