ງານບຸນໃຫຍ່ວັນວິສາຂະບູຊາ ຢູ່ ຫວຽດນາມ - ເຊື່ອມຕໍ່ບັນດາຄຸນຄ່າອັນດີງາມຂອງ ພຸດທະສາສະໜາ

17:15 | 24/04/2019

ຍສໝ - ເນື່ອງໃນໂອກາດ ງານບຸນໃຫຍ່ວັນວິສາຂະບູຊາ ສະຫະປະຊາຊາດ (Vesak) ຄັ້ງທີ 16 ປີ 2019 ໄດ້ຈັດຂຶ້ນຢູ່ຫວຽດນາມ, ທ່ານ ເຈິ່ນແທັງເໝິນ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົ່ງສານອວຍພອນ.

ງານບຸນໃຫຍ່ວັນວິສາຂະບູຊາ ຢູ່ ຫວຽດນາມ - ເຊື່ອມຕໍ່ບັນດາຄຸນຄ່າອັນດີງາມຂອງ ພຸດທະສາສະໜາ

ງານບຸນໃຫຍ່ວັນວິສາຂະບູຊາ ຢູ່ ຫວຽດນາມ - ເຊື່ອມຕໍ່ບັນດາຄຸນຄ່າອັນດີງາມຂອງ ພຸດທະສາສະໜາ

ໃນສານສະບັບດັ່ງກ່າວ, ທ່ານ ເຈິ່ນແທັງເໝິນ ໄດ້ຢັ້ງຢືນວ່າງານບຸນໃຫຍ່ວັນວິສາຂະບູຊາສະຫະປະຊາຊາດແມ່ນໂອກາດ, ແມ່ນຂົວຕໍ່ມິດຕະພາບ ຊ່ວຍໃຫ້ທຸກຄົນເຂົ້າໃຈກ່ຽວກັບບັນດາຄຸນຄ່າອັນດີງາມຂອງພຸດທະສາສະໜາ.

ໃນສະພາບການປັດຈຸບັນ, ການປະຕິບັດຕາມບັນດາຄໍາສັ່ງສອນຂອງພະພຸດທະເຈົ້າ ແມ່ນໜຶ່ງໃນບັນດາເສັ້ນທາງຊ່ວຍໃຫ້ສັງຄົມແກ້ໄຂບັນດາບັນຫາທີ່ໄດ້ກ່າວມາຂ້າງເທິງ, ປະກອບສ່ວນທະວີຄູນຄຸນຄ່າອັນດີງາມຕ່າງໆຂອງມວນມະນຸດເພື່ອໂລກແຫ່ງສັນຕິພາບ ແລະ ຄວາມກ້າວໜ້າ.

ທ່ານ ເຈິ່ນແທັງເໝິນ ກໍ່ໄດ້ອວຍພອນໃຫ້ງານບຸນໃຫຍ່ວັນວິສາຂະບູຊາ ຄັ້ງທີ 16 ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ ແລະ ທ່ານ ເຈິ່ນແທັງເໝິນ ກໍ່ຫວັງວ່າບັນດາຄຸນຄ່າອັນດີງາມໃນຄໍາສັ່ງສອນຂອງພະພຸດທະເຈົ້ານັ້ນຈະໄດ້ຮັບການອະນຸລັກຮັກສາ, ສືບທອດ ແລະ ແຜ່ຂະຫຍາຍໃນຊີວິດປະຈໍາວັນຜ່ານຫຼາຍຮູບການເຊິ່ງປະກົດການທີ່ມີຊີວິດຊີວາ, ສະແດງໃຫ້ເຫັນເນື້ອໃນຈິດໃຈຂອງງານບຸນໃຫຍ່ວັນວິສາຂະບູຊາ ສປຊ ປີນີ້.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ