|
ທ່ານ ຟ້າມແທັງເຊີນ. ພາບ: baothanhhoa.vn
ຕາງໜ້າຄະນະຜູ້ແທນສະພາປະຊາຊົນແຂວງຫົວພັນ, ທ່ານ ຄໍາວອນ ບຸນທະວົງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະຈິງໃຈຂອງສະພາປະຊາຊົນແຂວງແທັງຮວາ, ພ້ອມທັງແນະນໍາກ່ຽວກັບບັນດາໝາກຜົນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຫົວພັນ; ການເຄື່ອນໄຫວຂອງສະພາປະຊາຊົນແຂວງຫົວພັນ ໃນປີ 2018 ແລະໄຕມາດທີ I – 2019.
|
ທ່ານ ຄໍາວອນ ບຸນທະວົງ. ພາບ: baothanhhoa.vn.
ທີ່ການຕ້ອນຮັບ, ທ່ານ ຟ້າມແທັງເຊີນ ປາດຖະໜາວ່າ, ຜ່ານກອງປະຊຸມພົບປະແລກປ່ຽນບົດຮຽນການເຄື່ອນໄຫວລະຫວ່າງສະພາປະຊາຊົນສອງແຂວງແທັງຮວາ ແລະ ຫົວພັນ ໃນຄັ້ງນີ້ຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງສອງແຂວງຕາມຈິດໃຈເນື້ອໃນຂໍ້ຕົກລົງຮ່ວມມືລະຫວ່າງສອງແຂວງ ປີ 2019 ທີ່ຫາກໍໄດ້ລົງນາມ ເພື່ອນໍາການພົວພັນແບບພິເສດລະຫວ່າງ ແທັງຮວາ - ຫົວພັນ ຂຶ້ນສູ່ລະດັບສູງໃໝ່.
(ໄຊພອນ)