|
ການທຳລາຍແຫຼ່ງບ່ອນແຜ່ພັນຂອງຍຸງລາຍ.
ດັ່ງນັ້ນ ກະຊວງສາທາລະນະສຸກ ໄດ້ແນະນຳໃຫ້ກຳຈັດ ແລະທຳລາຍແຫລ່ງເພາະພັນໜອນນ້ຳຍຸງລາຍທີ່ເປັນພາຫະນຳເຊື້ອໄຂຍຸງລາຍເປັນວຽກງານໜຶ່ງທີ່ສຳຄັນທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດໃຫ້ເປັນປະຈຳທຸກອາທິດແນໃສ່ເຮັດໃຫ້ການລະບາດຂອງໄຂ້ຍຸງລາຍໃຫ້ຫລຸດລົງເທື່ອລະກ້າວ. ການທຳລາຍແຫລ່ງເພາະພັນໜອນນ້ຳຍຸງລາຍບໍ່ພຽງແຕ່ ແມ່ນໜ້າທີ່ຂອງສຳນັກງານ, ອົງການໃດໜຶ່ງເທົ່ານັ້ນ, ແຕ່ຍັງເປັນໜ້າທີ່ຂອງໝົດທຸກຄົນໃນທົ່ວສັງຄົນທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ກຳຈັດ ແລະ ທຳລາຍໃຫ້ໝົດໄປ ໂດຍການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີນ້ຳຂັງຢູ່ຕາມກະໂປະ, ກະປອງ, ຢາງຕີນລົດ ແລະ ອື່ນໆ ກໍຄື ເພີ່ມທະວີຈັດຕັ້ງປະຕິບັດຫລັກການ 5 ປ ຂອງກະຊວງສາທາລະນະສຸກວາງອອກຢ່າງເຄັ່ງຄັດ ຄື: ປ ປິດ (ປົກປິດພາສະນະທີ່ກັກເກັບນ້ຳທັງໃນ ແລະ ນອກເຮືອນບໍ່ໃຫ້ຍຸງລາຍມາໄຂ່ໃສ່), ປ ປ່ຽນ (ປ່ຽນນ້ຳໃນພາສະນະທີ່ກັກເກັບນ້ຳເຊັ່ນເຕົ້າດອກໄມ້, ນ້ຳຮອງຕີນຕູ້ ແລະ ອື່ນໆ), ປ ປ່ອຍ (ປ່ອຍປາຫາງນົກຍຸງກິນໜອນນ້ຳ), ປ ປັບປຸງ (ປັບປຸງສິ່ງແວດລ້ອມອ້ອມເຮືອນໃຫ້ສະອາດເປັນປະຈຳທຸກອາທິດ) ແລະ ປ (ປະຕິບັດ ໃຫ້ເປັນນິໃສທຸກອາທິດ).
(ແຫຼ່ງຂໍ້ມູນ: Lao National Radio)