ແລກປ່ຽນບົດຮຽນວຽກງານສະກັດກັ້ນ ຕ້ານການສໍ້ລາດບັງຫລວງ

13:55 | 08/05/2018

ໃນ​ວັນ​ທີ 8 ພຶດສະພາ 2018 ທີ່ ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ກົມ​ກວດກາ ກະຊວງແຜນການ ​ແລະ ການ​ລົງທຶນ ໄດ້​ຈັດກອງ​ປະຊຸມ​ ສຳ​ມະ​ນາ ​ແລກປ່ຽນ​ບົດຮຽນ ​ວຽກ​ງານ​ສະກັດ​ກັ້ນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ແລະ ຄຳ​ຮ້ອງ​ຄຳ​ສະ​ເໜີ ຂອງ​ກະຊວງ ​ແຜນການ ​ແລະ ການ​ລົງທຶນ​ຂຶ້ນ

ແລກປ່ຽນບົດຮຽນວຽກງານສະກັດກັ້ນ ຕ້ານການສໍ້ລາດບັງຫລວງ

ປະທານ​ຄະນະ​ກວດກາ​ພັກ, ຮອງ​ລັດຖະມົນຕີ​ກະຊວງ ​ແຜນການ ​ແລະ ການ​ລົງທຶນ ມີ​ບັນດາ​ພະນັກງານ​ ຫລັກ​ແຫ​ລ່ງ ກົມ​ກວດກາ​ທົ່ວ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​

ກະຊວງ​ແຜນການ ​ແລະ ການ​ລົງທຶນ, ກົມ​ກວດກາ ກະຊວງແຜນການ ​ແລະ ການ​ລົງທຶນ ໄດ້​ຈັດກອງ​ປະຊຸມ​ ສຳ​ມະ​ນາ ​ແລກປ່ຽນ​ບົດຮຽນ ​ວຽກ​ງານ​ສະກັດ​ກັ້ນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ແລະ ຄຳ​ຮ້ອງ​ຄຳ​ສະ​ເໜີ ຂອງ​ກະຊວງ ​ແຜນການ ​ແລະ ການ​ລົງທຶນ​ຂຶ້ນ, ​ໂດຍ​ການ​ເປັນ​ປະທານ​ ຂອງ​ ທ່ານ ຄຳ​ລຽນ ພົນ​ເສນາ ປະທານ​ຄະນະ​ກວດກາ​ພັກ, ຮອງ​ລັດຖະມົນຕີ​ກະຊວງ ​ແຜນການ ​ແລະ ການ​ລົງທຶນ ມີ​ບັນດາ​ພະນັກງານ​ ຫລັກ​ແຫ​ລ່ງ ກົມ​ກວດກາ​ທົ່ວ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ ເຂົ້າ​ຮ່ວມ.

ທ່ານ ຄຳ​ລຽນ ພົນ​ເສນາ ​ກ່າວວ່າ: ພັກ-ລັດ​ ຍາມ​ໃດ​ກໍ​ຖື​ເອົາ​ການ​ຕ້ານ ​ການສໍ້​ລາດ​ບັງ​ຫລວງ​ເປັນ​ໜ້າ​ທີ່​ສຳຄັນ, ຮີບ​ດ່ວນ ​ແລະ ຍາວ​ນານ​ ຕະຫລອດ​ໄລຍະ ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ​ການກໍ່ສ້າງ​ລັດ​ປົກ​ປ້ອງ​ ດ້ວຍ​ກົດໝາຍ, ການ​ຕ້ານ ​ການ​ສໍ້​ລາດ​ບັງ​ຫລວງ ​ເປັນ​ບັນຫາ​ລວມ ຂອງ​ສາກົນ ​ແລະ ພາກ​ພື້ນ, ທັງ​ເປັນ​ປັດ​ໄຈ​ສຳຄັນ ​ເພື່ອ​ໃຫ້​ສັງຄົມ ​ມີ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ມີ​ຄວາມ​ຍຸຕິ​ທຳ ປະຊາຊົນ​ມີ​ຄວາມ​ເຊື່ອ​ໝັ້ນ ​ຕໍ່​ພັກ​-ລັດ ​ແລະ ຕໍ່​ລະບອບ​ປະຊາທິປະ​​ໄຕ​ ປະຊາຊົນ. ການ​ຕ້ານ ​ການ​ສໍ້​ລາດ​ບັງ​ຫລວງ​ ​ແມ່ນ​ຄວາມ​ຮັບຜິດຊອບ ​ຂອງ​ການຈັດ​ຕັ້ງ​ທຸກ​ຂັ້ນ ​ໃນ​ລະບົບ​ການ​ເມືອງ, ການຈັດ​ຕັ້ງ​ສັງຄົມ, ການຈັດ​ຕັ້ງ​ ຂອງ​ບັນດາ​ລັດ​ວິ​ສາ​ຫະກິດ, ຜູ້​ປະກອບ​ການ ​ແລະ ພົນລະ​ເມືອງ​ພາຍ​ໃຕ້​ ການ​ນຳພາ​ຂອງ​ພັກ, ​ເປັນຄວາມ​ຮັບຜິດຊອບ​ໂດຍ​ກົງ​ ຂອງ​ການ​ນຳ​ທຸກ​ຂັ້ນ, ​ໂດຍ​ສະ​ເພາະ ​ແມ່ນ ຜູ້​ເປັນ​ຫົວໜ້າ​ແຕ່​ລະ​ບ່ອນ ​ເປັນ​ເຈົ້າ​ການ​ສະກັດ​ກັ້ນ​ເດັດຂາດ ​ໃນ​ການ​ແກ້​ໄຂ ​ແລະ ​ແກ້​ໄຂ​ຢ່າງ​ທັນ​ການ. ​ໃນ​ນັ້ນ​ຖື​ເອົາ​ການ​ສະກັດ​ກັ້ນ​ ແຕ່​ຫົວທີ​ເປັນ​ຕົ້ນຕໍ ​ເປັນ​ບັນຫາ​ທີ່​ຕ້ອງ​ປະຕິບັດ ​ຢ່າງ​ເຂັ້ມ​ງວດ, ຕິດ​ພັນ​ກັບ​ການ​ປະຕິບັດ ນະ​ໂຍບາຍ​ການ​ປະຢັດ ​ແລະ ຕ້ານ​ການ​ຟຸມ​ເຟືອຍ.

ແລກປ່ຽນບົດຮຽນວຽກງານສະກັດກັ້ນ ຕ້ານການສໍ້ລາດບັງຫລວງ

ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ ວ່າ​ດ້ວຍ ​ແລກປ່ຽນ​ບົດຮຽນ ວຽກ​ງານ​ສະກັດ​ກັ້ນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ

ທ່ານ ​ຄຳ​ລຽນ ພົນ​ເສນາ ​ເນັ້ນ​ໜັກ​ຕື່ມ​ວ່າ: ​ໃຫ້​ພະນັກງານ​ທຸກ​ຂັ້ນ ຍົກ​ສູງ​ຄຸນ​ນະພາ​ບຂອງ​ວຽກ​ງານ​ຕ້ານ ​ການ​ສໍ້​ລາດ​ບັງ​ຫລວງ ​ແລະ ຄົ້ນຄວ້າ​ຄຳ​ຮ້ອງ-​ຄຳ​ສະ​ເໜີ ​ໃຫ້​ດີກ​ວ່າ​ເກົ່າ ສາມາດ ​ຕອບ​ສະໜອງ​ໄດ້​ ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ​ໜ້າ​ທີ່​ການ​ເມືອງ​ໃນ​ໄລຍະ​ໃໝ່ ​ແລະ ​ເປັນ​ການ​ຊຸກຍູ້​ການ​ເຄື່ອນ​ໄຫວ​ວຽກ​ງານ​ ກວດກາ​ພັກ, ກວດກາ​ລັດ, ສະກັດ​ກັ້ນ​ຕ້ານ ​ການ​ສໍ້​ລາດ​ບັງ​ຫລວງ, ຄົ້ນຄວ້າ​ຄຳ​ຮ້ອງ-ຄຳ​ສະ​ເໜີ​ ຂອງ​ບັນດາ​ກົມ, ຫ້ອງການ, ສະ​ຖາ​ບັນ, ສູນ​ສະຖິຕິ​ແຫ່ງ​ຊາດ ​ແລະ ສູນ​ຝຶກ​ອົບຮົມ ທີ່​ຂຶ້ນ​ກັບ​ຄວາມ​ຮັບຜິດຊອບ ຂອງ ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໜ້າທີ່​ ວຽກ​ງານ​ຂອງ​ຕົນ ຕາມ​ແນວທາງ​ນະ​ໂຍບາຍ​ ຂອງ​ພັກ ​ແລະ ສອດຄ່ອງ​ກັບ ​ກົດໝາຍ​ຂອງ​ລັດ ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ວຽກ​ງານ ​ມີ​ຄວາມ​ໂປ່ງ​ໄສ ​ແລະ ສາມາດ​ກວດກາ​ໄດ້.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.