ລາວເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ປະ​ຈຳ​ປີ​ປະ​ເທດ​ປະ​ສານ​ງານ ຂອບ​ການ​ຮ່ວມ​ມື FEALAC

15:09 | 23/09/2020

ໃນ​ອາ​ທິດ​ຜ່ານ​ມາ, ທີ່ ກະຊວງການຕ່າງປະເທດ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຮັກສາການຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມືລະຫວ່າງ ອາຊີຕາເວັນອອກ ແລະ ອາເມລິກາລາຕິນ (FEALAC) ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີປະເທດປະສານງານ ຂອບການຮ່ວມມື FEALAC ຜ່ານລະບົບວີດີໂອທາງໄກ.

ລາວເຂ າ ຮ ວມກອ ງ ປະ ຊ ມ ປະ ຈຳ ປ ປະ ເທດ ປະ ສານ ງານ ຂອບ ການ ຮ ວມ ມ fealac ຢູ່ລາວມີຜູ້ເສຍຊີວິດຈາກພະຍາດໄຂ້ຍຸງລາຍ ເພີ່ມ 1 ຄົນ
ລາວເຂ າ ຮ ວມກອ ງ ປະ ຊ ມ ປະ ຈຳ ປ ປະ ເທດ ປະ ສານ ງານ ຂອບ ການ ຮ ວມ ມ fealac ລາວ: ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ
ລາວເຂ າ ຮ ວມກອ ງ ປະ ຊ ມ ປະ ຈຳ ປ ປະ ເທດ ປະ ສານ ງານ ຂອບ ການ ຮ ວມ ມ fealac
ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຮັກສາການຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ. (ພາບ: mofa.gov.la)

​ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຮ່ວມ ຂອງ ສປປ ລາວ ແລະ ສ.ໂດມິນິກັນ ໃນນາມເປັນປະເທດປະສານງານ ຂອບການຮ່ວມມື FEALAC, ເຊິ່ງມີບັນ​ດາ​ປະ​ເທດປະ​ທານ​ຮ່ວມ​ຂອງ 4 ໜ່ວຍ​ງານ​ວິ​ຊາ​ການ​ຄື: 1.) ໜ່ວຍ​ງານ​ການຮ່ວມມືທາງດ້ານສັງຄົມ-ການ​ເມືອງ ​ແລະການພັດທະນາແບບຍືນຍົງ; 2.) ໜ່ວຍ​ງານດ້ານ​ວັດທະນະທໍາ, ຊາວໜຸ່ມ, ເພດຍິງ-ຊາຍແລະກິລາ; 3.) ໜ່ວຍ​ງານດ້ານ​ການຄ້າ, ການລົງທຶນ, ການທ່ອງທ່ຽວ ​ແລະ ​ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍແລະ ຂະໜາດກາງ; ​ແລະ 4.) ໜ່ວຍ​ງານດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາແລະການສຶກສາ, ປະ​ເທດ​ປະ​ທານ​ຮ່ວມ​ຄະ​ນະ​ກຳ​ມະ​ການກອງ​ທຶນ FEALAC (FEALAC Trust Fund) ແລະກອງ​ເລ​ຂາ​ອິນ​ເຕີ​ເນັດ FEALACໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ວາລະສຳຄັນ ຂອງ ກອງປະຊຸມຄັ້ງນີ້ແມ່ນແນໃສ່ປຶກສາຫາລື ກ່ຽວກັບ ຮູບແບບ ແລະ ລາຍລະອຽດຕ່າງໆ ໃນການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີ ສາມຝ່າຍ (FEALAC Troika) ເຊິ່ງເປັນກອງປະຊຸມປະຈຳປີ ແລະ ໄລຍະຜ່ານມາແມ່ນຈັດຄຽງຄູ່ກັບ ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ຫຼື UNGA ແລະ ທາບທາມຄວາມເປັນໄປໄດ້ໃນການຈັດກອງປະຊຸມພິເສດ ກ່ຽວກັບ ການຮ່ວມມືຂອງບັນດາປະເທດ FEALAC ໃນໄລຍະການແຜ່ລະບາດ ຂອງ ພະຍາດ ໂຄວິດ-19 ໃນລະດັບເຈົ້າໜ້າທີ່ອາວຸໂສ. ນອກຈາກນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ລະບຽບການ ແລະ ຂັ້ນຕອນໃນການຊຸກຍູ້ ການສະໝັກເປັນປະເທດປະສານງານຜູ້ໃໝ່ ສຳລັບທັງສອງພາກພື້ນ ລວມທັງການທົບທວນຄືນບັນດາໂຄງການຕ່າງໆ ພາຍໃຕ້ການນຳໃຊ້ກອງທຶນ FEALAC.

ຂອບການຮ່ວມມື FEALAC ໄດ້ຖຶກສ້າງຕັ້ງຂຶ້ນໃນປີ 1999, ມາເຖິງປະຈຸບັນມີສະມາຊິກທັງໝົດ 36 ປະເທດ, ໃນນັ້ນເບື້ອງອາຊີຕາເວັນອອກປະກອບມີ 16 ປະເທດແລະອາເມລິກາລາຕີນມີ 20 ປະເທດ, ເຊິ່ງ ສປປລາວກໍເປັນໜຶ່ງໃນບັນດາປະເທດສະມາຊິກທີ່ໄດ້ຮ່ວມສ້າງຕັ້ງຂອບການຮ່ວມມືດັ່ງກ່າວ.

ລາວເຂ າ ຮ ວມກອ ງ ປະ ຊ ມ ປະ ຈຳ ປ ປະ ເທດ ປະ ສານ ງານ ຂອບ ການ ຮ ວມ ມ fealac ຢູ່ລາວມີຜູ້ເສຍຊີວິດຈາກພະຍາດໄຂ້ຍຸງລາຍ ເພີ່ມ 1 ຄົນ

ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ກະຊວງສາທາລະນະສຸກ ໄດ້ລາຍງານໃນວັນທີ 22 ກັນຍາ 2020 ນີ້ ວ່າ: ໃນວັນທີ 21 ກັນຍາ 2020 ຢູ່ປະເທດເຮົາໄດ້ກວດພົບ ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ຈໍານວນ 54 ກໍລະນີ.

ລາວເຂ າ ຮ ວມກອ ງ ປະ ຊ ມ ປະ ຈຳ ປ ປະ ເທດ ປະ ສານ ງານ ຂອບ ການ ຮ ວມ ມ fealac ລາວ: ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 22 ກັນຍາ 2020, ຢູ່ກະຊວງສາທາລະນະສຸກ ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫລງກ່ຽວກັບ ສະ ພາບການລະບາດ ແລະ ມາດຕະການປ້ອງກັນ ແລະ ຄວບຄຸມພະຍາດ ອັກເສບປອດຈາກ ເຊື້ອຈຸລະໂລກໂຄໂລນາສາຍພັນໃໝ່ COVID-19 ຢູ່ ສປປ ລາວ ວ່າ: ມາຮອດເວລາ 17:00 ໂມງຂອງວັນທີ 21 ກັນຍາ 2020, ມີຜູ້ເດີນທາງຜ່ານ ດ່ານຕ່າງໆເຂົ້າມາ ສປປ ລາວ ທັງໝົດ 2.047 ຄົນ.

ລາວເຂ າ ຮ ວມກອ ງ ປະ ຊ ມ ປະ ຈຳ ປ ປະ ເທດ ປະ ສານ ງານ ຂອບ ການ ຮ ວມ ມ fealac ປະຊາຊົນລາວມີເກືອບ 6.400 ຄົນເປັນໄຂ້ເລືອດອອກ, 11 ຄົນເສຍຊີວິດ

ຍສໝ - ການແຜ່ລະບາດຂອງພະຍາດໄຂ້ເລືອດອອກໃນທົ່ວປະເທດລາວ ຖືກແຜ່ລາມໄປຢ່າງຫຼາຍໃນຫລາຍທ້ອງຖິ່ນຂອງລາວ. ຈົນຮອດໃນປັດຈຸບັນ, ມີຈຳນ່ວນ 11 ຄົນຖືກເສຍຊີວິດ.

mofa.gov.la

ເຫດການ
302 Found

Found

The document has moved here.