|
ຕາງໜ້າສານປະຊາຊົນສອງແຂວງໄດ້ລົງນາມບົດບັນທຶດຄວາມເຂົ້າໃຈການຮ່ວມມືໃນໄລຍະ 2019 – 2021. ພາບ: baodienbienphu.info.vn
ປະຕິບັດບົດບັນທຶກຄວາມເຂົ້າໃຈ, ສານປະຊາຊົນຂອງສອງແຂວງ ໄດ້ຈັດກອງປະຊຸມແລກປ່ຽນປະສົບການລະຫວ່າງຜູ້ພິພາກສາ ແລະ ພະນັກງານສານສອງແຂວງ; ຊ່ວຍເຫຼືອດ້ານອຸປະກອນໃຊ້ໃນຫ້ອງການ; ສອນພາສາຫວຽດນາມ ແລະ ພາສາລາວໃຫ້ແກ່ພະນັກງານ; ດໍາເນີນການພົບປະເຈລະຈາເປັນປົກກະຕິເພື່ອແລກປ່ຽນປະສົບການໃນການແກ້ໄຂ, ຕັດສິນຄະດີ; ວຽກງານສະກັດກັ້ນ ແລະ ຕ້ານອາດຊະຍາກໍາ ແລະ ການສະໜັບສະໜຸນດ້ານການການຍຸຕິທຳ.
ສານປະຊາຊົນແຂວງດ້ຽນບຽນ ໄດ້ມອບຄອມພິວເຕີໂນ໊ດບຸກ 1 ເຄື່ອງ, ແລະ ສອນພາສາຫວຽດນາມໃຫ້ແກ່ພະນັກງານສານປະຊາຊົນແຂວງຫຼວງພະບາງ. ໃນການພົບປະເຈລະນາ, ສານປະຊາຊົນສອງແຂວງກໍ່ໄດ້ປຶກສາຫາລືກ່ຽວກັບກໍານົດທິດທາງການຮ່ວມມືໃນເວລາສະເພາະໜ້າ, ໃນນັ້ນ ສືບຕໍ່ຍົກສູງຄວາມປະສິດທິຜົນໃນການຮ່ວມມື, ແບ່ງປັນປະສົບການໃນວຽກງານຕັດສິນຄະດີ. ຕາງໜ້າສານປະຊາຊົນສອງແຂວງໄດ້ລົງນາມບົດບັນທຶດຄວາມເຂົ້າໃຈການຮ່ວມມືໃນໄລຍະ 2019 – 2021.
(ໄຊພອນ)